ໝວດທີ່ເປັນ ຄຳເວົ້າທັມມະດາ  "ກ-ຂ"

ກະຕ່າຍໝາຍຈັນ. (ຄວາມບູຮານ) ກະຕັນຍູ ບໍ່ຕ້ອງຖ້າເວລາ ເພາະບິດາມານດາ ບໍ່ຢູ່ນຳເຮົາຕລອດໄປ (ຈາກຄັມພີໂລກະນິຕິ) ກ້າຫຼາຍມັນບ່ານ (ຄວາມບູຮານ) ກິຣິຍາທາງນອກ, ການຍົວລະຍາດ, ການເໜັງຕີງ, ການເວົ້າໃສ່, ການເຫຼືອດສາຍຕາ ຫຼື ບູ້ຍສົບ ເຫຼົ່ານີ້ ເປັນທາງໃຫ້ຢັ່ງຮູ້ເຖິງໃຈ. (ຈາກຄັມພີປັນຈະຕັນຕຣະ) ກຳຂີ້ດີກວ່າກຳຕົດ ຫຳຫົດດີກວ່າໂຄຽສຽກ. (ຄວາມບູຮານ) ກຳລັງແຮງຂອງໝູ່ຍາຕຕິພີ່ນ້ອງ ທີ່ສາມັກຄີກັນທຳປໂຍດນັ້ນ ແມ່ນກຳລັງຂອງພຣະຍາອິນ ກໍບໍ່ສາມາດປ້ານໄວ້ໄດ້. (ຈາກຄັມພີປັນຈະຕັນຕຣະ) ກັນດີກວ່າແກ້ ແຮດີກວ່າລົ້ວ ເອົາຜົວດີກວ່າຢູ່ປ່ຽວ. (ຄວາມບູຮານ) ກົກຮ້າຍປາຍດີ. (ຄວາມບູຮານ) ກົບໂຕນ້ອຍໆ ທຳທ່າຣາຊສີ ເມື່ອຖືກກາສັບຕອດ ກໍມີແຕ່ຮ້ອງແອບໆ, ຄົນບໍ່ມີປັນຍາທຳທ່າເໝືອນນັກປຣາດ ເມື່ອຖືກຜູ້ຮູ້ຖາມ ກໍມີແຕ່ເວົ້າ ອ່າອະ ອ່າອະ. (ຈາກຄັມພີໂລກະນິຕິ) ກາງຄືນເປັນເຫງັນ ກາງເວັນເປັນນົກເຄົ້າ ມື້ເຊົ້າເປັນແມວໂພງ. (ຄວາມບູຮານ) ກັມໃດໃຜກໍ່ ກັມນັ້ນຍ່ອມສນອງ. (ຄວາມບູຮານ) ການກິນ, ການເສບເມຖຸນ, ການນອນ ມີຢູ່ໃນຄົນແລະງົວສເມີກັນ ວິຊາຄວາມຮູ້ເຮັດໃຫ້ຄົນວິເສດກວ່າສັດ, ຄົນທີ່ບໍ່ມີຄວາມຮູ້ ກໍເໝືອນກນັກັບງົວ. (ຈາກຄັມພີໂລກະນິຕິ) ການສເນີຕົວເຂົ້າໄປ ແຊກແຊງໃນກິຈການ ຂອງຄົນອື່ນ ມີແຕ່ຄວາມເສັຍຫາຍເປັນພື້ນ. (ໜັງສືສຽວສວາດ ສອນວ່າ "ເພິ່ນບໍ່ເອີ້ນຢ່າຂານ ເພິ່ນບໍ່ວານຢ່າຊ່ອຍ ມັກຊ່ອຍແທ້ ໃຫ້ພິຈາຣະນາ" ນີ້ເປັນເປັນຄຳສອນທີ່ຖືກຕ້ອງ). (ຈາກຄັມພີປັນຈະຕັນຕຣະ) ການເສັງສະພາບ ຂອງຮ່າງກາຍ ແລະ ສິ່ງກ່ຽວຂ້ອງກັບຮ່າງກາຍ ຈະຄາດຄະເນກຳລັງ ແລະ ຄວາມສາມາດອັນແທ້ຈິງບໍ່ໄດ້. (ຈາກຄັມພີປັນຈະຕັນຕຣະ) ການຍ້ອງວ່າເປັນບັນດິດ ທີ່ຄົນພານຍ້ອງໃຫ້ ມີໂທດ ບັນດິດຕໍ່ບັນດິດທໍ່ນັ້ນ ຍ້ອງຍໍກັນ ຈິ່ງເປັນການຍ້ອງທີ່ດີ. (ຈາກຄັມພີໂລກະນິຕິ) ການທີ່ຜູ້ທົງອານຸພາບມາກ ມາຖອດຖອນຂ້າເກົ່າຜູ້ຊຳນານ ໃນການຣັຖສາດ ແລະ ວຽກການຕ່າງໆ ແລ້ວຕັ້ງຄົນໃໝ່ ທີ່ມີແຕ່ຄວາມຖແລງແປງລີ້ນ ບໍ່ມີຄວາມຊຳນານໃນວຽກການອັນໃດເລີຍ ໃຫ້ເປັນແທນນັ້ນ ເປັນຄວາມເສັຍຫາຍ ຢ່າງໃຫຍ່ຫຼວງ ອາດພາໃຫ້ບ້ານເມືອງຫຼົ້ມຈົມໄດ້. (ຈາກຄັມພີປັນຈະຕັນຕຣະ) ການທຳຄຸນໃຫ້ຄົນຜູ້ບໍ່ຮູ້ຈັກຄຸນນັ້ນ ແມ່ນຈັ່ງໃດມັນກໍຕ້ອງ ບຽດບຽນທ່ານຜູ້ໄດ້ທຳຄຸນໃຫ້ສເມີ. (ຈາກຄັມພີປັນຈະຕັນຕຣະ) ການທຳຄຸນນຳຄົນພານສັນດານຫຍາບ ຕັ້ງຮ້ອຍເທື່ອ ກໍບໍ່ມີຜົນ, ກ່າວສູນທອນພົດໃຫ້ຄົນໂງ່ຟັງ ຕັ້ງຮ້ອຍຫົນ ກໍເສັຍການ, ເວົ້າສອນຜູ້ມີສັນດານດື້ດ້ານຖືດີ ຕັ້ງຮ້ອຍສະຖານ ກໍບໍ່ເກິດປໂຍດ, ແນບນຳຄົນສາໂຫດ ປັນຍາປູ້ ຕັ້ງຮ້ອຍແນວກໍເມື່ອຍລ້າ. (ຈາກຄັມພີປັນຈະຕັນຕຣະ) ການທຳອຸປກາຣະຄຸນແກ່ຄົນຕ້ຳຊ້າ ຍ່ອມພາໃຫ້ຈເຣີນ ເພື່ອຄວາມເປັນໂທດ. (ຈາກຄັມພີປັນຈະຕັນຕຣະ) ການທານ ເປັນຢາສເນ, ຄວາມຂີ້ຖີ່ ເປັນຢາເບື່ອເມົາທີ່ຄົນຊັງ, ການທານ ເປັນຢາໃຫ້ມີຍົດ ແລະ ມີຄົນຍ້ອງຍໍອີກຄືກັນ ຄວາມຂີ້ຖີ່ ເປັນຢາແຫ່ງຄວາມກ່ຳພ້າ. (ຄືເປັນເຫຕພຮໃຫ້ເປັນຄົນປ່ຽວພອຍ ໄຮ້ຍາດຂາດມິດ ບໍ່ມີທີ່ເພິ່ງພາອາສັຍ ເໝືອນລູກກ່ຳພ້າ). (ຈາກຄັມພີໂລກະນິຕິ) ການບໍ່ເຮັດຫຍັງ ຍ້ອນຢ້ານຜິດ ອັນນີ້ ເປັນລັກສະນະຂອງຄົນໂງ່. (ຈາກຄັມພີປັນຈະຕັນຕຣະ) ການຟູມເຟືອຍເຊິເຊີມ, ການເກັບຫອມໄວ້ ໂດຍຜິດທາງ ແລະ ການສໍ້ໂກງຜູ້ຢູ່ຫ່າງ ເຫຼົ່ນີ້ ເປັນລັກສະນະຂອງຄວາມຊົ່ວຮ້າຍ. (ຈາກຄັມພີປັນຈະຕັນຕຣະ) ການລ້ຽງເກືອ ຜູ້ທີ່ຢູ່ນຳນຶ່ງ, ການຕອບບຸນແທນຄຸນ ຂອງຄົນອື່ນນຶ່ງ, ການປະຕິບັດທັມນຶ່ງ, ການອອກລູກນຶ່ງ, 4 ປະເພດນີ້ ຈະຢືມມືຄົນອື່ນເຮັດບໍ່ໄດ້. (ຈາກຄັມພີປັນຈະຕັນຕຣະ) ການຢູ່ໃນສະຖານທີ່ຄັບແຄບ ເປັນທຸກ, ຍິ່ງກວ່ານັ້ນ ແມ່ນຢູ່ໃນທີ່ມີຄົນ ເປັນສັຕຕຣູບໍ່ຮັກແພງ ທຸກຍິ່ງກວ່ານັ້ນອີກ ແມ່ນຢູ່ຮ່ວມກັບຄົນຜູ້ ບໍ່ຮູ້ຈັກຄຸນ. (ຈາກຄັມພີໂລກະນິຕິ) ການໃຫ້ເກີດຄວາມວຸ່ນວາຍ ກໍຍ້ອນທຳຄວາມຮັກໃຫ້ແຮງກ້າເກີນໄປ ເໝືອນກັນກັບໝໍ້ນ້ຳເຕັມເກີນເຄີ່ງ ຄົນເອົາເທີນຫົວໄປ ຍ່ອມເຟືອດ. (ຈາກຄັມພີໂລກະນິຕິ) ການໃຫ້ ເປັນການຂົ່ມໃຈ ຂອງບຸກຄົນທີ່ບໍ່ເຄີຍໃຫ້, ການໃຫ້ ຕ້ອງໄດ້ປໂຍດໃນທີ່ທຸກສະຖານ, ຄົນທັງຫຼາຍມີ ຄວາມພໍໃຈ ແລະ ມີນ້ຳໃຈອ່ອນນ້ອມ ກໍຍ້ອນການໃຫ້ ແລະ ຄວາມເວົ້າອັນອ່ອນຫວານ. (ຈາກຄັມພີໂລກະນິຕິ) ການແຮກຮຽນ ໜັງສື ວັນພຣະຫັດ ຈະສຳເຣັດຜົນ, ການແຮກຮຽນ ໃນວັນອາທິດແລະວັນສຸກ ໄດ້ເຄິ່ງໆກາງໆ, ການແຮກຮຽນ ໃນວັນພຸດແລະວັນຈັນ ຈະບໍ່ສຳເຣັດ, ຖ້າແຮກຮຽນ ໃນວັນເສົາແລະວັນອັງຄານ ຈະຕາຍ. (ຈາກຄັມພີໂລກະນິຕິ) ການແຮກຮຽນໜັງສື ໃນວັນ 8 ຄ່ຳ ຍ່ອມທຳລາຍຄູ, ການແຮກຮຽນໜັງສື ໃນວັນ 14 ຄ່ຳ ຍ່ອມທຳລາຍສິດ, ການແຮກຮຽນໜັງສື ໃນວັນ 10 ຄ່ຳ ຍ່ອມທຳລາຍສິລປະ ແລະ ການແຮກຮຽນໜັງສື ໃນວັນ 15 ຄ່ຳ ຍ່ອມທຳລາຍພໍ່ແມ່. (ຈາກຄັມພີໂລກະນິຕິ) ການງານນີ້ ອຸປະສັກແສນໝູ່ ເກີດເປັນຄົນຕ້ອງສູ້ ຢ່າຖອຽເວັ້ນຫຼີກໜີ ກາບໍ່ມັກທ່ານ້ຳ ສມຸດຫຼວງກະບໍ່ວ່າ ກາບໍ່ມັກທ່ານ້ຳ ກະຕາມຖ້ອນຊ່າງກາ ກິນບໍ່ຊ່າງກິນເປັນໜີ້ ສີ້ບໍ່ຊ່າງສີ້ ເປັນສົບເປັນຄວາມ. (ຄວາມບູຮານ) ກິນແມ່ນປາກ ຢາກແມ່ນທ້ອງ ທຽວຂີ້ແມ່ນຂາ. (ຄວາມບູຮານ) ກິນເຂົ້າໂຕ ຢ່າໂສຄວາມເພິ່ນ. (ຄວາມບູຮານ) ກິນຫຼາຍທ້ອງແຕກ ແບກຫຼາຍຫຼັງຫັກ. (ຄວາມບູຮານ) ກິນສົມຢາກ ປາກສົມຄຽດ. (ຄວາມບູຮານ) ກິນເຂົ້າຜີຟັງຄວາມຜີ ສີ້ຫີໃດຟັງຄວາມຫີນັ້ນ. (ຄວາມບູຮານ) ກິນເຂົ້າຜີໃຫ້ເຈົ້າຮາກ ຄ້ຽວໝາກຜີໃຫ້ເຈົ້າຄາຍ ໃຫ້ເຈົ້າຄືນມາດາຍທ້ອງເປົ່າ. (ຄວາມບູຮານ) ກິນແກງແຂ້ ຄາງກະແຈປາກບໍ່ລັ່ນ ກິນກະທ້າງ ຄາງກະດ້າງ ປາກບໍ່ເປັນ ກິນມ່ຳໆ ບໍ່ຄຳເບິ່ງທ້ອງ. (ຄວາມບູຮານ) ກິນຜູ້ດຽວ ງູເຫຼືອມກ້ຽວ. (ຄວາມບູຮານ) ກິນນ້ຳໃຕ້ສອກ. (ຄວາມບູຮານ) ກິນປູນຮ້ອນທ້ອງ. (ຄວາມບູຮານ) ກິນເທິງເຮືອນ ຂີ້ໃສ່ຫຼັງຄາ. (ຄວາມບູຮານ) ກິນນ້ຳຄະລຳຕ່ອນ. (ຄວາມບູຮານ) ກວຽນຫຼົ້ມ ເພາະເພົາຫຼົມ. (ຄວາມບູຮານ) ກ້ຽງແຕ່ນອກ ທາງໃນເປັນໝາກເດື່ອ ຫວານນອກເນື້ອ ໃນສົ້ມດັ່ງໝາກນາວ ກ້ຽງປາກທາງໄຫ ທາງໃນເປັນປາແດກ ກ້ຽງປາກບັ້ງ ຂັງຂໍ້ປາກກະທໍ ກ້ຽງຮອດໃບ ໃສຮອດລູກ ກ້ຽງຮອດເຂົ້າປູກ ກ້ຽງຮອດເຂົ້າປັດລານ ກ່ຽວຫຍ້າມຸງເມືອງ. (ຄວາມບູຮານ) ຂ້າຄວາຍອິດາຍໝາກເຜັດ. (ຄວາມບູຮານ) ຂ້າຊ້າງເອົາງາ. (ຄວາມບູຮານ) ຂ້າງນອກສຸກໃສ ຂ້າງໃນເປັນໂພງ. (ຄວາມບູຮານ) ຂາຍຂອງໃຫ້ພີ່ນ້ອງ ຂາຍຄ້ອງໃຫ້ເຈົ້າຫົວ. (ຄວາມບູຮານ) ຂີ້ຊ້າງລອດ ຂີ້ມອດຄ້າງ. (ຄວາມບູຮານ) ຂີ້ໝີ້ນຢູ່ສວນຊວນກັນເປັນຫວ້ານ ຊູ້ຢູ່ບ້ານເປັນເພິ່ນຊະເລີຽເຕີຽ. ຂອງກິນໜ້ອຍຈົນໃຈຜູ້ຊິແບ່ງ. (ຄວາມບູຮານ) ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ. (ຄວາມບູຮານ) ຂອງ 5 ຢ່າງຄື : ຄົນມີເງິນ. ນັກປຣາດ. ພຣະຣາຊາ. ແມ່ນ້ຳ. ໝໍຢາ.

ຖ້າບໍ່ມີໃນປະເທດພຽງມື້ນຶ່ງວັນດຽວ ຜູ້ມີປັນຍາກໍບໍ່ຄວນຢູ່ໃນປະເທດນັ້ນ. (ຈາກຄັມພີໂລກະນິຕິ) ຂຶ້ນຕົ້ນດ້ວຍຄວາມວ່າ "ຫຼິ້ນ" = ມີຄວາມເສັຽຫາຍ ຫຼາຍກວ່າຄວາມໄດ້. ຂ່ວາງຄ້ອນກາຍໝາກມ່ວງ. (ຄວາມບູຮານ) ຂຽນດ້ວຽມື ລຶບດ້ວຽຕີນ. (ຄວາມບູຮານ) ຂັບຕາມນ້ຳ ຫຼົ້ມຕາມບວຍ.