ດ່າພີ່ເຈັບທ້ອງດ່ານ້ອງເຈັບໃຈ. (ໜັງສືສຽວສວາດ) ດີທໍ່ຜິປອງດ້ວຍຜຍາດີລ້ຳເລີດ ເອົາບາດຂຸ້ນຍັງຊິໄດ້ຕອບມື. (ໜັງສືສຽວສວາດ) ດຳນ້ຳຢ່າເຮັດກົ້ນຟູ ຈົກປູຢ່າເຮັດແຂນສັ້ນ. (ຄວາມບູຮານ) ດັງແມ່ນເຂາະ ອີ່ມແມ່ນທ້ອງຄວາຍ. (ຄວາມບູຮານ) ດົງຫຼວງບໍ່ຫ່ອນຂາດເຜິ້ງ ດົງເສີເພີບໍ່ຫ່ອນຂາດໝາກແໜ່ງ ດົງແສນກວາງບໍ່ຫ່ອນຂາດອີ່ເກັ້ງ ໝີເໝັ້ນບ່າງຊະນີ (ຜາແດງ) ຕາຊິບອດມັນແດງ ຂອງຊິແພງມັນຖືກ. (ຄວາມບູຮານ) ຕາຫຼັກໄດ້ ຕາໃບ້ເສັຽ. (ຄວາມບູຮານ) ຕາມໃຈປາກ ລຳບາກທ້ອງ. (ຄວາມບູຮານ) ຕາບອດຂີ້ແມ່ນປ່ອງ. (ຄວາມບູຮານ) ຕາບອດຢ່າໃຫ້ຮ່ວມເຮືອນ ຕາເບືອນຢ່າໃຫ້ຮ່ວມບ້ານ ຄົນຂີ້ຄ້ານ ຢ່າໃຫ້ເປັນໝູ່ເປັນຝູງ. ຕີຫົວປາສະເທືອນຫົວນາກ ຕີຫົວຟາກສະເນືອນຫົວຝາ. (ຄວາມບູຮານ) ຕີເຫຼັກເມື່ອແດງ ກິນແກງເມື່ອຮ້ອນ. (ຄວາມບູຮານ) ຕີງູໃຫ້ກາກິນ. (ຄວາມບູຮານ) ຕໍ່ໜ້າເປັນໝາກພັບ ລັບຫຼັງເປັນໝາກໂກ. (ຄວາມບູຮານ) ຕັກແຕນບໍ່ສົມພໍດີດກໍດີດ ນົກປີດບໍ່ສົມພໍບິນກໍບິນ. (ຄວາມບູຮານ) ຕັກນ້ຳໃສ່ກະໂຫຼກ ສະໂງກດູເງົາ. (ຄວາມບູຮານ) ຕຶກແຫໄດ້ປາໄຂ່ ເອົາເມັຽໃໝ່ໄດ້ລູກພ້ອມບຸນສ້າງແຕ່ຫຼັງ. (ຄວາມບູຮານ) ຕົກຂັ້ນໄດຕິໂຕນ ຕົກໂພນຕິລົ້ມ. (ຄວາມບູຮານ) ຕົກໝູ່ຂຸນຊ່ອຍຂຸນລ້ຽງມ້າ ຕົກໝູ່ຂ້າຊ່ອຍຂ້າພາຍໂຊນ ຕົກໝູ່ໂຈນຊ່ອຍຫາມໄຫເຫຼົ້າ. (ຄວາມບູຮານ) ຕົກໝູ່ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ. (ຄວາມບູຮານ) ຕົກໄມ້ຕົກເສັຽ ຕົກເມັຽຕົກໄດ້. (ຄວາມບູຮານ) ຕົ້ນໄມ້ໃບດົກນົກແກວ່ນ. (ຄວາມບູຮານ) ຕົບມືຂ້າງດຽວ. ຕົບຫົວລູບຫຼັງ. (ຄວາມບູຮານ) ຕັ້ງແຕ່ໃດໆມາ ອຳນາດບໍ່ຄວນບໍຣິໂພກ ໃຊ້ສອຍກາມມະໂພກ ສເມີກັບດ້ວຍພຣະຣາຊາຈັກເວລາເລີຍ ແລະບໍ່ຄວນສະແດງທ່າທາງ, ສຽງເວົ້າ, ການທັດດອກໄມ້ ລູບໄລ້ຂອງຫອມ ຫຼືປະດັບປະດາອາພອນທຸກຢ່າງ ໃຫ້ເໝືອນພຣະຣາຊາ. (ຈາກຄັມພີໂລກະນິຕິ) ຕ້ອງການຊັບ ຄວນຄ້າຂາຍ, ຕ້ອງການວິຊາຄວາມຮູ້ ເພີງຄົບຫານັກປຣາດ, ຕ້ອງການລູກເພີງເອົາເມັຽສາວ, ຕ້ອງການເປັນອຳມາດ ເພີງປະຕິບັດຣາຊການໃຫ້ສຳເຣັດ. (ຈາກຄັມພີໂລກະນິຕິ) ຕ້ອງຄຶດຫາອຸບາຍ ທີ່ປາສະຈາກອະບາຍ. (ຈາກຄັມພີປັນຈະຕັນຕຣະ) ຕາຍໃຫ້ຝາກຜີ ດີໃຫ້ຝາກໄຂ້. (ຄວາມບູຮານ) ຕັດຫວາຍຢ່າໄວ້ໜໍ່ ຂ້າພໍ່ຢ່າໄວ້ລູກ. (ຄວາມບູຮານ) ຕັດຜົມຜິດຄິດເຈັດວັນ ເອົາເມັຽຜິດຄິດຈົນຕາຍ. (ຄວາມບູຮານ) ຕັນຫາລູກ ເປັນດັ່ງເຊືອກຜູກຄໍ ຕັນຫາຮັກເມັຽ ເປັນດັ່ງປໍຜູກສອກ ຕັນຫາຮັກເຂົ້າຂອງ ເປັນດັ່ງປອກສຸບຕີນ ຕັນຫາທັ້ງສາມອັນນີ້ ມາຂືນໃຫ້ເປັນເຊືອກ ໄຫ້ກິ້ງເກືອກຢູ່ໃນວັດຖະສົງສານ (ມັທທີ) ຕີນຊ້າງຢຽບປາກນົກ. (ຄວາມບູຮານ) ຕາບໃດຄວາມຊົ່ວຍັງບໍ່ໃຫ້ຜົລ ຄົນໂງ່ຍັງສຳຄັນວ່າ ຄວາມຊົ່ວນັ້ນເປັນນ້ຳເຜິ້ງ ເວລາໃດຄວາມຊົ່ວໃຫ້ຜົລ ເວລານັ້ນເຂົາຈຶ່ງປະສົບທຸກ. (ຈາກຄັມພີໂລກະນິຕິ) ຕາບໃດທີ່ໂອກາດຍັງບໍ່ອຳນວຍ ຈົ່ງແບກອະມິດໄວ້ດ້ວຍບ່າ ເມື່ອໂອກາດມາເຖິງແລ້ວ ເວລານັ້ນແຫຼະ ຈົ່ງຮີບທຳລາຍເສັຍ ເໝືອນເອົາຫີນທຸບໝໍ້ ສັນນັ້ນ. (ຈາກຄັມພີໂລກະນິຕິ) ຕ່ຳໃຫ້ວ່າລູງ ສູງໃຫ້ວ່າປ້າ. (ຄວາມບູຮານ) ຖ້າຂາດການປົກຄອງ ຂອງດີກໍບໍ່ເປັນຂອງດີ. (ຈາກຄັມພີປັນຈະຕັນຕຣະ) ຖ້າຈະເອົາດ້ວຍກຳລັງ ແລະອຳນາດບໍ່ສຳເຣັດ ຕ້ອງໃຊ້ກົນອຸບາຍ. (ຈາກຄັມພີປັນຈະຕັນຕຣະ) ຖາກໄມ້ບໍ່ຕາມລ່ຽມເຄົ້າ ແສນຊິກ້ຽງກໍບໍ່ງາມ. (ຄວາມບູຮານ) ຖ່ານໄຟເກົ່າ ບໍ່ເປົ່າມັນກໍ່ລຸກ. (ຄວາມບູຮານ) ຖີ່ຂີ້ຊ້າງລອດ ຫ່າງຂີ້ມອດຄ້າງ. (ຄວາມບູຮານ) ຖ້ອຍຄຳທີ່ເວົ້າຖືກຕ້ອງດີ ແມ່ນເດັກນ້ອຍເວົ້າ ຄົນຜູ້ເປັນນາຍ ທີ່ມີປັນຍາຄວນຖືເອົາ, ເມື່ອຍັງບໍ່ເຫັນແສງຕາເວັນ ແສງກະບອງ ກໍຈະໃຊ້ເປັນປໂຍດບໍ່ໄດ້ຫຼື. (ຈາກຄັມພີປັນຈະຕັນຕຣະ) ຖ້ອຍຄຳອັນເປັນປໂຍດ ເຖິງວ່າຜູ້ເວົ້າຈະເປັນຄົນຊັ້ນຕ່ຳສາມານກໍຕາມ ຜູ້ມີປັນຍາ ຄວນຟັງແລະປະຕິບັດຕາມ. (ຈາກຄັມພີປັນຈະຕັນຕຣະ) ຖ້ອຍຄຳທີ່ເວົ້າອອກມາ ແມ່ນປະສຸສັຕ ກໍຍັງໝາຍຮູ້ໄດ້ (ຄື ຊ້າງມ້າງົວຄວາຍ ທີ່ໄດ້ແອບເຝິກແລ້ວ ເມື່ອບອກມັນກໍເຄື່ອນຍ້າຍໄປຕາມ). (ຈາກຄັມພີປັນຈະຕັນຕຣະ) ຖົ່ມນ້ຳລາຍໃຫ້ຫຼິງດູປ່ອງ ນັ່ງຍ່ອງຍໍ້ໃຫ້ເບິ່ງຫວ່າງຂາ. (ຄວາມບູຮານ) ຖິ້ມຕີນໄປໃສ່ສ້ຽນ. (ຄວາມບູຮານ) ຖົ່ມນ້ຳລາຍໃຫ້ຫຼິງດູປ່ອງ ນັ່ງຍ່ອງຍໍ້ໃຫ້ເບິ່ງຫົນທາງ ລາງເທື່ອມີອົນຕາຍມາບັງບຽດ. (ໜັງສືສຽວສວາດ) ທີ່ຍາກໃຫ້ຄ່ອຍປອງ ທີ່ໝົ່ນໝອງໃຫ້ຄ່ອຍຜັດຄ່ອຍສີ. (ໜັງສືສຽວສວາດ) ທີ່ສນຸກຢ່ານອນ ເມັຽວອນຢ່າຍິນ ເຮັດກິນຢ່າຄ້ານ ເຂົ້າບ້ານຢ່າອາຍ ເຫັນຜີຕາຍຢ່າຂີ້ດຽດ. (ຄວາມບູຮານ) ທີ່ບໍ່ສົມພໍນັ່ງ ຢ່ານັ່ງຫຼັບໄຫຼ, ທີ່ບໍ່ສົມພໍໄປຢ່າໄປ, ບ່ອນບໍ່ສົມພໍນອນຢ່ານອນ, ຄວາມຮູ້ບໍ່ສົມພໍສອນຢ່າສອນທ່ານນາ, ມ້າບໍ່ສົມພໍຂີ່ຢ່າຂີ່ໄປ, ທາງບໍ່ສົມພໍໄຕ່ຢ່າໄຕ່, ໄກ່ບໍ່ສົມພໍຂ້າຢ່າຂ້າ, ໜ້າບໍ່ສົມພໍຍິງຢ່າຍິງໄປແທ້, ຢ່າແຜ່ຄຳຣະຫັດ, ຢ່າຕັດໄມ້ໂພສີ ຢ່າມ້າງເຈດ , ຢ່າຕີນັກບວດ, ຢ່າອວດຄຸນໂຕ, ຢ່າພານລາມົກ, ຢ່າຈົກຮູງູເຫົ່າ, ຢ່າເຊົ່າຂອງທ່ານມາກິນ, ຢ່າຕິສິນນິນທາ ພິກຂຸສັງຄະເຈົ້າ, ຢ່າລະຄອງວັດ, ຢ່າມັດຄົນດີ, ຢ່າຕີຄົນຄຸນ, ຢ່າມຸນຄວາມເກົ່າ, ຢ່າເວົ້າຄວາມມານຍາ, ຢ່າຊາຄົນງ່າວ, ຢ່າກ່າວຖ້ອຍຕິຕຽນທ່ານລັບຫຼັງ, ຢ່າສັ່ງໄມ້ຕາງທຽນ, ຢ່າບຽດບຽນສັດໂຕນ້ອຍ, ຢ່າປ້ອຍຍັງຜີ, ຢ່າຕີເທພດາ, ຢ່າວ່າໂຕດີ, ຢ່າວ່າໂຕມີ, ຢ່າຄອງເອົາຂອງທ່ານ, ຢ່າຜ່ານອາດຍາ, ຢ່າຕຽນຄົນສິນ, ຢ່າປີນໄປກ່ອນ, ຢ່າຢ່ອນນຳຫຼັງ, ຢ່ານັ່ງກາງຜູ້ເຖົ້າ, ຢ່າເວົ້າອ້າງຜຍາ, ຢ່າດ່າຄົນທຸກ, ຢ່າສຸມໄຟດົ້ນດຽວ, ຢ່າຂຽວຫາຄ່ຳ, ຢ່າປາກກາຍທາງ, ຢ່າອ້າງເຊີ່ງຊູ້, ຢ່າກູ້ຂອງທ່ານ, ຢ່າຜ່ານຄອງເມືອງ, ຢ່າເຄືອງຜູ້ເຖົ້າ, ຢ່າເວົ້າຄວາມຕາຍ, ຢ່າຈ່າຍເງິນແດງ, ຢ່າແປງເງິນຄ້ວງ, ຢ່າອ້າງຫໍຜີ, ຢ່າຊັກຄວາມດີ, ຢ່າຊັກມີແລະດ່າ, ຢ່າຢອກຍັງໝາ, ຢ່າຊາຍັງເດັກ, ຢ່າຂົບເຫຼັກ, ຢ່າຂົບທອງ, ຢ່າປອງໃຫ້ເປັນໂທດຊົ່ວນີ້ແລະຊົ່ວໜ້າ, ຢ່າຂີ່ມ້າເຂົ້າວັດ, ຢ່າຊັດປືນໄປໜ້າ, ເຫັນເມັຽທ່ານຢ່າທ້າ, ເຫັນໜ້າຢ່າຍິງ, ຢ່ານອນຫງາຍເບິ່ງຄົມດາບ, ຢ່າຄາບນົມເມັຽ, ຢ່າເລັຽໃບຕອງ, ຢ່າຕີນ້ຳໃຫ້ເປັນຟອງ, ຢ່າປ້ອຍຢ່າເວນ, ຢ່າຕີໝູຊາຢ່າຕີໝາສຽດ, ເຫັນເພິ່ນຊື້ຖືກຢ່າວ່າແພງ, ເຫັນເພິ່ນຊື້ກັນແພງຢ່າວ່າຖືກ. (ໜັງສືສຽວສວາດ) ທໍຣະມານຄົນຊົ່ວດ້ວຍການຂ້ຽນຕີດ ທໍຣະມານມິດບໍ່ດີດ້ວຍການບໍ່ເວົ້ານຳ, ທໍຣະມານຍິງຊົ່ວດ້ວຍການຕັດສັມພັນ, ທໍຣະມານຄົນມີຄວາມກະສັນຫຼາຍ ດ້ວຍການໃຫ້ກິນໜ້ອຍໆ. (ຈາກຄັມພີໂລກະນິຕິ) ທຸກເພິ່ນບໍ່ວ່າດີ ມີເພິ່ນຈຶ່ງວ່າພີ່ນ້ອງ ລູງປ້າຈຶ່ງວ່າຫຼານ. (ຄວາມບູຮານ) ທຸກໃຫ້ລ້ຽງ ປາກກ້ຽງໃຫ້ໄລ່ໜີ. (ຄວາມບູຮານ) ທຸກໃຫ້ລ້ຽງມ້າ ກ່ຳພ້າໃຫ້ລ້ຽງໝູ. ທຸກແຫ່ງຊ້ຳ ຫີຫວ້ຳຖືກໂຄຍກິ. (ຄວາມບູຮານ) ທຸກກາຍຢູ່ໄດ້ ທຸກໃຈຢູ່ຍາກ. (ຄວາມບູຮານ) ທຸກຄອບປາກ ຍາກຄອບທ້ອງ ເຄີຽແລ້ວຢູ່ບໍ່ເປັນ. ທຸກນຳປາກ ຍາກນຳທ້ອງ. (ຄວາມບູຮານ) ທຸກບໍ່ມີເສື້ອຜ້າ ຝາເຮືອນເພກະພໍຢູ່ ທຸກບໍ່ມີເຂົ້າຢູ່ທ້ອງ ນອນລີ້ຢູ່ເປັນ. ທຸກບໍ່ມີເສື້ອຜ້າ ຝາເຮືອນດີພໍລີ້ຢູ່ ທຸກບໍ່ມີເຂົ້າໃສ່ທ້ອງ ຊິໄປລີ້ຢູ່ຈັ່ງໃດ. ທຸກຍ້ອນຕັນຫາ ວຽນໂລກາຍ້ອນກິເລດ. (ຄວາມບູຮານ) ທຸກຢ່າລືມຕົນ ຈົນຢ່າລືມດີ ມີຢ່າລືມຕາຍ. ທຳບຸນບູຊາໂທດ. ທາງວອດວາຍແຫ່ງໂພຄະສົມບັດແມ່ນ : ນັກດື່ມສຸຣາ. ທ່ຽວກາງຄືນ. ເບິ່ງມະໂຫຣະສົບ. ຫຼິ້ນການພະນັນ. ຄົບຄົນຊົ່ວເປັນມິຕ. ທານຕາງເອົາຖີ້ມ ເຜົາຜີຕາງເອົາຖ່ານ. (ຄວາມບູຮານ) ທັນຄວາຍທັນພວມຂີ້ ທັນໜີ້ທັນບາດຄາມ. (ຄວາມບູຮານ) ທັມມະດາຣາຊສີ ເຖິງແມ່ນຫີວປານໃດ ກໍບໍ່ຍອມກິນໃບໄມ້ ເຖິງແມ່ນຈ່ອຍປານໃດ ກໍບໍ່ຍອມກິນຊີ້ນສັຕ ຈຳພວກຊ້າງ. (ຈາກຄັມພີໂລກະນິຕິ) ທັມມະດາ ກຸລລະສັຕຕຣີ ກິນອາຫານແຕ່ 2 ທໍ່ ມີປັນຍາຫຼັກແຫຼມ 4 ທໍ່ ມີກົນມັນຍາຫົກທໍ່ ແຕ່ມາຣາຄະເຖິງ 8 ທໍ່. (ຈາກຄັມພີປັນຈະຕັນຕຣະ) ທັມມະດາພາຍຸ ຍ່ອມບໍ່ຫັກຫານທຳລາຍ ກໍຫຍ້າແລະໄມ້ອໍ້ ທີ່ໂອນອ່ອນໄປຕາມ ແຕ່ຍ່ອມຫັກຫານທຳລາຍຕົ້ນໄມ້ທີ່ສູງ ສັນໃດ ຜູ້ມີອິດທານຸພາບຍິ່ງໃຫຍ່ ຍ່ອມບໍ່ຫັກຫານທຳລາຍຜູ້ນ້ອຍ ສັນນັ້ນ. (ຈາກຄັມພີປັນຈະຕັນຕຣະ) ທັມມະດາໄຟ ຍ່ອມບໍ່ອີ່ມຟືນ, ທະເລໃຫຍ່ບໍ່ອີ່ມນ້ຳ, ຄວາມຕາຍ ບໍ່ອີ່ມໃນຊີວິດຂອງສັດ, ນາງຜູ້ກະດັດ ບໍ່ອີ່ມໃນຜູ້ຊາຍ. (ຈາກຄັມພີປັນຈະຕັນຕຣະ) ທັມມະດາໄມ້ແຫ້ງຕາຍຂາມ (ທີ່ຄົດງໍ) ຜູ້ມີປັນຍາບໍ່ຄວນເອົາເບັດ, ດາບງ້າວທີ່ກ້າຄົມ ບໍ່ຄວນເອົາຟັນຫີນ, ຄົນຜູ້ມີປັນຍາບໍ່ຄວນຕຸກເຕືອນ ຜູ້ຫຍາບຊ້າກ້າແຂງເລີຍ. (ຈາກຄັມພີໂລກະນິຕິ) ທັມມະດາອ້ອຍ ມີຣົດຫວານຢູ່ທີ່ປ້ອງທຸກປ້ອງໂດຍລຳດັບ ຕລອດຮອດເຖິງປາຍ ສາທຸຊົນຜູ້ເປັນມິດດີກໍຢ່າງນັ້ນ ສ່ວນມິດທີ່ບໍ່ດີຜິດກັນຫຼາຍ ເໝືອນອໍ້ແລະແຂມທີ່ບໍ່ມີຣົດຫວານ. (ຈາກຄັມພີໂລກະນິຕິ) ທັງຫຼາຽເພິ່ນແພງຊີ້ນ ປູປາຍາມອຶອຢາກ ຄວາມປາກຄວາມເວົ້າ ບໍ່ໄດ້ຊື້ ແພງໄວ້ເຮັດອີ່ຫຍັງ. ທຽວທາງທົ່ງແດດວອນ ທຽວທາງດອນແດດໄໝ້ ຖົກຂາໄວໆໃຫ້ຮີບຟ້າວຫາຮົ່ມ. ນາສອງເໝືອງເມືອງສອງເຈົ້າ ຢ້າວສອງເຂີຍ ຄະລຳ. (ຄວາມບູຮານ) ນາດີຖາມຫາເຂົ້າປູກ ລູກດີຖາມຫາພໍ່ຫາແມ່. (ຄວາມບູຮານ) ນາແລ້ວຂ້າຄວາຍເຖິກ ເສິກແລ້ວຂ້າຄົນຫານ. (ຄວາມບູຮານ) ໜາມເຖົ້າມັນປຸ້ມ ໜາມໜຸ່ມມັນແຫຼມ ນ້ຳຂຶ້ນປາລອຍ ນ້ຳນ້ອຍຫອຍໄຕ່. (ຄວາມບູຮານ) ນ້ຳຂຶ້ນຮີບຕັກ. (ຄວາມບູຮານ) ນ້ຳເຢັນປາຂ້ອນ ນ້ຳຮ້ອນປາໜີ. (ຄວາມບູຮານ) ນ້ຳຂຸ່ນຢູ່ທາງໃນ ນ້ຳໃສຢູ່ທາງນອກ. (ຄວາມບູຮານ) ນ້ຳຂຸ່ນແພ້ນ້ຳໃສ ໃຈດີແພ້ໃຈຮ້າຍ. (ຄວາມບູຮານ) ນ້ຳນິ້ງໄຫຼເລິກ. (ຄວາມບູຮານ) ນ້ຳໄຫຼຢ່າເອົາມືໄປປ້ານ. ນ້ຳໄຫຼບໍ່ຄອຍປາ ເວລາໄປບໍ່ຄອຍຄົນ. ນ້ຳມາກ ປາກິນມົດ ນ້ຳລົດມົດກິນປາ. (ຄວາມບູຮານ) ນ້ຳເຕົ້າເປົ່າດັງໄກ. (ຄວາມບູຮານ) ນ້ຳເຕົ້າ ຈົມໝາກຫີນຟູ. (ຄວາມບູຮານ) ນ້ຳຕານໃກ້ມົດ. (ຄວາມບູຮານ) ນ້ຳໜອງພໍພຽງໃດ ດອກບົວກໍຜຸດພົ້ນ. (ຄວາມບູຮານ) ນ້ຳເພິ່ງເຮືອ ເສືອເພິ່ງປ່າ. (ຄວາມບູຮານ) ນ້ຳເລິກຢັ່ງໄດ້ ນ້ຳໃຈຢັ່ງຍາກ. (ຄວາມບູຮານ) ນັກດົນຕຣີເວັ້ນຊ້ອມ 5 ວັນກໍຫຼົງ, ນັກຍິງທະນູເວັ້ນຍິງ 7 ວັນກໍບໍ່ແນ່ ເມັຍດີຜົວໜີເດືອນນຶ່ງກໍໃຈຕ່າງ, ສິດຂາດຮຽນເຄິ່ງເດືອນກໍລືມ. (ຈາກຄັມພີໂລກະນິຕິ) ນັກບວດບໍ່ສັນໂດດກໍຈິບຫາຍ, ພຣະຣາຊາທີ່ບໍ່ດີ ສັນໂດດກໍຈິບຫາຍ, ຜູ້ຍິງຫາກິນ ມີຄວາມອາຍກໍຈິບຫາຍ, ລູກສາວຂອງກະກຸນບໍ່ມີຄວາມອາຍ ກໍຈິບຫາຍ. (ຈາກຄັມພີໂລກະນິຕິ) ນັກບວດຜູ້ເກືອກກົ້ວຢູ່ກັບຜູ້ຍິງ ຈະມີສີນມາແຕ່ໃສ, ຜູ້ມັກກິນຊີ້ນ ຈະມີໃຈກະຣຸນາມາແຕ່ໃສ, ຜູ້ມັກດື່ມເຫຼົ້າ ຈະເອົາຄວາມສັດມາແຕ່ໃສ, ຜູ້ມີຄວາມໂລບມາກ ດັ່ງລືຈະມີຄວາມລັກອາຍ, ຄົນຂີ້ຄ້ານ ດັ່ງລືຈະມີສິລປະລະອຽດ, ຄົນມັກຄຽດຮ້າຍໂກທາ ດັ່ງລືຈະຫາຊັບໄດ້. (ຈາກຄັມພີໂລກະນິຕິ) ນັກບວດນຶ່ງ, ນັກຣົບນຶ່ງ, ພົງພັນພີ່ນ້ອງນຶ່ງ ສາມຢ່າງນີ້ ບໍ່ຄວນໃຫ້ເປັນຫົວໜ້ານາຍຄັງ ຍ້ອນວ່າ : ນັກບວດ ຂີ້ຖີ່ບໍ່ຍອມຈ່າຍເງິນ ເຖິງວ່າເງິນນັ້ນຈະມີໄວ້ສຳຣັບຈ່າຍກໍຕາມ. ນັກຣົບ ເມື່ອມີໜ້າທີ່ໃນການເງິນ ກໍຈະຖອດດາບອອກຈັດການ. ພົງພັນພີ່ນ້ອງ ເມື່ອມີໜ້າທີ່ໃນການເງິນ ກໍຈະກືນກິນໝົດ ເພາະຖືວ່າຕົນເປັນພີ່ນ້ອງ. (ຈາກຄັມພີປັນຈະຕັນຕຣະ) ນັກບວດ ສິກສາມທີ ບວດສາມເທື່ອ ຢ່າທຳເປັນມິຕສະຫາຍດອມມັນ. (ໜັງສືສຽວສວາດ) ນັກປຣາດຮ້າຽໃຫ້ໝອບໃຫ້ຄານ ອັນທະພານດີໃຫ້ໜີສິບໂຍດ. ນັກຣົບກ້າ ຖ້າບໍ່ມີສາດຕາອາວຸດ ກໍຈະບໍ່ໄປສູ່ສນາມຣົບເລີຍ, ບັນດິດ ຄົນທຽວທາງ ແລະພໍ່ຄ້າ ຖ້າປາສຈາກຕຳຣາແລະເພື່ອນຝູງແລ້ວ ກໍຈະບໍ່ເດີນທາງໄປຕ່າງປະເທດເໝືອນກັນ. (ຈາກຄັມພີໂລກະນິຕິ) ນົກກະແດບເດົ້າ ຫາກິນໄກເຂດ. (ໜັງສືສຽວສວາດ) ນົກເຄົ້າທ້ວງຕາແມ່. (ຄວາມບູຮານ) ນັ່ງໃຫ້ເບິ່ງທີ່ ໜີໃຫ້ເບິ່ງບ່ອນ. (ຄວາມບູຮານ) ນຸ່ງຜ້າລາຍໝາເຫົ່າ ຄົ້ນຄວາມເກົ່າຜິດກັນ. (ໜັງສືສຽວສວາດ) ນ້ອງໃຫ້ຫຼິງດູພີ່ ພີ່ໃຫ້ຫຼິງດູນ້ອງ. (ໜັງສືສຽວສວາດ) ນາຍໃຈດີ ໂທດກໍເປັນຄຸນ, ນາຍຂີ້ໂຫດ ຄຸນກໍເປັນໂທດ, ນາຍຍຸຕິທັມ ໂທດກໍເປັນໂທດ ຄຸນກໍເປັນຄຸນ. ((ຈາກຄັມພີປັນຈະຕັນຕຣະ) ນິສັຍຂອງສັຕຕຣູ ປາກຫວານປານນ້ຳອ້ອຍ ໃຈນ້ອຍປານເຄືອເຂົາຮໍ. (ຈາກຄັມພີປັນຈະຕັນຕຣະ) ນຸ່ນ ເປັນຂອງເບົາທີ່ສຸດໃນໂລກ ຄົນໃຈເບົາ ຍັງເບົາກວ່ານຸ່ນ ຜູ້ປມາດຕໍ່ຜູ້ເຖົ້າຜູ້ແກ່ ຍັງເບົາກວ່າຄົນໃຈເບົາ ຄົນປມາດໃນພຣະພຸທສາສນາ ຍັງເບົາກວ່ານັ້ນ. (ຈາກຄັມພີໂລກະນິຕິ) ນອນຂວໍ້າໃຫ້ເບິ່ງເຊືອກຄວາຍ ນອນຫງາຍໃຫ້ເບິ່ງໄພຫຍ້າ. (ຄວາມບູຮານ) ນອນສູງໃຫ້ນອນຂວໍ້າ ນອນຕ່ຳໃຫ້ນອນຫງາຍ. (ຄວາມບູຮານ) ນອນບໍ່ຫຼັບໃຫ້ໄປທ່ຽວ ມີສ່ຽວໃຫ້ໄປຢາມ. (ຄວາມບູຮານ) ນອນຫງາຍຢ່າຫຼີ້ນດາບ ຢ່າຫາບຊ້າງຊາແມວ. (ຄວາມບູຮານ) ນອນຫຼັບບໍ່ຮູ້ ນອນຄູ້ບໍ່ເຫັນ. (ຄວາມບູຮານ) ນາບປ່າໃຫ້ເສືອກົວ. (ຄວາມບູຮານ) ໜີເສືອມາພໍ້ສິງ. ໜີເສືອມາພໍ້ຊ້າງ. ໜັກຊ່ອຍກັນຫາບ ຫຽາບຊ່ອຍກັນດຶງ. (ຄວາມບູຮານ) ໜັກກໍເອົາ ເບົາກໍສູ້. (ຄວາມບູຮານ) ໜັກຢ່າເຊົາ ເບົາຢ່າແລ່ນ. (ຄວາມບູຮານ) ໜາມປັກເອົາໜາມບົ່ງ. (ຄວາມບູຮານ) ໜາມເທິງພູເຂົາ ແມ່ນໃຜແຫຼມໃຫ້ ນາງເນື້ອຕາໃສແຈ້ງ ແມ່ນໃຜຢອດຢາຕາໃຫ້ ກິ່ນຫອມຂອງດອກບົວທີ່ເກີດໃນຕົມ ແມ່ນໃຜໃສ່ໃຫ້ ຜູ້ມີວິຊາສົມເປັນລູກຜູ້ດີ ກໍເປັນໄປເອງຕາມສະພາບ ສັນນັ້ນ. ໜ້າທີ່ຂອງຜູ້ຮັບໃຊ້ ຕ້ອງປະຕິບັດຕາມຄຳສັ່ງຂອງນາຍ ຈົນສຸດຄວາມສາມາດ. (ຈາກຄັມພີປັນຈະຕັນຕຣະ) ໜູເປັນສັດທຳຮ້າຍໃນເຮືອນ ລີງເປັນສັດທຳຮ້າຍໃນປ່າ, ນົກເປັນສັດທຳຮ້າຍໃນອາກາດ, ພານເປັນຜູ້ທຳຮ້າຍໃຈໝູ່ຄົນ. (ຈາກຄັມພີໂລກະນິຕິ) ໜູກັດຫູກຈຶ່ງຮູ້ຄຸນແມວ ລູກແຂວນແອວຈຶ່ງຮູ້ຄຸນພໍ່ຄຸນແມ່. (ຄວາມບູຮານ) ໜູຕົກຖັງເຂົ້າສານ. (ຄວາມບູຮານ)