ກຳເນີດຂອງ ຜຍາ

ມື້ນີ້ ຮຽມຈັກໄຂ ຂານຂໍ້ ກົກກໍ ຜຍາຫຍ່ອຽ

ຄວາມເປັນມາ ແຕ່ເຄົ້າ ຄົນເຖົ້າວ່າມາ

ເພິ່ນວ່າຄວາມ ຜຍານີ້ ເກີດຢູ່ ຫຼວງພຣະບາງ

ທ້າວປາງຄຳເປັນ ຄົນຈົດ ແຕ່ງໂຄງ ນິທານກ້ອມ

ມີຫຼາຽບັ້ນ ໂຄງ ສັນ ກາບ ແຕ່ງ

ວັນນະກັມ ພື້ນບ້ານ ຈາຣໄວ້ຫາກຫຼາຽ

 

ຈຸດເຣີ້ມຕົ້ນ ປຣາດໃຫຍ່ຢູ່ເມືອງເຂມ (ສັນນິຖານວ່າແມ່ນ ເຂັມມະຣາດ ໄທຍ໌)

ທ້າວປາງຄຳ ເປັນຄົນປັນ ຍາໃສ ລ່ຽນໄຫຼປານນ້ຳ

ຫາຄວາມເວົ້າ ບົດກອນມາຜູກ

ສັມຜັດໃນ-ນອກລ້ວນ ກະບວນເວົ້າ ຄ່ອງຄວາມ

 

ປາງນັ້ນ ພູບາລທ້າວ ພະຍາເມືອງ ຮູ້ຮ່ອມ

ຈຶ່ງໄດ້ນຳ ບ່າວທ້າວ ຄືນເຂົ້າສູ່ເມືອງ

ຕົກແຕ່ງທ້າວ ປາງຄຳເປັນປຣາດ

ຣາຊະຄູ ຜູ້ຕົ້ນ ຈາຣແຕ້ມ ແຕ່ງກອນ

 

ເປັນທີ່ຮູ້ ກັນທົ່ວເມືອງຫຼວງ

ເຫັນນຳກັນ ຍົກຍໍບາທ້າວ

ຄາວນັ້ນ ຍັງມີສັມມະເນຣນ້ອຽ ນາມຊື່ບໍ່ປາກົດ

ລາສິກຂາ ເຄື່ອງທົງເຫຼືອງຍ້ອມ

ເປັນຊຽງນ້ອຽ ປັນຍາໄຫຼຫຼ່ຽນ

ກິຕຕິສັພ ບ່າວທ້າວ ດັງກ້ອງ ສນັ່ນເມືອງ

 

ພຣະທ່ອນໄທ້ ນຳສູ່ເມືອງຫຼວງ

ເປັນກະວີນຳກັນ ຮ່ວມສມັຍປາງນັ້ນ

ອັນນີ້ ຮຽມຫາກຫວນເຫັນຮູ້ ຕ່ຳຣາໄດ້ ເປີດອ່ານ

ຈັ່ງໄດ້ຂຽນ ຂີດແຕ້ມ ມາເວົ້າສູ່ຟັງ ນີ້ແລ້ວ.

   ຊາວລາວເຮົາມີຄຳຄົມ ສຸພາສິຕ ສຳຣັບສັ່ງສອນລູກຫຼານ ໃຫ້ປະພຶດຕົນຢູ່ໃນຮີດຄອງ (ຈາຮີຕ - ປະເພນີ) ບໍ່ອອກນອກທາງ ຄຳຄົມເຫຼົ່ານີ້ ຮູ້ຈັກກັນທົ່ວໄປ ໃນຊື່ "ຜຍາ" (ອ່ານວ່າ = ຜະຫຍາ) ໝາຽເຖິງ ປັນຍາ, ປຣັຊຊະຍາ, ຄວາມສລາດ, ຄຳພາສິຕ ທີ່ມີຄວາມໝາຽເລິກຊຶ້ງ (Wisdom, Philosophy, Maxim, Aphorism.) ປັນຍາ ປຣັຊຊະຍາ ຫຼື ຜຍາ ເປັນກຸ່ມພາສາດຽວກັນ ມີຄວາມໝາຽຄ້າຽຄຽງກັນ ຫຼືບາງຄັ້ງໃຊ້ແທນກັນໄດ້ ຊື່ງໝາຽເຖິງປັນຍາ ຄວາມຮູ້ ພິກໄຫວ ສະຕິປັນຍາ ຄວາມສລຽວສລາດ ຈາກການສັນນິຖານ ຂອງນັກປຣາດ ຫຼາຽທ່ານ ບອກວ່າ ຜຍາ ມາຈາກ ປັນຍາ ໂດຽເອົາ "ປ" ເປັນ "ຜ" ເໝືອນກັບ ເປຣດ = ເຜດ, ໂປຣດ = ໂຜດ ເປັນຕົ້ນ.

 

ຜຍາເປັນລັກສະນະແຫ່ງຄວາມຄຶດ ທີ່ສແດງອອກມາທາງຄຳເວົ້າ ຊື່ງອາດຈະມີສັມຜັດ ຫຼືບໍ່ກໍ່ໄດ້.

 ຜຍາຄື ຄຳຄົມ ສຸພາສິຕ ຫຼືຄຳເວົ້າທີ່ເປັນປຣີສສນາ ຄືຟັງແລ້ວຕ້ອງນຳມາຄິດ ມາວິເຄາະ ເພື່ອຄົ້ນຫາຄຳຕອບ ທີ່ເປັນຈິງແລະຊັດເຈນວ່າ ໝາຽເຖິງອັນໃດ

 

   ຜຍາ ເປັນຄຳເວົ້າທີ່ ຄ້ອງຈອງກັນ ຊຶ່ງບໍ່ຈຳເປັນນະຕ້ອງ ມີສັມຜັດສເມີໄປ ແຕ່ເວລາເວົ້າຈະມ່ວນ ສລະສລວຽ ລະມຸນລະມັຍ ແລະໃນການເວົ້ານັ້ນຈະຂື້ນຢູ່ກັບ ຈັ່ງຫວະໜັກເບົາອີກດ້ວຽ

 

   ຜຍາ ເປັນການເວົ້າທີ່ຕ້ອງໃຊ້ ພິກໄຫວ ສະຕິປັນຍາ ມີອາຣົມຄົມຄາຽ ເວົ້າສັ້ນແຕ່ກິນໃຈຄວາມຫຼາຽ.

ການເວົ້າຜຍາ ຫຼືຈ່າຽຜຍາ ເປັນການເວົ້າທີ່ກິນໃຈ ການອູ້ລົມດ້ວຽຄາຣົມຄົມຄາຽ ຊື່ງຮຽກວ່າ ຜຍາ ນັ້ນ ເຮັດໃຫ້ຜູ້ຟັງໄດ້ ທັງຄວາມຮຸ້ ແລະຄວາມຄິດ ສະຕິປັນຍາ ຄວາມມ່ວນ ຄວາມສນຸກ ເພີດເພີນ ແລະ ຍິ່ງໄປກວ່ານັ້ນ ຍັງເຮັດໃຫ້ເກີດ ຄວາມຮັກດ້ວຽ ຈື່ງເຮັດໃຫ້ໜຸ່ມສາວສມັຍກ່ອນ ນິຍົມເວົ້າຜຍາກັນຫຼາຽ ແລະການໂຕ້ຕອບຊື່ງ ປັນຍາທີ່ເຮັດໃຫ້ ແຕ່ລະຝ່າຽຟື້ນຫາຄຳຕອບ ເພື່ອເອົາຊນະກັນນັ້ນ ຈຶ່ງກໍ່ໃຫ້ເກີດຄວາມຊາບຊື້ງ ລ້ຳລຶກສາມາດຜູກມັດ ຈິຕໃຈຂອງໜຸ່ມສາວບໍ່ໜ້ອຽ ດັ່ງນັ້ນ ຜຍາ ຈຶ່ງເປັນເມືອງມົນຂັງ ທີ່ຊາບຊື້ງຕຣຶງຈິຕໃຈໜຸ່ມສາວ ໃຫ້ແນບແໜ້ນ ແລະເລິກຊື້ງລົງໄປ.

 

   ພາສິຕໂບຮານແຕ່ລະພາສິຕ ມີຄວາມໝາຽທັງເລີກທັງຕື້ນ ຫຽາບຄາຽກໍ່ມີ ລະອຽດກໍ່ມີ ຖ້າທ່ານໄດ້ພົບກັບພາສິຕ ຫຽາບໆ ໂປດໄດ້ເຂົ້າໃຈວ່າ ຄົນໂບຮານມັກສອນແບບຕາເຫັນ ພາສິຕປະຈຳຊາຕໃດ ກໍ່ເປັນຄຳ ມ່ວນຊື່ນ ອອນຊອນ ໄພເຣາະເໝາະສົມແກ່ຄົນຊາຕນັ້ນ ຄົນໃນຊາຕນັ້ນ ນິຍົມຊົມຊອບວ່າເປັນຂອງດີ ມີຄວາມສຳຄັນ ສ່ວນຄົນໃນຊາຕອື່ນ ອາຈຈະເຫັນວ່າ ເປັນຄຳບໍ່ມ່ວນເໝາະສົມກໍ່ເປັນໄດ້ ຄວາມຈິງ "ພາສິຕ" ຄືຮູບພາບຂອງວັນນະທັມ ແຫ່ງຊາຕນັ້ນເອງ.

ການຈ່າຽຜຍາຫຼືການແກ້ຜຍາ

ການຈ່າຽຜຍາ ແກ້ຜຍາ ເວົ້າຜຍາ ຄືການຕອບຄຳຖາມ ຊື່ງມີຜູ້ຖາມມາແລ້ວ ກໍ່ຕອບໄປ ເປັນການເວົ້າທັມມະດາ ບໍ່ມີການເອື້ອນສຽງ ບໍ່ມີທຳນອງ ແຕ່ເປັນຈັ່ງຫວະ ມີວັກຕອນເທົ່ານັ້ນ ຜູ້ຖາມສ່ວນໃຫຽ່ ຈະເປັນໝໍລຳຝ່າຽຊາຽ ຄືລຳເປັນຄຳຖາມ ຝ່າຽຍິງຈະເປັນຝ່າຽຕອບ ຫຼືຈ່າຽຜຍາ ດ້ວຽເຫຕນີ້ຈຶ່ງມັກຈະຮຽກວ່າ ລຳຜຍາ ຫຼື ລຳຜຍາຍ່ອຽ ເຊັ່ນ

 

(ຊາຍ)... ສຸກສ່ຳບາຽໝັ້ນ ສເມີມັນເຄືອເກົ່າບໍ່ນໍ

ທັງພໍ່ແມ່ພີ່ນ້ອງ ສ່ຳບາຽຖ້ວນຢູ່ສູ່ຄົນ ບໍ່ເດ

 

(ຍິງ)... ນ້ອງນີ້ສຸກສ່ຳບາຽໝັ້ນ ສເມີມັນເຄືອເກົ່າ ຢູ່ດອກອ້າຽ

ທັງພໍ່ແມ່ພີ່ນ້ອງສ່ຳບາຽພ້ອມສູ່ຄົນ

 

(ຊາຍ)... ອ້າຽນີ້ຢາກຖາມຂ່າວນ້ຳ ຖາມຂ່າວເຖິງປາ

ຖາມຂ່າວນາ ຢາກຖາມຂ່າວເຖິງເຂົ້າ

ອ້າຽຢາກຖາມຂ່າວເຈົ້າ ວ່າມີຜົວແລ້ວຫຼືບໍ່

ຫຼືວ່າມີແຕ່ຊູ້ ຜົວຊິຊ້ອນຫາກບໍ່ມີ

 

(ຍິງ)... ໂອນໍ... ອ້າຽເອີ້ຽ ນ້ອງນີ້ປອດອ້ອຽຊ້ອຽ ສເມີດັ່ງຕອງຕັດ

ພັດແຕ່ເປັນຍິງມາ ບໍ່ມີຊາຽຊິມາກ້ຽວ

ພັດແຕ່ສອນລອນຂຶ້ນ ບໍ່ມີເຄືອຊິກ້ຽວກຸ່ມ

ພັດແຕ່ເປັນພຸ່ມໄມ້ ເຄືອຊິກ້ຽວກະບໍ່ມີ

 

(ຊາຍ)... ນ້ອງຢ່າໄດ້ຕິຖແລງເວົ້າ ເອົາເລົາມາປູກ

ບໍ່ແມ່ນເຊື້ອຊາດອ້ອຽ ກິນໄດ້ກໍບໍ່ຫວານ

 

(ຍິງ)... ຄັນບໍ່ຈິງນ້ອງບໍ່ເວົ້າ ຄັນບໍ່ເອົານ້ອງບໍ່ວ່າ

ຄັນແມ່ນທ່າ ນ້ອງບໍ່ໄລ່ຄວາຽລົງ ຕີລົງແລ້ວ ຖອຽຄືນມັນຊິຍາກ

ມັນຊິລຳບາກນ້ອງ ທຽວຫຍຸ້ງຢູ່ບໍ່ເຊົາ

 

(ຊາຍ)... ອ້າຽນີ້ ເປັນດັ່ງອາຊານັຍມ້າ ເດີນທາງຫີວຫອດ

ມາພໍ້ນ້ຳສ້າງແລ້ວ ໃນຖ້ຳກະສ່ອງດາຽ

ກາຽໄປແລ້ວ ຜັດຄືນມາກົ້ມສ່ອງ

ຢາກກິນກະກິນບໍ່ໄດ້ ເລັຽລີ້ນຢູ່ເປົ່າດາຽ

 

(ຍິງ)... ນ້ອງນີ້ ເປັນດັ່ງເຮືອຄາແກ້ງ ເສົາປະດົງຄຸງຫາດ

ຫາຜູ້ຄິດຊ່ອຽແກ້ ໃຫ້ຫາຽຮ້ອນກະບໍ່ມີ.

 

ການລຳແລະຈ່າຽຜຍາ ໃນສະມັຍໂບຮານນັ້ນ ຈະນັ່ງກັບພື້ນ ຄື ໝໍລຳ ໝໍຜຍາແລະໝໍແຄນ ຈະນັ່ງເປັນວົງ ສ່ວນຜູ້ຟັງອື່ນໆ ກໍ່ນັ່ງເປັນວົງລ້ອມຮອບ ໝໍລຳບາງຄັ້ງຈະມີການຟ້ອນດ້ວຽ ສ່ວນຜູ້ຈ່າຽຜຍາ ຈະບໍ່ມີການຟ້ອນ ໃນບາງຄັ້ງຈະເຮັດວຽກໄປດ້ວຽ ແກ້ຜຍາໄປດ້ວຽ ເຊັ່ນ ເວລາລົງຂ່ວງ ໝໍລຳຊາຽຈະລຳ ກ້ຽວ ຝ່າຽຍິງຈະເຂັນຝ້າຽໄປ ແກ້ຜຍາໄປ ນອກຈາກໝໍລຳ ໝໍແຄນແລ້ວ ບາງຄັ້ງຈະມີໝໍສອຽ ມາສອຽສອດແຊກ ເປັນຈັ່ງຫວະໄປ ເຮັດໃຫ້ຜູ້ຟັງ ໄດ້ຮັບຄວາມສນຸກສນານ.

ການຈ່າຽຜຍາແຕ່ກ່ອນກີ້ນັ້ນ ເປັນການເວົ້າທັມມະດາ ບໍ່ມີການເອື້ອນສຽງຍາວ ແລະນັ່ງເວົ້າຈ່າຽຕາມທັມມະດາ ຕໍ່ມາໄດ້ມີການດັດແປງ ໃຫ້ມີການເອື້ອນສຽງຍາວ ມີຈັ່ງຫວະ ແລະ ສັມຜັດນອກສັມຜັດໃນດ້ວຽ ເຮັດໃຫ້ມ່ວນ ອອນຊອນ ໄພເຣາະ ແລະມີການເປົ່າແຄນປະກອບ ຈົນກາຽມາເປັນ "ໝໍລຳຜຍາ".

ປະເພດຂອງຜຍາ

ຜຍາເມື່ອແບ່ງແຍກໝວດໝູ່ ອອກໄປຢ່າງໆໄດ້ ກໍ່ສາມາດແບ່ງອອກເປັນ 7 ປະເພດ ຄື:

ຜຍາຄຳສອນຜຍາປີສສນາຜຍາພາສິຕສະກິດໃຈຜຍາກ້ຽວພາຣາສີທົ່ວໄປຜຍາກ້ຽວພາຣາສີໂຕ້ຕອບໜຸ່ມສາວຜຍາໝວດພາສິຕ ຄຳປຽບທຽບຕ່າງໆຜຍາປັນຫາພາສິຕ

(ຍັງມີຕໍ່)