ມ້າ, ສາດຕາ, ໜັງສື, ພິນ, ຖ້ອຍຄຳ, ຊາຍ, ຍິງຈະໃຊ້ໄດ້ດີ ຫຼືບໍ່ນັ້ນ ແລ້ວແຕ່ວິທີຂອງຜູ້ໃຊ້. (ຈາກຄັມພີປັນຈະຕັນຕຣະ) ມີເງິນ ປາກໄດ້ມີໄມ້ປຸກເຮືອນງາມ. (ຄວາມບູຮານ) ມີເງິນບໍ່ໄຮ້ຂອງ ມີທອງບໍ່ໄຮ້ຊັບ. (ຄວາມບູຮານ) ມີເງິນນັບເປັນນ້ອງ ມີທອງນັບເປັນພີ່. (ຄວາມບູຮານ) ມີເງິນ ໃຫ້ເພິ່ນກູ້ ມີຄວາມຮູ້ຢູ່ຕ່ຳລາ ບໍ່ນັບ. (ຄວາມບູຮານ) ມີເງິນ ໃຫ້ເພິ່ນກູ້ ມີຊູ້ໃຫ້ເພີ່ນຊົມ ບໍ່ດີ. (ຄວາມບູຮານ) ມີຄຳທໍ່ໜວດກຸ້ງ ສດຸ້ງຈົນເຮືອນໄຫວ. (ຄວາມບູຮານ) ມີສິລທີ່ລະ ເປັນພຮະທີ່ໃຈ. (ເພິ່ນວ່າ) ມີຊື່ບໍ່ຜາກົດ ມີຍົດບໍ່ລືຊາ. (ຄວາມບູຮານ) ມີຜົວໃຫ້ຊ່າງຍ້ອງ ມີນ້ອງໃຫ້ຊ່າງອອຍ. (ຄວາມບູຮານ) ມືບໍ່ພາຍ ຢ່າເອົາຕີນຈຸ່ມນ້ຳ. (ຄວາມບູຮານ) ມືຖືສາກປາກຖືສິນ. (ຄວາມບູຮານ) ມືບໍ່ພາຍ ເອົາຕີນຈຸ່ມນ້ຳ. (ຄວາມບູຮານ) ມືຂວາເປັນຄົນໃຊ້ຂອງຮ່າງກາຍ, ນີ້ວກ້ອຍທີ່ຢູ່ໃນມືຂວານັ້ນ ເປັນຄົນໃຊ້ຂອງຫູ, ດັງ ແລະຕາ ມືເບື້ອງຊ້າຍ ເປັນຄົນໃຊ້ຂອງຕີນ. (ຈາກຄັມພີໂລກະນິຕິ) ມັກຢາມສະຫາຍ ເສັຽຂອງຝາກ ມັກປາກຫຼົງຄວາມຜິດ. (ຄວາມບູຮານ) ມັກງ່າຍໄດ້ຍາກ ລຳບາກໄດ້ດີ. (ຄວາມບູຮານ) ມັກຢອກຢ່າກົວຢິກ. (ຄວາມບູຮານ) ມັກຫຼິ້ນເສັຽຄວາມຮູ້ ມັກຊູ້ເສັຽຫຼັກ ມັກທ່ຽວຢາມສຫາຍ ເສັຽຂອງຝາກ ມັກປາກຫຼົງຄວາມຜິດ ນັ້ນຍ່ອມເປັນໂທສ ຢ່າກີ້ວໂກດຈາສະຫາວ ຄວາມສິ່ງເຫຼົ່ານີ້ ບໍ່ດີດາຽ. (ໜັງສືສຽວສວາດ) ມັກຫຼີ້ນເບັ້ຍເຊັຽໄພ້, ຖີ້ມຄ້ອນຍ້ອນໄມ້, ໄຕ່ຂື່ ຝູງນີ້ແມ່ນວ່າມີວັດຖຸ ເຂົ້າຂອງສົມບັດດັ່ງນ້ຳມະຫາສມຸດ ກໍຈັກຈິບຫາຍເສັຽ ແມ່ນວ່າມີຜົວມີເມັຽ ກໍຈັກຮ້າງ ແມ່ນວ່າໄດ້ເປັນ ເຈົ້າຊ້າງເຈົ້າມ້າ ກໍຈັກໄດ້ຢ່າງຕາງຕີນ. (ໜັງສືສຽວສວາດ) ມົວຍົດລືມຕາຍ ມົວກາຍລືມແກ່. (ຄວາມບູຮານ) ມິດໃດ ທີ່ສແດງວ່າຮັກໄຄ່ສນິດສນົມຕໍ່ໜ້າ ແຕ່ລັບຫຼັງເວົ້າລຶບລ້າງບຸນຄຸນແລະຕິຕຽນ ເພີງເວັ້ນມິດແນວນັ້ນເສັຽ ເໝືອນເວັ້ນນ້ຳຢາພິດ ທີ່ປະສົມນ້ຳເຜີ້ງ ສັນນັ້ນ. (ຈາກຄັມພີໂລກະນິຕິ) ມິຕຕະພາບອັນສນິດ ຍ່ອມແຕກມ້າງຍ້ອນການສັບສໍ່ ຄົນຂີ້ຢ້ານຍ່ອມແຕກຕື່ນ ພຽງແຕ່ໄດ້ຍິນສຽງ. (ຈາກຄັມພີໂລກະນິຕິ) ມຸນນິຕິຜູ້ຫຽາບຊ້າ ເຂົ້າໄປສະມາຄົມກັບ ພຣະຣາຊາ ຜູ້ມີຄວາມລາມຸກດັ່ງດຽວກັນ ປະຊາກອນທັງຫຼາຍ ກໍພະລັນເຖິງຄວາມຈິບຫາຍ. (ຈາກຄັມພີປັນຈະຕັນຕຣະ) ມຸດນ້ຳຢ່າເຮັດກົ້ນຟູ ຈົກປູຢ່າເຮັດແຂນສັ້ນ. (ຄວາມບູຮານ) ມ້ອນນອນຢ່າເກືອ ເສືອນອນຢ່າປຸກ. (ຄວາມບູຮານ) ໝາກັດໜັງມັນຍັງຄົນເທື່ອ ເບື່ອພີ່ນ້ອງ ຍໍຍ້ອງຜູ້ອື່ນດີ. (ຄວາມບູຮານ) ໝາເຂົ້າບ້ານດ່ອມຫາງ. (ຄວາມບູຮານ) ໝາຫຼາຍເຈົ້າກິນເຂົ້າຫຼາຍເຮືອນ. (ຄວາມບູຮານ) ໝາເຫົ່າບໍ່ຮ່ອນຂົບ. (ຄວາມບູຮານ) ໝາເຫົ່າເຈົ້າກິນເຂົ້າປັ້ນຍາວ. (ຄວາມບູຮານ) ໝາເຫັນກັນກໍອ້າງແຂ້ວ ເພື່ອຂົບກັນ, ຄົນຊົ່ວເຫັນຄົນຊົ່ວກໍຕ້ອງການຂ້າຟັນບຽດບຽນກັນ ສັນນັ້ນ. (ຈາກຄັມພີໂລກະນິຕິ) ໝາກເດື່ອສຸກ ເຖິງວ່າທາງນອກມີສີແດງ ອັນເປັນໜ້າກິນແຊບ ແຕ່ທາງໃນເຕັມໄປດ້ວຍໜອນ ສັນໃດ ຫົວໃຈແລະຄວາມເວົ້າຂອງຄົນຊົ່ວ ກໍສັນນັ້ນ. (ຈາກຄັມພີໂລກະນິຕິ) ໝາກມີ້ສຸກ ທາງນອກມີແຕ່ໜາມ ທາງໃນເຕັມໄປດ້ວຍຣົສ ອັນຫວານແຊບ ສັນໃດ ຫົວໃຈຂອງຄົນດີ ກໍສັນນັ້ນ. (ຈາກຄັມພີໂລກະນິຕິ) ໝາຍໄຮ່ໃຫ້ສຸດຊົ່ວຕາ ໝາຍນາໃຫ້ສຸດຊົ່ວຮ້ອງ. (ຄວາມບູຮານ) ໝົກປາແດກໃຫ້ມີຄູ ຈີ່ປູໃຫ້ມີວາດ. (ຄວາມບູຮານ) ໝັ່ນຫຼັງດ້ານ ຂີ້ຄ້ານຫຼັງຫັກ. (ຄວາມບູຮານ) ໝໍ້ໄຟແດງຢູ່ນຳປາກ ໝໍ້ທຸກຍາກຢູ່ນຳມື. (ເພິ່ນວ່າ) ໝູເຮັດນາ ໝາກິນເຂົ້າ. (ຄວາມບູຮານ) ໝູເຂົາຊິຫາມ ຢ່າເອົາໄມ້ຄານໄປສອດ. (ຄວາມບູຮານ) ຢ່າເມົາອຳນາດ ຢ່າປມາດຂົ່ມເຫງ ຜູ້ບໍ່ມີກຳລັງສເມີຕົນ ດ້ວຽຄວາມເຂົ້າໃຈວ່າ ເຂົາຈະເຮັດຫຍັງຕົນໄດ້. (ຈາກຄັມພີປັນຈະຕັນຕຣະ) ຢ່າເຊື່ອໃຈທາງຢ່າວາງໃຈຄົນ ມັນຊິຈົນໃຈໂຕ. (ຄວາມບູຮານ) ຢ່າເວົ້າກ່ອນເກີດ ຢ່າສະເດີດກ່ອນຕາຍ. (ຄວາມບູຮານ) ຢ່າເອົາໄກ່ປ່າ ມາເຮັດໄກ່ຂວັນ. (ຄວາມບູຮານ) ຢ່າໄຂ ຫໍ່ເຂົ້າຕໍ່ໜ້າໝາ ຢ່າໄຂຫໍ່ຢາຕໍ່ໜ້າແຂກ. (ຄວາມບູຮານ) ຢ່າໄດ້ ຄ້ານໃນກິຈຈະການອັນຈັກໃຫ້ບັງເກີດຍັງສົມບັດ ເຂົ້າຂອງທັງປວງ. (ໜັງສືສຽວສວາດ) ຢ່າໄວ້ໃນແມ່ນ້ຳ, ຜູ້ມີສາດຕາອາວຸດໃນມື, ສັດມີເລັບມີເຂົາ. ສັດຕຣີ ແລະພຣະຣາຊາ. (ຈາກຄັມພີປັນຈະຕັນຕຣະ) ຢ່າກິນຢາຕາງຜູ້ໄຂ້. (ຄວາມບູຮານ) ຢ່າຂ້າຄົນດີ ຢ່າຕີຄົນຄຸນ. (ໜັງສືສຽວສວາດ) ຢ່າຂ້າຍັງສັດ ຢ່າລັກຂອງທ່ານ ຢ່າເສບເມັຽທ່ານ ຢ່າຕົວະລ່າຍ ຢ່າກິນເຫຼົ້າພົ້ນປະມານ. (ໜັງສືສຽວສວາດ) ຢ່າຂົ່ມເພີ່ນຍໍໂຕ ເປັນຄົນໃນສົງສານໂລກນີ້ ລາງເທື່ອມີລາງເທື່ອໄຮ້ ລາງເທື່ອໄດ້ຊ້ຳພັດເລົ່າພອຍເສັຽ. (ໜັງສືສຽວສວາດ) ຢ່າຄຶດວ່າ ວິຊາສິລລະປະມີພຽງເລັກນ້ອຍ, ວິຊາແລະສິລລະປະນັ້ນ ແມ່ນມີພຽງຢ່າງດຽວ ແຕ່ໃຫ້ຊຳນານແທ້ ກໍສາມາດລ້ຽງຊີວິດໄດ້ ຢ່າງສະບາຍ. (ຈາກຄັມພີໂລກະນິຕິ) ຢ່າຄົ້ນຜີລຸກ ຢ່າປຸກຜີຕື່ນ. (ຄວາມບູຮານ) ຢ່າສຳຄັນວ່າ ການສຶກສາເປັນຂອງເລັກນ້ອຍ ຈົ່ງໃຫ້ການສຶກສາຝັງໜັ້ນຢູ່ໃນໃຈສເມີ ຈົ່ງເບິ່ງໂຕຢ່າງປວກກໍ່ໂພນປວກ ແລະຢາດນ້ຳຕົກລົງໃສ່ແອ່ງ ເທື່ລະຢາດການສຶກສາຈະສຳເຣັດບໍຣິບູນໄດ້ ຕ້ອງໃຊ້ເວລານານ. (ຈາກຄັມພີໂລກະນິຕິ) ຢ່າຍໍແຂນກ່າຍໜ້າຜາກ ຢ່າເຕີະປາກໃຫ້ເພີ່ນທ້ວງຫຼຽວຫຼັງ ບໍ່ດີ. (ໜັງສືສຽວສວາດ) ຢ່າຢ້ານວ່າກ້າຈະບໍ່ງາມ ຢ້ານແຕ່ຄອງໄຖຈະບໍ່ເລິກ. ຢ່າຢ້າຍຄັນນາແລະຜັກຕູເຮືອນ ຢ່າຖົມນ້ຳອອກບໍ່ ຢ່າຂຸດຈູມປວກມາຖົມບວກວັງປາ ຢ່າປຸກເຮືອນກວມຫ້ວຍຮ່ອງແລະຫົນທາງ ນັກປຣາດເຈົ້າວ່າເຂັດຂວງ. (ໜັງສືສຽວສວາດ) ຢ່າປາຖນາໃນສິ່ງທີ່ບໍ່ຄວນປາຖນາ ຢ່າຄະນິງໃນສິ່ງທີ່ບໍ່ຄວນຄະນິງ ຄວນຄະນິງແຕ່ໃນສິ່ງທີ່ເປັນໄປຕາມສະພາບທໍ່ນັ້ນ ຢ່າປະເວລາໃຫ້ເສັຽປໂຍດລ້າ. (ຈາກຄັມພີໂລກະນິຕິ) ຢ່າປີ້ງຊີ້ນໃກ້ໝາ ຢ່າປີ້ງປາໃກ້ແມວ. (ຄວາມບູຮານ) ຢ່າຟັງ ຄວາມຄົນ ມັນຊິຈົນໃຈໂຕ. (ຄວາມບູຮານ) ຢ່າຟັງ ຄວາມເບົາ ຢ່າເອົາຄວາມງ່າຍ. (ຄວາມບູຮານ) ຢ່າຢືມຂອງແພງທ່ານ ບໍ່ດີດາຽ. (ໜັງສືສຽວສວາດ) ຢ່າຫາເຫົາໃສ່ຫົວ. (ຄວາມບູຮານ) ຢ່າເຫັນແກ່ເງິນແສນໄຖ່ ຈົ່ງເຫັນແກ່ໄພ່ແສນເມືອງ. (ຄວາມບູຮານ) ຢ່າເອົາເສິກມາໃສ່ບ້ານ ຢ່າເອົາຫວ້ານມາໃສ່ສວນ. (ຄວາມບູຮານ) ຢ່າເອົາຄົນຕາບອດອວນທາງ ຢ່າເອົາຄົນຕາຟາງໄປກ່ອນ ບໍ່ດີ. (ຄວາມບູຮານ) ຢ່າທານຕາງຖີ້ມ ເຜົາຜີຕາງເອົາຖ່ານ. (ເພິ່ນວ່າ) ຢ່າອວດອ້າງຜຍາ ຢ່າດ່າຄົນທຸກ. (ໜັງສືສຽວສວາດ) ຢ່າອາບນ້ຳບ່ອນນຶ່ງ ສີຂາຢູ່ບ່ອນນຶ່ງ. (ຄວາມບູຮານ) ຢ່າຕີໝູຊາ ຢ່າຕີໝາສຽດ. (ໜັງສືສຽວສວາດ) ຢ່າຝັນກ່ອນນອນ ຢ່າວອນກ່ອນເກີດ. (ຄວາມບູຮານ) ຢ່າຫວັງກິນນ້ຳບໍ່ໜ້າ. (ຄວາມບູຮານ) ຢ່າຈົກຮູງູເຫົ່າ ຢ່າເຊົ່າຂອງທ່ານມາກິນ ຊາດນີ້ແລະຊາດໜ້າ. (ໜັງສືສຽວສວາດ) ຢູ່ໃກ້ເກືອອຶດດັ່ງ ຢູ່ໃກ້ຄັ່ງຜ້າບໍ່ແດງ. (ຄວາມບູຮານ) ຢູ່ດີຢ່າຖາມຫາໝໍ ຢູ່ຫໍຢ່າຖາມຫາຜີ. (ໜັງສືສຽວສວາດ) ຢູ່ທົ່ງຢ່າຖາມຫາຫວີ ຢູ່ດີຢ່າຖາມຫາໝໍຢາ. (ຄວາມບູຮານ) ຢູ່ໃຫ້ ປູກມອນ ໜີໃຫ້ຊອນຮົ້ວ. (ຄວາມບູຮານ) ຢູ່ໃຫ້ ເພີ່ນວ່າດີ ໜີໃຫ້ເພີ່ນຄຶດຮອດ. (ຄວາມບູຮານ) ຢູ່ໃຫ້ ເພີ່ນວ່າດີ ໜີໃຫ້ເພີ່ນຖາມຫາ. (ຄວາມບູຮານ) ຢູ່ຄົນດຽວຣະວັງຄວາມຄິດ ຢູ່ນຳມິດຣະວັງວາຈາ. (ຄວາມບູຮານ) ຢູ່ເຮືອນເພີ່ນຢ່າຢູ່ດູດາຍ ໃຫ້ປັ້ນຮູບງົວຮູບຄວາຍ ໃຫ້ລູກເພີ່ນຫຼິ້ນ. (ໜັງສືສຽວສວາດ) ຢຳຜີເຖົ້າຢຳເຈົ້າຍືນ. (ຄວາມບູຮານ) ຢຳຜີເຖົ້າຢຳເຈົ້າຍືນ ຄູຢຳສິຕ ສິຕຢຳຄູ ຜູ້ໃຫຽ່ຢຳຜູ້ນ້ອຽ ຜູ້ນ້ອຽຢຳຜູ້ໃຫຽ່ ລູກຢຳພໍ່ແມ່ ຈັ່ງດີນັ້ນແລ. ຢາກໃຫ້ເພີ່ນທຸກ ທຸກນັ້ນເຖິງໂຕ. (ຄວາມບູຮານ) ຢາກໃຫ້ເຮືອນຮົກ ໃຫ້ກິນໜໍ່ລັນ ຢາກໃຫ້ເຮືອນນັນ ໃຫ້ເອົາເມັຽນ້ອຍ ຢາກໃຫ້ເພິ່ນປ້ອຍ ຂີ້ໃສ່ທາງຫຼວງ. (ຄວາມບູຮານ) ຢາກໃຫ້ເພິ່ນຕາຍໂຕຕາຍ ຢາກໃຫ້ເພິ່ນຈິບຫາຍໂຕວາຍວອດ. (ຄວາມບູຮານ) ຢາກໄວໃຫ້ຄານ ຢານນານໃຫ້ແລ່ນ. (ຄວາມບູຮານ) ຢາກກິນຫຼາຍໄດ້ກິນເທົ່າກ້ອຍ ຢາກກິນໜ້ອຍໄດ້ກິນເທົ່າຫົວແມ່ມື. (ຄວາມບູຮານ) ຢາກທຸກໃຫ້ເປັນນາຍຄົນ ຢາກສົນລະວົນໃຫ້ເອົາເມັຽນ້ອຽ ຢາກໃຫ້ເພີ່ນປ້ອຽ ຂີ້ໃສ່ທາງຫຼວງ. (ຄວາມບູຮານ) ຢາກທຸກໃຫ້ເປັນນາຍ ຢາກສະບາຍໃຫ້ເປັນແຫຼ້ງ. (ຄວາມບູຮານ) ຢາກທຸກໃຫ້ຂີ້ຖີ່ ຢາກມີໃຫ້ທານ. ຢາກທຸກໃຫ້ຄ້າຄວາຽ ຢາກຣວຍໃຫ້ຄ້າໂບກຄ້າເບັ້ຽ. ຢາກມີຫຼາຍມັນໄຮ້ ຢາກໄດ້ຫຼາຍມັນຕາຍ. (ຄວາມບູຮານ) ຢາກມີໃຫ້ຢືມເງິນເພິ່ນໄປຄ້າ ຢາກຂື້ນຟ້າໃຫ້ຂ້າເຈົ້າເອົາຂອງ. ຢາກຮູ້ ສາວງາມໃຫ້ຖາມພຣະໃນວັດ ຢາກຮູ້ພຣະເຄັ່ງຄັດໃຫ້ຖາມຂະໂຍມ. (ຄວາມບູຮານ) ຢາກຮູ້ໃຫ້ຖາມ ຢາກງາມໃຫ້ແຕ່ງ (ຄວາມບູຮານ) ຢອກໝາ ໝາເລັຽປາກ ຢອກສາກ ສາກວັດຫົວ ຢອກຜົວຜົວສີ້ຊ້ຳ. (ຄວາມບູຮານ) ຢອກໝາ ໝາເລັຽໜ້າ ຢອກຂ້າ ຂ້າບໍ່ຢຳ. (ຄວາມບູຮານ) ຣະດູຝົນ ປະເສີດກວ່າຣະດູທັງຫຼາຍ, ເມັຽງາມ ປະເສີດກວ່າເມັຽຜູ້ຜາງຮ້າຍ, ລູກກົກ ປະເສີດກວ່າລູກທັງຫຼາຍ, ທິດເໜືອ ປະເສີດກວ່າທິດທັງຫຼາຍ. (ຈາກຄັມພີໂລກະນິຕິ) ຣັດໃດທີ່ເຕັມໄປດ້ວຍຄົນ ສີ່ເຫຼົ່າຄື :ຊາວນາ.ພໍ່ຄ້າ.ອຳມາດຜູ້ສຸຈຣິດ.ນັກບວດທີ່ມີການສຶກສາ ແລະມີສີນບໍຣິສຸດ.ຣັດດັ່ງນີ້ ຊື່ວ່າຣັດໄພບູນ. (ຈາກຄັມພີໂລກະນິຕິ) ຣັດ ເປັນເໝືອນບິດາມານດາ ຄອຍປົກປັກຮັກສາປະຊາກອນ ໃຫ້ພົ້ນຈາກຂ້າເສິກ, ຈາກເສນາອາມາດ, ຈາກສັຕຕຣູ ແລະຈາກຄວາມໂລບຂອງຣັດເອງ. (ຈາກຄັມພີປັນຈະຕັນຕຣະ) ຣາຕຣີ ປາສຈາກພຣະຈັນ ກໍບໍ່ງາມ, ມະຫາສະມຸດ ປາສຈາກຟອງ ກໍບໍ່ງາມ, ສະບົວ ປາສຈາກຫົງ ກໍບໍ່ງາມ, ນາງນົງຣາມ ປາສຈາກຜົວ ກໍບໍ່ງາມ. (ຈາກຄັມພີໂລກະນິຕິ) ຣາຊສີ, ສັຕຕະບຸຣຸດ ແລະຊ້າງ, ສລະປະເທດທີ່ຢູ່ຂອງຕົນໄປ ຍ່ອມມີຄວາມວັທທະນາ ສ່ວນພວກເຫຼົ່ານີ້ຄື : ການຶ່ງ, ຄົນຊົ່ວນຶ່ງ, ນີໄປສູ່ຄວາມຫຼົ້ມຈົມໃນທີ່ນັ້ນ. (ຈາກຄັມພີໂລກະນິຕິ) ຣິດຂອງຊັບ ພາໃຈຄົນໃຫ້ເປັນໄປຕ່າງໆ ປໂຍດມາເຖີງແລ້ວອົດໃຈໄວ້ບໍ່ໄດ້, ໝຸນວຽນຊັບເພື່ອຫາລາຍໄດ້, ຖແລງຄວາມຕາມໃຈນາຍສເມີ, ເສີຍເມີຍຕໍ່ໜ້າວຽກ, ຂາດຄວາມພິຈາຣະນາ, ເມົາມົວນຳແຕ່ຄວາມສຸກ ເຫຼົ່ານີ້ ເປັນຄວາມເສັຽຫາຍຂອງອາມາດ. (ຈາກຄັມພີປັນຈະຕັນຕຣະ) ຣົດແກ່ນຈັນ ເປັນຂອງເຢັນໃນໂລກ ຣັສມີຂອງພຣະຈັນຍັງເຢັນກວ່ານັ້ນ ແຕ່ຄຳສຸພາສິດທີ່ຄົນດີເວົ້າ ຍັງເຢັນກວ່າຣົດແກ່ນຈັນ ແລະ ຣັສມີຂອງພຣະຈັນ. (ຈາກຄັມພີໂລກະນິຕິ) ຣືສີຈ່ອຍຈຶ່ງງາມ ສັດສີ່ຕີນພີຈຶ່ງງາມ, ຊາຍມີຄວາມຮູ້ຈຶ່ງງາມ ຜູ້ຍິງມີຜົວກໍຈຶ່ງງາມ. (ຈາກຄັມພີໂລກະນິຕິ) ລັກສະນະຊົ່ວຊ້າມີ 3 ສາມປະການຄື:ເຂົາບໍ່ຮ້ອງກໍໄປສູ່ເຮືອນເຂົາ.ເຂົາບໍ່ຖາມກໍເວົ້າຫຼາຍ.ເຂົາບໍ່ຍ້ອງກໍອວດຄຸນໂຕ. (ຈາກຄັມພີໂລກະນິຕິ) ລັກແທ້ແກ້ແມ່ນ. (ຄວາມບູຮານ) ລັກເມື່ອນອນ ຫຼອນເມື່ອຫຼັບ. (ຄວາມບູຮານ) ລູກສະກຸນທີ່ເກີດໃນສະກຸນດີ ຕ້ອງຄອຍຣະວັງ ຮັກສາສະກຸນໄວ້ ເຖິງແມ່ນຕົນເອງຈະໄດ້ຮັບທຸກປານໃດ ເຂົາກໍຈະບໍ່ທຳຊົ່ວເລີຍ. (ຈາກຄັມພີໂລກະນິຕິ) ລູກຄົນສະກຸນຕ່ຳ ກໍເປັນອາມາດຂອງພຣະຣາຊາໄດ້, ລູກຄົນໂງ່ ກໍເປັນບັນດິດໄດ້, ຄົນບໍ່ເຄີຍມີເງິນ ກັບມີເງິນຫຼວງຫຼາຍ ກໍມີ ດັ່ງນັ້ນ ຄົນຈຶ່ງບໍ່ຄວນຖືຫຸ່ມຄົນ ຄົນຜູ້ໄດ້ດີແລ້ວ ເປັນຄົນບໍ່ແມ່ນຄົນ ຜູ້ນັ້ນ ຄືຄົນບ້າ. (ຈາກຄັມພີໂລກະນິຕິ) ລູກແທນພໍ່ ໜໍ່ແທນແນວ. (ຄວາມບູຮານ) ລູກບໍ່ຟັງຄວາມພໍ່ຄວາມແມ່ ຜີແກ່ເຂົ້າໝໍ້ນາຣົກ. (ຄວາມບູຮານ) ລູກບໍ່ຟັງຄວາມພໍ່ຄວາມແມ່ ຜີແກ່ເຂົ້າໝໍ້ນາຣົກ ພໍ່ແມ່ບໍ່ຟັງຄວາມລູກຄວາມເຕົ້າ ຜີເປົ້າຈົກກິນໄສ້ກິນພຸງ. (ຄວາມບູຮານ) ລູກເວົ້າຍາກພໍ່ແມ່ປາກປຽກ ລູກໂຄຽສຽກພໍ່ແມ່ຢາກອາຍ. (ຄວາມບູຮານ) ລູກເອີຍ...ເຈົ້າຂີ້ຄ້ານເຮັດຫຍັງ ເຈົ້າຈົ່ງຮ່ຳຮຽນເຖີດ ເພາະຜູ້ບໍ່ຮ່ຳຮຽນ ຕ້ອງໄດ້ແບກຫາມໜັກ ໃນໂລກນີ້ ເພິ່ນຍົກຍ້ອງແຕ່ຄົນ ທີ່ມີວິຊາຄວາມຮູ້ ເຈົ້າຈົ່ງຮຽນທຸກໆວັນເຖີ້ນ. (ຈາກຄັມພີໂລກະນິຕິ) ລູກເຮັດບາບ ກໍທໍ່ກັບແມ່ເຮັດ, ສິດເຮັດບາບ ກໍທໍ່ກັບຄູເຮັດ, ຊາວເມືອງເຮັດບາບ ກໍທໍ່ກັຍພຣະຣາຊາຊົງເຮັດເອງ ເພາະບໍ່ບອກສອນເຂົາ ແລະບາບທີ່ພຣະຣາຊາຊົງກະທຳ ກໍເປັນບາບຂອງປຸໂຣຫິດດ້ວຍເໝືອນນັນ. (ຈາກຄັມພີໂລກະນິຕິ) ລ້ຽງໝູໄວ້ຖ້າເຈັກ. (ຄວາມບູຮານ) ລາບເອີຍ!... ເຈົ້າຈົ່ງໄປຫາຄົນທຸກເຖີ້ນ ລາບເຕັມໄປດ້ວຍລາບແລ້ວ (ໝາຍຄວາມວ່າຄົນມັ່ງມີ ເຂົາເຕັມໄປດ້ວຍລາບແລ້ວ), ຝົນເອີຍ!...ເຈົ້າຈົ່ງຕົກບ່ອນບົກທີ່ແຫ້ງເຖີ້ນ ນ້ຳເຕັມໄປດ້ວຍນ້ຳແລ້ວ (ໝາຍຄວາມວ່ານ້ຳສ້າງ ຫ້ວຍຮ່ອງບຶງໜອງຕະຄອງທະເລ ມີນ້ຳເຕັມຢູ່ແລ້ວ) ຄວາມຮ້ອງຂໍເຫຼົ່ານີ້ ບໍ່ເປັນໄປຕາມປະສົງ ເພາະບໍ່ແມ່ນການຕົກແຕ່ງ. (ຈາກຄັມພີໂລກະນິຕິ) ຫຼາຍຜີເປືອງໄກ່ ຫຼາຍໄມ້ໃຫຍ່ເປືອງພ້າເປືອງຂວານ. (ຄວາມບູຮານ) ຫຼາຍຄົນຫຼາຍໄດ້ ຫຼາຍໄມ້ປຸກເຮືອນງາມ. (ຄວາມບູຮານ) ຫຼີກລີງໃຫ້ໄກສາມສອກ ຫຼີກວອກໃຫ້ໄກສາມວາ. (ຄວາມບູຮານ) ຫຼີກລີງໃຫ້ໄກສາມສອກ ຫຼີກວອກໃຫ້ໄກສາມວາ ຫຼີກໝາໃຫ້ໄກສາມໂຍດ. (ຄວາມບູຮານ) ຫຼີກລີງໃຫ້ໄກສາມສອກ ຫຼີກຫອກໃຫ້ໄກສາມວາ ຫຼີກຄົນພາລາໃຫ້ໄກສາມໂຍດ. (ຄວາມບູຮານ) ຫຼັງສູ້ຟ້າ ໜ້າສູ້ດິນ. (ຄວາມບູຮານ) ຫວານເປັນລົມຂົມເປັນຢາ. (ຄວາມບູຮານ) ວ່າໂຕກະດັດເພີ່ນຜັດກະດໍ້ ວ່າໂຕນັ່ງຈໍ້ກໍ້ ເຂົາຊ້ຳນັ່ງຕໍ. (ຄວາມບູຮານ) ຫັກໄມ້ແໝ້ນ ບໍ່ທໍ່ມືເຖິງ. (ຄວາມບູຮານ) ຫາກຈະມີການປ່ຽນແປງ ໂດຽພຣະອາທິດອອກທາງຕາເວັນຕົກ, ເຂົາສເມນນ້ອມລົງມາ, ໄຟນະຣົກເຢັນ ແລະ ດອກບົວເກີດເທິງຈອມພູ ກໍຕາມ ແຕ່ວາຈາຂອງຄົນດີ ຈະບໍ່ມີການປ່ຽນແປງເລີຍ. (ຈາກຄັມພີໂລກະນິຕິ) ຫົງ ຖ້າຢູ່ກາງໝູ່ກາ ກໍບໍ່ງາມ, ຣາຊສີຢູ່ກາງໝູ່ງົວ ກໍບໍ່ງາມຄືກັນ, ມ້າອັສດອນຢູ່ໃນກາງໝູ່ລາ ກໍບໍ່ງາມ, ບັນດິດ ຢູ່ໃນກາງຄົນພານ ກໍຄືກັນ. (ຈາກຄັມພີໂລກະນິຕິ) ຫົນທາງພິສູດມ້າ ການເວລາພິສູດຄົນ. ຫົວດຳໄປກ່ອນ ຫົວດ່ອນນຳຫຼັງ. (ຄວາມບູຮານ) ຫາບຊ້າງຊາແມວ. (ຄວາມບູຮານ) ຫາບຊີ້ນໄປສົ່ງເສືອ. (ຄວາມບູຮານ) ຫາບດີກວ່າຄອນ ນອນດີກວ່ານັ່ງ. (ຄວາມບູຮານ) ຫາບຝຸ່ນໃສ່ນາຂຸນ. (ຄວາມບູຮານ) ຫາມຜີຕົກປ່າຊ້າ. (ຄວາມບູຮານ) ຫ້າງທ້ອງໃສ່ໄຂ່ແລນ. (ຄວາມບູຮານ) ອັນກິຣິຍາທີ່ທຳໃຫ້ຜູ້ອື່ນຕ້ອງໄດ້ຮັບຄວາມເສົ້າໂສກເຖິງຕາຍນັ້ນ ບໍ່ສົມຄວນແກ່ຜູ້ເປັນນາຍເລີຍ. (ຈາກຄັມພີປັນຈະຕັນຕຣະ) ອາກາດເປັນກຳລັງຂອງນົກ, ນ້ຳເປັນກຳລັງຂອງປາ, ພຣະຣາຊາເປັນກຳລັງຂອງຄົນຜູ້ທຸພົລພາບ, ການຮ້ອງໄຫ້ເປັນກຳລັງຂອງເດັກນ້ອຽທັງຫຼາຍ. (ຈາກຄັມພີໂລກະນິຕິ) ອາຫາຣກິນ ທີ່ຍ່ອຽແລ້ວນຶ່ງ, ເມັຽທີ່ເຖົ້າແກ່ແລ້ວນຶ່ງ, ທະຫານທີ່ຣົບແພ້ແລ້ວກັບມານຶ່ງ, ເຂົ້າາທີ່ຂົນມາໃສ່ເລົ້າໄວ້ແລ້ວນຶ່ງ ຈຶ່ງຄວນຍ້ອງວ່າດີ. (ຈາກຄັມພີໂລກະນິຕິ) ອາມາດ ຄວນໄຝ່ໃນໃຫ້ດີສເມີວ່າ ພຣະຣາຊາ ບໍ່ແມ່ນສ່ຽວຂອງເຮົາ ພຣະຣາຊາ ບໍ່ແມ່ນຄູ່ຫຼີ້ນຂອງເຮົາ, ບໍ່ແມ່ນຄູ່ຄຽງຂອງເຮົາ ແຕ່ພຣະອົງຊົງເປັນເຈົ້າເໜືອຫົວຂອງເຮົາ. (ຈາກຄັມພີໂລກະນິຕິ) ອາມາດ ສ່ວນຫຼາຍ ເປັນຄືກັນກັບຂອນຜີອັນໃຄ່ຕຶງ ຖ້າບໍ່ບີບແດ່ ກໍບໍ່ຄາຍເງິນຫຼວງອອກມາໃຫ້. (ຈາກຄັມພີປັນຈະຕັນຕຣະ) ອາມາດຜູ້ເຝົ້າແຫນພຣະຣາຊາ ຄວນເວັ້ນໂທດ 6 ຫົກປະການຄື: ຢ່ານັ່ງໃກ້ຫຼາຍ. ຢ່ານັ່ງໄກຫຼາຍ. ຢ່ານັ່ງເໜືອລົມ. ຢ່ານັ່ງຊື່ພຣະພັກ. ຢ່ານັ່ງຕ່ຳຫຼາຍ. ຢ່ານັ່ງສູງຫຼາຍ.
ຕ້ອງໃຫ້ມີສະຕິຣະວັງໂຕເໝືອນຢູ່ໃກ້ກອງໄຟ. (ຈາກຄັມພີໂລກະນິຕິ) ອາຍຄູບໍ່ໄດ້ຄວາມຮູ້ ອາຍຊູ້ບໍ່ໄດ້ນອນນຳ. (ຄວາມບູຮານ) ອົດສາມິດບໍ່ປາກ ຫາວ່າໂງ່, ເວົ້ານຳຫຼາຍ ຫາວ່າບໍ່ສຸພາບ, ຄອຍຈັບໃຊ້ຢູ່ໃກ້ ຫາວ່າທະລຶ້ງລວນ, ຢູ່ໄກຈັກໜ່ອຍ ຫາວ່າຫຼົບລີ້ຮ້ອງໃຊ້ບໍ່ທັນໃຈ ໜ້າວຽກຂອງຜູ້ນ້ອຍເຫຼືອເຕັມທີ ເຖິງຈະມີຄວາມສາມາດປານພຣະຍາຜີ ກໍບໍ່ປະຕິບັດໃຫ້ເຖິງໃຈໄດ້ຄົບຖ້ວນ. (ຈາກຄັມພີປັນຈະຕັນຕຣະ) ອົດສົ້ມໄດ້ກິນຫວານ ອົດທົນທານວຽກງານຈຶ່ງແລ້ວ. (ຄວາມບູຮານ) ອົດຕາຫຼັບ ຂັບຕານອນ. (ຄວາມບູຮານ) ອະໂຣຄະຍາ ປາຣະມາລາພາ ... ການທີ່ບໍ່ມີພຍາດ ເປັນລາລພ໌ຢ່າງຍິ່ງ. (ພຸທທະພາສິດ) ອັຕຕະຫິ ອັຕຕະໂນນາໂຖ... ຕົນແລເປັນທີ່ເພີ່ງຂອງຕົນ. (ພຸທທະພາສິດ) ອັສສະຈັນ ໃຈໂອ້ໂອໜໍສັງເວດ ສັງມາເປັນຈັ່ງຊີ້ເປັນໜ້າຢາກຫົວ. (ໜັງສືສຽວສວາດ) ຮັກງົວໃຫ້ຜູກ ຮັກລູກໃຫ້ຕີ. (ຄວາມບູຮານ) ຮັກສາສາມປາຍ ຈຶ່ງຫາຍສາມໂທດ. (ຄວາມບູຮານ) ຮັກເມັຽເສັຽພີ່ນ້ອງ. (ຄວາມບູຮານ) ຮັກເມັຽ ໃຫ້ໝັ່ນວ່າ ຢາກເຫັນຮ່າ ໃຫ້ໝັ່ນປ້ອຍໝັ່ນເວນ. (ຄວາມບູຮານ) ຮັກເມັຽໂຕໃຫ້ຮັກລູງຕາ ຮັກນາໂຕ ໃຫ້ຮັກກວານບ້ານ ໃກ້ຫົວລ້ານຢ່າດ່ານົກກະຊຸມ. (ຄວາມບູຮານ) ຮັກສາສາມປາຽ ຈຶ່ງຫາຽສາມໂທສ. ຮັກລູກສິບນານ ຮັກຫຼານໝື່ນນຶ່ງ. (ຄວາມບູຮານ) ຮັກໜັກ ມັກໜ່າຍ. (ຄວາມບູຮານ) ຮັກກັນເພາະຄວາມກິນ ຍິນດີເພາະຄວາມເວົ້າ. (ຄວາມບູຮານ) ຮາກໄມ້ສອນຂວານ. (ຄວາມບູຮານ) ຮູ້ເຂົາຮູ້ເຮົາ ຣົບຮ້ອຍຄັ້ງ ຊນະຮ້ອຍຄັ້ງ. ຮູ້ຫຼົບເປັນປີກ ຮູ້ຫຼີກເປັນຫາງ. (ຄວາມບູຮານ) ຮີດເລືອດກັບປູ. (ຄວາມບູຮານ) ຮວມກັນເຮົາຢູ່ ແຍກໝູ່ເຮົາຕາຍ. (ຄວາມບູຮານ) ຮູ້ຫຼົບເປັນປີກ ຮູ້ຫຼີກເປັນຫາງ. ຮູ້ມາກຍາກນານ ຮູ້ນ້ອຽພອຽຣຳຄານ ບໍ່ຮູ້ຊັ້ນຊີ້ ເປັນໜີ້ເທົ້າຕາຽ. ຮູບງາມເປັນສົມບັດຂອງແມ່ຍິງ, ວິຊາຄວາມຮູ້ ເປັນສົມບັດຂອງຜູ້ຊາຍ, ສີນເປັນສົມບັດຂອງພິກຂຸ, ກຳລັງພົນທະຫານ ເປັນສົມບັດພຣະຣາຊາ. (ຈາກຄັມພີໂລກະນິຕິ) ຮົ່ມເງົາຂອງຕົ້ນໄມ້ ພາໃຫ້ມີຄວາມເຢັນສະບາຍ ແຕ່ບໍ່ທໍ່ຮົາມເງົາຂອງຍາດຕິພີ່ນ້ອງ ແລະບິດາມານດາ, ຮົ່ມເງົາຂອງອາຈານແລະພຣະຣາຊາ ຍັງເຢັນກວ່າຮົ່ມເງົາຂອງຍາດພີ່ນ້ອງ ແຕ່ຮົ່ມເງົາຂອງພຣະພຸທທະເຈົ້າ ຍັງຍິ່ງເຢັນກວ່າເໝີດຊູ່ແນວ. (ຈາກຄັມພີໂລກະນິຕິ) ຮົ່ມທີ່ເຮັດດ້ວຍຫີນ ເປັນຂອງໜັກ, ຄຳບອກເລົ່າຂອງເທພພະເຈົ້າ ຍັງຍິ່ງໜັກກວ່ານັ້ນ. (ຈາກຄັມພີໂລກະນິຕິ) ຮົ້ວຫຼາຍຫຼັກຈຶ່ງໝັ້ນ ພີ່ນ້ອງຫຼາຍຊັ້ນຈຶ່ງດີ. (ຄວາມບູຮານ) ຮົກຄົນດີກວ່າຮົກຫຍ້າ ຮົກຜີບ້າຮົກຫຍ້າດີກວ່າ.(ຄວາມບູຮານ) ຮຽນໃຫ້ສຸດ ຂຸດໃຫ້ເຖິງຮຽນໃຫ້ຮູ້ ຍູ້ໃຫ້ເຖິງ (ຄວາມບູຮານ) ຮຽນໃຫ້ຮູ້ ຍູ້ໃຫ້ເຖິງ. (ຄວາມບູຮານ)