ໝວດທີ່ເປັນ ຄຳໂຄງ ພາສິດ (ໂຄງສາຣະວິລາສິນີ) (ຈາກຄັມພີໂລກະນິຕິ) ໝວດທີ່ເປັນຄຳກາບ ແປຈາກພາສາປາລີ ໃນຄັມພີໂລກະນິຕິ ມາແຕ່ງເປັນ ພາສິດຄຳກາບລາວ
ປາກໃດເກີດ ບໍ່ມີຄວາມຮູ້
ມັກໂລບລູ້ ຄວາມມ່ວນຈິບຫາຍ
ມີອຸບາຍ ຍ້ອມແດງດ້ວຍປາກ
ປາກອັນນັ້ນ ນັກປາດນິນທາ
ມັກເກີດມາ ມີປາກເສັຍເປົ່າ
ເໝືອນປາກເຕົ່າ ປາກກຸ້ງປາກຫອຍ 
 ປາກອັນໃດ ຮຽນທັນຮູ້ມາກ
ບໍ່ລຳບາກ ຟັງມ່ວນເຢັນໃຈ
ປາກນຳໃຜ ເຢືອກເຢັນຄືນ້ຳ
ນັກປາດຊ້ຳ ຍໍຍ້ອງວ່າດີ
ປາກມີສຣີ ຮຸ່ງເຮືອງວິລາດ
ປາກສະອາດ ຄຸນລົ້ນບໍ່ຊາມ 
ຂອງບໍ່ຊາມ ມີນາມຫຼາຍຢ່າງ
ສະເປົ່າຫວ່າງ ຫານ້ຳບໍ່ມີ
ເປັນບຸຣີ ຫາພຣະຍາບໍ່ໄດ້
ເປັນຕົ້ນໄມ້ ໃບຫ້ຽນຫຼ່າໂສມ
ເປັນງົວນົມ ຮີດນົມບໍ່ຍ້ອຍ
ເປັນສາວຈ້ອຍ ປະໄປ່ເປືອຍໂຕ
ນະຫິໂສ ບໍ່ງາມຄວາມປຽບ
ເພິ່ນທຽບໄວ້ ຄືດັ່ງວາຈາ
ຄວາມມຸສາ ໂກທາບໍ່ສຽດ
ໃຫ້ເພິ່ນຄຽດ ງາມນ້ອຍບໍ່ດີ 
 ເປັນມະຕິ ບັນດິດສລາດ
ຢ່າປມາດ ຈຳແບບຄຳສອນ
ເປັນອາທອນ ຄືຄົນຫັບປາກ
ດັ່ງຄຳໝາກ ຫັບປາກເພິ່ນເປັນ 
 ຣົດຂອງເຢັນ ເຮົາເຫັນມີມາກ
ຣົດຟອງນ້ຳ ຣົດແກ່ນຈັນແດງ
ບໍ່ດ່າງແດງ ຣົດເງົາຮົ່ມໄມ້
ຣົດນຶ່ງໄດ້ ແສງສ່ອງເດືອນດາວ
ເປັນຣົດເຢັນ ທົ່ວກັນເຮົາຮູ້
ເຢັນບໍ່ສູ້ ສຽງມ່ວນຄຳສອນ 
 ຣົດຂອງຫວານ ຊອບກັນບໍ່ໜ້ອຍ
ຣົດນຶ່ງອ້ອຍ ຣົດນຶ່ງນາຣີ
ເປັນຣົດດີ ກິນຫຼາຍຮູ້ອີ່ມ
ຂອງບໍ່ອີ່ມ ຣົດຍອດຄຳສອນ 
 ຣົດສົງສານ ກິນເມົາທັງຄ້າຍ
ຣົດບໍ່ຮ້າຍ ເກີດແກ່ເຈັບຕາຍ
ອະທິບາຍ ສອງອັນເພິ່ນຊີ້
ຣົດນຶ່ງນັ້ນ ຄຳເຖົ້າສັ່ງສອນ
ຣົດທີ່ສອງ ຄຳສອນນັກປາດ
ເພິ່ນສລາດ ຊີ້ຊ່ອງນິພານ 
 ວິຊາການ ຮຽນເອົາບໍ່ໄດ້
ເພິ່ນກ່າວໄວ້ ມີເຈັດປະການ
ເດັຽຣະສານ ກັບຄົນປະມາດ
ຄົນຂີ້ຄ້ານ ມັກຫຼັບມັກນອນ
ຄົນອາທອນ ປ່ວຍໂຊພຍາດ
ຄົນຂີ້ຄ້ານ ມັກງ່າຍໃນຈິດ
ຄົນເຫັນຜິດ ທຳການບໍ່ເບື່ອ
ຄົນບໍ່ເຊື່ອ ບໍ່ຊອບວິຊາ 
 ເປັນສິດຫາ ໃຫ້ຄູເຫັນຊອບ
ໃຫ້ປະກອບ ຄຸນໄວ້ຫ້າອັນ
ຢ່າດື້ດັນ ນອນຫຼັບຕື່ນກ່ອນ
ອຸປປະຖາກ ຢ່າຜ່ອນພຽນທຳ
ຢ່າຖຽງຄຳ ຄູບາສອນງ່າຍ
ຢ່າບ່ຽງບ່າຍ ຫຼົບຫຼີກການງານ
ພຮະອາຈານ ສອນທັມໃຫ້ຮູ້
ອົດສາສູ້ ໃຈນ້ອມໝັ່ນພຽນ 
 ອົດສາຮຽນ ຢ່າຫຼົງມັກມາກ
ຮຽນສົມຢາກ ຄວາມຮູ້ບໍ່ຈຳ
ສິດອະທັມ ດັ່ງຄົນປາກກືກ
ຝັນເປັນຖືກ ມັກແກ້ບໍ່ເປັນ
ອຸປປະມາ ຄົນຮຽນທັມມາກ
ຮຽນແຕ່ປາກ ຄວາມຮູ້ບໍ່ສິງ
ຝູງຊາຍຍິງ ຖາມຫາຄວາມເວົ້າ
ເຮັດເຄົ້າເມົ້າ ຂາຍໜ້າທົ່ວແດນ 
 ສາຕຕະສິນ ຄືຕົວຄວາມຮູ້
ຢູ່ໃນຕູ້ ໃນພັບໃນລານ
ບໍ່ແກ່ນສານ ຕ້ອງການບໍ່ໄດ້
ຄືເຮົາໄວ້ ຝາກຊັບເງິນຄຳ
ວາງປະຈຳ ໃນມືຄົນອື່ນ
ຢາກພົ້ນລື່ນ ຄາວຮ້ອນແລ່ນຫາ ປາຖນາ ສອງອັນຟັງຍາກ
ພາກນຶ່ງນັ້ນ ຄຳສຽດຄູຕົນ
ກັມໃຫ້ຜົນ ເກິ່ງກັນສເມີພາກ
ໃຈກັບປາກ ຍິດລ້ຽວຕ່າງກັນ 
 ຄວາມສຳຄັນ ກະຈົກວ່າແກ້ວ
ຄົນເປັນແລ້ວ ກັບວ່າກະຈົກ
ສັດນະຣົກ ຫາສິນບໍ່ໄດ້
ເພິ່ນກ່າວໄວ້ ຝູງນັ້ນໃຊ່ຄົນ
ຜູ້ເປັນຄົນ ນັກທິດນັກປາດ
ເພິ່ນອົງອາດ ຢືນໄວ້ຖ້ອຍຄຳ
ເຫັນກະຈົກ ກະຈົກບໍ່ແຄ້ວ
ເຫັນໜ່ວຍແກ້ວ ຢືນແກ້ວບໍ່ວາງ 
 ທຳເປັນກາງ ຊີ້ທາງນັກປາດ
ຄວາມສລາດ ສາມສິ່ງທຽມຕົນ
ນຶ່ງບໍ່ຮົນ ນຳຂອງຫາຍາກ
ສອງບໍ່ຮ້ອນ ນຳສິ່ງຈິບຫາຍ
ສາມຈັກຕາຍ ສະຕິບໍ່ຫຼ້າ
ບໍ່ຕັ້ງວ່າ ຊາຍນັ້ນແກ່ນຄົນ 
 ອະນຸສົນ ຊີ້ທາງຊີ້ເຫດ
ອຸປປະເທດ ຄົນໃບ້ຄົນພານ
ສາມປະການ ຈື່ຈຳເອົາໄວ້
ນຶ່ງຂີ້ໄຮ້ ຫຼົງຄົບແຕ່ກາມ
ສອງໃຈຫານ ກຳລົງຕົວນ້ອຍ
ຢ້ານກ້ຽວກ້ອຍ ຖີບປ້ຳຖຽງແຂງ
ແກ່ຄົນແຮງ ກວ່າຕົນຄວນຢ້ານ
ສາມຂີ້ຄ້ານ ຮຽນໜ້ອຍບໍ່ຈຳ
ມັກຂືນຄຳ ຖຽງຄົນຮູ້ມາກ 
 ດູພິດພາກ ຄົນຖ່ອຍເຫຼວໄຫຼ
ສາມປະການ ດັ່ງດຽວເພີງຮູ້
ນຶ່ງຊູລູ ຂຶ້ນເຮືອນທ່ານ ບໍ່ເອີ້ນເຊີນຕົນ
ສອງເປັນຄົນ ຂີ້ຄຸຍມັກເວົ້າ
ຂໍ້ສາມເຈົ້າ ຍໍຍ້ອງແຕ່ໂຕ
ຄົນໂມໂຫ ຫາມໂຕຄືບ້າ
ເຣື່ອງຖ່ອຍຊ້າ ຟັງແລ້ວຈື່ເອົາ 
 ຊາດຂີ້ເມົາ ໝວດຄາງຮີມປາກ
ແມ່ນຫາຍາກ ໃນພື້ນແຜ່ນດິນ
ຢ່າຖວິນ ຄົບຄົນປາກກ້ຽງ
ໃຫ້ຫຼີກລ້ຽງ ນອນລີ້ຜູ້ດຽວ 
 ຜູ້ສລຽວ ຮິ່ນຕອງຄຳປາກ
ມາຣະຍາດ ບອກສໍ່ກະກຸນ
ສຽງເປັນມູນ ບອກທາງປະໄປ່
ໄປສູ່ເຂດ ເຄີຍດັ້ນແວ່ຫາ
ບອກສອງຂາ ຮັກກັນພຽງຍາດ
ເມື່ອອີ່ມອາດ ເຕັມອ້ວນບໍ່ຜອມ
ບອກອາຫານ ຂອງກິນບໍ່ໄຮ້
ຈຳເອົາໄວ້ ທາງຮ່ອມບັນດິດ 
 ພຣະອາຈານ ຍົກຄວາມມາທຽບ
ມາປຽບໃຫ້ ນະຮົກນະຈີ
ມີຫຼາຍໆ ໃນທັມມະເທດ
ຊີ້ໃນເຂດ ຄົນຍາກຄົນຈົນ
ກັມໃຫ້ຜົນ ຈິບຫາຍທຸກຍາກ
ແສນລຳບາກ ນະຮົກຕາເຫັນ 
 ກັມແລະເວນ ຕົນທຳເພິ່ນຄຽດ
ເພິ່ນບັງບຽດ ຍົກໂທດຕິຕຽນ
ກິດຕົນພຽນ ຫາຜົນບໍ່ໄດ້
ກັມສ້າງໄວ້ ນະຮົກເປັນເຮືອນ
ທ່ານຟີເຟືອນ ຍົກຕົນບໍ່ໃກ້
ທ່ານຈຶ່ງໄດ້ ຮຽກຊື່ບັນດິດ ເປັນບັນດິດ ດູຄົນເພີງຮູ້
ຢ່າຫຼົບຫຼູ່ ດູໝິ່ນຄົນດີ
ຄົນມີສຣີ ສິບຫ້າຈຳພວກ
ພວກນຶ່ງນັ້ນ ພໍ່ແມ່ລູງຕາ
ພວກທີ່ສອງ ໝໍຢາວິເສດ
ພວກທີ່ສາມ ໝໍເວດຄູນຫານ
ພວກທີ່ສີ່ ຍາຍດ່ານຜັກຕູ
ພວກທີ່ຫ້າ ຄົນຮູ້ໜັງສື
ພວກທີ່ຫົກ ຄົນລືພໍ່ຄ້າ
ພວກທີ່ເຈັດ ເຊັງຊ່າເສດຖີ
ພວກທີ່ແປດ ຄົນດີພໍ່ບ້ານ
ພວກທີ່ເກົ້າ ຄົນເຝົ້າຣາຊາ
ພວກທີ່ສິບ ເສນາອາມາດ
ພວກທີ່ສິບເອັດ ອົງອາດຣາຊາ
ພວກທີ່ສິບສອງ ສົມມະນານັກບວດ
ພວກທີ່ສິບສາມ ຄົນຍວດມີຄຸນ
ພວກທີ່ສິບສີ່ ຄົນບຸນນັກປາດ
ພວກທີ່ສິບຫ້າ ຄົນສລາດຄູຕົນ
ໃຫ້ປະປົນ ຄົນຫາເຂົ້າໃກ້
ເປັນມິດໄວ້ ພາຮຸ່ງພາເຮືອງ 
 ຊາຍໂສພາ ໃຈບຸນນັກປາດ
ຊາຍສລາດ ຫຼີກເວັ້ນຄົນຜິດ
ຄົນໃຊ່ມິດ ຜູກຈ່ອງກັມເວນ
ຄົນມີເຂັນ ຫາຄຸນບໍ່ໄດ້
ຄົນທຸກໄຮ້ ກ່ຽວຫຍ້າຫາຟືນ
ບໍ່ຝ່າຝືນ ຜິດຖຽງດູໝິ່ນ 
 ຄຶດຊູ່ຖິ່ນ ທົ່ວໂລກໂລກາ
ກະປູນາ ຫາຫົວບໍ່ໄດ້
ໃຜຫາໃຫ້ ລ້ຽງທ້ອງເຂົາເອງ
ພວກສັບໂປ ງູຂຽວງູເຫົ່າ
ຂື້ນຕົ້ນໄມ້ ເຊື່ອນແລ່ນຕາມດິນ
ຕີນບໍ່ມີ ແລ່ນໄວປານມ້າ
ແມ່ໄກ່ກ້າ ນົມຕູ້ຢູ່ໃສ
ແມ່ນຜູ້ໃດ ຊ່ອຍມັນລ້ຽງລູກ
ຢ່າດູຖູກ ຊາດລູກຄົນຊາຍ
ຄວາມຈິບຫາຍ ດູແຄວນບໍ່ຊອບ 
 ໃຫ້ປະກອບ ສົງເຄາະສົງຫາ
ໃນເວລາ ເຂົາຈົນເຂົາຍາກ
ເຂົາລຳບາກ ທຸກຍາກແລ່ນເຖິງ
ຢ່າເຫິງສາ ຄວາມຫຼັງຄວາມເກົ່າ
ຊາດງູເຫົ່າ ຄົນຖ່ອຍຄົນພານ
ໃນສົງສານ ຊ່າງມັນຍາມຮ້າຍ
ຊ່ອຍດັບຮ້ອນ ຍາມເມື່ອໄຟເຜົາ
ຫວັງເອົາບຸນ ຊາດຊາຍໃຈກວ້າງ 
 ຄຶດໃຫ້ຮູ້ ຕົນປຽບແຜ່ນດິນ
ຊາດແຜ່ນດິນ ແໜ້ນໜາບໍ່ຂາດ
ຄົນພະລາດ ລົ້ມເລື້ອຍບໍ່ເຊົາ
ຄົນໃຈເບົາ ຊັງດິນດ່າປ້ອຍ
ຄົນໃຈນ້ອຍ ໂຕລົ້ມດ່າດິນ
ດ່າແຜ່ນດິນ ໜີດິນບໍ່ໄດ້
ເພີ່ນປຽບໄວ້ ນັກປາດໃຈບຸນ
ໃຜທຳບຸນ ທຳຄຸນທຳໂທດ
ບໍ່ໂກດໃຫ້ ຍາມຮ້ອນແລ່ນຫາ
ບໍ່ຖືຊາ ຄົນຜິດຄົນພາດ 
 ນັກປາດເຈົ້າ ຍັງປຽບຂຳໆ
ຫາຫົວດຳ ຕົວແດງຕົວດ່າງ
ເຫັນຄົນຢ່າງ ໄລ່ເຕັ້ນກັດຂາ
ບໍ່ຄວນຫາ ອຸບາຍກັດຕອບ
ບໍ່ຄວນລອບ ລົງແຫ້ນຂາໝາ
ອຸປປະມາ ບັນດິດຜູ້ຮູ້
ບໍ່ຄວນສູ້ ໂຕ້ຕອບຄົນພານ
ເຫັນເສັຽການ ດັ່ງໝາຕົວໃບ້ 
 ເພີ່ນປຽບໄວ້ ເປັນຂໍ້ທີ່ດີ
ນ້ຳນະທີ ທະເລກວ້າງໃຫຍ່
ຢາກໃຫ້ຮ້ອນ ມັດຫຍ້າລົງສຸມ
ເອົາໄປສຸມ ໃຫ້ທະເລມັນຮ້ອນ
ນ້ຳບໍ່ຮ້ອນ ເໝືອນດັ່ງໃຈໝາຍ
ອະທິບາຍ ປຽບໃຈນັກປາດ
ໃຜຫ່ອນອາດ ປ້ອຍດ່າໃຫ້ເຄືອງ
ໃຜຫ່ອນຖຽງ ໂຕທ່ານໃຫ້ຄຽດ
ເພີ່ນອົດໄດ້ ໂຕຮ້ອນພາຍດຽວ 
 ຄຶດສລຽວ ເຖິງຄອງນັກປາດ
ຜູ້ສລາດ ຄືເຈົ້າເຕເມ
ລະໂພເຄ ຄວາມສຸກບໍ່ເອື້ອ
ເພິ່ນເປັນເຊື້ອ ນັກປາດໃຈເຢັນ
ເພີ່ນແລເຫັນ ຄວາມສຸກເມືອງຟ້າ
ຈຶ່ງກົ້ມໜ້າ ອົດໄວ້ເກີດຄຸນ 
 ເຈົ້າໃຈບຸນ ດູຄົນມັນຍາກ
ແສນລຳບາກ ຈຳແບບຄຳສອນ
ບໍ່ອາທອນ ເບິ່ງໄປຄົງຮູ້
ເຮົາເພີງຮູ້ ນັກປາດອາຈານ
ຟັງໂວຫານ ວາຈາເພີ່ນເວົ້າ
ຈັກຮູ້ເຄົ້າ ສິນໝັ້ນທ່ຽງຕົງ
ຕ້ອງປະສົງ ຢູ່ນຳຫຼາຍມື້
ຈັກຮູ້ດື້ ຖ່ອຍຊົ່ວຄົນດີ
ສາມັກຄີ ກິນນອນຮ່ອນຖິ່ນ
ຈັກຮູ້ກິ່ນ ຄົນຮ້ອນຄົນເຢັນ
ຄົນມີເຂັນ ໃຈຄໍມັນຊ່ານ 
 ຈັກຮູ້ຄ້ານ ຮູ້ໝັ່ນຄົນງານ
ຍາມທຳການ ທຳງານມັນບອກ
ຈັກຮູ້ພວກ ພີ່ນ້ອງຮັກຕົນ
ຍາມຂັດສົນ ໂພຍພັຍມາຕ້ອງ
ຈັກຮູ້ຮ່ອມ ຄວາມຮັກສະຫາຍ
ຍາມຈັກຕາຍ ເກີດຄວາມມີໂທດ
ຮູ້ສັນໂດດ ເມັຽຮັກເພື່ອນສອງ
ຍາມເຂົ້າຂອງ ສິ້ນມືຈົນຍາກ 

(ມີຕໍ່ຕອນ 2)