ບໍ່ກິນຜັກ ບໍ່ມີເຫຍື່ອທ້ອງ ບໍ່ເອົາພີ່ນ້ອງເສັຽໜໍ່ເສັຽແນວ. (ຄວາມບູຮານ) ບໍ່ກິນຜັກບໍ່ຮ່ອນມີເຫຍື່ອຂີ້ ບໍ່ມີໜີ້ເພິ່ນບໍ່ຮ່ອນຖາມ. (ຄວາມບູຮານ) ບໍ່ຄວນເຮັດຫຼືບອກໃຫ້ເຮັດວຽກການທັງຫຼາຍໂດຍດ່ວນ ວຽກການທີ່ເຮັດດ້ວຍຄວາມຟ້າວຟັ່ງນັ້ນ ມັກພັ້ງພາດ ຈະເດືອດຮ້ອນເມື່ອພາຍລຸນ. (ຈາກຄັມພີໂລກະນິຕິ) ບໍ່ຄວນສນິດສນົມກັບຄົນບໍ່ແມ່ນມິຕ ເຖິງແມ່ນມິຕກໍບໍ່ຄວນສນິດສນົມຈົນເກີນໄປ ເພາະລາງເທື່ອມິຕຄຽດຂຶ້ນມາ ເຂົາກໍອາດຈະເຜີຍໂທດຂອງເຮົາທັງໝົດ. (ຈາກຄັມພີໂລກະນິຕິ) ບໍ່ຄວນຄົບຫາກັບນາຍທີ່ເວົ້າຫຽາບ ຂີ້ຖີ່ ແລະບໍ່ຍ້ອງຍໍ, ຈາກນັ້ນ ກໍບໍ່ຄວນຄົບກັບຄົນ ທີ່ປະພຶດຂົ່ມເຫັງຜູ້ອື່ນ. (ຈາກຄັມພີໂລກະນິຕິ) ບໍ່ຄວນປ່ອຍໃຫ້ລູກເປັນຄົນດື້ດ້ານ ອັນສີຣິຂອງຄົນດື້ດ້ານ ມີແຕ່ຈະມົວໝອງ, ຄອງໄມຕຣີຂອງຜູ້ປີ້ນໄປ່ ມີແຕ່ສູນເສັຽ, ກະກຸນຂອງຜົວເມັຽທີ່ບໍ່ມີອິນທີ (ຄວາມຮູ້ສຶກ) ໃຫ້ຄວາມກຳນັດ ມີແຕ່ຈະສ້ຽງສູນ, ຄວາມດີຂອງຜູ້ມາກມູນໄປດ້ວຍຄວາມໂລບ ມີແຕ່ຈະທະລາຍ, ຜົນແຫ່ງຄວາມຮູ້ຂອງຜູ້ປະພຶດຮ້າຍ ມີແຕ່ຈະລ່ວງຫຼົ່ນ, ຄວາມສຸກໃນສະກົນຂອງ ຄົນຂີ້ຖີ່ ມີແຕ່ຈະຫ່າງເຫ, ພຣະຣາຊາທີ່ມີອຳນາດໂລເລ ມີແຕ່ຈະດັບວາຍ. (ຈາກຄັມພີປັນຈະຕັນຕຣະ) ບໍ່ຍ້ອມບໍ່ແດງ ບໍ່ແປງບໍ່ໃໝ່. (ຄວາມບູຮານ) ບໍ່ທຸກກໍບໍ່ຍາກ ບໍ່ອຶດກໍບໍ່ຢາກ. (ຄວາມບູຮານ) ບໍ່ມີເງິນມັກກິນຂອງແຊບ, ຫຼາຍຄົນມັກຂົ່ມເຫງຜູ້ບໍ່ມີກຳລັງພຽງຄົນດຽວ, ບໍ່ມີຄວາມຮູ້ ແຕ່ມັກເວົ້າປາຖະກະຖາ ພວກນີ້ກໍທໍ່ກັບຄົນບ້າ. (ຈາກຄັມພີໂລກະນິຕິ) ບໍ່ມີ ໃຜແກ່ເກີນຮຽນ. ບໍ່ມີ ໃຜຮັກເຮົາ ສ່ຳກັນກັບເຮົາຮັກຕົວເຮົາເອງ ບໍ່ມີ ຄວາມຮູ້ຢ່າເວົ້າການເມືອງ ບໍ່ຫົ່ມຜ້າເຫຼືອງຢ່າເວົ້າການວັຕ. ບໍ່ມີ ຊັບແນວໃດຈະສເມີດ້ວຍວິຊາ, ບໍ່ມີສັຕຕຣູໃດຈະທໍ່ພຍາດຮ້າຍ, ບໍ່ມີຄວາມຮັກແນວໃດ ທີ່ຈະສເມີດ້ວຍຄວາມຮັກຕົນເອງ, ບໍ່ມີກຳລັງແນວໃດ ທີ່ຈະສເມີດ້ວຍກຳລັງຂອງກັມ. (ຈາກຄັມພີໂລກະນິຕິ) ບໍ່ມີ ຝອຍໝາບໍ່ຮ່ອນຂີ້ ບໍ່ມີໜີ້ເພິ່ນບໍ່ຮ່ອນຖາມ. (ຄວາມບູຮານ) ບໍ່ມີ ອັນໃດຈະເສັຽ ເທົ່າກັບເສັຽເວລາ. ບໍ່ມີສິ່ງຕົນມັກ ຈົ່ງຮັກສິ່ງຕົນມີ. (ຄວາມບູຮານ) ບໍ່ໄດ້ດ້ວຽເລ້ ກໍ່ເອົາດ້ວຽກົນ ບໍ່ໄດ້ດ້ວຽມົນ ກໍ່ເອົາດ້ວຽຄາຖາ. (ຄວາມບູຮານ) ບໍ່ຮູ້ຈັກເສືອເອົາເຮືອມາຈອດ ບໍ່ຮູ້ຈັກມອດເອົາໄມ້ມາແຢ່. ບໍ່ເຫັນນ້ຳຕັດກະບອກ ບໍ່ເຫັນຮອກກົ່ງໜ້າກົ່ງທະນູ. ບໍ່ເຫັນນ້ຳ ຊິຈຳໃຫ້ຊື້ແອ່ງ ບໍ່ເຫັນແຊງດອກໄມ້ ຊິຈຳໃຫ້ບ່ອງຫູ. (ຄວາມບູຮານ) ບ່າວເພີ່ງນາຍ ພາຍເພີ່ງເຮືອ ເສືອເພີ່ງປ່າ. ບ່າວໄດ້ດີໃຫ້ໄຫວ້ ນາຽໄດ້ໃຊ້ໃຫ້ຕຶກຕອງ. ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ. (ຄວາມບູຮານ) ບຸກຄົນໃດກໍດີ ຜິວ່າພໍ່ແມ່ຫາກເປັນຄົນຖ່ອຍຮ້າຍ ລູກກໍເປັນຄົນຖ່ອຍຮ້າຍເໝືອນກັນ. (ໜັງສືສຽວສວາດ) ບຸກຄົນໃດອັນໄດ້ເປັນພໍ່ເປັນແມ່ ເປັນພີ່ນ້ອງລູກເມັຽແຫ່ງກັນ ໃຫ້ແບ່ງເປັນກັນ ກູຢ່າຊູວ່າ ກູຢ່າຊູຕີງ ມຶງຢ່າຍົກຍໍສໍ່ໂທດ ຢ່າໂກດຢ່າເຄັມ ໃຫ້ຫຼັບໃຫ້ລວຍ ຢ່າປ້ອຍຢ່າເວນໃຫ້ແກ່ກັນ ຢ່າກ່າວຕຽນຂັວນກັນ ຢ່າຊັງຫົວພຣະ ຢ່າລະຫົວຈົວ ຢ່າຍົວະນັກປຣາດ ຢ່າຈາດຄົນດີ ຢ່າຕີຄົນຄຸນ ຢ່າມຸນຄວາມເກົ່າ ຢ່າເວົ້າຄວາມຣະຫັດ ຢ່າຊັດລົງນ້ຳ ຢ່າຊ້ຳຮູເກົ່າ ຢ່າເປົ່າປີ່ສີຊໍ ໃຫ້ເປັນຄວາມກັງວົນແກ່ ຜູ້ມີສິນທັມ. (ໜັງສືສຽວສວາດ) ບຸກຄົນໃດກໍດີ ໄດ້ເປັນໃຫຍ່ແລ້ວ ແລມາຂົ່ມເຫັງເຕັງເອົາຍັງເຂົ້າຂອງສົມບັດ ແລະຍາດບ້ານຊີງເມືອງ ກໍດີ ຫຶງສາບັງບຽດທ່ານ ກໍດີ ບໍ່ຮັກບໍ່ແພງຍັງຜູ້ນ້ອຍ ມັກຂ້າມັກຕີ ບຸກຄົນຜູ້ນັ້ນ ກໍບໍ່ໝັ້ນບໍ່ຍືນ. (ໜັງສືສຽວສວາດ) ບຸກຄົນຜູ້ໃດ ຄືວ່າ ພໍ່, ແມ່, ພີ່, ນ້ອງ, ລູກ, ຫຼານ, ຂ້ອຍຄົນກໍດີ ທ່ານບໍ່ຮູ້ ທ່ານຈຶ່ງມາເປັນລູກເປັນຫຼານ ແລມາຜູກຕີ ຂົ່ມເຫງຍັງທ່ານ ບຸກຄົນຜູ້ນັ້ນ ກໍບໍ່ໝັ້ນບໍ່ຍືນ. (ໜັງສືສຽວສວາດ) ບຸກຄົນຜູ້ໃດ ກໍດີ ເຫັນເຫດອັນໃດກໍດີ ຈົ່ງພິຈາຣະນາດູໂດຍຖ້ວນຖີ່ ສິ່ງຄວນຫ້າມໃຫ້ຫ້າມ. (ໜັງສືສຽວສວາດ) ບຸກຄົນຜູ້ໃດ ກໍດີ ຢ່າປມາດຄຸນແກ້ວສາມປະການ ຄື ພໍ່, ແມ່, ເຖົ້າແກ່ ແລະ ຄູບາອາຈານ. (ໜັງສືສຽວສວາດ) ບາດຊິຫຼົ້ມກໍມາຫຼົ້ມບາດຈອດ ຕາຊິບອດກໍມາບອດບາດເຖົ້າ ຄັນວ່າເຖົ້າແກ່ແລ້ວ ກໍມາພໍ້ເຄືອຫວາຍ ຄັນຊິມໍຣະນັງຕາຍ ກໍມາພໍ້ທີ່ຮ້າງ ແມ່ນວ່າໄດ້ເປັນພຍາເຈົ້າຊ້າງ ກໍຍັງໄດ້ຄຸກເຂົ່າຍ່າງຕາງຕີນ ແມ່ນໄດ້ເປັນພຍາອິນ ກໍຍັງໄດ້ລົງມາໃຊ້ຊາຕ. (ໜັງສືສຽວສວາດ) ບັນດິດບໍ່ຄວນເຜີຍສິ່ງເຫຼົ່ານີ້ໃຫ້ຜູ້ອື່ນຮູ້ຄື:ຄວາມເສັຍຊັບ.ຄວາມອຸກໃຈ.ຄວາມປະພຶດເສັຍຫາຍໃຈຄອບຄົວ.ການຖືກຫຼອກລວງ ຫຼື ຖືກດູໝິ່ນ. (ຈາກຄັມພີໂລກະນິຕິ) ບ້ານໃກ້ປ່າໄດ້ຢູ່ເຮືອນເພ ບ້ານໃກ້ເຊອຶດປາແດກ. (ຄວາມບູຮານ) ບ້ານໃກ້ປ່າໄດ້ຢູ່ເຮືອນເພ ບ້ານໃກ້ເຊບໍ່ໄດ້ກິນປາແດກ. (ຄວາມບູຮານ) ບຸນເພິ່ນມີ ໄດ້ກິນຂອງດີເທົ້າເຖົ້າ ບຸນໂຕບໍ່ມີ ໄດ້ຈ້ຳຂອງເກົ່າເທົ້າຕາຽ. ບຸນໄດ້ຫາບ ບາບໄດ້ຄອນ. (ຄວາມບູຮານ) ບຸນໃຫ້ຫາບ ບາບໃຫ້ຫີ້ວ. (ຄວາມບູຮານ) ບຸນບໍ່ໃຫ້ຍອຍໄຮກໍບໍ່ຢ່ອນ ບຸນບໍ່ໃຫ້ ແສນຊິໃກ້ກໍເລົ່າໄກ. (ຄວາມບູຮານ) ບຸນຫຼົ່ນທັບ ຊັບຫຼົ່ນເຕັງ. (ຄວາມບູຮານ) ບຸນມາປັນຍາຊ່ວຍ ເຈັບປ່ວຍກໍ່ຫາຍ ທີ່ໝາຍກໍ່ຮັກ. (ຄວາມບູຮານ) ບຸນຫຼາຽຈັ່ງພໍ້ ບຸນໜ້ອຽບໍ່ເຫັນ. (ຄວາມບູຮານ) ບ່ອນຄັນບໍ່ເກົາ. (ຄວາມບູຮານ) ບ່ອນສູງໃຫ້ຮ່ຳ ບ່ອນຕ່ຳໃຫ້ຄູນ ບ່ອນນູນໃຫ້ຖາກ. (ຄວາມບູຮານ) ບ່ອນສູງໃຫ້ຮ່ຳ ບ່ອນຕ່ຳໃຫ້ຍໍ ບ່ອນບໍ່ພໍໃຫ້ຕື່ມ. (ຄວາມບູຮານ) ບ່ອນເຂັດໃຫ້ຢຳ ບ່ອນຄະລຳໃຫ້ຢ້ານ. (ຄວາມບູຮານ) ບ່ອນອ່ອນຊ້ຳແທງ ບ່ອນແຂງຊ້ຳເວັ້ນ. (ຄວາມບູຮານ) ບ່ອນສນຸກຢ່ານອນ ເມັຽວອນຢ່າຍິນ. (ຄວາມບູຮານ) ບວດກ່ອນບຽດ. (ຄວາມບູຮານ) ບ່ອນບໍ່ສົມພໍນັ່ງຢ່ານັ່ງຫຼັບໃຫຼ ບ່ອນບໍ່ສົມພໍໄປຢ່າໄປ ໄກ່ບໍ່ສົມພໍຂ້າຢ່າຂ້າ ມ້າບໍ່ສົມພໍຂີ່ຢ່າຂີ່ໄປນາ ໜ້າບໍ່ສົມພໍຍິງຢ່າຍິງ. (ໜັງສືສຽວສວາດ) ປໂຍດຂອງງົວແມ່ນົມອອກແລ້ວ ຍັງມີຢູ່, ຕົ້ນໄມ້ທີ່ຄົນກິນໜ່ອຍໝົດແລ້ວ ກໍຍົງປົ່ງອີກ, ເຮືອທີ່ຂີ່ຂວ້າມນ້ຳແລ້ວ ກໍຍັງໄດ້ຂີ່ກັບຄືນມາອີກ. (ຈາກຄັມພີປັນຈະຕັນຕຣະ) ປະເທດໃດມີນາຍົກຫຼາຍຄົນ ຕ່າງຄົນຕ່າງຖືໂຕວ່າເປັນຄົນສລາດ ແລະຕ່າງຄົນ ຕ່າງຕ້ອງການ ຄວາມເປັນໃຫຍ່ ໃສ່ໂຕເອງ ວຽກການບ້ານເມືອງຂອງພວກເຂົາ ຕ້ອງຈິບຫາຍແນ່. (ຈາກຄັມພີໂລກະນິຕິ) ປະເພນີ ທີ່ເປັນຂອງເກົ່າແກ່ສືບຕໍ່ກັນມາ ຄື :ພຣະຣາຊາທັງຫຼາຍ ຕັດຄຳດຽວ.ສັມມະນະພາມທັງຫຼາຍ ເວົ້າເທື່ອດຽວ (ອອກປາກຂໍເທື່ອດຽວ).ນັກປຣາດກໍເວົ້າຄວາມດຽວ (ໝາຍຄວາມວ່າເວົ້າຈິງ). (ຈາກຄັມພີໂລກະນິຕິ) ປາຊົມນ້ຳໃໝ່. (ຄວາມບູຮານ) ປາໃຫຍ່ກິນປານ້ອຍ ປາສ້ອຍກິນປາຊີວ. (ຄວາມບູຮານ) ປາໂຕດຽວເນົ່າທັງຂ້ອງ. (ຄວາມບູຮານ) ປາໂຕດຽວເນົ່າທັງຂ້ອງ ຄ້ອງໜ່ວຍດຽວຕີໝົດເມືອງ. (ຄວາມບູຮານ) ປ່າເພິ່ງເສືອ ເຮືອເພິ່ງພາຍ ນາຍເພິ່ງແຫຼ້ງ. (ຄວາມບູຮານ) ປິດຄວັນໃຫ້ໄຟມິດ ປິດຈິຕໃຫ້ໃຈຮວາຍ. (ຄວາມບູຮານ) ປາກກ່ອນກວານ ຂານກ່ອນເຈົ້າ. (ຄວາມບູຮານ) ປາກເປັນທັມ ຫົວໃຈເປັນຍັກ. (ຄວາມບູຮານ) ປາກ ເປັນສິ່ງສຳຄັນ ເວົ້າຜິດກໍເປັນໂທດ ເວົ້າແມ່ນກໍເປັນຄຸນ. (ໜັງສືສຽວສວາດ) ປາກດີມີສີແກ່ຕົວ ປາກຊົ່ວພາຕົວໝົ່ນໝອງ. (ຄວາມບູຮານ) ປາກຄົນຍາວກວ່າປາກກາ. (ຄວາມບູຮານ) ປຸກເຮືອນຕາມໃຈຜູ້ຢູ່ ຜູກອູ່ຕາມໃນຜູ້ນອນ. (ຄວາມບູຮານ) ປຸກເຮືອນຜິດຄິດຈົນເຮືອນພັງທະລາຍ ເອົາເມັຽຜິດຄິດຈົນຕາຍ. (ຄວາມບູຮານ) ປຸກເຮືອນຢ່າໃຫ້ໃກ້ກວ້ານ ປຸກຮ້ານຢ່າໃຫ້ໃກ້ທາງຫຼວງ ບ່ອນເຂັດຂວາງຢ່າໄດ້ຕ້ອງ. (ຄວາມບູຮານ) ປູກໄມ້ໃຫ້ເປັນດົງ ປູກບົງໃຫ້ເປັນເຫຼົ່າ. (ຄວາມບູຮານ) ປັ້ນນ້ຳໃຫ້ເປັນຕ່ອນ. (ຄວາມບູຮານ) ປັນຍາອັນສ້ຽມແຫຼມ ເປັນທາງຢັ່ງໃຫ້ຮູ້ເຖິງໃຈ ຈາກການເໜັງຕີງຂອງຄົນອື່ນ. (ຈາກຄັມພີປັນຈະຕັນຕຣະ) ປ່ອຽອ່ຽນລົງຕົມ. (ຄວາມບູຮານ) ປ່ອຽເສືອເຂົ້າປ່າ ປ່ອຍປາລົງນ້ຳ. (ຄວາມບູຮານ) ຜ້າຮ້າຍຫໍ່ຄຳ. (ຄວາມບູຮານ) ຜີຂ້ຽວທາງບົນ ຄົນຂ້ຽວທາງລຸ່ມ. (ຄວາມບູຮານ) ຜີຫຼອກພໍ້ເຂົ້າສລາກ ກ່ຳພ້າຊາກຈວບນົມ. (ຄວາມບູຮານ) ຜີເຮືອນບໍ່ດີ ຜີປ່າແຊກ. (ຄວາມບູຮານ) ຜູ້ກະດັດກໍມີ ຜູ້ກະດໍ້ກໍມີ ຜູ້ອໍ້ຂໍ້ກອງຫີນກໍມີ. (ຄວາມບູຮານ) ຜູ້ກິນກິນພໍຮາກ ຜູ້ຢາກຢາກພໍຕາຍ. (ຄວາມບູຮານ) ຜູ້ຂາຫັກຈາໄລ່ຈັບຊ້າງ ຜູ້ພ່າຍແພ້ ອ້າງຄຳຫານ. (ຄວາມບູຮານ) ຜູ້ຈະທຳທຸຣະຢ່າງໃດຢ່າງນຶ່ງ ຖ້າບໍ່ຟ້າວໃຫ້ທັນກັບເຫດການແລ້ວ ເວລາກໍຈະກືນກິນ ທຸຣະຂອງຜູ້ນັ້ນເສັຽ. (ຈາກຄັມພີປັນຈະຕັນຕຣະ) ຜູ້ສແວງຫາທາງສວັນ ຄວນພ່ຳເພັງຄຸນງາມຄວາມດີອັນເປັນເຄື່ອງໝາຍຂອງຜູ້ເປັນຫົວໜ້າ 6 ປະການຄື:ຄວາມອົດທົນ.ຄວາມມີສະຕິຕື່ນຢູ່ສເມີ.ຄວາມດຸໝັ່ນ.ການແຈກຈ່າຍເຈືອຈານ.ຄວາມເມດຕາປານີ.ເບິ່ງແຍງສຸກທຸກຂອງຜູ້ອື່ນ. (ຈາກຄັມພີໂລກະນິຕິ) ຜູ້ສລາດຈະຍ້າຍທີ່ຢູ່ ເພີງຖົກຕີນຂ້າງນຶ່ງໄປ ແຕ່ອີກຂ້າງນຶ່ງ ເພີງຢຸດໄວ້ ພິຈາຣະນາເບິ່ງບ່ອນໃໝ່ໃຫ້ຄັກແນ່ ເມື່ອເຫັນບໍ່ສົມຄວນ ກໍບໍ່ລະທີ່ຢູ່ເດີມ. (ຈາກຄັມພີໂລກະນິຕິ) ຜູ້ສັນໂດດມີໃຈໜັກ, ມີປັນຍາ, ຫັນຕາມຄຳສັ່ງໂດຍບໍ່ຊັກຊ້າ ຄົນລັກສນະນີ້ຈິ່ງຢູ່ໃນຣາຊສຳນັກໄດ້. (ຈາກຄັມພີປັນຈະຕັນຕຣະ) ຜູ້ສູນສ້ຽງຊັບແລ້ວ ແມ່ນຈະປະພຶດດີຕາມປະເພນີ ກໍບໍ່ເປັນທີ່ນັບຖືຂອງຄົນທັງຫຼາຍ. (ຈາກຄັມພີປັນຈະຕັນຕຣະ) ຜູ້ສົນໃຈໃນການສຶກສາ ຫາກໄດ້ຍິນວ່າ ຄູຜູ້ສົມບຸນດ້ວຍການສຶກສາຢູ່ໃນທີ່ໃດ ຈົ່ງອົດສາພຍາຍາມໄປໃນທີ່ນັ້ນ ເພື່ອສຶກສາຮ່ຳຮຽນຄວາມຮູ້. (ຈາກຄັມພີໂລກະນິຕິ) ຜູ້ຍິງຫາຜົວ ເຈົ້າຫົວຫາເງິນ. (ຄວາມບູຮານ) ຜູ້ດີເຫັນແກ່ໜ້າ ຂີ້ຂ້າເຫັນແກ່ເງິນແກ່ຄຳ. (ຄວາມບູຮານ) ຜູ້ໃດ ກິນຊີ້ນງົວ ກໍເໝືອນກິນຊີ້ນແມ່ຂອງຕົນ ດັ່ງນັ້ນເມື່ອງົວເລົ່ານັ້ນຕາຍ ກໍຄວນໃຫ້ແກ່ແຮ້ງແກ່ກາ ຫຼືບໍ່ດັ່ງນັ້ນ ກໍຄວນເອົາໄປໄຫຼລ່ອງນ້ຳເສັຽ. (ຈາກຄັມພີໂລກະນິຕິ) ຜູ້ໃດ ແກ້ໄຂຄວາມຫາຍຍະນະ ຊຶ່ງເກີດຂຶ້ນໄດ້ ຜູ້ນັ້ນເປັນຄົນສລາດ. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ກຳຣາບຜາບແພ້ສັຕຕຣູລົງໄດ້ ບໍ່ລືມຄຸນຂອງມິດສຫາຍ ຜູ້ອຸປປະກາຣະ ຜູ້ນັ້ນ ຄວນໄດ້ຮັບຈັກກະພັດຕິສົມບັດໂດຍແທ້ ຖ້າບໍ່ດັ່ງນັ້ນ ຊີວິດຂອງເຂົາ ຜູ້ບໍ່ຕອບບຸນແທນຄຸນ ຈະມີປໂຍດອັນໃດ. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ເຂົ້າໄປອາສັຍເຂົາແລ້ວ ທຳໃຫ້ເຂົາເດືອດຮ້ອນນັ້ນ ເປັນຜູ້ຊົ່ວຮ້າຍທີ່ສຸດ. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ສາມາດປັ້ນເຣື່ອງທີ່ບໍ່ຈິງ ໃຫ້ເປັນຈິງໄດ້ ດັ່ງດຽວກັນກັບຊ່າງແຕ້ມທີ່ສລາດ ສາມາດແຕ້ມຮູບທີ່ຮາບ ໃຫ້ຄົນເຫັນເປັນບ່ອນສູງບ່ອນຕ່ຳ ຜູ້ນັ້ນ ເປັນຄົນສລາດຫຼັກແຫຼມ. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ຕົວະລ່າຍທ່ານກ່ອນ ຜູ້ນັ້ນ ຕ້ອງໄດ້ຮັບຄວາມຕົວະລ່າຍຕອບ. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ທຳຮ້າຍຕໍ່ມິດເທື່ອນຶ່ງແລ້ວ ຍັງຢາກເຂົ້າໄປຕິດຕໍ່ກັບເຂົາອີກ ຜູ້ນັ້ນ ນັບວ່າຖືເອົາຄວາມຕາຍ ດັ່ງດຽວກັນກັບມ້າອັສດອນ ທີ່ມີຄັນສັນນັ້ນ. (ຈາກຄັມພີໂລກະນິຕິ) ຜູ້ໃດ ນາຍບໍ່ທັນໄດ້ຮຽກ ແລ່ນແບ້ແຕ້ສເນີໜ້າເຂົ້າໄປຫາ, ນາຍບໍ່ທັນໄດ້ຖາມເວົ້າລວນລາມຖແລງຈົນຟັງນຳບໍ່ທັນ, ຍົກຍ້ອງຕົນເອງວ່າເປັນຄົນຮັກແພງຂອງນາຍ ຜູ້ນັ້ນ ປັນຍາປູ້. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ນອນຖ້າຕາຍ ໂດຍບໍ່ຄຶດຫາອຸບາຍແກ້ໄຂ ຜູ້ນັ້ນເປັນຄົນໂງ່. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ບໍ່ຟັງຄວາມຕັກເຕືອນ ຂອງເພື່ອນຜູ້ຫວັງດີ ຜູ້ນັ້ນເຖິງແກ່ຄວາມຈິບຫາຍ. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ປະກອບແຕ່ສິ່ງທີ່ເປັນປໂຍດໃຫ້ ຜູ້ນັ້ນ ຊື່ວ່າພີ່ນ້ອງຜູ້ໃດລ້ຽງເກືອ ຜູ້ນັ້ນ ນັບວ່າພໍ່ ຜູ້ໃດຄຸ້ນເຄີຍໄດ້ໃນທີ່ທຸກແຫ່ງ ຜູ້ນັ້ນ ແມ່ນມິດ ຜູ້ໃດກັບຄວາມທຸກຮ້ອນໄດ້ທຸກເວລາ ຜູ້ນັ້ນ ແມ່ນເມັຽ. (ຈາກຄັມພີໂລກະນິຕິ) ຜູ້ໃດ ເປັນຄົນພານ ຍັງຮູ້ຕົນວ່າເປັນພານ ຜູ້ນັ້ນ ນັບວ່າເປັນບັນດິດໄດ້ ເພາະຄວາມເຂົ້າໃຈນັ້ນ ຖ້າຜູ້ໃດເປັນພານ ແຕ່ເຂົ້າໃຈວ່າ ຕົນເປັນບັນດິດ ຜູ້ນັ້ນເປັນຄົນພານແທ້. (ຈາກຄັມພີໂລກະນິຕິ) ຜູ້ໃດ ຜາບສັຕຕຣູເລັກນ້ອຍ ດ້ວຍຄວາມກ້າຫານບໍ່ສຳເຣັດ ເມື່ອສົງຄາມຢາກຜາບ ໄດ້ຕ້ອງຫາຜູ້ທີ່ພໍສົມເປັນຜູ້ຜາບກັນ ຊ່າງໄມ້ ເມື່ອຖາກໄມ້ ຕ້ອງໃຊ້ຂວານ ແຕ່ເມື່ອຫຍິບຜ້າ ຕ້ອງໃຊ້ເຂັມ. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ມີປັນຍາ ຜູ້ນັ້ນເປັນຜູ້ມີກຳລັງ ຜູ້ໄຮ້ຜຍາຫຼືຈະສູ້ຜູ້ມີປັນຍາໄດ້. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ມີປັນຍາຍວດຍິ່ງປານໃດກໍຕາມ ກໍບໍ່ສາມາດຫ້າມຄວາມຕາຍໄດ້ ເມື່ອມັນມາເຖິງແລ້ວ. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ມີປັນຍາໜ້ອຍ ແຕ່ມັກທຳກິຈຈະການອັນໃຫຍ່ ເພາະຄວາມໂງ່ຈ້າຂອງຕົນເອງ ຜູ້ນັ້ນກໍຈະເຖິງຄວາມວິນາດຈິບຫາຍ. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ຢາກມີຊີວິດຢູ່ເປັນສຸກ ຜູ້ນັ້ນ ບໍ່ຄວນບຽດບຽນຊີວິດຂອງຜູ້ອື່ນ. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ເວົ້າພໍໃຫ້ສົມໂຕ ຮັກໃຫ້ພໍສົມກັບສະພາບ ແລະຮ້າຍໃຫ້ພໍສົມກັບເຫດ ຜູ້ນັ້ນເປັນບັນດິດ. (ຈາກຄັມພີໂລກະນິຕິ) ຜູ່ໃດ ເວົ້າວ່າ ຊາຫຍັງເງິນອັດດຽວ ຜູ້ນັ້ນເປັນຄົນໄຮ້ຊັບ ຜູ້ໃດຕື່ມແຖມຊັບ ແມ່ນແຕ່ອັດດຽວທຸກໆວັນ ຜູ້ນັ້ນເປັນຄົນດີແທ້. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ໃຫ້ຄົນທີ່ບໍ່ຮູ້ຈັກຫົວນອນປາຍຕີນ ເຂົ້າມາເພິ່ງພາອາສັຍ ຜູ້ນັ້ນຄົງບໍ່ມົ້ມຈາກຄວາມຕາຍ. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ເຫັນສັຕຕຣູປະສົບພັຍ ຍັງມີໃຈຊ່ອຍເຫຼືອໃຫ້ພົ້ນພັຍໄດ້ ຜູ້ນັ້ນ ເປັນມະຫາສັບປຸຣົດ. (ຈາກຄັມພີປັນຈະຕັນຕຣະ) ຜູ້ໃດ ເຫັນພັຍບໍ່ທັນມາເຖິງ ຫາທາງຫຼີກເວັ້ນໄວ້ແຕ່ໄກເມື່ອເຫັນພັຍມາເຖິງແລ້ວບໍ່ສະທ້ານ ຜູ້ນັ້ນ ເປັນບັນດິດ. (ຈາກຄັມພີໂລກະນິຕິ) ຜູ້ເຖົ້າກ່າວຄວາມຫານ ແມ່ມານບອກຢາປ້າງ, ແມ່ຮ້າງບອກສເນ, ຄົນໂລເລສັ່ງສອນຄວາມຮູ້ ບໍ່ດີ. (ຄວາມບູຮານ) ຜູ້ທີ່ທຳຄວາມຊອບໄວ້ເມື່ອມີອຳນາດ ກໍບໍ່ສູ້ໃສ່ໃຈຄວາມຜິດຂອງຕົນເອງ ໂດຍຄຶດສາມຫາວ ວ່າຕົນໄດ້ທຳປໂຍດໃຫ້ແກ່ນາຍມາແລ້ວ ຈຶ່ງຄຶດກະບົດສໍ້ໂກງກິນສເມີໄປ. (ຈາກຄັມພີປັນຈະຕັນຕຣະ) ຜູ້ທີ່ບໍ່ໃຫ້ຣາງວັນ ແກ່ບ່າວໃນຂນະທີ່ເຂົາເຮັດວຽກດີ ຈະຮຽກວ່ານາຍຢ່າງໃດ. (ຈາກຄັມພີປັນຈະຕັນຕຣະ) ຜູ້ທີ່ຮ້ອງຂໍຣາງວັນ ໃນຂນະທີ່ຕົນ ເຮັດວຽກການຕາມໜ້າທີ່ ຈະຮຽກວ່າຄົນແບບໃດ ຈະວ່າເປັນມິດສະຫາຍແບບໃດ. (ຈາກຄັມພີປັນຈະຕັນຕຣະ) ຜູ້ນ້ອຍຄວນມີລັກສນະຄືນ້ຳເຕົ້າຂອງພຣະຣືສີ (ຄືເວລາຫຍິ້ນກໍໃຫ້ໄຫຼອອກແຕ່ລະນ້ອຍ ເວລາຖອກໃສ່ ໃຫ້ຂັງໄວ້ໄດ້ຫຼາຍ). (ຈາກຄັມພີປັນຈະຕັນຕຣະ) ຜູ້ບໍ່ມີໃຈຫວັ່ນໄຫວສະທ້ານຢ້ານກົວ ຕໍ່ເຫດການທີ່ເກີດຂຶ້ນໃນ ປັຈຈຸບັນທັນດ່ວນ ຜູ້ນັ້ນ ສາມາດແກ້ໄຂຄວາມຂັດຂ້ອງໄດ້. (ຈາກຄັມພີປັນຈະຕັນຕຣະ) ຜູ້ປະສົບພັຍອັນໜ້າຢ້ານ ຕາລານແລ່ນມາຫາໃຫ້ຊ່ອຍ ໂດຍສັນຍາວ່າ ຈະຕອບບຸນແທນຄຸນຢ່າງນັ້ນ ຢ່າງນີ້ ເມື່ອພົ້ນພັຍແລ້ວ ກໍມັກເສີຍເສັຽ. (ຈາກຄັມພີປັນຈະຕັນຕຣະ) ຜູ້ເປັນໃຫຍ່ ບໍ່ຄວນຊ່ອຍເຫຼືອເກື້ອກຸນ ຄົນຕ່າງປະເທດໃຫ້ໃຫຍ່ກວ່າ ຄົນພາຍໃນປະເທດຂອງຕົນ ເພາະຜູ້ທີ່ເປັນສ້ຽນໜາມແກ່ແຜ່ນດິນ ໂດຍໄຂຄວາມລັບໃຫ້ແຜ່ຜາຍ ນອກຈາກຕົນຕ່າງປະເທດແລ້ວ ຈະແມ່ນໃຜ. (ຈາກຄັມພີປັນຈະຕັນຕຣະ) ຜູ້ດີຢ້ານໝ້າຍ ຜູ້ຂີ້ຮ້າຍຢ້ານຕາຍ. (ຄວາມບູຮານ) ຜູ້ມີກຳລັງໜ້ອຍ ຫຼືບໍ່ມີກຳລັງກໍຕາມ ແຕ່ມີຜຍາປັນຍາ ປະກອບອຸບາຍສລາດ ກໍສາມາດຜຈົນແພ້ ຜູ້ມີກຳລັງມາກໄດ້. (ຈາກຄັມພີປັນຈະຕັນຕຣະ) ຜູ້ມີກຳລັງໜ້ອຍ ແຕ່ມີຄວາມພຽນ, ກ້າຫານ, ບໍ່ທໍ້ຖອຍ ສາມາດຜາບຜູ້ມີກຳລັງຫຼາຍໄດ້. (ຈາກຄັມພີປັນຈະຕັນຕຣະ) ຜູ້ມີຄວາມຄຶດ ຍັງພໍຕຸກເຕືອນໄດ້ ແຕ່ຜູ້ບໍ່ມີຄວາມຄຶດ ບໍ່ຄວນຕຸກເຕືອນເລີຍ. (ຈາກຄັມພີປັນຈະຕັນຕຣະ) ຜູ້ມີນິດສັຍໝັ້ນຄົງ ແຕ່ຂາດປັນຍາ ແມ່ນຈະປະພຶດຜິດ, ກິຣິຍາຫຽາບ ຈະຖືເອົາເປັນອາຣົມ ກໍຍັງບໍ່ໄດ້ ແປວໄຟເຖິງຈະຈັບປີ້ນລົງ ກໍບໍ່ທັ່ງລົງລຸ່ມເລີຍ. (ຈາກຄັມພີປັນຈະຕັນຕຣະ) ຜູ້ມີປັນຍາ ຄວນຫຼີກເວັ້ນການຢູ່ກິນຫຼັບນອນນຳຄົນຊົ່ວທຸກເວລາ. (ຈາກຄັມພີປັນຈະຕັນຕຣະ) ຜູ້ມີປັນຍາ ຕ້ອງຮູ້ຈິດໃຈຂອງຄົນທີ່ສແດງອອກມາດ້ວຍອາການພາຍນອກ ແລ້ວປະຕິບັດໃຫ້ຖືກໃຈໄດ້ທຸກທ່າ. (ຈາກຄັມພີປັນຈະຕັນຕຣະ) ຜູ້ມີປັນຍາ ບໍ່ຄວນກ່າວຕຸກເຕືອນຄຳອັນມີປໂຍດສອນຄົນ ຜູ້ປາກກ້າຫາຄວາມ. (ຈາກຄັມພີປັນຈະຕັນຕຣະ) ຜູ້ມີປັນຍາ ບໍ່ຄວນທຳຮ້າຍມິດ ດ້ວຍຄວາມເປັນມິດ. (ຈາກຄັມພີປັນຈະຕັນຕຣະ) ຜູ້ມີປັນຍາ ບໍ່ຄວນທຳຄວາມລຶ້ງເຄີຍ (ໄວ້ເນື້ອເຊື່ອໃຈ) ໃນບຸກຄົນຜູ້ມີຄວາມປະພຶດຊົ່ວມາແຕ່ກ່ອນ ເຖິງແມ່ນພາຍລຸນມາ ເຂົາຈະປະພຶດອຸປປະກາຣະຄຸນກໍຕາມ. (ຈາກຄັມພີປັນຈະຕັນຕຣະ) ຜູ້ມີຜຍາ ຕ້ອງຜາບແພ້ຜູ້ມີກຳລັງ ແຕ່ຫາຜຍາບໍ່ໄດ້. (ຈາກຄັມພີປັນຈະຕັນຕຣະ) ຜູ້ມີວາຈາເຢັນ (ເວົ້າມ່ວນ) ກໍມີມິດຫຫາຍຫຼາຍ ແຕ່ຜູ້ເວົ້າຄຳຫຽາບຊ້າ ຈະບໍ່ມີໃຜຍິນດີ ຢາກເປັນມິດເລີຍ ຂໍ້ອຸປປະມາ ຈົ່ງເບິ່ງພຣະອາທິດແລະພຣະຈັນ ນັ້ນເຖີ້ນ. (ຈາກຄັມພີໂລກະນິຕິ) ຜູ້ຟັງ ໂດຍໂຄຣົບ ຕັ້ງໃຈຟັງແທ້ ຍ່ອມໄດ້ປັນຍາຍ້ອນການຟັງ ເຂົາຮູ້ຈັກສິ່ງທີ່ຕ້ອງການດ້ວຍປັນຍາ ປໂຍດທີ່ເກີດຈາກປັນຍານັ້ນແຫຼະຈະອຳນວຍຄວາມສຸກມາໃຫ້. (ຈາກຄັມພີໂລກະນິຕິ) ຜູ້ຈົ່ມວ່າວຽກຫຼາຍ ມັກເປັນຜູ້ເຮັດວຽກໜ້ອຍ. ຜົວເມັຽນີ້ກູມຶງຢ່າໄດ້ວ່າ ໃຫ້ພາກັນເອີ້ນຂ້ອຍເອີ້ນເຈົ້າ ຕາບເທົ້າຊົ່ວຊີວັງ. (ຄວາມບູຮານ) ຜົວເປັນເພັຽຄອບເມັງພາຮູ້. (ຄວາມບູຮານ) ຜົວເພີ່ນດີຄອບເມັຽເພີ່ນຊ່າງ. (ຄວາມບູຮານ) ຜົວໃຫ້ຢຳເມັຽ ເມັຽໃຫ້ຢຳຜົວ ສິດໃຫ້ຢຳຄູ ຄູໃຫ້ຢຳສິດ ລູກໃຫ້ຢຳພໍ່ແມ່ ພໍ່ແມ່ໃຫ້ຢຳລູກ. (ໜັງສືສຽວສວາດ) ຜູກຄວາຍໃສ່ຫີນລາດ ຄ່າວບໍ່ຂາດຄວາຍຕາຍ. (ຄວາມບູຮານ) ຜົມບໍ່ຫຼາຍຕື່ມຊ້ອງ ພີ່ນ້ອງບໍ່ຫຼາຍຕື່ມສ່ຽວຕື່ມເກີ. (ຄວາມບູຮານ) ຝາຍກັ້ນນ້ຳ ຍ່ອມພັງທະລາຍລົງຍ້ອນ ກະແສນ້ຳເຊາະ ຂໍ້ປຶກສາ ທີ່ບໍ່ອຳ ບັງກໍສັນດຽວກັນ. (ຈາກຄັມພີປັນຈະຕັນຕຣະ) ຝົນຊິຕົກຟ້າແຈ້ງ ຟ້າຊິແລ້ງຟ້າມືດ. (ຄວາມບູຮານ) ຝົນຕົກຢ່າເຊື່ອດາວ ມີເມັຽສາວຢ່າເຊື່ອແມ່ຍາຍ. (ຄວາມບູຮານ) ຝົນຕົກລິນນານເອື້ອນ ໝາຂີ້ເຮື້ອນນານຕາຍ.(ຄວາມບູຮານ) ຝົນທັ່ງໃຫ້ເປັນເຂັມ. (ຄວາມບູຮານ) ຝູງໝູ່ໝໍທັງຫຼາຍ ປົວດີແລ້ວໃຈຮ້າຍ ກິນຄາຍແລ້ວ ຊ້ຳພັດເລົ່າໃຈດີ. (ໜັງສືສຽວສວາດ) ພຣະຣາຊາບໍ່ອີ່ມໃນຊັບ, ບັນດິດກໍບໍ່ເບື່ອໃນ ຄຳສຸພາສິດ ທະເລກໍບໍ່ອີ່ມຍັງນ້ຳ, ຕາກໍບໍ່ເບື່ອໃນການທີ່ເຫັນຮູບທີ່ໜ້າຮັກ. (ຈາກຄັມພີປັນຈະຕັນຕຣະ) ພຣະຣາຊາ ບັນທົມພຽງຍາມດຽວ (ຄືນລະສາມຊົ່ວໂມງ) ນັກປຣາດນອນສອງຍາມ (ຫົກຊົ່ວໂມງ) ຄົນຄາຣະວາດ ພໍ່ເຮືອນທັມມະດານອນສາມຍາມ (ເກົ້າຊົ່ວໂມງ) ສ່ວນຄົນຂໍທານນອນຕລອກສີ່ຍາມ (ສິບສອງຊົ່ວໂມງ). (ຈາກຄັມພີໂລກະນິຕິ) ພຣະຣາຊາ ຊົງຮູ້ຄວາມຈເຣີນແລະຄວາມເສື່ອມທາງກິຈຈະການ ທີ່ອຳນາດທຳແລ້ວຫຼືຍັງບໍ່ທັນໄດ້ທຳ ດ້ວຍຕົນເອງ ດັ່ງນັ້ນ ຈິ່ງຄວນກຳຣາບ ຜາບຜູ້ທີ່ຄວນຜາບ ແລະຄວນຍົກຍ້ອງ ບຸກຄົນທີ່ຄວນທີ່ຄວນຍົກຍ້ອງ. (ຈາກຄັມພີໂລກະນິຕິ) ພຣະຣາຊາເປັນເໝືອນດັ່ງພາຊນະຮັບໂພຄສຸກ ມຸນຕຣີເປັນເໝືອນດັ່ງພາຊນະຮັບຮອງຣາຊກິດ ເມື່ອຣາຊກິດຂອງພຣະຣາຊາພາດພັ້ງເສັຽຫາຍໄປ ຜູ້ຈະໄດ້ຮັບຄວາມຕິຕຽນ ກໍແມ່ນມຸນຕຣີ. (ຈາກຄັມພີປັນຈະຕັນຕຣະ) ພຣະເຫັນກັນອ້າງພັນສາ ໝາເຫັນກັນອ້າງແຂ້ວ. (ຄວາມບູຮານ) ພາສາບອກຊາດ ມາຣະຍາດບອກຕະກຸນ. (ຄວາມບູຮານ) ພ້າກ້າຖືກຫີນຊາ. (ຄວາມບູຮານ) ພ້າດີແພ້ກັ່ນ ຄົນໝັ່ນແພ້ແຮງ ຄານແຂງແພ້ບ່າ ມັກປ້ອຍດ່າ ແພ້ເຂົ້າແພ້ຂອງ ຫົວຫຍອງແພ້ຫວີ. (ຄວາມບູຮານ) ພ້າເຂົ້າຢ່າຟັນແຮງ ຂອງເພີ່ນແພງຢ່າໄປໃກ້. (ໜັງສືສຽວສວາດ) ພ່າຍຊ້າງເຂົ້າກ້ອງງາ ກຳປາກຳໃຫ້ແໜ້ນ. ພີ່ນ້ອງບໍ່ຫຼາຍ ໃຫ້ຫາສຫາຍມາຕື່ມ. ພີ່ກັບນ້ອງອາສັຍກັນໄປມາ ນ້ຳໄຫຼນາປາຈຶ່ງຂື້ນ. (ໜັງສືສຽວສວາດ) ພີ່ກັນນ້ອງກັນ ໄດ້ວັດຖຸອັນໃດ ພີ່ກໍໃຫ້ປັນນ້ອງ ນ້ອງກໍໃຫ້ປັນພີ່ ຕາມຖືກຕາມແພງ ຕາມໜ້ອຍຕາມຫຼາຍ ແຄວນປະເສີດແທ້ ຍ່ອມເປັນທີ່ຮັກແພງ ຂອງຄົນແລະເທວະດາທັງຫຼາຍ. (ໜັງສືສຽວສວາດ) ພີ່ນ້ອງບໍ່ຢຳກັນຢ່າໄປແວ່ ແໜງໄປເວົ້າເຖົ້າແກ່ດີດາຽ ມິດສຫາຍບໍ່ຢຳກັນຢ່າໄປສູ່. (ໜັງສືສຽວສວາດ) ພໍ່ແມ່ນັບວ່າເປັນສັຕຕຣູ ແລະກໍເວນໃຫ້ແກ່ລູກ ເພາະບໍ່ໃຫ້ສຶກສາ ໃນເວລາຍັງນ້ອຍ ລູກທີ່ບໍ່ມີຄວາມຮູ້ຈະບໍ່ສງ່າງາມ ໃນກາງຊຸມຊົນເລີຍ ເໝືອນນົກຍາງໂງ່ ຕົກຢູ່ໃນກາງຫົງ ສັນນັ້ນ. (ຈາກຄັມພີໂລກະນິຕິ) ພໍ່ແມ່ຄູບາອາຈານ ສັ່ງສອນໃຫ້ຮູ້ ຢ່າຕອບຖ້ອຍຖຽງຄວາມ ບໍ່ດີ. (ໜັງສືສຽວສວາດ) ພຽງແຕ່ໄດ້ຟັງຄວາມຝ່າຍດຽວ ບໍ່ຄວນຈະທຳໂທດ ຜູ້ອື່ນ ເມື່ອໄດສືບສວນເປັນຈິງແລ້ວ ຈິ່ງຄວນທຳໂທດ ຫຼືຍ້ອງຍໍ. (ຈາກຄັມພີປັນຈະຕັນຕຣະ) ພົບໄມ້ງາມ ຍາມຂວານບິ່ນ. (ຄວາມບູຮານ) ພິກໜ້າມືເປັນຫຼັງມື. (ຄວາມບູຮານ) ຟັງຄວາມເມັຽເສັຽພີ່ເສັຽນ້ອງ ຟັງຄວາມທ້ອງມັນແກ່ມຂອງກິນ. (ຄວາມບູຮານ) ຟັງຄວາມໄທໄຟໄໝ້ຮ້ານຫຍ້າ ຟັງຄວາມຂ້າເປັນບ້າສາມປີ ຟັງຄວາມຫີຫົວໂຄຍເປັນວໍ້. (ຄວາມບູຮານ)