ຄະລຳນ້ຳກິນຕ່ອນ. (ຄວາມບູຮານ) ຄະຫັດຜູ້ບໍຣິໂພກການຂີ້ຄ້ານ ບໍ່ດີ ນັກບວດບໍ່ສຳຣວມ ກໍບໍ່ດີ, ພຣະຣາຊາກະທຳການໃດໆ ໂດຍບໍ່ພິຈຈາຣະນາໃຫ້ຖ່ອງແທ້ ກໍບໍ່ດີ ນັກປຣາດ ມັກຄຽດ ກໍບໍ່ດີ. (ຈາກຄັມພີໂລກະນິຕິ) ຄ້ານກັບເມື່ອຍ ມັນເອື່ອຍຫາກັນ ໝັ່ນກັບພຽນມັນວຽນໃສ່ກັນ. ຄຳສັ່ງທີ່ບົ່ງວ່າ ມາໜີ້, ລຸກຂຶ້ນ, ເວົ້າ, ມິດ ເຫຼົ່ານີ້ເປັນຄຳເວົ້າຂອງຄົນມີເງິນ ເວົ້າກັບຜູ້ອາພັບ ຕົກອັບ ທີ່ແບກໜ້າເຂົ້າໄປຫາເພື່ອຢາກໄດ້ຊັບ. (ຈາກຄັມພີປັນຈະຕັນຕຣະ) ຄຳຣະຫັດຢ່າໃຫ້ເຖິງສອງ ຈັກປອງໃຫ້ເປັນໂທດ ຄັນວ່າ ມີຜຍາໂສດແທ້ ກໍຈິ່ງໃຫ້ເປັນດີ. (ໜັງສືສຽວສວາດ) ຄຳທໍ່ຫົວໝາ ບໍ່ທໍ່ນາຕີນບ້ານ. (ຄວາມບູຮານ) ຄວ່າງຄ້ອນກາຍໝາກມ່ວງ. (ຄວາມບູຮານ) ຄັນຢາກຮູ້ຢ່ານອນຫຼັບ ຄັນຢາກເຫັນໃຫ້ໄປທ່ຽວ ສ່ຽວຮັກໃຫ້ໄປຫາ. (ໜັງສືສຽວສວາດ) ຄັນແມ່ນໃຈປະສົງແລ້ວ ເມືອງແກວກໍດັ້ນຮອດ ສາຍຕາຈອດຈໍ່ຈ້ຳ ໃນຖ້ຳກໍກົ່ນຫາ. ຄັບທີ່ຢູ່ໄດ້ ຄັບໃຈຢູ່ຍາກ. (ຄວາມບູຮານ) ຄົນຜູ້ກຽດຄ້ານ ຈະບໍ່ມີສິລປະວິທທະຍາເລີຍ, ຈະບໍ່ມີຊັບ, ຈະບໍ່ມີສະຫາຍ, ຈະບໍ່ມີຄວາມສຸກ, ບໍ່ມີບຸນ ແລະບໍ່ເຖິງນິພພານ ຈົ່ງຢ່າໄດ້ກຽດຄ້ານຮ່ຳຮຽນຄວາມຮູ້. (ຈາກຄັມພີໂລກະນິຕິ) ຄົນບໍ່ສະສົມຄວາມຮູ້ ໄວ້ແຕ່ປະຖົມວັຍ, ບໍ່ທ້ອນຊັບໄວ້ເມື່ອວັຍທີ່ສອງ, ບໍ່ພ່ຳເພັງທັມໃນວັຍທີສາມ ໃນວັຍທີ່ສີ່ ເຂົາຊິເຮັດຫຍັງໄດ້. (ຈາກຄັມພີໂລກະນິຕິ) ຄົນຜູ້ໄຮ້ການສຶກສາ ຫຼື ໄດ້ການສຶກສາໜ້ອຍໆ ຍ່ອມສຳຄັນໂຕເອງວ່າມີຄວາມຮູ້ຫຼາຍ ດັ່ງດຽວກັນກັບກົບທີ່ເຄີຍຢູ່ແຕ່ບວກ ບໍ່ເຄີຍເຫັນທະເລ ກໍຄຶດວ່ານ້ຳໃນບວກນ້ອຍຂອງຕົນເລິກແລ້ວ. (ຈາກຄັມພີໂລກະນິຕິ) ຄົນໂງ່ເຖິງແມ່ນເຂົ້າໄປນັ່ງໃກ້ບັນດິດຕລອດຊີວິດ ເຂົາກໍຈະບໍ່ຮູ້ເລີຍ ດັ່ງດຽວກັນກັບຈອງທີ່ບໍ່ຮູ້ຈັກຣົດຊາດຂອງແກງ ສັນນັ້ນ. (ຈາກຄັມພີໂລກະນິຕິ) ຄົນສລາດເຂົ້າໄປນັ່ງໃກ້ບັນດິດພຽງຄາວດຽວ ເຂົາກໍຈະຮູ້ທັນໄດ້ທັນທທີ ເໝືອນລີ້ນຮູ້ຈັກຣົດຂອງແກງ ສັນນັ້ນ. (ຈາກຄັມພີໂລກະນິຕິ) ຄົນຮູບຮ່າງຮ້າຍມັກເອ້ຫຼາຍ ຄົນປັນຍາໜ້ອຍມັກອວດຮູ້, ໝໍ້ນ້ຳບໍ່ເຕັມມັກເພືອດ, ງົວແມ່ທີ່ບໍ່ມີນົມ ມັກເໜັງຕີງ. (ຈາກຄັມພີໂລກະນິຕິ) ຄົນທີ່ເອົາໃບໄມ້ຫໍ່ກຣິສນາ ໃບໄມ້ກໍຫອມຕລົບໄປ ດັ່ງດຽວກັນກັບ ຄົນທີ່ເຂົ້າໄປຄົບຫານັກປຣາດສັນນັ້ນ. (ຈາກຄັມພີໂລກະນິຕິ) ຄົນຜູ້ກ່າວບອກສອນ ແລະ ຫ້າມຈາກການເຮັດຊົ່ວ ຍ່ອມເປັນທີ່ຮັກແພງຂອງຄົນດີ ແຕ່ບໍ່ເປັນທີ່ຮັກແພງຂອງຄົນຊົ່ວເລີຍ. (ຈາກຄັມພີໂລກະນິຕິ) ຄົນງາມແພ້ຫີ ງົວດີແພ້ແຮງ. (ຄວາມບູຮານ) ຄົນຊົ່ວ ມັກຊອກຫາແຕ່ທາງຜິດ ດັ່ງດຽວກັນກັບ ໜູຊອກກິນແຕ່ຂອງເໝັນ, ຄົນດີ ມັກຖືເອົາແຕ່ຄຸນຄວາມດີ ດັ່ງດຽວກັນກັບ ຫົງຕ້ອງການແຕ່ນົມຫວານ ສັນນັ້ນ. (ຈາກຄັມພີໂລກະນິຕິ) ຄົນຜູ້ຮັກແພງຄົນຊົ່ວ, ເຂົາບໍ່ທຳຄວາມຮັກແພງ ກັບຄົນດີ, ພໍໃຈໃນອະສັຈຈະທັມຂອງຄົນຊົ່ວ ທັງສາມປະການນີ້ ເປັນທາງແຫ່ງຄວາມຈິບຫາຍ. (ຈາກຄັມພີໂລກະນິຕິ) ຄົນພານທີ່ມີກຳລັງ ຫາຊັບໄດ້ຢ່າງໂຫດຮ້າຍ ບໍ່ດີເລີຍ ຄົນປັນຍາຊົ່ວຈັ່ງຊັ້ນ ຕາຍແລ້ວໄປຕົກນາຣົກ. (ຈາກຄັມພີໂລກະນິຕິ) ຄົນຊົ່ວບໍ່ໃຫ້ຄົນອື່ນຮູ້ໂທດຂອງຕົນ ແຕ່ມັກປະກາດໂຄສະນາໂທດຂອງຜູ້ອື່ນ ຄອຍສອດສ່ອງຈັບຜິດໂທດຂອງຄົນອື່ນສເມີ ເໝືອນເຕົ່າເຊື່ອງໂຕຂອງມັນ ໄວ້ໃນອອງສັນນັ້ນ. (ຈາກຄັມພີໂລກະນິຕິ) ຄົນອື່ນເອື້ອເຟື້ອເກື້ອກຸນໜຸນນຳ ນັບວ່າເປັນພີ່ນ້ອງ, ສ່ວນພີ່ນ້ອງ ທີ່ບໍ່ເອື້ອເຟື້ອເກື້ອໜຸນ ກໍທໍ່ກັບບໍ່ແມ່ນພີ່ນ້ອງ, ພຍາດເກີດໃນຮ່າງກາຍ ບໍ່ມີປໂຍດແກ່ຮ່າງກາຍເລີຍ, ຕົ້ນໄມ້ທີ່ເກີດໃນປ່າ ທີ່ໃຊ້ເປັນຢາ ມີປໂຍດກວ່າ. (ຈາກຄັມພີໂລກະນິຕິ) ຄົນໃດ ປາກຫອມປານດອກບົວ ວາຈາເຢັນປານນ້ຳແກ່ນຈັນ ຄົນຈັ່ງຊັ້ນບໍ່ຄວນຄົບຫາ ເພາະຫົວໃຈຂອງເຂົາ ມີພິດຮ້າຍຍິ່ງນັກ. (ຈາກຄັມພີໂລກະນິຕິ) ຄົນຜູ້ທີ່ບໍ່ມີເພື່ອນຝຸງ ເຖິງແມ່ນຈະມີຄວາມສາມາດ ກໍຈະເອົາຄວາມສາມາດນັ້ນ ໄປເຮັດຫຍັງໄດ້ ດັ່ງດຽວກັນກັບ ໄຟທີ່ຕົກໄປໃນທີ່ອັບລົມ ໄຟກໍຈະມອດໄປເອງ ສັນນັ້ນ. (ຈາກຄັມພີໂລກະນິຕິ) ຄົນຜູ້ມີຄວາມດີ ສເມີດ້ວຍສັບພັນຍູ ຖ້າບໍ່ມີຄົນຊູ ກໍບໍ່ສງ່າງາມ ດັ່ງດຽວກັນກັບແກ້ວມະນີ ທີ່ມີຄ່າມາກ ແຕ່ບໍ່ມີວັງແຫວນເປັນທີ່ອາສັຍ ກໍບໍ່ງາມສັນນັ້ນ. (ຈາກຄັມພີໂລກະນິຕິ) ຄົນນອກຕຳຣາ 7 ຈຳພວກຄື: ຄົນມັກເຫງົານອນ. ຄົນປມາດ.ຄົນມີຄວາມສຸກສບາຍ. ຄົນມີພຍາດ. ຄົນຂີ້ຄ້ານ. ຄົນທີ່ມີຄວາມຢາກຢ່າງບໍ່ມີທາງພໍ. ຄົນມີຄວາມກັງວົນນຳວຽກການ. ຄົນຝູງນີ້ ເປັນໄປໃນສັນດານ ຂອງໃຜລາວເອງ ຕາມທັມມະຊາດ. (ຈາກຄັມພີໂລກະນິຕິ) ຄົນ 5 ຈຳພວກນີ້ ເຖິງແມ່ນມີຊີວິດຢູ່ ກໍເປັນເໝືອນຄົນຕາຍແລ້ວຄື: ໝໍໄລ່ຜີ. ຄົນຕົກທຸກໄດ້ຍາກ. ຄົນຂີ້ພຍາດ. ຄົນມີສະຕິພັ້ງໆເຜີໆຫຼົງໆລືມໆ. ຄົນມີໜີ້ສິນຫຼາຍ ແລະ ອຳມາດ ຜູ້ເຝົ້າພຣະຣາຊາ ບໍ່ມີເວລາຫວ່າງເວັ້ນ. (ຈາກຄັມພີໂລກະນິຕິ) ຄົນມີ 3 ຖ້ານຄື:ສູງສຸດ.ຜ້ານກາງ.ຕ່ຳ.ສນັ້ນຄວນເລືອກໃຊ້ໃຫ້ຖືກຕາມຊນິດຂອງງານທັງສາມສະຖານ. (ຈາກຄັມພີປັນຈະຕັນຕຣະ) ຄົນກໍດີ ເຄື່ອງເອ້ກໍດີ ຕ້ອງປະດັບໃຫ້ຄວນກັບຖານະ ດັ່ງປິ່ນເກົ້າ ຈະເອົາລົງມາປະດັບຕີນ ຫຼື ກ່ອງຂາ ຈະເອົາຂຶ້ນມາປະດັບຜົມ ກໍບໍ່ຄວນ. (ຈາກຄັມພີປັນຈະຕັນຕຣະ) ຄົນຜູ້ຈະເປັນໃຫຍ່ ຕ້ອງມີນ້ຳໃຈເຂັ້ມແຂງ ແລະ ບໍຣິສຸດ ບໍ່ແມ່ນແຕ່ຍ້ອນ ລັກສນະພາຍນອກທໍ່ນັ້ນ. (ຈາກຄັມພີປັນຈະຕັນຕຣະ) ຄົນນັ້ນມີປັນຍາ ຄົນນັ້ນຊື່ສັດ, ຄົນນັ້ນດີທັງສອງຢ່າງ ນາຍຜູ້ສລາດເລືອກໃຊ້ຄົນໄດ້ດັ່ງນີ້ ຍ່ອມບໍຣິບູນດ້ວຍຜູ້ຮັບໃຊ້ ທີ່ທະຣົງຄຸນ. (ຈາກຄັມພີປັນຈະຕັນຕຣະ) ຄົນຜູ້ຄອຍອາສັຍແຕ່ໃຫ້ນາຍໃຊ້ ຍ່ອມໄດ້ຮັບແຕ່ຄວາມລຳບາກ ຕາກແດດນອນຝົນ. (ຈາກຄັມພີປັນຈະຕັນຕຣະ) ຄົນທີ່ເພິ່ງແຕ່ຜູ້ອື່ນ ຈຶ່ງເປັນຄົນໄດ້ນັ້ນ ຄືກັນກັບ ຄົນຕາຍແລ້ວ. (ຈາກຄັມພີປັນຈະຕັນຕຣະ) ຄົນຜູ້ເມົາແຕ່ແຕ່ງໂຕແລ້ວ ແຕ່ງໂຕອີກສຳລັບໃຫ້ນາຍໃຊ້ ເພື່ອຫາລາຍໄດ້ຂອງນາຍ ກໍບໍ່ຜິດກັນກັບແມ່ເລງ ທີ່ແຕ່ງໂຕເພື່ອຜູ້ຊາຍ. (ຈາກຄັມພີປັນຈະຕັນຕຣະ) ຄົນຜູ້ທີ່ນອບນ້ອມ ເພື່ອໃຫ້ມີທ່າຂຶງຂັງ, ສລະຊີວິດຂອງຕົນ ເພື່ອບໍ່ໃຫ້ນາຍຕາຍ, ອົດທົນລຳບາກ ເພື່ອໃຫ້ນາຍມີຄວາມສຸກສຳຣານ ຈະມີໃຜໂງ່ກວ່າ ຄົນແບບນີ້ອີກ. (ຈາກຄັມພີປັນຈະຕັນຕຣະ) ຄົນໃດເມື່ອຍັງບໍ່ທັນໄດ້ຄອບໃຫ້ນາຍຮູ້ກ່ອນແລ້ວ ບໍ່ຄວນເຮັດສິ່ງໃດຕາມໃຈຕົນເວັ້ນແຕ່ເຮັດ ເພື່ອປ້ອງກັນເຫດຮ້າຍ ອັນຈະເກີດແກ່ນາຍທໍ່ນັ້ນ. (ຈາກຄັມພີປັນຈະຕັນຕຣະ) ຄົນຮັບໃຊ້ເກົ່າ ເຖິງແມ່ນຈະກະທຳຜິດ ກໍບໍ່ສູ້ຕົກໃຈ ຢ້ານເຮັດອັນໃດເອົາແຕ່ໃຈໂຕ. (ຈາກຄັມພີປັນຈະຕັນຕຣະ) ຄົນທີ່ປະພຶດບໍ່ກ່ຽວຂ້ອງກັບໃຜ ມີແຕ່ເພິ່ງໂຕເອງນັ້ນ ມີປໂຍດແກ່ຊີວິດຫຼາຍ. (ຈາກຄັມພີປັນຈະຕັນຕຣະ) ຄົນຜູ້ເປັນບັນດິດ ຍ່ອມຮູ້ທັນຄົນ ເຖິງແມ່ນເຂົາຈະຍັງບໍ່ທັນໄດ້ ແຍ້ມອອກມາກໍຕາມ. (ຈາກຄັມພີປັນຈະຕັນຕຣະ) ຄົນທີ່ຮຽນວິຊາໃໝ່ນຶ່ງ, ຄົນທີ່ຊາກໄດ້ສົມບັດໃໝ່ນຶ່ງ, ຄົນຜູ້ໄດ້ຮັບ ອິສສະຣິຍະຍົດໃໝ່ນຶ່ງ ທັງ 4 ຈຳພວກນີ້ ຍ່ອມບໍ່ມີຄວາມອົດກັ້ນຍັງຕົນໄວ້ໄດ້. (ຈາກຄັມພີປັນຈະຕັນຕຣະ) ຄົນຜິດຖຽງກັນ ດ້ວຍເຫດພຽງເລັກນ້ອຍ ບໍ່ນ້ອມໜ້າເຂົ້າຫາກັນ ແລ້ວ ໄປຫາຜູ້ອື່ນມາຕັດສີນໃຫ້ ເຂົາຕ້ອງຈິບຫາຍເສັຍທັງສອງຝ່າຍ. (ຈາກຄັມພີປັນຈະຕັນຕຣະ) ຄົນບໍ່ຄວນເອົາຕົນເຂົ້າໄປຢູ່ກ້ອງອຳນາດຂອງສັຕຕຣູເລີຍ. (ຈາກຄັມພີປັນຈະຕັນຕຣະ) ຄົນຫຼັກຄ້າໃກ້ ຄົນໃບ້ຄ້າໄກ. (ຄວາມບູຮານ) ຄົນຕ່າງບ້ານ ຫວ້ານຕ່າງສວນ. (ຄວາມບູຮານ) ຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ. ຄົນດຳແດງແຍງບໍ່ເປີດ ຄົນຂາວເຫຼືອງເປືອງໄກ່ນ້ອຍ. ຄົນດີຮູ້ເຫດ ຄົນເວດຮູ້ຜີ. (ຄວາມບູຮານ) ຄົນຕາບອດຢ່າໃຫ້ຮ່ວມເຮືອນ, ຄົນຕາເບືອນຢ່າໃຫ້ຮ່ວມບ້ານ, ຄົນຂີ້ຄ້ານຢ່າເອົາເປັນໝູ່ເປັນຝູງ. (ຄວາມບູຮານ) ຄົນຕາບອດອວນທາງ ຄົນຕາຟາງໄປກ່ອນ ບໍ່ດີ. (ຄວາມບູຮານ) ຄົນຕາຍ ຂາຍຄົນເປັນ. (ຄວາມບູຮານ) ຄົນລົ້ມຢ່າຂວ້າມ ໄມ້ລົ້ມຈຶ່ງຂວ້າມ. (ຄວາມບູຮານ) ຄົນຮັກທໍ່ຜືນໜັງ ຄົນຊັງທໍ່ຜືນເສື່ອ. (ຄວາມບູຮານ) ຄົນທຸກໃຫ້ລ້ຽງມ້າ ກ່ຳພ້າໃຫ້ລ້ຽງໝູ. (ຄວາມບູຮານ) ຄົບຄົນໃຫ້ເບິ່ງໜ້າ ຊື້ຜ້າໃຫ້ເບິ່ງເນື້ອ ຣະວັງເສືອຊິຊ້ອນເລັບ. ຄົບຄົນດີມີສີແກ່ຕົວ ຄົບຄົນຊົ່ວອັປະຣາຊັຍ. (ຄວາມບູຮານ) ຄົບຄົນດີມີສີແກ່ຕົວ ພົບຄົນຊົ່ວພາຕົວໝົ່ນໝອງ. (ຄວາມບູຮານ) ຄົບຄົນພານພາໄປຫາຜິດ ຄົບບັນດິດພາໄປຫາຜົນ. (ຄວາມບູຮານ) ຄົບເດັກນ້ອຍສ້າງບ້ານ ຄົບຫົວລ້ານສ້າງເມືອງ. (ຄວາມບູຮານ) ຄວນຄົບຫາແຕ່ຄົນດີ ແລະ ຊົມເຊີຍແຕ່ຄົນດີ ເພາະການຮູ້ທັມຈາກຄົນດີ ເປັນສິ່ງປເສີດ ບໍ່ມີຊົ່ວເລີຍ. (ຈາກຄັມພີໂລກະນິຕິ) ຄວນສລະຂອງສິ່ງດຽວ ເພື່ອປໂຍດຂອງກະກຸນ, ຄວນສລະກະກຸນນຶ່ງ ເພື່ອປໂຍດຂອງບ້ານ, ຄວນສລະບ້ານນຶ່ງ ເພື່ອປໂຍດຂອງແຂວງ ແລະ ຄວນສລະແຜ່ນດິນເສັຍ ເພື່ອປໂຍດຂອງຕົນເອງ. (ຈາກຄັມພີໂລກະນິຕິ) ຄວນຖອດຖອນອຳນາດ ຜູ້ຮັກສາຄັງໃຫ້ເລື້ອຍໆ ເພາະຜ້ປຽກນ້ຳ ບິດເທື່ອດຽວ ນ້ຳຈະໄຫຼອອກໝົດ ໄດ້ຢ່າງໃດ. (ຈາກຄັມພີປັນຈະຕັນຕຣະ) ຄວນຊ່ອຍເຫຼືອຜູ້ປະສົບພັຍ ເຊິ່ງໜ້າລ່າຕາຕີ່ແລ່ນມາຫາ ເຖິງແມ່ນຈະເປັນສັຕຕຣູກໍຕາມ ອັນວ່າຕົ້ນພຶກສາ ຍັງຍອມໃຫ້ຄົນຜູ້ມາຕັດຊົ້ນຮົ່ມເງົາຂອງຕົນ. (ຈາກຄັມພີປັນຈະຕັນຕຣະ) ຄວນບູຊາຕາເວັນດ້ວຍເບື້ອງຫຼັງ, ບູຊາພຣະເພີງດ້ວຍເບື້ອງທ້ອງ, ປະຕິບັດທັມເພື່ອຊາດໜ້າ ດ້ວຍຄວາມບໍ່ມີມາຍາ ບູຊານາຍດ້ວຍກາຍແລະໃຈ. (ຈາກຄັມພີປັນຈະຕັນຕຣະ) ຄວນຜາບສັຕຕຣູ ດ້ວຍຜູ້ເປັນສັຕຕຣູກັນເອງ. (ຈາກຄັມພີປັນຈະຕັນຕຣະ) ຄວນຜາບຜູ້ໃຫຍ່ກວ່າຕົນ ດ້ວຍຄວາມອ່ອນນ້ອມ, ຄວນຜານແພ້ຜູ້ຜ້ານກາງ ດ້ວຍການຍົວະເຍົ້າໃຫ້ແຕກສາມັກຄີ, ຄວນຜາບແພ້ຜູ້ສເມີຕົນ ດ້ວຍຄວາມພາກພຽນ. (ຈາກຄັມພີປັນຈະຕັນຕຣະ) ຄວນເວັ້ນຈາກປະເທດທີ່ເຕັມໄປດ້ວຍຄົນຊົ່ວ, ເວັ້ນຈາກມິດທີ່ຊົ່ວ, ເວັ້ນພົງພັນພີ່ນ້ອງ ບໍ່ເອື້ອເຟື້ອເກື້ອກຸນ, ເວັ້ນຈາກເມັຍຊົ່ວ, ເວັ້ນຈາກຄົນໃຊ້ທີ່ບໍ່ຊື່ສັດ ສິ່ງເຫຼົ່ານີ້ຄວນເວັ້ນໃຫ້ໄກແສນໄກ. (ຈາກຄັມພີໂລກະນິຕິ) ຄຸນພໍ່ທໍ່ພູເຂົາກ້າ ຄຸນແມ່ທໍ່ຟ້າກັບດິນ. (ຄວາມບູຮານ) ຄາດຊິໄດ້ບິນມາຄືນົກເຈົ່າ ຄາດຊິບໍ່ໄດ້ບິນເຈີ້ຍເຈີດໜີ. (ຄວາມບູຮານ) ຄາດທຸກບໍ່ຮ່ອນມີ ຄາດເປັນເສດຖີບໍ່ຮ່ອນໄຮ້ ຄາດໄດ້ບໍ່ຮ່ອນເສັຍ ຄາດເປັນຜົວເປັນເມັຍບໍ່ຮ່ອນຮ້າງ. (ຄວາມບູຮານ) ຄວາຍມັກຕົມ, ຫົງມັກດອກບົວ, ຜູ້ຍິງທັງຫຼາຍມັກຍິນດີ ໃນຜູ້ຊາຍຢ່າງບໍ່ຮູ້ເປີດ, ຄົນດີມັກທັມ. ຄວາຍຕູ້ມັກຊົນ ຄົນຈົນມັກເວົ້າ. (ຄວາມບູຮານ) ຄວາຍຊົນກັນແພ້ຫຍ້າແພດ. (ຄວາມບູຮານ) ຄວາຍບາດແຫ່ກາ ໝາບາດແຫ່ແມງວັນ. (ຄວາມບູຮານ) ຄວາຍຕູ້ມັກຮານ ຄົນພານມັກຫາຄວາມ. (ຄວາມບູຮານ) ຄວາຍເຂົ້າສວນມັກຄາໂຕເຮັ້ຽ(ໂຕສຸດທ້າຍ). (ຄວາມບູຮານ) ຄວາຍເຖົ້າມັກຫຍ້າອ່ອນ. (ຄວາມບູຮານ) ຄວາຍເຮັດນາ ໝາກິນເຂົ້າ. (ຄວາມບູຮານ) ຄວາມເຫິງສາ ເປັນທຸກຂນາດ. (ໜັງສືສຽວສວາດ) ຄວາມໂມໂຫ ພາໂຕຕົກຕ່ຳ. (ຄວາມບູຮານ) ຄວາມກະຕັນຍູນັ້ນ ເປັນຄອງນັກປຣາດ ພຣະບາດເຈົ້າຍໍຍ້ອງວ່າດີ. (ໜັງສືສຽວສວາດ) ຄວາມຄຶດມີບໍ່ແພ້ ທືນຄ້າຫາກບໍ່ມີ. (ຄວາມບູຮານ) ຄວາມສາມັກຄີໂຮມແຮງກັນ ຂອງສິ່ງເລັກນ້ອຍ ສາມາດໃຫ້ວຽກການສຳເຣັດຕົນໄດ້ ດັ່ງດຽວກັນກັບ ເສັ້ນຫຍ້າທີ່ຝັ້ນເຂົ້າເປັນເຊືອກ ຍັງສາມາດຜູກຊ້າງສານທີ່ຕົກມັນໄດ້. (ຈາກຄັມພີປັນຈະຕັນຕຣະ) ຄວາມບໍ່ຄຽດ ຊນະຄວາມຄຽດ, ຄວາມດີ ຊນະຄວາມບໍ່ດີ, ການໃຫ້ແລະແບ່ງປັນ ຊນະຄວາມຂີ້ຖີ່, ການເວົ້າຈິງ ຊນະຄົນເວົ້າໂລເລໄດ້. (ຈາກຄັມພີໂລກະນິຕິ) ຄວາມບໍ່ດີຫາໃສ່ ຄວາມບໍ່ໃຫຍ່ຫາແຖມ. (ຄວາມບູຮານ) ຄວາມບໍ່ ມີຫາໃສ່ ຄວາມບໍ່ໃຫຍ່ຫາແຖມ. (ຄວາມບູຮານ) ຄວາມສັດຈິງ ເປັນຄອງນັກປຣາດ ຄັນວ່າເສັຍສັດນີ້ ໂຕຕາຍດີກວ່າ ນັກປຣາດເຈົ້າຍໍຍ້ອງວ່າດີ. (ໜັງສືສຽວສວາດ) ຄວາມດີ ຝັງໄວ້ເກົ້າສອກ ຄວາມບໍ່ດີຊັກອອກເກົ້າວາ. (ຄວາມບູຮານ) ຄວາມປາກຫວານຈ້ອຍໆ ໃຈສົ້ມດັ່ງໝາກນາວ. ຄວາມປມາດ ເປັນຫົນທາງແຫ່ງຄວາມຕາຍ.(ຄວາມບູຮານ) ຄວາມພຍາຍາມຢູ່ທີ່ໃດ ຄວາມສຳເຣັດຢູ່ທີ່ນັ້ນ. (ຄວາມບູຮານ) ຄວາມລັບບໍ່ໃຫ້ເຖິງສາມ ຄວາມບໍ່ງາມບໍ່ໃຫ້ເຖິງສີ່ ຄວາມມິດຄວາມມີ່ ບໍ່ໃຫ້ເຖິງຫ້າເຖິງຫົກ. (ຄວາມບູຮານ) ຄວາມອະກະຕັນຍູນັ້ນ ເປັນອັນສາໂຫດ ໃຈໂກດກ້າ ໜັກໜ້າບໍ່ຖອຍ ພຣະສັຖຖາບໍ່ເຄີຍຍົກຍ້ອງ ນັກປຣາດເຈົ້າແໜງໜ້າໜ່າຍສະອາງ. (ໜັງສືສຽວສວາດ) ຄວາມຮູ້ ຖ້ວມຫົວ ເອົາຕົວບໍ່ລອດ. (ຄວາມບູຮານ) ຄວາມຮູ້ ນ້ອຍ ຢ່າຜ່ານຄອງເມືອງ. (ຄວາມບູຮານ) ຄວາມຮູ້ ໜ້ອຍ ຢ່າຄຶດການເມືອງ ນຸ່ງຜ້າເຫຼືອງຢ່າຄຶດການບ້ານ ໃກ້ຫົວລ້ານຢ່າດ່ານົກກະຊຸມ. (ຄວາມບູຮານ) ຄວາມສຸກຢູ່ທີ່ໃດ ຄວາມທຸກຢູ່ທີ່ນັ້ນ. (ຄວາມບູຮານ) ຄວາມງົວບໍ່ທັນຫາຍ ຄວາມຄວາຍເຂົ້າມາແຊກ. (ຄວາມບູຮານ) ຄ້ຽວໝາກບໍ່ໃສ່ຢາ ກໍບໍ່ມີຣົດແຊບ, ຄົນບໍ່ມີສັບ ແມ່ນຊິແຕ່ງໂຕດີ ກໍເປັນເຂີນໆ, ແກງບໍ່ໃສ່ເກືອກໍບໍ່ນົວ, ການເວົ້າຈາພາກຂອງ ຄົນຜູ້ບໍ່ມີຄວາມຮູ້ ກໍບໍ່ເປັນໜ້າຟັງ. (ຈາກຄັມພີໂລກະນິຕິ)