ໝວດທີ່ເປັນຄຳເວົ້າ ທັມມະດາ  ຂຶ້ນຕົ້ນດ້ວຽ "ສຣະ"

ເກົ້າອົດເກົ້າເຍື້ອນ ຫາກຊິໄດ້ທ່ອນຄຳ.(ຄວາມບູຮານ) ເກີດເປັນຄົນ ໃຫ້ຮຽນຄວາມຮູ້. (ໜັງສືສຽວສວາດ) ເຂົ້າເຕັມເລົ້າ ນັ່ງເວົ້າກໍຄື ເງິນເຕັມຖົງ ເວົ້າໂກງກໍໄດ້. (ຄວາມບູຮານ) ເຂົ້າເຕັມເລົ້າ ນັ່ງເວົ້າກໍຄື ເງິນເຕັມຖັງ ເວົ້າຫຍັງກໍ່ໄດ້. ເຂົ້າເພິ່ນຂາວ ລູກສາວເພິ່ນແຮງ ແກງເພິ່ນແຊບ ປາແດກເພິ່ນນົວ ຜົວເພິ່ນດີ ຄອບເມັຍເພິ່ນຊ່າງ. (ຄວາມບູຮານ) ເຂົ້າໃນເລົ້າດູຫຼາຍ ຫີນອນຫງາຍດູໃຫຍ່. (ຄວາມບູຮານ) ເຂົ້າໃນປ່າຢ່າວອນຫາເສືອ ໄປທາງເຮືອຢ່າວອນຫາເງືອກ. (ຄວາມບູຮານ) ເຂົ້າໃໝ່ປາມັນ.(ຄວາມບູຮານ) ເຂົ້າຂາດແລງ ແກງຂາດໝໍ້ ຜົວເມັຍຊິພັດພາກ ເຂົ້າຂາດນາປາຂາດນ້ຳ ເມືອງບ້ານຊິຈຸ່ມຈົມ.(ຄວາມບູຮານ) ເຂົ້າຢູ່ນາດູໜ້ອຍ ປາໃນຮ້ອຍດູຫຼາຍ. (ຄວາມບູຮານ) ເຂົ້າຢູ່ເຮືອນເໜືອ ເກືອຢູ່ເຮືອນໃຕ້. (ຄວາມບູຮານ) ເຂົ້າບ້ານຕາຫຼີ່ວ ໃຫ້ຫຼີ່ວຕານຳ. (ຄວາມບູຮານ) ເຄັ່ງຫຼາຍມັນຂາດ ຍານຫຼາຍມັນຂ້ອງ. (ຄວາມບູຮານ) ເງິນເຕັມພາບໍ່ທໍ່ຜຍາເຕັມປູມ.(ຄວາມບູຮານ) ເງິນຫົວຂວັນເຈົ້າ ເຂົ້າຫົວຂວັນໝາ. (ຄວາມບູຮານ) ເງິນຄຳໜີຈາກເຈົ້າເປັນເຂົາງົວປ່າ ຖາມດີຈຶ່ງໄດ້ ຖາມຮ້າຍໄລ່ຊົນ. (ຄວາມບູຮານ) ເງິນຄຳຫາໄດ້ ນ້ຳໃຈຫາຍາກ.(ຄວາມບູຮານ) ເຈົ້ານາຍບໍ່ດີເຫັນແກ່ເງິນແສນໄຖ່ ເຈົ້ານາຍດີເຫັນແກ່ໄພ່ແສນເມືອງ. (ຄວາມບູຮານ) ເຈົ້ານາຍຜູ້ໃຫຍ່ມັກຜາຍໂຜດຜູ້ຢູ່ໃກ້ ເຖິງແມ່ນຈະມີຄວາມຮູ້, ສະກຸນຕ່ຳ, ກິຣິຍາຫຽາບກໍຕາມ ດັ່ງດຽວກັນກັບສັຕຕຣີ ແລະ ເຄືອເຂົາມັກກ້ຽວພັນກັບຂອງທີ່ຢູ່ໃກ້ສເມີ. (ຈາກຄັມພີປັນຈະຕັນຕຣະ) ເຈົ້າເຮືອນພາເຂົ້າ ເຈົ້າເຫຼົ້າພາກິນ. (ຄວາມບູຮານ) ເສນາໝາກຂີ້ກາ. (ໜັງສືສຽວສວາດ) ເສກສັນປັ້ນແຕ່ງ. (ຄວາມບູຮານ) ເສັ້ນຜົມບັງພູເຂົາ. (ຄວາມບູຮານ) ເສດໜີ້, ເສດໄຟ ແລະ ເສດສັຕຕຣູ ທີ່ເຫຼືອຢູ່ ກໍເໝືອນກັນທັງນັ້ນ ມັນຈະຕ້ອງຈະເຣີນ ງອກງາມຂຶ້ນເລື້ອຍໆ ເພາະສນັ້ນ ເພິງກຳຈັດຢ່າໃຫ້ມັນເສດເຫຼືອຢູ່.(ຈາກຄັມພີໂລກະນິຕິ) ເສັຽຄຳທໍ່ຫົວ ບໍ່ທໍ່ເສັຽຜົວໃຫ້ເຂົາ. (ຄວາມບູຮານ) ເສັຽໜ້ອຍເສັຽຍາກ ເສັຽມາກເສັຽງ່າຍ. (ຄວາມບູຮານ) ເສືອໄດ້ກິນເນື້ອ ເພື່ອປ່າມີໜາມ ໄມ້ງາມເພື່ອເສືອຢູ່. (ໜັງສືສຽວສວາດ) ເສືອຕາຍເພາະໜັງ ຊ້າງຕາຍເພາະງາ ພຣະຍາຕາຍເພາະສົມບັດ. (ຄວາມບູຮານ) ເສືອພີເພາະປ່າປົກ ປ່າຮົກເພາະເສືອຍັງ ດິນດີເພາະຫຽ້າບັງ ຫຽ້າຍັງເພາະດິນດີ. (ຄວາມບູຮານ) ເຊື້ອອື່ງເຖົ້າ ຄວາມເວົ້າຂ້າໂຕ. ເຊືອກສາມວາລ່າມຊ້າງ ຢ່າອວດອ້າງວ່າໂຕດີ. (ຄວາມບູຮານ) ເດືອນຫົກຢ່າຂີ່ມ້າ ເດືອນຫ້າຢ່າໄຕ່ຂວາ. (ຄວາມບູຮານ) ເດືອນຫົກໃຫ້ຫວ່ານກ້າ ເດືອນຫ້າໃຫ້ແຕ່ງໄຖ. (ຄວາມບູຮານ) ເດີນຕາມຫຼັງຣາຊສີ ດີກວ່າເດີນຕາມກົ້ນໝາວັດ.(ຄວາມບູຮານ) ເດັດບົວບໍ່ໄວ້ໃຍ.(ຄວາມບູຮານ) ເບິ່ງໃຫ້ມັນໄກ ໄປໃຫ້ມັນເຖິງ. ເບິ່ງໃຫ້ມັນຍາວ ຊາວໃຫ້ມັນເຖິງ. ເບິ່ງຄົນ ໃຫ້ເບິ່ງໜ້າ ເບິ່ງຜ້າໃຫ້ເບິ່ງເຊີງ. (ຄວາມບູຮານ) ເບິ່ງຊ້າງ ໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງແມ່ ຄັນຊິເບິ່ງແທ້ໆ ໃຫ້ເບິ່ງປູ່ຢ່າຕາຍາຍ. (ຄວາມບູຮານ) ເບິ່ງວັດ ໃຫ້ເບິ່ງຖານ ເບິ່ງບ້ານໃຫ້ເບິ່ງຄົວ. (ຄວາມບູຮານ) ເຕົ່າກຸ້ມປາກເຕົ່າ ແລນກຸ້ມປາກແລນ. (ຄວາມບູຮານ) ເຖົ້າເສັຽດາຽ ຕາຽເສັຽຊື່ ເຖົ້າແລ້ວຈຶ່ງມາພໍ້ຫຍ້າຫວາຍ ບາດຊິຕາຍແລ້ວຈຶ່ງມາພໍ້ຫຍ້າປ້ອງ. (ຄວາມບູຮານ) ເຖິງຍາມຄ່ຳຢ່ານັ່ງຫົນທາງ ຍາມກາງຄືນຢ່າເຂົ້າທ່ຽວບ້ານ ເຂົ້າເຖື່ອນກວ້າງ ລ້ຽງໜູ່ໝູໝາ. ເຖິງຍາມຄ່ຳຢ່ານັ່ງແຈທາງ ຍາມກາງຄືນຢ່າເຂົ້າທ່ຽວບ້ານ ເຂົ້າເຖື່ອນກວ້າງຢ່າອ່າວຫາເສືອ ໄປທາງເຮືອຢ່າວອນຫາເງືອກ. (ຄວາມບູຮານ) ເປົ່າປີ່ໃສ່ຫູຄວາຍ. (ຄວາມບູຮານ) ເປັນຂ້ອຍໃຫ້ເປັນຂ້ອຍອາດຍາ ເປັນໝາໃຫ້ເປັນໝາວັດ. (ຄວາມບູຮານ) ເປັນຄົນໃຫ້ເພິ່ນໃຊ້ ເປັນໄມ້ໃຫ້ເພິ່ນຟັນ. (ຄວາມບູຮານ) ເປັນເຈົ້າຂຸນມຸນນາຍຜູ້ໃຫຍ່ ມີບາວໄພ່ອ້ອມຂ້າງ ຢ່າກ່າວອ້າງອວດຍໍໂຕ ບໍ່ດີ. (ໜັງສືສຽວສວາດ) ເປັນເຈົ້າ ໃຫ້ຮັກໄພ່ທັງຫຼາຍ ເປັນນາຍໃຫ້ຮັກໝູ່ ເປັນປູ່ໃຫ້ຮັກຫຼານ ເປັນກວານໃຫ້ຮັກລູກບ້ານ ຄັນຊິຕ້ານໃຫ້ຄ່ອຍໝັ່ນພຽນຈາ ຢາກກິນນາ ໃຫ້ພຽນຂອງຝາກ ຢາກຢ່າຢາກຫຼາຽ ໂຕຊິຕາຍບໍ່ຮູ້ ເຫັນແຕ່ຊູ້ ຕາບໍ່ລ່ຳຫຼິງດູ. (ໜັງສືສຽວສວາດ) ເປັນນາຽໃຫ້ຮັກໄພ່ ເປັນໃຫຍ່ໃຫ້ຮັກລູກບ້ານ ຂີ້ຄ້ານໃຫ້ຄ່ອຽພຽນຈາ. ເພິ່ນຊັງໂຕ ຢ່າໂງຊັງຕອບ. (ຄວາມບູຮານ) ເພີ່ນຫຸມໂຕ ຢ່າໂງທາງຕ່າງ.(ຄວາມບູຮານ) ເພິ່ນຫຸມໂຕ ຢ່າໂງທາງຕ່າງ ຍ່າງກາງບ້ານ ຫຼຽວໜ້າຫຼຽວຫຼັງ ກາຍພຣະສົງ ຍໍມືນົບໄຫວ້ ຕົກໝູ່ຂຸນ ຊ່ອຍຂຸນລ້ຽງມ້າ ຕົກໝູ່ຂ້າ ຊ່ອຍຂ້າພາຍໂຊນ. ເພິ່ນບໍ່ເອີ້ນຢ່າຂານ ເພີ່ນບໍ່ວານຢ່າຊ່ອຍ ມັກຊ່ອຍແທ້ ໃຫ້ພິຈຈາຣະນາ ທີ່ເພີງຊ່ອຍຈຶ່ງຊ່ອຍ. (ໜັງສືສຽວສວາດ) ເພີ່ນຫາມໝູ ຢ່າເອົາຄານໄປສອດ. (ຄວາມບູຮານ) ເພິ່ນເຫັນໂຕ ຢ່າອຳເອົາໄວ້ ບາດໂທດຕ້ອງມາປີ້ນໃສ່ໂຕ. (ໜັງສືສຽວສວາດ) ເພິ່ນຫຼັບໂຕຫຼັບ ເພິ່ນຫຼີ່ວໂຕຫຼີ່ວ. ເພື່ອນກິນຫາໄດ້ ເພື່ອນຕາຍຫາຍາກ. (ຄວາມບູຮານ) ເມັຽໃຈຮ້າຍ, ເພື່ອນໃຈຄົດ, ບ່າວຖຽງຄວາມ, ຢູ່ໃນເຮືອນມີງູ ເຫຼົ່ານີ້ ແມ່ນມັດຈຸຣາດ ໂດຍບໍ່ຕ້ອງສົງສັຍ. (ຈາກຄັມພີປັນຈະຕັນຕຣະ) ເມື່ອຈັກທຽວໄປມາ ຂື້ນເໜືອລົງລ່າງ ໃຫ້ທຳຕົນເໝືອນດັ່ງຕົວທະນີແລະຄ່າງ ຄັນວ່າລຸກຍ່າງຍ້າຍ ໃຫ້ເບິ່ງເສືອໜີ ຫຼຽວຫຼັງສາມທີຈຶ່ງຢ່າ. (ໜັງສືສຽວສວາດ) ເມື່ອຍັງບໍ່ເຖິງເວລາອັນຄວນເວົ້າ ກໍຢ່າເວົ້າ ເພາະເວົ້າບໍ່ຖືກເວລາ ເຖິງແມ່ນພຣະຣືຫັດບໍດີຜູ້ເກັ່ງກ້າໃນທາງສີປາກ ກໍຍັງຖືກຕິວ່າບໍ່ມີຄວາມຄຶດ. (ຈາກຄັມພີປັນຈະຕັນຕຣະ) ເມື່ອໃດ ເຈົ້ານາຍຈັດການກັບຄົນທຸກພວກ ໃຫ້ສເມີກັນເໝີດບໍ່ໃຫ້ແຕກຕ່າງກັນ (ດີກັບຊົ່ວສເມີກັນ) ເມື່ອນັ້ນ ອານຸພາບອັນເປັນກຳລັງຂອງ ກິຈຈະການທັງຫຼາຍ ກໍເສື່ອມຖອຍ. (ຈາກຄັມພີປັນຈະຕັນຕຣະ) ເມື່ອຊ່ອຍໃຫ້ຄົນອື່ນ ສົມຫວັງໄດ້ແລ້ວ ທ່ານຈະສົມຫວັງເອງ. ເມື່ອທຳວຽການສຳເຣັດແລ້ວ ບໍ່ມີໃຜຫຼຽວແລເບິ່ງຜູ້ເຮັດດອກ ດັ່ງນັ້ນ ເພີງກະທຳວຽກການທັງປວງບໍ່ໃຫ້ຄ້າງຄາ. (ຈາກຄັມພີໂລກະນິຕິ) ເມື່ອຣາຊອານາຈັກ ປາສະຈາກຜູ້ມີປັນຍາແລ້ວ ປະສາສະໂນບາຍກໍເສື່ອມ ຫາກປະສາສະໂນບາຍເສື່ອມແລ້ວ ປະເທດກໍຫຼົ້ມຈົມ. (ຈາກຄັມພີປັນຈະຕັນຕຣະ) ເມື່ອເຫັນວ່າຮ່າງກາຍ ເປັນຂອງແຕກດັບໄດ້ ໃນຍາມນຶ່ງຍາມດຽວແລ້ວ ຈະມົວຄຶດພິສັງເຖິງຄວາມຕາຍ ໃນການຣົນນະຣົງສົງຄາມ. (ຈາກຄັມພີປັນຈະຕັນຕຣະ) ເພີງຜູກໃຈຄົນໂລບໄວ້ ດ້ວຽການໃຫ້ປໂຍດທີ່ເຂົາຕ້ອງການ ຜູກໃຈຄົນກະດ້າງຖືໂຕ ດ້ວຍການຍົກມືໄຫວ້, ຜູກໃຈຄົນຫຼົງໄວ້ ດ້ວຍການປະພຶດຕາມຄວາມພໍໃຈຂອງເຂົາ, ແຕ່ຜູກໃຈບັນດິດໄວ້ ຕາມຄວາມເປັນຈິງ. (ຈາກຄັມພີໂລກະນິຕິ) ເພີງຈາແລະບໍ່ເພີງຈາ ລັກຂະນາໃນໃຈໃຫ້ຮູ້ ແລ້ວຢ່າເນີໆ. (ໜັງສືສຽວສວາດ) ເພີງຝີງແດດດ້ວຍດ້ານຫຼັງ ຝີງໄຟດ້ວຍດ້ານທ້ອງ ເສບສາມະຄົມກັບນາຍ ດ້ວຍການສລະທຸກຢ່າງ ແລະປາຖນາໄປສູ່ໂລກໜ້າ ດ້ວຍຄວາມບໍ່ຫຼົງ. (ຈາກຄັມພີໂລກະນິຕິ) ເຫຼັກກ້າຖືກຫີນຊາ. (ຄວາມບູຮານ) ເລືອກຜັກໄດ້ກິນບົ້ງ ເລືອກຂາໂປ້ງໄດ້ຂ້າກີ່ວ ເລືອກຕາຫຼີ່ວໄດ້ຕາບອດ. (ຄວາມບູຮານ) ເຫຼືອດສາຍຕາມາຮັບແຕ່ໄກ, ຍຸ້ມຫົວພໍສົມຄວນ, ເວົ້າຄວາມເກົ່າທີ່ເຄີຍຮັກແພງ, ຮັກແພງຜູ້ທີ່ບໍ່ໄດ້ຮັບໃຊ້, ມີໃຈເຜື່ອແຜ່ກວ້າງຂວາງ ແມ່ນທຳຜິດ ກໍຕີ່ນຄວາມຮັກແພງ ໃຫ້ຍ້ອນຄືດເຫັນຄວາມດີແຕ່ກ່ອນ ເຫຼົ່ານີ້ເປັນລັກສນະຂອງນາຍຜູ້ມີໃຈກະຣຸນາ. (ຈາກຄັມພີປັນຈະຕັນຕຣະ) ເວລາໃດພັຍອັນຕລາຍຍັງຢູ່ໄກ ກໍບໍ່ຄວນຢ້ານແລະຫຼີກເວັ້ນພັຍອັນຕລາຍນັ້ນໃຫ້ໄກ ແຕ່ເມື່ອມັນມາໃກ້ແລ້ວ ກໍຄວນຈັດການໃຫ້ເໝາະສົມ. (ຈາກຄັມພີປັນຈະຕັນຕຣະ) ເວລາກາງຄືນ ຜາກົດວ່າຍາວຫຼາຍ ສຳຣັບຜູ້ນອນບໍ່ຫຼັບ, ທາງໂຍດນຶ່ງຍາວຫຼາຍ ສຳຣັບຜູ້ເດີນທາງລ້າ, ສັງສາຣະວັດ ກໍຍາວຫຼາຍ ສຳຣັບຄົນພານ ຜູ້ບໍ່ຮູ້ພຣະສັຈທັມ. (ຈາກຄັມພີໂລກະນິຕິ) ເວລາເປັນເງິນເປັນຄຳ. ເວົ້າຫຍາບຊ້າເປັນຄວາມຊົ່ວຂອງແມ່ ກິຣິຍາບໍ່ດີ ເປັນຄວາມຊົ່ວຂອງພໍ່ ຖ້າພໍ່ແມ່ທັງສອງເປັນຄົນຊົ່ວ ລູກກໍຈະເປັນຄົນເວົ້າຫຽາບ ແລະກິຣິຍາບໍ່ດີ. (ຈາກຄັມພີໂລກະນິຕິ) ເວົ້າດີ ເປັນຄວາມປະເສີດຂອງແມ່ ກິຣິຍາດີ ເປັນຄວາມປະເສີດຂອງພໍ່ ຖ້າພໍ່ແມ່ທັງສອງເປັນຄົນດີ ລູກກໍຈະເປັນຄົນດີ ແລະກິຣິຍາດີ. (ຈາກຄັມພີໂລກະນິຕິ) ເວົ້າຕ່ຳຜີຢ່ຳລົງ ເວົ້າສູງຜີຈູງຂຶ້ນ. (ຄວາມບູຮານ) ເວົ້ານົວຫົວມ່ວນ. (ຄວາມບູຮານ) ເວົ້າບໍ່ເຊົາຫາບ່ອນເອົາບໍ່ໄດ້. ເຫັນຄົນຫາມໝູ ຢ່າເອົາໄມ້ຄານໄປສອດ. (ຄວາມບູຮານ) ເຫັນເພີ່ນ ທຸກຢ່າຫານ ເຫັນເພີ່ນມານຢ່າທ້ວງ. (ຄວາມບູຮານ) ເຫັນເຂົາທຸກ ຢ່າເວົ້າທານຂວັນ ເຫັນເຂົາມານຢ່າທ້ວງ. (ຄວາມບູຮານ) ເຫັນເສຶອໃຫ້ໜີ ເຫັນຫີໃຫ້ເດົ້າ ຄວາມເຖົ້າເພີ່ນສອນ. (ຄວາມບູຮານ) ເຫັນຊ້າງຂີ້ ຢ່າຂີ້ນຳ. (ຄວາມບູຮານ) ເຫັນເມັຽ ທ່ານຢ່າທ້າ ເຫັນໜ້າຢ່າຍິງ. (ໜັງສືສຽວສວາດ) ເຫັນແກ່ເງິນແສນໄຖ່ ບໍ່ເຫັນແກ່ໄພ່ແສນເມືອງ. (ຄວາມບູຮານ) ເຫັນງູມາຈຶ່ງຄວາຫາຄ້ອນ. ເຫັນໜ້າຢ່າກົ່ງ ເຫັນຖົງຢ່າພາຍ. ເອົາຢ່າມາຢູ່ກັບລູກໃພ້ ປານເອົາໄຂ້ມາໃສ່ຄີງ. (ຄວາມບູຮານ) ເອົາລູກເຂີຍມາລ້ຽງພໍ່ເຖົ້າ ປານໄດ້ເຂົ້າເຕັມເລົ້າເຕັມເຍັຽ. (ຄວາມບູຮານ) ເອົາລູກໃພ້ມາລ້ຽງຍ່າ ປານເອົາຮ່າມາໃສ່ເຮືອນ.(ຄວາມບູຮານ) ເອົາລູກ ເຂີຽມາລ້ຽງພໍ່ເຖົ້າ ປານໄດ້ເຂົ້າເຕັມເລົ້າເຕັມເຍັຽ. (ຄວາມບູຮານ) ເອົາລູກເພິ່ນມາລ້ຽງ ເອົາໝ້ຽງເພິ່ນມາອົມ; ເອົາຍ່າ ມາຢູ່ນຳລູກໃພ້ ປານເອົາໄຂ້ມາໃສ່ເຮືອນ. (ຄວາມບູຮານ) ເອົາຫູໄປນາ ເອົາຕາໄປໄຮ່. (ຄວາມບູຮານ) ເອີ້ນກິນແລ່ນໃສ່ ເອີ້ນໃຊ້ແລ່ນໜີ. (ຄວາມບູຮານ) ເຮັດແທ້ແກ້ແມ່ນ (ຄວາມບູຮານ) ເຮັດກິນຢ່າຄ້ານ ເຂົ້າບ້ານຢ່າອາຍ ເຫັນຄົນຕາຍຢ່າຂີ້ດຽດ. (ຄວາມບູຮານ) ເຮັດຈັ່ງເພິ່ນ ຢ່າເຮັດຈັ່ງເພິ່ນ. ເຮັດນາເໜີດປີໄຟໄໝ້ເລົ້າເຂົ້າ. (ຄວາມບູຮານ) ເຮັດນາວ່າປີໜ້າ ໄປຄ້າວ່າປີຮື. (ຄວາມບູຮານ) ເຮັດນາຢ່າແພງກ້າ ໄປຄ້າຢ່າແພງທຶນ. (ຄວາມບູຮານ) ເຮັດນາບໍ່ເສັຽໄຮ່ ລ້ຽງໄກ່ບໍ່ເສັຽຮັງ. (ຄວາມບູຮານ) ເຮັດນາໃສ່ຫຼັງຄົນ. (ຄວາມບູຮານ) ເຮັດເປັນມືຈຶ່ງເຫັນໜ້າປ້າ ເຮັດບໍ່ເປັນມື ນ້າຜູ້ດຽວກໍເປັນເພິ່ນ. (ໜັງສືສຽວສວາດ) ເຮັດອັນໃດໃສ່ໃຈອັນນັ້ນ ຊູ້ເຂັ່ຽຂ້າງພັນຊັ້ນຢ່າຫຼຽວ. (ໜັງສືສຽວສວາດ) ເຮັດໃຫ້ມັນສຸດ ຂຸດໃຫ້ມັນເຖິງ. (ຄວາມບູຮານ) ເຮັດວຽກຢ່າຜັດວັນ ປະກັນຢ່າຜັດມື້. (ຄວາມບູຮານ) ເຮັດໄຮ່ພໍກະຈາ ເຮັດນາພໍກະເທີນ ເລີຍບັງເອີນໄດ້ທຸກ. (ຄວາມບູຮານ) ເຮັດບຸນເອົາໜ້າ ພາວະນາເອົາລາບ. ເຮືອໄຫຼທ່າຍັງ ໄຟໄໝ້ປ່າດອຍຍັງ. (ໜັງສືສຽວສວາດ) ເຮືອຫຼົ້ມບາດຈອດ ຕາບອດບາດເຖົ້າ. (ຄວາມບູຮານ) ເຮືອຫຼົ້ມໃນໜອງ. (ຄວາມບູຮານ) ເຮືອນບໍ່ມີລູກກໍສູນເປົ່າ, ພຣະເທດບໍ່ມີພຣະຣາຊາ ກໍສູນເປົ່າ, ປາກຂອງຄົນຜູ້ບໍ່ມີວິຊາຄວາມຮູ້ ກໍສູນເປົ່າ, ຄົນຜູ້ທຸກຍາກໄຮ້ ສູນເໝີດຊູ່ແນວ.(ຈາກຄັມພີໂລກະນິຕິ) ແກ້ວບໍ່ຜັດສາມປີເປັນແຮ່ ພີ່ນ້ອງບໍ່ແວ່ສາມປີເປັນເພິ່ນ. (ຄວາມບູຮານ) ແກ້ວມະນີ ບໍ່ຮ່ອນມີທຸກໜ່ວຍພູຜາ ຄຸດນໍງາ ບໍ່ຮ່ອນມີທຸກໂຕຊ້າງ ຈວງຈັນຫຼ້າງ ບໍ່ຮ່ອນມີທຸກປ່າດົງໜາ ນັກປຣາດຜູ້ມີຜຍາມາກລົ້ນ ບໍ່ມີແທ້ທຸກແຫ່ງຫົນ.(ຈາກຄັມພີໂລກະນິຕິ) ແກ້ວມະນີ ອັນມີຄ່າແພງ ຄວນປະດັບກັບທອງຄຳ ຈະເອົາໄປປະດັບຂີ້ກົ່ວ ກໍຈະບໍ່ມີແສງເລີຍ. (ຈາກຄັມພີປັນຈະຕັນຕຣະ) ແກ່ຫູຫວາຍ ແກ່ດາຽດອກ ແກ່ຫຍອກຫຼານ ແກ່ຫານປ່າ ແກ່ຈ່າແຫ ແກ່ແກ້ວແກ່ຂວດ ແກ່ສົມສິນສ້າງ ແກ່ອ້າງຕຳຣາ ແກ່ສິລພາວະນາເຂົ້າວັດ. ແຂ່ງເຮືອແຂ່ງໄດ້ ແຂ່ງບຸນວາສນາແຂ່ງບໍ່ໄດ້. (ຄວາມບູຮານ) ແດນຂີດຂັ້ນຂອງຜູ້ຍິງໃນໂລກນີ້ບໍ່ມີ ເພາະຜູ້ຍິງເປັນສາທາຣະນະ ປຽບເໝືອນແມ່ນ້ຳ, ທາງທຽວ, ໂຮງເຫຼົ້າ, ສາລາແລະນ້ຳສ້າງ ເປັນສາທາຣະນະ ສັນນັ້ນ.(ຈາກຄັມພີໂລກະນິຕິ) ແດດອອກໝອກວາຍ. (ຄວາມບູຮານ) ແຕ່ໃດມາ ຖ້າຄົນລະຄວາມໂລບໄດ້ ຈະບໍ່ໂສກເສົ້າ, ພວກລືສີທັງຫຼາຍ ສໍຣະເສີນການລະຄວາມລົບລູ່ບຸນຄຸນຄົນ, ຕ້ອງອົດທົນຕໍ່ຄວາມຫຽາບຊ້າ ກ້າແຂງຂອງຄົນທັງປວງ ນັກປຣາດສໍຣະເສີນວ່າ ຄວາມອົດກັ້ນເປັນຍອດ ໃຜອົດໄດ້ພົ້ນພັຍ. (ຈາກຄັມພີໂລກະນິຕິ) ແນວໝາກ ໄມ້ບໍ່ຮ່ອນຫຼົ່ນໄກກົກ. (ຄວາມບູຮານ) ແນວໝາກ ຕ້ອງບໍ່ຫ່ອນຫຼົ່ນໄກກົກ ແນວຜົມດົກ ບໍ່ຫ່ອນມີຫົວລ້ານ. (ຄວາມບູຮານ) ແປ້ນກະດານຮຽນໜັງສື ແມ່ນພົມຮັກສາ, ໜັງສືຮຽນແມ່ນພຣະວິສສະນຸຮັກສາ ດັ່ງນັ້ນ ນັກຮຽນທັງຫຼາຍຈົ່ງບູຊາເທພພະເຈົ້າສອງອົງນັ້ນ ເພິ່ນຈະນັບຖືນັກຮຽນທຸກເມື່ອ.(ຈາກຄັມພີໂລກະນິຕິ) ແພ້ເປັນພະ ຊນະເປັນມານ. (ຄວາມບູຮານ) ແມ່ນ້ຳຈະບໍ່ດື່ມນ້ຳ, ຕົ້ນໄມ້ທັງຫຼາຍກໍບໍ່ກິນຜົນຂອງມັນເອງ, ເມກຝົນກໍບໍ່ຕົກສເພາະແຫ່ງສເມີໄປ, ຊັບຂອງຄົນດີຍ່ອມເຜື່ອແຜ່ ເຈືອຈານແກ່ຄົນທົ່ວໄປ.(ຈາກຄັມພີໂລກະນິຕິ) ແມ່ນ້ຳທັງໝົດ ມີທາງໄປຄົດໂຄ້ງ, ປ່າດົງທັງປວງກໍເຕັມໄປດ້ວຍຝູງໄມ້, ຜູ້ຍິງທັງຫຼາຍ ກໍມັກທຳຊົ່ວໃນເມື່ອມີຊ່ອງທາງ. (ຈາກຄັມພີໂລກະນິຕິ) ແມ່ເຜີ້ງ ຕ້ອງການແຕ່ເກສອນດອກໄມ້, ຄົນດີ ຕ້ອງການແຕ່ຄຸນຄວາມດີ, ແມງວັນຕ້ອງການແຕ່ຂອງບູດເນົ່າ ດັ່ງດຽວກັນກັບ ຄົນຊົ່ວຕ້ອງການແຕ່ຄວາມຊົ່ວຮ້າຍ.(ຈາກຄັມພີໂລກະນິຕິ) ແມງເມົ່າບິນຢູ່ຟ້າ ບໍ່ມີມົ້ມປາກອື່ງຢາງ. (ຄວາມບູຮານ) ແລນໄວໄດ້ສາມເຫຼົ່າ ເຕົ່າໄວໄດ້ສາມໜອງ. (ຄວາມບູຮານ) ແຫວນດີຍ້ອນຫົວ ຜົວດີຍ້ອນເມັຽ. (ຄວາມບູຮານ) ແຮ້ງຄາບມາກາຄາບໜີ. (ຄວາມບູຮານ) ໂງ່ຄົນຢູ່ໃຕ້ ໂງ່ໄມ້ຢູ່ເທິງ. (ຄວາມບູຮານ) ໂຕເປັນໂຕ ຈິ່ງໂປໂລພຽງເພີ່ນ. ໂຕບໍ່ກິນທ້ອງຊ້ຳຢາກ ໂຕບໍ່ປາກຫົວໃຈຍັງ. (ຄວາມບູຮານ) ໂຕບໍ່ຊ່າງວ່າໄມ້ມັນໜຽວ ໂຕຫີຄຽວວ່າກັມວ່າເວນ. (ຄວາມບູຮານ) ໂຕບໍ່ຕາຍຍັງຄຳພັນນຶ່ງ. (ຄວາມບູຮານ) ໂທດຂອງຕົນ ທໍ່ໜ່ວຍໝາກພ້າວ ຄົນຊົ່ວກໍມອງບໍ່ເຫັນ ສ່ວນໂທດຂອງຄົນອື່ນນັ້ນ ທໍ່ເມັດງາກໍມອງເຫັນ.(ຈາກຄັມພີໂລກະນິຕິ) ໂຜດເຕົ່າໃຫ້ເຖິງໜອງ. (ຄວາມບູຮານ) ໂຜດເຕົ່າໃຫ້ເຖິງໜອງ ທານຄ້ອງໃຫ້ເຖິງວັດ. (ຄວາມບູຮານ) ໂຜດສັຕໄດ້ບຸນ ໂຜດຄົນໄດ້ໂທສ. (ຄວາມບູຮານ) ໂພຄະສັບສົມບັດ ແມ່ນຜົວເປັນຜູ້ຫາມາ ການກຸ້ມຄອງຮັກສາ ແມ່ນໜ້າທີ່ຂອງເມັຽ ຜູ້ເປັນປະທານແມ່ນຜົວ ສ່ວນເມັຽປຽບເໝືອນເຂັມແລະໄໝຫຍິບທໍ່ນັ້ນ.(ຈາກຄັມພີໂລກະນິຕິ) ໂລບມາກມັກລາພຫາຍ. (ຄວາມບູຮານ) ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ. (ຄວາມບູຮານ) ໄກ່ສາມເດືອນພໍຂ້າ ມ້າສາມເດືອນພໍຂີ່. (ຄວາມບູຮານ) ໄຂຢາຕໍ່ໜ້າແຂກ. ໄຊໃສ່ໃຕ້ ຫຼັງຫຼ້າບໍ່ໝານ. (ຄວາມບູຮານ) ໄດ້ບໍ່ເສັຍບໍ່ມີບ່ອນໄວ້ ກິນບໍ່ໃຊ້ເປັນໜີ້ເທົ້າຕາຍ. (ຄວາມບູຮານ) ໄດ້ເມັຽດີປານແກ້ວຄູນລ່າງ ໄດ້ເມັຽຊ່າງປານແກ້ວຄູນເຮືອນ ໄດ້ເມັຽຜູ້ບິດເບືອນ ປານກຸມໝູເຂົ້າຄອກ ໄດ້ເມັຽຜູ້ປອກລອກປານແກ່ໄມ້ທາງປາຍ. (ຄວາມບູຮານ) ໄດ້ເມັຽດີປານແກ້ວຄູນລ່າງ ໄດ້ເມັຽຊ່າງປານແກ້ວຄູນເຮືອນ ໄດ້ເມັຽຜູ້ບິດເບືອນ ປານແກ່ໄມ້ທາງປາຍ. (ຄວາມບູຮານ) ໄດ້ເມັຽດີປານສົບໄຖຂາງ ໄດ້ເມັຽນາງຜົວນຸ່ງຜ້າໃໝ່ ນາແຮ່ງໃຫຍ່ກ້າຊ້ຳແຮ່ງເຫຼືອ. (ຄວາມບູຮານ) ໄດ້ເມັຽດີປານສົບໄຖເຫຼັກ ໄດ້ເມັຽປາກເກັກໆ ຜົວນຸ່ງຜ້າພ້ອຍ ນາແຮ່ງນ້ອຍກ້າຊ້ຳບໍ່ພໍ. (ຄວາມບູຮານ) ໄດ້ໃໝ່ລືມເກົ່າ ໄດ້ເຕົ່າລືມໝາ ໄດ້ປາລືມແຫ ໄດ້ແພລືມຜ້າ ໄດ້ໜ້າລືມຫຼັງ. (ຄວາມບູຮານ) ໄດ້ຢ່າຫຍ້າມບໍ່ໄດ້ຢ່າຫຼາບ. (ຄວາມບູຮານ) ໄດ້ຢ່າງເສັຽຢ່າງ. (ຄວາມບູຮານ) ໄດ້ເຕົ່າເສັຽແລນ ໄດ້ແສນເສັຽລ້ານ. (ຄວາມບູຮານ) ໄດ້ເຕົ່າເສັຽໝາ ໄດ້ປາເສັຽແຫ. (ຄວາມບູຮານ) ໄຖນາແລ້ວ ຢ່າລືມຄວາຽກັບແອກ ບາດຫ່າເຂົ້າບາທພ້ອມ ຍັງຊິໂອ້ອ່າວເຖິງ. ໄປໄຮ່ວ່າເຈັບຂາ ໄປນາວ່າເຈັບທ້ອງ ບາດເຂົ້າຫ້ອງ ກ່ອງແກ່ງປານລີງ ໄປຢຽບໝາມາຢຽບຂຽດ. (ຄວາມບູຮານ) ໄປເສິກໄປຂ້າ ໄປຄ້າໄປຕົວະ. (ຄວາມບູຮານ) ໄປບໍ່ດີແພ້ຮ່າງ ຢ່າງບໍ່ດີແພ້ຄີງ. (ຄວາມບູຮານ) ໄປຫາພຣະ ໃຫ້ເອົາເຄື່ອງໄປຖວາຍ ໄປຫານາຍ ໃຫ້ເອົາຂອງໄປຕ້ອນ. (ຄວາມບູຮານ) ໄປໃຫ້ລາມາໃຫ້ຄອບ. (ຄວາມບູຮານ) ໄປເຮືອນເພີ່ນຢ່າຢູ່ດູດາຍ ໃຫ້ປັ້ນຮູບງົວຮູບຄວາຍໃຫ້ລູເພີ່ນຫຼີ້ນ. (ໜັງສືສຽວສວາດ) ໄປປ່າຢ່າວອນຫາເສືອ ໄປທາງເຮືອຢ່າວອນຫາເງືອກ. (ຄວາມບູຮານ) ໄປທາງບົກຢ່າວອນຫາເສືອ ໄປທາງເຮືອຢ່າວອນຫາເງືອກ. (ຄວາມບູຮານ) ໄຟໃນບໍ່ໃຫ້ອອກ ໄຟນອກບໍ່ໃຫ້ເຂົ້າ. ໄຟໄໝ້ປ່າຈຶ່ງເຫັນໜ້າໜູ ນ້ຳຖ້ວມຮູຈຶ່ງເຫັນໜ້າຈີ່ລໍ່. (ຄວາມບູຮານ) ໄຟພວມໄໝ້ ຢ່າເອົາເຟືອງຖີ້ມໃສ່. ໄມ້ແກ່ກົ່ວຫຼົວ ຈົວແກ່ກວ່າພຣະ. (ຄວາມບູຮານ) ໄມ້ຈັນເຖີງແມ່ນວ່າແຫ້ງປານໃດ ກໍບໍ່ລະກິ່ນຫອມ, ຊ້າງເຖິງວ່າເຂົ້າໄປຢູ່ສນາມຣົບ ກໍບໍ່ປະລະທ່າທາງອັນອົງອາດ, ອ້ອຍທີ່ຄົນເອົາໃສ່ໃນເຄື່ອງຫີບ ກໍບໍ່ລະຣົດຫວານ, ຄົນຜູ້ເປັນບັນດິດ ເຖິງແມ່ນໄດ້ຮັບທຸກຢ່າງສາຫັດ ກໍບໍ່ປະລະທັມ. (ຈາກຄັມພີໂລກະນິຕິ) ໄມ້ໃຫຍ່ຫງຳນາ ຂາໃຫຍ່ຫງຳຫີ. (ຄວາມບູຮານ) ໄມ້ລື່ນວາ ປາລື່ນຮ້ອຍ ເດັກນ້ອຍລື່ນຜູ້ໃຫຍ່. (ຄວາມບູຮານ) ໄມ້ລຳດຽວ ຕ່າງປ້ອງ ພີ່ກັບນ້ອງຕ່າງໃຈ. (ຄວາມບູຮານ) ໄມ້ລຳດຽວ ລ້ອມຮົ້ວບໍ່ໄຂວ່ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ. (ຄວາມບູຮານ) ໄມ້ລຳດຽວ ບໍ່ເປັນກໍ ປໍລຳດຽວບໍ່ເປັນເຫຼົ່າ. (ຄວາມບູຮານ) ໄມ້ຄົດເອົາໄວ້ເຮັດຂໍ ໄມ້ງໍເອົາໄວ້ເຮັດກ່ຽວ ຄົນຄົດລ້ຽວ ເອົາໄວ້ບໍ່ດີ. (ຄວາມບູຮານ) ໄມ້ອ່ອນບໍ່ຫ່ອນຫັກ. (ຄວາມບູຮານ) ໄມ້ລົ້ມຂ້າມໄດ້ ຄົນລົ້ມຢ່າຟ້າວຂ້າມ. ໄວປາກເສັຽສິນ ໄວຕີນຕົກກົກໄມ້. (ຄວາມບູຮານ) ໄຫໃຫຍ່ລົ້ນ ໄຫນ້ອຍບໍ່ເຕັມ. (ຄວາມບູຮານ) ໃກ້ບໍ່ ອຶດເກືອ ໄປທາງເຮືອ ອຶດນ້ຳ. (ຄວາມບູຮານ) ໃກ້ນ້ຳຮູ້ປາ ໃກ້ນາຮູ້ນົກ. (ຄວາມບູຮານ) ໃຈຮ້າຍເປັນຜີ ໃຈດີເປັນພຣະ. (ຄວາມບູຮານ) ໃຈໜັກໄດ້ກິນເຂົ້າ ໃຈເບົາໄດ້ກິນກອຍຫົວໃຫຍ່. (ຄວາມບູຮານ) ໃສ່ບາດຖາມເຈົ້າຫົວ. (ຄວາມບູຮານ) ໃຊ້ບໍ່ມີເວລາ, ລໍ້ໃຫ້ມີຫວັງຢູ່ສເມີ ແຕ່ບໍ່ໄດ້ດ ຂີ້ຖີ່ຣາງວັນເຫຼົ່ານີ້ ເປັນລັກສະນະຂອງນາຍ ຜູ້ມີໃຈສາມານ. (ຈາກຄັມພີປັນຈະຕັນຕຣະ) ໃຫຍ່ຍ້ອນສັນ ມັນຍ້ອນໝູ. (ຄວາມບູຮານ) ໃຫຍ່ຍ້ອນກິນເຂົ້າ ເຖົ້າຍ້ອນເກີດຫຼາຍປີ. (ຄວາມບູຮານ) ໃຫຍ່ບໍ່ດີພີບໍ່ງາມ. (ຄວາມບູຮານ) ໃຫຍ່ກິນຫີພີກິນແຕດ. (ຄວາມບູຮານ) ໃນການສູ້ ຖ້າມີໄຊກໍໄດ້ຮັບຜົລ ຖ້າຕາຍກໍໄປຊົມສາວສວັນ. (ຈາກຄັມພີປັນຈະຕັນຕຣະ) ໃນກາລະເມື່ອບໍ່ສູ້ ຕ້ອງຈິບຫາຍແນ່ ແຕ່ເມື່ອສູ້ ຍັງມີທາງເອົາໂຕລອດພົ້ນໄດ້ ກໍຕ້ອງສູ້. (ຈາກຄັມພີປັນຈະຕັນຕຣະ) ໃນກາງໃບພູ ທ້າວກຸເວນຮັກສາຢູ່ປະຈຳ, ບ່ອນກົກຂວັ້ນແມ່ນຍັກຮັກສາ ແລະບ່ອນຫາງໃບ ຖິ້ມກ່ອນຈິ່ງຈະເປັນສີຣິສວັດດີແລ. (ຈາກຄັມພີໂລກະນິຕິ) ໃນການຊື້ຂາຍຊັບ ແລະເຂົ້າເປືອກນຶ່ງ, ໃນເວລາຮ່ຳຮຽນວິທຍາຄວາມຮູ້ນຶ່ງ, ໃນເວລາເປັນທູດບອກຂ່າງສານນຶ່ງ, ໃນເວລາເສບກາມມະຄຸນນຶ່ງ, ບຸກຄົນຄວນລະຄວາມອາຍໄວ້ກ່ອນ ເພາະເວລາດັ່ງນັ້ນ ມັນເປັນເວລາດັ່ງນັ້ນ ມັນເປັນເວລາຈຳເປັນແລະມີປໂຍດ.(ຈາກຄັມພີໂລກະນິຕິ) ໃນເວລາມີເສິກຈຶ່ງຕ້ອງການຄົນກ້າ ໃນເວລາວຸ່ນວາຍໂກລາຫົນ ຈຶ່ງຕ້ອງການ ຄົນມີປັນຍາຄຶດຊ່ອຍແກ້ໄຂໃຫ້ສງົບ ໃນເວລາໄດ້ກິນເຂົ້ານ້ຳອັນແຊບ ຈຶ່ງຕ້ອງການຄົນຮັກແພງກັນ ໃນເວລາມີວຽກ ອັນເປັນປໂຍດ ຈຶ່ງຕ້ອງການນັກປຣາດ. (ຈາກຄັມພີໂລກະນິຕິ) ໃນປະເທດໃດ ບໍ່ມີຄວາມນັບຖືກັນ, ບໍ່ມີຄວາມຮັກແພງກັນ, ບໍ່ມີພີ່ນ້ອງ, ບໍ່ມີບ່ອນຮຽນວິຊາຄວາມຮູ້ ປະເທດນັ້ນ ບໍ່ຄວນຢູ່ໃຫ້ມົ້ມມື້. (ຈາກຄັມພີໂລກະນິຕິ) ໃຜຜູ້ເຮັດຊ້າສອງໃຈບໍ່ດີ. (ໜັງສືສຽວສວາດ) ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່. (ຄວາມບູຮານ) ໃຫ້ຟັງດ້ວຽຫູ ໃຫ້ດູດ້ວຍຕາ ລັກຂະນາໃນໃຈໃຫ້ຮູ້ ແລ້ວຢ່າເນີໆ. (ໜັງສືສຽວສວາດ) ໃຫ້ຫຼີກສັດມີເຂົາ 50 ຫ້າສິບສອກ ຫຼີກມ້າຮ້າຍ 100 ຮ້ອຍສອກ ຫຼີກຊ້າງຮ້າຍຕົກມັນ 1000 ພັນສອກ ແລະ ຫຼີກຄົນຊົ່ວໂດຍການປະຖິ່ນຖານເດີມໄປຢູ່ບ່ອນອື່ນ.(ຈາກຄັມພີໂລກະນິຕິ) ໃຫ້ຮັກຜູ້ແຮງ ໃຫ້ແພງຜູ້ໃຊ້. (ຄວາມບູຮານ) ໃຫ້ຮັກສາສາມປາຍ ຈຶ່ງຫາຍສາມໂທດ. (ຄວາມບູຮານ)