ໝວດທີ່ເປັນ ຄຳໂຄງ ພາສິດ (ໂຄງສາຣະວິລາສິນີ) (ຈາກຄັມພີໂລກະນິຕິ) ໝວດທີ່ເປັນຄຳກາບ ແປຈາກພາສາປາລີ ໃນຄັມພີໂລກະນິຕິ ມາແຕ່ງເປັນ ພາສິດຄຳກາບລາວ (ຕອນ 2) ເພິ່ນກ່າວແກ້ ທາງຮ່ອມສິກຂາ
ຝູງໂຣຄາ ປ່ວຍໂຊເຈັບໄຂ້
ມັກຢູ່ໃກ້ ເກີດຂຶ້ນໃນໂຕ
ບໍ່ເປັນໂສ ຂ້າເສິກທຸກເມື່ອ
ເຮົາເພີງເຊື່ອ ຕົ້ນໄມ້ໃນດົງ
ພອຍປະສົງ ເປັນຢາແກ້ໄຂ້
ເພິ່ນປຽບໄວ້ ຄົນອື່ນຄົນໄກ
ພົ້ນວິສັຍ ທຳຄຸນແກ່ເຈົ້າ
ຄວນຈັກເວົ້າ ເປັນເຜົ່າວົງສາ
ຜູ້ເກີດມາ ແຫ່ງດຽວຮ່ວມຫ້ອງ
ມັນບໍ່ຕ້ອງ ບໍ່ຖືກຜິດກັນ
ຄຸນຂອງມັນ ບໍ່ມີຈັກດີ້
ເພິ່ນກ່າວຊີ້ ບອກວ່າຄົນໄກ
ສຸດວິສັຍ ບໍ່ຄວນຄຶດຮອດ 
 ຄຶດຕລອດ ທາງສູດທາງຮຽນ
ຍາມພາກພຽນ ຂ້າເສິກໄປກ່ອນ
ຫາກຈັກຜ່ອນ ເປັນມິດພາຍຫຼັງ
ອະນິດຈົງ ການຫຼັບການຄ້ານ
ການໜ້ດ້ານ ບໍ່ສູດບໍ່ຮຽນ
ຍາມພາກພຽນ ເປັນຄຸນເປັນມິດ
ໄປເບື້ອງໜ້າ ມັນຊິດມັນຊົນ
ມັນໃຫ້ຈົນ ຂ້າເສິກບໍ່ມົ້ວ
ຄຶດໃຫ້ທົ່ວ ຮຽນສາຕຕະສິນ
ຢ່າຖວິນ ຍາມຮຽນມັນຍາກ
ແສນລຳບາກ ດັ່ງດຶ່ມຢາຂົມ
ຄັນສາຫົມ ສູດຮຽນສລາດ
ເປັນນັກປາດ ພາຍໜ້າຊື່ນຊົມ
ປານເຮົາກິນ ຂອງຫວານຂອງສົ້ມ
ຕົກເຖິງທ້ອງ ລົງທ້ອງເກີດລົມ
ບໍ່ມີສົມ ຄວາມສຸກເຂີນຂາດ
ຄວາມປມາດ ຄືງ້ວນກິນຕາຍ
ຄົນທັງຫຼາຍ ຢ່າລອນກຽດຄ້ານ 
 ຄວາມກຽດຄ້ານ ໄຮ້ສາຕຕະສິນ
ສາຕຕະສິນ ບໍ່ມີຈົນຍາກ
ຊັບເຂີນຂາດ ມິດຍາດເສື່ອມຫາຍ
ມິດເສື່ອມຫາຍ ຄວາມສຸກເຂີນຂາດ 
 ຄົນປມາດ ໂລບຊັບເຂົ້າຂອງ
ໂລບເງິນທອງ ຫາສິນບໍ່ໄດ້
ຄົນຜູ້ໃບ້ ໂລບຊີ້ນໂລບປາ
ຂາດກູນາ ເມດຕາເປັນເຄົ້າ
ຄົນໂລບເຫຼົ້າ ໂລບຝິ່ນກັນຊາ
ຂາດສັດຈະ ຫາຈິງບໍ່ໄດ້
ຄົນຮ້ອນໄໝ້ ມັກໂລບເສບກາມ
ຂາດຄວາມງາມ ຫາອາຍບໍ່ໄດ້ 
 ເພິ່ນກ່າວໄວ້ ຄົນມິດໃຈດຳ
ຄົນອະທັມ ທົ່ວເມືອງທົ່ວບ້ານ
ນັກປາດຄ້ານ ຄົນນັ້ນບໍ່ໄປ
ອຸປປະໄມ ຊ່າງຕັດຊ່າງຍ້ອມ
ບໍ່ຫ່ອນອ້ອມ ເຂົ້າບ້ານຄົນຈົນ
ບໍ່ມີຜົນ ເດີນໄປເສັຽເປົ່າ 
 ບ້ານເມືອງເປົ່າ ມີຫ້າປະການ
ນຶ່ງສະຖານ ເງິນທອງມີມາກ
ສອງບໍ່ຍາກ ປະເພດສຳຣານ
ເປັນສະຖານ ມີສົມນັກປາດ
ສາມພຣະຣາດ ຕັ້ງຢູ່ຄອງທັມ
ສີ່ມີລຳ ນະທີແມ່ນ້ຳ
ຫ້າມີຊ້ຳ ໝໍເວດໝໍຢາ
ນັຄຄະຣາ ເມືອງໃດທຸກເທດ
ຂອງວິເສດ ທັງຫ້າບໍ່ມີ
ນັກປາດໜີ ບໍ່ໄປຫຼີກເວັ້ນ 
 ໃຫ້ຮຸ່ງຮູ້ ທາງຮ່ອມທຳຄຸນ
ໃຫ້ທຳບຸນ ນຳຂຸນນັກປາດ
ເພິ່ນສລາດ ທຳໜ້ອຍບໍ່ຫາຍ
ດັ່ງຂຽນລາຍ ໃນຫີນບໍ່ຫຼ້າ
ຢ່າໄດ້ກ້າ ບັງອາດທຳຄຸນ
ກະທຳບຸນ ເກື້ອກູນຍົກຍ້ອງ
ໃນພວກພ້ອງ ຄົນຖ່ອຍຄົນພານ
ບໍ່ມີນານ ຄຸນຫາຍຄຸນຂາດ
ເປັນດັ່ງປາດ ຫຼັງນ້ຳມາຂຽນ
ບໍ່ສະຖຽນ ໝັ້ນຄົງພໍມື້ 
 ຄົນຝູງດື້ ຝູງຖ່ອຍຝູງພານ
ໃຜໃຫ້ທານ ເກື້ອກູນເກີດໂທດ
ບໍ່ປໂຍດ ຄືນາກຄືງູ
ໃຜອີ່ດູ ນົມງົວມາລ້ຽງ
ພິດເຮັ່ງຮ້ອນ ແຮງຮ້າຍກວ່າຫຼັງ
ຜູ້ໃດຟັງ ຄຳສອນຮ່ຳຮູ້ 
 ຄຶດຮ່ຳຮູ້ ເຫດສອງປະການ
ວັດຖຸທານ ບໍ່ເປັນປໂຍດ
ເປັນແຕ່ໂທດ ດູດັ່ງມີຄຸນ
ຂອງເປັນບຸນ ເປັນຄຸນທັງໂທດ
ມີປໂຍດ ດູດັ່ງຂອງເສັຽ
ດູບໍ່ເຖິງ ຈັກເປັນອຸບາດ
ໃຜປມາດ ຈັກເກີດຈິບຫາຍ
ລູກຜູ້ຊາຍ ຕຶກຕອງໃຫ້ແນ່ 
 ຄຶດໃຫ້ແນ່ ຈັກຮູ້ຫຼາຍອັນ
ຄຸນນະຫັນ ອະນັນອະເນກ
ເປັນຂອງເອກ ຊັບສິນເງິນທອງ
ຂອງອາຈານ ບັນດິດນັກປາດ
ເພິ່ນສລາດ ມີໜ້ອຍຈ່າຍທານ
ເປັນອາຫານ ເກື້ອກູນຕິດຕໍ່
ດັ່ງນ້ຳບໍ່ ນ້ຳສ້າງກິນຫວານ
ຄວາມເສັຽດາຍ ກິນທານບໍ່ໄດ້
ຄວາມຮ້ອນໄໝ້ ຕົວໃຊ້ບໍ່ລົງ
ອານິສົງ ບໍ່ມີທໍ່ກ້ອຍ
ຫຼາຍບໍ່ໜ້ອຍ ຄືນ້ຳທະເລ
ອຸປປະເທ ອາບກິນບໍ່ໄດ້ 
 ເຂົ້າຂອງໃຊ້ ຄົນຖ່ອຍຄົນຫຼົງ
ສົມປະສົງ ຄົນພານຄົນຮ້າຍ
ເພິ່ນກ່າວໄວ້ ຄືໜາກກະເດົາ
ຣົດຂົມເມົາ ໂຜດກາບໍ່ໄດ້ 
 ເພິ່ນປຽບໄວ້ ແມ່ນ້ຳບຶງໜອງ
ບໍ່ຫ່ອນປອງ ດູດກິນຍັງນ້ຳ
ເພິ່ນປຽບຊ້ຳ ຕົ້ນໃມ້ມີຜົນ
ບໍ່ຫ່ອນກິນ ຜົນຕົນຊົ່ວຊ້າ
ປຽບເມືອໜ້າ ຄືດັ່ງເງິນທອງ
ຂອງບັນດິດ ບໍ່ຊຸກບໍ່ຊ່ອນ
ບໍ່ເດືອດຮ້ອນ ກິນໄດ້ທົ່ວໄປ 
 ກິດສຳຄັນ ຄົນທຳຊາດນີ້
ເຮົາຈັກຊີ້ ຜົນໃຫ້ຕໍ່ໄປ
ອຸປປະໄມ ແມ່ນຜົນຂອງປູກ
ມັນມີລູກ ຕາມກິ່ງຕາມລຳ
ເຫດຄົນທຳ ພວນດິນຫົດນ້ຳ
ຄຶດຊ້ຳໆ ຄວາມນີ້ຊອບກົນ 
 ເຂົ້າຂອງຕົນ ສ້າງມົມເກັບໄວ້
ຕາມສົ່ງໃຫ້ ຍາມເມື່ອເຮົາຕາຍ
ບໍ່ໄປກາຍ ພຽງເຮືອນເຮົາຢູ່
ຝູງເພື່ອນໝູ່ ມິດຍາດສະຫາຍ
ຕາມຄົນຕາຍ ໄປເຖິງຫ່າຊ້າ
ບຸນບາບກ້າ ເຮົາກໍ່ເຮົາທຳ
ຈັກໄປນຳ ທຸກຫົນທຸກແຫ່ງ
ບໍ່ແຂ່ງເວົ້າ ຄວາມນີ້ແມ່ນຈິງ 
 ສາຕຕະສິນ ໃນຜົນເປັນຊັບ
ເຂົ້າຂອງມາກ ນັບໂກດບໍ່ປານ
ໂຣກພັຍພານ ຂ້າເສິກບໍ່ຢຽບ
ຮັກຕົນທຽບ ຮັກອື່ນບໍ່ມີ
ກຳລັງກາມ ມີຫຼາຍພົ້ນເຂດ
ມີຣິດເດດ ແຕ່ງໄວ້ທຸກອັນ 
 ຄຸນພໍພັນ ໂທດດຽວມັນແຜ່
ພັນແມ່ນ້ຳ ນ້ອຍໃຫຍ່ຄຸງຄາ
ສມຸດທາ ແຫ່ງດຽວມັນມາກ
ດວງດາວຫຼາກ ມີມາກພໍດູ
ສູ້ພຣະຈັນ ດວງດຽວບໍ່ໄດ້
ເຮືອບໍ່ໄຮ້ ນ້ອຍໃຫຍ່ພໍພັນ
ແກ້ວດວງດຽວ ຍັງທັນຫີນມາກ
ຂອງບໍ່ຍາກ ຟັງໄດ້ເກີດຜົນ 
 ກິດຂອງຄົນ ຄ່ອຍທຳຢ່າຮີບ
ຢ່າຮີບເຮັ່ງ ມີຫ້າປະການ
ນຶ່ງວິຊາ ຄ່ອຍຮຽນຄ່ອຍໄດ້
ສອງຂຶ້ນໄມ້ ຢ່າຟ້າວຈາກຖອຍ
ສາມຂຶ້ນດອຍ ຄ່ອຍເດີນຊ້າໆ
ສີ່ຊາຍກ້າ ການເສບເມຖຸນ
ຢ່າສຸນສຽວ ຄ່ອຍທຳຢ່າໂພດ
ຫ້າເມື່ອຮ້າຍໂກດ ຄ່ອຍຮິ່ນຄ່ອຍຕອງ 
 ຄຶດໃຫ້ຖອງ ຄົນພານຄົນໃບ້
ຄູສອນໄວ້ ຄວາມຮູ້ບໍ່ຈຳ
ແຕ່ສຳຄັນ ວ່າໂຕສລາດ
ມັກບັງອາດ ຢາກເຮັດທຽມຄູ
ໜ້າອຸດສູ ວາດຊົງມັນເກີ້
ເປັນເພີ້ເວີ້ ຂາຍໜ້າຜູ້ດີ 
 ເມທາວີ ຊາດຊາຍສລາດ
ບໍ່ປມາດ ມັກໃຫ້ຍັງທານ
ສາຕຕະສິນ ຕົນຮຽນຢ່າເບື່ອ
ມັກໃຄ່ເຮື່ອ ຮັກສາອິນຊີ
ມີສະຕິ ໃນຕົນບໍ່ຂາດ
ມັກສລາດ ໂພທິປັກຂີ
ໃຫ້ຍິນດີ ໝັ່ນພຽນຈຳໄວ້
ມັກຢາກໃຫ້ ພົ້ນໂລກທັງສາມ ຊາດຄົນພານ ບັນດິດເພິ່ນເວັ້ນ
ເຫດມັນເຫຼັ້ນ ມັນຫຼອກເຫຼວໄຫຼ
ເປັນດັ່ງໄຫ ນ້ຳເຕັມບໍ່ພຽບ
ຄົນຍົກທຽບ ຂຶ້ນໃສ່ບົນຫົວ
ເດີນກາຍຕົວ ເຟືອດຟົ້ງກັບກອກ
ເພິ່ນຊີ້ບອກ ຄືປາກຄົນພານ 
 ຄົນສາມານ ໃຈຄໍຊົ່ວຮ້າຍ
ເຂົ້າເຄື່ອງຢ້ອງ ຮຽນຮູ້ສາຕຕະສິນ
ໃຈຖວິນ ບັນດິດບໍ່ໃກ້
ເພິ່ນປຽບໄວ້ ງູເຫົ່າງູສາ
ໃຜກູນາ ປະດັບດ້ວຍແກ້ວ
ພິດສວ່ານແຂ້ວ ຍັງຮ້າຍຢ່າງເດີມ 
 ຄຳສອນເຕີມ ພິດງູວ່າຮ້າຍ
ພິດຄົນຮ້າຍ ຍັງຮ້າຍກວ່າງູ
ເຫດພິດງູ ຫາຢາແກ້ໄດ້
ພິດຄົນຮ້າຍ ສັງແກ້ບໍ່ຫາຍ 
 ເຖິງອຸບາຍ ຮຽນທັມສລາດ
ບໍ່ອາດລ້າງ ຄົນຖ່ອຍຄົນພານ
ມີປະການ ສະເດົາຂົມຈ້ອຍ
ເອົານ້ຳອ້ອຍ ຫົດຕົ້ນບໍ່ຫວານ 
 ຊາດຄົນພານ ໃຈດຳໃຈຖ່ອຍ
ສອນແຕ່ນ້ອຍ ຈົນເຖົ້າບໍ່ຫາຍ
ອຸປປະມາ ສະເດົາຂົມຝາດ
ແມ່ນຫົດສາດ ນ້ຳເຜີ້ງນ້ຳນົມ
ແຕ່ປະຖົມ ຍັງຈາວຍັງໜໍ່
ແຕ່ມັນກໍ່ ຕົ້ນນ້ອຍຂຶ້ນໄປ
ແສນພັນໄຫ ນ້ຳນົມນ້ຳອ້ອຍ
ຄວາມຫວານໜ້ອຍ ໃນຕົ້ນບໍ່ມີ 
 ຄົນບໍ່ດີ ເປັນວົງເປັນຍາດ
ເກີດອຸບາດ ພີ່ນ້ອງຈິບຫາຍ
ບົວຈັກຕາຍ ໃບບົວບອກເຫງົ້າ
ຄົນຈິ່ງເຂົ້າ ຂຸດເຫງົ້າຫົວບົວ 
 ຊາດດອກບົວ ອຸບົນປະເຕົ້າ (ພືດແນວນຶ່ງ ເກີດຢູ່ນ້ຳ ແລະຕົມ ດັ່ງດຽວກັນກັບ ດອກບົວ) 
ຕົມແລະນ້ຳ ແດນເກີດດຽວກັນ
ຕົວຂອງມັນ ກິ່ນສີຍັງຕ່າງ
ຄວາມບໍ່ຫ່າງ ປຽບໄວ້ໃຫ້ເຫັນ 
 ຄົນເປັນເຂັນ ຈັງໄຣອຸບາດ
ກັບນັກປາດ ຮ່ວມທ້ອງເຄີຍມີ
ຄົນອັບປີ ຈັງໄຣນອກເຂດ
ກັບສເລດ ສອງສິ່ງຄືກັນ
ສເລດຕັນ ຄໍຕາຍບໍ່ໜ້ອຍ
ຄົບຄົນຖ່ອຍ ຂ້າໄດ້ດັ່ງດຽວ
ໃຫ້ສລຽວ ຂົ່ມເຫງຄົນຖ່ອຍ
ພຽນເວົ້າຄ່ອຍ ຄວາມມ່ວນຄວາມຫວານ
ສເລດພານ ຢາພິດຢາຮ້ອນ
ກິນເຄື່ອງຂ້ອນ ຫາຍໄດ້ດັ່ງໝາຍ 
 ລົມທັງຫຼາຍ ເກີດເປັນພຍາດ
ໝໍສລາດ ແຕ່ງແກ້ຍັງຄົນ
ອຸປປະຊົນ ບັນດິດປົວບ້າ
ດ້ວຍຄວາມກ້າ ຄວາມອ່ອນຄວາມແຂງ
ເປັນດັ່ງໝໍ ແຕ່ງຢາແກ້ໂຣຄ
ຫາຍເສົ້າໂສກ ລົງດ້ວຍອຸບາຍ 
 ຄົນທັງຫຼາຍ ຜູ້ຊາຍຜູ້ໃບ້
ເພິ່ນປຽບໄວ້ ອາກາດເກິ່ງກັນ
ເຫດໃຈມັນ ກວ້າງຂວາງມັກມາກ
ອາສັຍຢາກ ມັນໂລບມັນຫຼົງ
ມັນປະສົງ ສົມໃຈມັນຄຽດ
ມັນບັງບຽດ ຂ້າໄດ້ທັງເມືອງ 
 ຊາດຄົນເຄືອງ ຄົນພານຄົນໃບ້
ເພິ່ນປຽບໄວ້ ໜາມເກີດຕາມດິນ
ໜາມປັກຕີນ ຟັນໜາມບໍ່ແພ້
ທາງຈັກແກ້ ເອົາເກີບສຸບຕີນ
ໜາມຕາມດິນ ປັກຕີນບໍ່ໄດ້
ເພິ່ນປຽບໄວ້ ຕົວເຈົ້າຫຼີກເອງ 
 ດູເພງໝາ ເຫັນກັນຍິ່ງແຂ້ວ
ເຂົ້າໃກ້ແລ້ວ ຄ້ຽວຄາບກັດກັນ
ຄົນອະທັມ ໃຈດຳໃຈໂກດ
ມັນຫາໂທດ ໃສ່ທ່ານຄົນດີ 
 ມັກປິຕິ ຍິນດີແຕ່ໂທດ
ຄົນສາໂຫດ ຄືດັ່ງສຸກອນ
ມັນຊອກຊອນ ອາຈົມຂອງເນົ່າ
ນັກປາດເຈົ້າ ຖືແຕ່ທາງຄຸນ
ປຸນດັ່ງຫົງ ຊອບລົງແຕ່ນ້ຳ 
 ຄົນຖ່ອຍຊ້ຳ ຊອບໂທດຊູ່ອັນ
ຄືແມງວັນ ຊອບແຕ່ຂອງເນົ່າ
ຄົນຖ່ອຍເລົ່າ ຊອບແຕ່ຜິດຖຽງ
ພຽງດັ່ງໜອນ ຊອບຝີຊອບບາດ 
 ນັກປາດເຈົ້າ ຊອບແຕ່ທາງດີ
ພຣະພູມີ ຊອບເງິນຊອບຊັບ
ຄົນລະງັບ ຊອບແຕ່ນິພານ
ມີປະການ ແມງເຜີ້ງແມງພູ່
ມັນຊອບໝູ່ ດອກໄມ້ຂອງຫອມ 
 ໃຫ້ຊອມດູ ຄົນພານຄົນຖ່ອຍ
ປາກອະຫຼ່ອຍ ຟັງມ່ວນຟັງໃສ
ພາຍໃນໃຈ ມັນຂົມມັນເບື່ອ
ຄືໝາກເດື່ອ ພາຍນອກສຸກໃສ
ສ່ວນພາຍໃນ ມີແຕ່ແມ່ງໝີ່ 
 ຊາດໝາກມີ້ ໝາກເງາະທຸລຽນ
ພຽນດູໄປ ມີໜາມພາຍນອກ
ຜ່າອອກແລ້ວ ຫອມກິ່ນກິນຫວານ
ຄວນປຽບປານ ໃຈຄໍນັກປາດ 
 ຢ່າດື້ດ້ານ ຄຶດຄົບຄົນພານ
ມັນບໍ່ນານ ພານຕິດພານຕໍ່
ຄືຫຍ້າຫໍ່ ປາເນົ່າປາເໝັນ
ຂອງເປັນເຂັນ ເໝັນຕິດຮອດຫຍ້າ 
 ຄົນຊົ່ວຊ້າ ຄົນເສບບັນດິດ
ຄຸນບໍ່ຕິດ ດັ່ງກົບດັ່ງຂຽດ
ນອນຢູ່ບຽດ ກັບຕົ້ນໃບບົວ
ຢູ່ບົນຫົວ ກິ່ນບົວບໍ່ຕ້ອງ
ຜູ້ເພິ່ນຕ້ອງ ພູມມະເຣດທາງໄກ
ມາເອົາໄປ ເກສອນຕິດເນື້ອ 
 ຝູງຊາດເຊື້ອ ຄົນຖາກຖາງຕັດ
ເວັ້ນບັນທັດ ຊື່ລືຍາອ້າງ
ພວກກໍ່ສ້າງ ກິດການທົ່ວໄປ
ຕ້ອງອາສັຍ ແບບແປນແຜນວາດ
ຜູ້ສລາດ ນັກປາດເປັນຄູ 
 ຄົນຫາດີ ເວັ້ນຄູບໍ່ຊອບ
ໃຫ້ໝັ່ນສອນ ໝັ່ນເລົ່າໜັ່ນຮຽນ
ຢ່າຕິຕຽນ ຄູຕົນຍົກຍ້ອງ
ເຮັດຖືກຕ້ອງ ຄຸນແຕ່ງຄຸນສົມ 
 ເປືອແລະຕົມ ນ້ຳສົມໃຫ້ເກີດ
ເປືອຕົມເລີດ ດ້ວຍນ້ຳໃຫ້ເປັນ
ບາບແລະເວນ ຫົວໃຈໃຫ້ເກີດ
ບາບບໍ່ເກີດ ມີໄດ້ເພາະໃຈ. 

(ຈົບບໍຣິບວນ)