ໝວດທີ່ຂຶ້ນຕົ້ນດ້ວຽຕົວ "ສ"

 

  • ໃສ່ສເນສາວ
    ມາບາດນີ້... ຮຽມຫາກຫາມາໄດ້ ກະຈັກໃສ່ມົນກົນ
    ຂົນເອົາກີບມາລາ ປະກອບຄາຖາແກ້
    ບາຈັກແປງເອົາແສ້ ໄພສົນດົງດ່ານ
    ໄມ້ເທົ້າສານປະກອບດ້ວຽ ຮວຽກ້າເກັ່ງມົນ

    ຫາຊອກຄົ້ນ ບົທບ່ອນຂວາງເຂັດ
    ເຮົາຈັກເອົາມາເຮັດ ໃສ່ນາງນົງນ້ອຽ
    ອິຕິຯຖອຽດວງກ້າ ຄາຖາພຣະຍາເຕົ່າ
    ໂຮຽໃສ່ສາວໜຸ່ມເໜົ້າ ມາລາເຈົ້າເລົ່າໄປ

    ອັນວ່າກີບດອກໄມ້ ກໍໄປຈາກພາຄາຽ
    ມັນຈັກບິນບົນຫາຽ ພາກພາຽຫົນກວ້າງ
    ໄປຕຳຊວງນາງນ້ອງ ຜູ້ນອນໃນ ໄຂຜ້າຫົ່ມ
    ບໍ່ຫານອາຈລ່ວງມົ້ມ ປານສິມ້ຽນ... ຣະມິ່ງມໍ... ແທ້ແລ້ວ ໂອມພ້ຽງ...
  • ສລັກກອນອັກສອນຕ້ານ ໂວຫານຜຍາກ່າວ
    ມອບສົ່ງສາວສັ່ງຊູ້ ຊູຊ້ອນແນບຄີງ

    ອອກຈາກຈິງໃຈໝັ້ນ ສເມີມາມວນມອບ
    ບໍ່ຫວັງຕອບຕໍ່ຕ້ານ  ຫວານເວົ້າຈາກພະອວນ

    ພຽງມາຊວນກອນແກ້ ແປອັກສອນກອນກາບ
    ພໍໃຫ້ຊາບບ່ອນເບື້ອງ ຢ່າເຄືອງແຄ້ນຄັ່ງຄາ

    ບໍ່ແມ່ນປຣາຊນ໌ຜູ້ກ້າ ກອນເກັ່ງເສັງໃຜ
    ແຕ່ຫາກເປັນຄວາມໃນ ເນົ່າໂນມຣະບົມກຸ້ມ
    ຕັນຫາສຸມໃນເນື້ອ ເຟືອແຝງແຕ່ປາງກ່ອນ
    ຫຼອນວ່າຫຼີກບໍ່ວິດ... ຫຼອນວ່າຊິດບໍ່ມົ້ມ ຈົມຈ້ອຽຣະຫວ່າງໃຈ

    ຂໍວ່ານ້ອງນາດໄທ້ ຜາຽໂຜດກູນາ
    ຢ່າແປງຄຳມາຍາ ຮ່າວີຕີມ້ຽນ
    ອົດສາພຽນພາງເວົ້າ ຕົວະເອົາອ້າງເອີ່ຽ
    ຕິຖເລີຽຫຼອກອ້າຽ ພໍຫາຽຮ້ອນຮຸ່ມໃຈ.
  • ສວັດ ພິພັນພ້ອມ ນ້ອມໃສ່ຄຸນພຣະສີດ
    ດີ ສເມີຢ່າມີທຸກ ຢູ່ສຸກກະເສມລ້ວນ
    ປີ ເກົ່າຈວນສິກາຽພົ້ນ ຄວາມສັບສົນໃຫ້ພົ້ນຜ່ານ
    ໃໝ່ ປີການລ່ວງເຂົ້າ ພໍຊຸມເຈົ້າຢູ່ສບາຽ
  • ສີສຸມັງຄະລັງເລີດເຄົ້າ ປີເກົ່າສິກາຽໜີ
    ສິຂໍອວຽພອນໄຊ ຈາກໃຈມາຍໍນ້ອມ
    ຈະຕຸພອນພຽງພ້ອມ ໃຫ້ສັງຮອມຮຽງຮ່າງ
    ຄວາມສຸກສັນສືບສ້າງ ຢ່າໄລມ້າງຫ່າງກາຽ
    ຣະດູການຢ່າງຢ້າຽ ແຖມຖ່າຽມາເຖິງ
    ໃຫ້ເຈົ້າເຮີງໆໃສ ດັ່ງໃນມະນີແກ້ວ
    ຈົ່ງພາກັນວິດແຄ້ວ ແນວວ່າອັນຕລາຽພາຽໂຣຄ
    ອັນຄວາມທຸກໂສກຮ້ອນ ໃຫ້ຫາຽແຫ້ງເຫືອດຄີງ ນັ້ນແລ້ວ
    ໃຫ້ເຈົ້າໄດ້ກ່ອມກີ້ງ ຢູ່ເທີງອາດຫໍຄຳ
    ແມ່ນຈັກທຳການສັງ ໃຫ້ດັ່ງໂດຽສເມີແມ້ງ
    ຢ່າແຕກແຫງຣະຫອງຮ້າວ ຄ.ສ. ສອງພັນກວ່າ
    ສິບເອັດໂຕຕື່ມທ້າຽ ກຳລັງຢ້າຽຍ່ອງມາ ທ່ານເອີ້ຽ
  • ສາສນານັບມື້ຈັ້ນ ໂລກກໍ່ປັ່ນໝູນໄປ
    ອັນຈິຕໃຈຂອງຄົນ ວົກວົນກະວາຽວຸ້ນ
    ໂລກມັນໝູນໄປໜ້າ ຣາຄາເງິນແຮ່ງຕົກຕ່ຳ
    ສິລທັມສິຂາດສ້ອຽ ເດັກນ້ອຽສິຍ່ຳຍີ

    ໂລກເຮົາປົ່ນປີ້ ຮ້ອນເຮັ່ງປານໄຟລົນ
    ຄົນບໍ່ມີສິລທັມ ບໍ່ລ່ຳນຳຄອງເຄົ້າ
    ມີແຕ່ມົວເມົາເຫຼັ້ນ ຣະເຣີງຫຼົງໃນຄວາມຊົ່ວ
    ບໍ່ຢ້ານກົວບາບຮ້າຽ ເວຣຕ້ອງແລ່ນນຳ

    ຫາຄ່ຳເຊົ້າ ຟ້າວຟັ່ງແຕ່ນຳເງິນ
    ຫຼົງເພີດເພີນມົວກາມ ຊົ່ວຊາມໄປຕາມເຣື້ອງ
    ໂລກຊຳເລືອງໄປໜ້າ ສາສນາກະຄ້ອຽອ່ຽງ ນັ້ນແລ້ວ
    ບ້ານເຮືອນນັບມື້ຫຍຸ້ງ ລູງປ້າກະເລົ່າໝາງ

    ລາງຄົນ ຫາແຕ່ໂລພ ຕົ້ມແຕ່ງແປງຂະບວນ
    ຫາແຕ່ຣວນເລຫຼົງ ບົ່ງການປານບ້າ
    ລາງຄົນເອົາແຕ່ບຸນມາບັງໜ້າ ເອົາສຸຣາເປັນທີ່ເພີ່ງ
    ເອົາບັນເທິງເປັນທີ່ຕັ້ງ ຫວັງໄດ້ຊື່ສຽງ

    ງົວຄວາຽກ້ຽງ ເປັດໄກ່ທະຍອຽຕາຽ
    ບຸນທຳລາຽສິລທັມ ບາບກັມສິນຳຕ້ອງ
    ໃຫ້ຕຶກຕຣອງດູຕົ້ນ ມະນຸດຄົນຜູ້ປະເສີດ
    ຢ່າຕະເຫຼີດລ່ວງລ້ຳ ທັມມະເຈົ້າໜໍ່ພຸທໂທ

    ວ່າໂອນໍ...ພີ່ນ້ອງເອີ້ຽ...
    ສາສນານັບມື້ຂ້ອນ ນັບມື້ຍ່ອນທາງສີລທັມ
    ມັນເປັນກັມຕາມມະນຸສ ພຸທທະອົງຊົງໄວ້
    ກັມອັນໃດໃຜທຳສ້າງ ສິທາງດີຫຼືທາງຊົ່ວ
    ກັມຍ່ອມພົວພັນຕາມ ກັມຍ້ອນນຳສູ່ມື້ ຄືແທ້ດັ່ງເງົາ

    ພຸທທະອົງຊົງວ່າເວົ້າ ກ້າຽກ່າວຊາວມະນຸສ
    ຢ່າກະທຳຄວາມທຸກ ສິຊຸດຊາມຍາມຮ້າຽ
    ມັນສິຕາຽລົງໝໍ້ ອະເວຈີຮ້ອນເດືອດ
    ເໝືອນດັ່ງຂຽດອີ່ໂມ້ ລົງໝໍ້ອ່ອມແກງ ນັ້ນແລ້ວ ພີ່ນ້ອງເອີ້ຽ
  • ສາສນານັບມື້ສ້ວຽ ຄັນກະບວຽນັບມື້ຊື່
    ຊຸມຜູ່ສາວນັບມື້ດື້ ຕີຄີ້ວໃສ່ພຣະເນນ
    ເປັນນຳເວັນນຳມື້ ສມັຍໃໝ່ໄທລາວ
    ໃຈມົວເມົາຮົນຮົກ ມົກລຸງລັງລົ້ນ
    ສາຣະວົນຄົນບ້າ ຕັນຫາກວມກຸ້ມກິເລສ
    ບ້ານຳເຜດ500 ພາກັນປ້ອຽຢູ່ບໍ່ຖອງ
    ຟັງເບິ່ງເດີ້ອ້າຽນ້ອງ ບ້ານກັບວັຕຢ່າຂັດກັນ
    ເພນ... ຈັ່ງຫັນ... ອຸບປະຖັມພຣະສົງອົງຄະເຈົ້າ
    ຢ່າສຸພາກັນເວົ້າ ຍາກນຳນາຍາກນຳໄຮ່
    ຖືວ່າເປັນວຽກໃຫຍ່ ໜິ້ງຜູ້ນັ້ນຜູ້ນີ້ ຈົວນ້ອຽສິຈ່ອຽຕາຽ
    ສັທທາຂວາ ສັທທາຊ້າຽ ຟັງສາກ່ອນຢ່ານອນຈິຕ
    ພາກັນຕຶກຕຣອງຄິດ ພຣະສິໜີບໍ່ພີອ້ວນ
    ຄວນບໍ່ຄວນຕຣອງເບິ່ງຖ້ອນ ຈະເຣີນພອນຊ້ອນລາຽອ່ວຽ
    ຍາມເຈັບເປັນເອັນປ່ວຽ ຊ່ອຽຝົນຢາຫາຮາກໄມ້ ເຈັບໄຂ້ໄດ້ເພີ່ງພາ ນີ້ແລ້ວ
  • ສາຽລົມເຢັນພັດຕ້ອງ ໃກ້ງານດອງອ້າຽແລ້ວໄປ່
    ອ້າຽຜູ້ບ່າວຄົນບ້ານໄກ ໄດ້ຂ່າວດີແລ້ວບໍ້ ຫາພໍ້ແລ້ວໄປ່ສາວ

    ຫຼືໄປຫາເລາະເຫຼັ້ນ ລົດນອນເວັນໃຫ້ເຖົ້າຈົ່ມ
    ຍາມກາງຄືນແຕກຈົ້ນໆ ກິນເຫຼົ້າຫລະຄັກຫຼາຽ.
  • ສາຣຮັກ...
    *** ຂຽນທີ່ ເຄຫັງຫ້ອງ ໜອງແມງດາ ນອນຍາກ
    *** ວັນທີ່ ວິບາກເບື້ອງ
    *** ເດືອນ ກຸ້ມກ່ອມພະທັຍ
    *** ພ.ສ. ນອນໝອງໄໝ້ ໝອງໃຈ ຄຶດຮອດພີ່
    *** ເຖິງ ຍອດຊູ້ ຜູ່ຢູ່ໄກ ຈາກບ້ານ ລູກຊາຽເຊື້ອ ບ່າວສເນ

    *** ສາຣນີ້... ຊື່ວ່າ "ກອນຜຍາກ້ອມ" ໃນມະໂນ ຄັດລອກ
    ຂຽນອອກຈາກ ບ່ອນແປ້ວ ໃຈນ້ອງ ບົ່ມໃນ
    ພໍໄດ້ເຫັນສາຣອ້າຽ ພະອວນຊາຽ ມາດັ້ນຮອດ
    ນາງໄດ້ ທົດທອດຍ້ຽມ ເຫັນຖ້ວນ ທຸກປະການ
    ພໍໄດ້ໂອມອ່ານແລ້ວ ຈັ່ງຊາບຂ່າວ ສາຣ ສີ
    ເຫັນຄວາມໃນ ໃຈຄວາມ ຊັດເຈນ ດູແຈ້ງ
    ເປັນດັ່ງຄຳ ສາຣອ້າຽ ເຈາະຈົງຕັ້ງທ່ຽງ
    ນ້ອງບໍ່ ຂັດບ່ຽງບ້າຽ ໝາຽໝັ້ນ ຕໍ່ຜູ່ໃດ ດອກນາ
    ຢ້ານແຕ່ ທາງຝ່າຽອ້າຽ ຕົວະນາງ ລວງຫຼອກ
    ເຍີ້ຽຢອກເຫຼັ້ນ ພໍໃຫ້ຫ່ວງນຳ
    *** ເທື່ອນີ້ ນ້ອງສິໄຂ ວາດເວົ້າ ເປີດເປັ່ງ ທະເລຫຼວງ
    ນັບແຕ່ ດົນນານເຫິງ ອັ່ງມະໂນ ນຳອ້າຽ
    ນາງຈຶ່ງ ຂຽນສານໃຊ້ ຖແລງມາແຈ້ງເຫຕ
    ຄັນສິ ສົມເພດນ້ອງ ເຊີນຖ້ອນ ບໍ່ ວ່າ ຫຍັງ
    *** ວ່າໂອນໍ...
    ທາງບ້ານນ້ອງ ຕະກູນຕ່ຳພອຽພັດ
    ສິ ບໍ່ ສົມ ສັກສູງ ໜໍ່ຕະກຸນຂອງອ້າຽ
    ຫັນໄປມອງ ທາງບ້ານ ເຮືອນຊານ ກະຂຸລ່ວງ
    ຄຶດຕໍ່ພໍ່ ເພີ່ນກະເຖົ້າແກ່ແລ້ວ ບໍ່ ພໍໄດ້ ຊ່ອຽຊູ
    ຄຶຕໍ່ແມ່ ລື ກະເຖົ້າ ໝົດກ່ຳລັງ ນັບມື້ ຫ່ຽວ
    ຫຼຽວເບີ່ງຍາດພີ່ນ້ອງ ກະເປັນໜ້າອີ່ດູ
    ນ້ອງ ກະນອນຄຸດຄູ້ ນ້ຳຕາໄຫຼ ໂຫ້ງບ່ອນ
    ຈົນວ່າ ໝອນປຽກມູ້ ແຕ່ນອນໄຫ້ ຮ່ຳຄະນຶງ
    ນ້ອງນັ່ງ ພິງຝາຫ້ອງ ຝັນຫາຊາຽ ທຸກເຊົ້າຄ່ຳ
    ມີແຕ່ ຄຳຍາກຫຍຸ້ງ ມຸງໜ້າໃສ່ຫຼັງ
    ຫວັງສິເຫັນຕົວອ້າຽ ມາຫຼາຽ ກະແລ້ງເປົ່າ
    ນ້ອງໂລດ ອຸກອັ່ງເອົ້າ ກິນເຂົ້າກະ ບໍ່ລົງ
    ລາງເທື່ອ ຫຼົງໄຫຼເອີ້ນ ເຫັນໃຜ ກະຖາມຂ່າວ
    ຖາມອ້າຽທິດ ກະແລ້ວ ຖາມກັບເອື້ອຽ ກະແລ້ວ ຜັດຕົວະຊ້ຳວ່າບໍ່ເຫັນ
    ວ່າໂອນໍ... ຊາຕທີ່ ເປັນຍິງນີ້ ແສນຍາກເຫຼືອຫຼາຽ
    ສັງບໍ່ ເປັນຄືຊາຽ ບໍ່ທໍ່ກັນເອົາດີ້
    *** ໂອກາສທ້າຽ ຂໍຝາກພີ່ ທັງໝົດ
    ມວນແຕ່ ໃນນາງມີ ມອບ ພີ່ຊາຽ ໝົດກ້ຽງ
    ຄັນເຈົ້າ ພໍໃຈລ້ຽງ ໂຕນາງຢ່າລວງຫຼອກ ກັນເດີ້
    ຄັນອ້າຽ ຮັກນ້ອງນັ້ນ ໃຫ້ມາເວົ້າສູ່ຂໍ ນັ້ນຖ້ອນ.
  • ສາຣຮັກ...(ຊາຽ)
    *** ຂຽນທີ່ ເຄຫັງຫ້ອງ ໜອງແມງດາ ນອນຍາກ
    *** ວັນທີ່ ວິບາກເບື້ອງ
    *** ເດືອນ ກຸ້ມກ່ອມພະທັຍ
    *** ພ.ສ. ນອນໝອງໄໝ້ ໝອງໃຈ ຄຶດຮອດອຸ່ນ
    *** ເຖິງ ບຸນຊູ ຝ່າຽບ້ານ ຝັນຊ້ອນຕ່ອນສເນ

    *** ສາຣນີ້... ຊື່ວ່າ "ກອນຜຍາກ້ອມ" ໃນມະໂນ ຄັດລອກ
    ຂຽນອອກຈາກ ບ່ອນແປ້ວ ໃຈອ້າຽບົ່ມໃນ
    ພໍໄດ້ເຫັນສານນ້ອງ ບັງອອນມາດັ້ນຮອດ
    ອ້າຽໄດ້ ທົດທອດຍ້ຽມ ເຫັນຖ້ວນ ທຸກປະການ
    ພໍໄດ້ໂອມອ່ານແລ້ວ ຈັ່ງຊາບຂ່າວ ສາຣ ສີ
    ເຫັນເນື້ອໃນໃຈຄວາມ ຊັດເຈນດູແຈ້ງ
    ເປັນດັ່ງຄຳ ສາຣນ້ອງ ເຈາະຈົງຕັ້ງທ່ຽງ
    ບໍ່ຂັດຖຽງບ່ຽງບ້າຽ ໝາຽໝັ້ນ ຕໍ່ຜູ່ໃດ ດອກນາ
    ຢ້ານແຕ່ ທາງຝ່າຽນ້ອງ ມີສອງ ແລ້ວລວງຫຼອກ
    ເຍີ້ຽຢອກເຫຼັ້ນ ພໍໃຫ້ຫ່ວງນຳ
    *** ເທື່ອນີ້ ຊາຽສິໄຂ ວາດເວົ້າ ເປີດເປັ່ງ ທະເລຫຼວງ
    ນັບແຕ່ ດົນນານເຫິງ ອັ່ງມະໂນຍັງນ້ອງ
    ອ້າຽຈຶ່ງ ຂຽນສານໃຊ້ ຖແລງຄວາມແຈ້ງເຫຕ
    ຄັນສິ ສົມເພດອ້າຽ ເຊີນຖ້ອນ ບໍ່ ວ່າ ຫຍັງ
    *** ວ່າໂອນໍ...
    ທາງບ້ານອ້າຽ ຕະກູນຕ່ຳພອຽພັດ
    ສິ ບໍ່ ສົມ ສັກສູງ ໜໍ່ຕະກຸນຂອງນ້ອງ
    ຫັນໄປມອງ ທາງບ້ານ ເຮືອນຊານ ກະຂຸລ່ວງ
    ຄຶດຕໍ່ພໍ່ ເພີ່ນກະເຖົ້າແກ່ແລ້ວ ບໍ່ ພໍໄດ້ ຊ່ອຽຊູ
    ຫຼຽວເບິ່ງດູຍັງເຈົ້າ ຕົນແມ່ພະມານດາ
    ອານິດຈາປາປັງ ສ່ວນພະລັງບໍ່ຍັງເຍື້ອນ
    ຫູຕາເໝືອນແວວວັ້ງ ໝົດກ່ຳລັງ ນັບມື້ ຫ່ຽວ
    ຫຼຽວເບີ່ງຍາດພີ່ນ້ອງ ກະເປັນໜ້າອີ່ດູ
    ອ້າຽ ກະນອນຄຸດຄູ້ ນ້ຳຕາຫຼັ່ງລິນຕົກ
    ງິນທົກນຳຄວາມຈົນ ວົກວົນວຽນຮ້ອນ
    ນອນໃນຫ້ອງ ນ້ຳຕານອງໂຫ້ງບ່ອນ
    ຈົນວ່າ ໝອນປຽກມູ້ ແຕ່ນອນໄຫ້ ຮ່ຳຄະນຶງ
    ອ້າຽນັ່ງ ພິງຝາຫ້ອງ ຝັນຫານາງ ທຸກເຊົ້າຄ່ຳ
    ມີແຕ່ ຄຳຍາກຫຍຸ້ງ ມຸງໜ້າໃສ່ຫຼັງ
    ຫວັງສິເຫັນຕົວນ້ອງ ຄອງຄອຽ ກະແລ້ງເປົ່າ
    ອ້າຽໂລດ ອຸກອັ່ງເອົ້າ ກິນເຂົ້າກະ ບໍ່ລົງ
    ລາງເທື່ອ ຫຼົງໄຫຼເອີ້ນ ເຫັນໃຜ ກະຖາມຂ່າວ
    ຖາມອ້າຽທິດ ກະແລ້ວ ຖາມກັບເອື້ອຽ ກະແລ້ວ ຜັດຕົວະຊ້ຳວ່າບໍ່ເຫັນ
    ວ່າໂອນໍ... ເກີດເປັນຊາຽເທື່ອນີ້ ແສນຍາກເຫຼືອຫຼາຽ
    ສັງບໍ່ ເປັນຄືຊາຽ ດັ່ງເຂົາສມານແມ້ງ
    ບໍ່ກິນແໜງແຄງຄ້ອຽ ມີແຕ່ພອຽໄດ້ດັ່ງ
    ຄວາມຫວັງສົມມາດແມ້ງ ບໍ່ມີໄດ້ຈົ່ມຫາ

    *** ມາໂອກາດສຸດທ້າຽ ຂໍຝາກນ້ອງ ທັງໝົດ
    ມວນແຕ່ ໃນຊາຽມີ ມອບ ພະນາງ ໝົດກ້ຽງ
    ຄັນເຈົ້າ ພໍໃຈພ້ຽງ ຕົນຊາຽຢ່າລວງຫຼອກ ກັນເດີ້
    ຄັນນ້ອງ ຮັກອ້າຽນັ້ນ ບອກອ້າຽໃຫ້ສູ່ຂໍ ນັ້ນຖ້ອນ.
  • ສາຣຮັກ...
    *** ຂຽນທີ່ ເຄຫັງຫ້ອງ ໜອງແມງດາ ນອນຍາກ
    *** ວັນທີ່ ວິບາກເບື້ອງ
    *** ເດືອນ ກຸ້ມກ່ອມພະທັຍ
    *** ພ.ສ. ນອນໝອງໄໝ້ ໝອງໃຈ ຄຶດຮອດອຸ່ນ
    *** ເຖິງ ບຸນຊູ ຜູ່ຢູ່ໄກຈາກບ້ານ ສຖານຫ້ອງແຫ່ງສເນ

    *** ສາຣນີ້... ຊື່ວ່າ "ກອນຜຍາກ້ອມ" ໃນມະໂນ ຄັດລອກ
    ຂຽນອອກຈາກ ບ່ອນແປ້ວ ໃຈອ້າຽບົ່ມໃນ
    ພໍໄດ້ເຫັນສາຣນ້ອງ ນວນລະອອງ ມາດັ້ນຮອດ
    ຊາຽໄດ້ ທົດທອດຍ້ຽມ ເຫັນຖ້ວນ ທຸກປະການ
    ພໍໄດ້ໂອມອ່ານແລ້ວ ຈັ່ງຊາບຂ່າວ ສາຣ ສີ
    ເຫັນຄວາມໃນ ໃຈຄວາມ ຊັດເຈນ ດູແຈ້ງ
    ເປັນດັ່ງຄຳ ສາຣເຈົ້າ ເຈາະຈົງຕັ້ງທ່ຽງ
    ຊາຽບໍ່ ຂັດບ່ຽງບ້າຽ ໝາຽໝັ້ນ ຕໍ່ຜູ່ໃດ ດອກນາ
    ຢ້ານແຕ່ ທາງຝ່າຽນ້ອງ  ປອງທວງມາລວງຫຼອກ
    ຢ້ານແຕ່ເຍີ້ຽຢອກເຫຼັ້ນ ພໍໃຫ້ໄດ້ສະໃຈ
    *** ເທື່ອນີ້ ຊາຽສິໄຂ ວາດເວົ້າ ເປີດເປັ່ງ ທະເລຫຼວງ
    ນັບແຕ່ ດົນນານເຫິງ ອັ່ງມະໂນ ໃຈອ້າຽ
    ຊາຽຈຶ່ງ ຂຽນສານໃຊ້ ຖແລງມາແຈ້ງເຫຕ
    ຄັນສິ ສົມເພດອ້າຽ ເຊີນຖ້ອນ ບໍ່ ວ່າ ຫຍັງ
    *** ວ່າໂອນໍ...
    ທາງບ້ານອ້າຽ ຕະກູນຕ່ຳພອຽພັດ
    ສິ ບໍ່ ສົມ ສັກສູງ ໜໍ່ຕະກຸນຂອງນ້ອງ
    ຫັນໄປມອງ ທາງບ້ານ ເຮືອນຊານ ກະຂຸລ່ວງ
    ຄຶດຕໍ່ພໍ່ ເພີ່ນກະເຖົ້າແກ່ແລ້ວ ບໍ່ ພໍໄດ້ ຊ່ອຽຊູ
    ຄຶຕໍ່ແມ່ ລື ກະເຖົ້າ ໝົດກ່ຳລັງ ນັບມື້ ຫ່ຽວ
    ຫຼຽວເບີ່ງຍາດພີ່ນ້ອງ ກະເປັນໜ້າອີ່ດູ
    ນ້ອງ ກະນອນຄຸດຄູ້ ນ້ຳຕາໄຫຼ ໂຫ້ງບ່ອນ
    ຈົນວ່າ ໝອນປຽກມູ້ ແຕ່ນອນໄຫ້ ຮ່ຳຄະນຶງ
    ນ້ອງນັ່ງ ພິງຝາຫ້ອງ ຝັນຫາຊາຽ ທຸກເຊົ້າຄ່ຳ
    ມີແຕ່ ຄຳຍາກຫຍຸ້ງ ມຸງໜ້າໃສ່ຫຼັງ
    ຫວັງສິເຫັນຕົວອ້າຽ ມາຫຼາຽ ກະແລ້ງເປົ່າ
    ນ້ອງໂລດ ອຸກອັ່ງເອົ້າ ກິນເຂົ້າກະ ບໍ່ລົງ
    ລາງເທື່ອ ຫຼົງໄຫຼເອີ້ນ ເຫັນໃຜ ກະຖາມຂ່າວ
    ຖາມອ້າຽທິດ ກະແລ້ວ ຖາມກັບເອື້ອຽ ກະແລ້ວ ຜັດຕົວະຊ້ຳວ່າບໍ່ເຫັນ
    ວ່າໂອນໍ... ຊາຕທີ່ ເປັນຍິງນີ້ ແສນຍາກເຫຼືອຫຼາຽ
    ສັງບໍ່ ເປັນຄືຊາຽ ບໍ່ທໍ່ກັນເອົາດີ້
    *** ໂອກາສທ້າຽ ຂໍຝາກພີ່ ທັງໝົດ
    ມວນແຕ່ ໃນນາງມີ ມອບ ພີ່ຊາຽ ໝົດກ້ຽງ
    ຄັນເຈົ້າ ພໍໃຈລ້ຽງ ໂຕນາງຢ່າລວງຫຼອກ ກັນເດີ້
    ຄັນອ້າຽ ຮັກນ້ອງນັ້ນ ໃຫ້ມາເວົ້າສູ່ຂໍ ນັ້ນຖ້ອນ.
  • ສາຣຮັກ...(ຊາຽ)
    *** ຂຽນທີ່ ເຄຫັງຫ້ອງ ໜອງແມງດາ ນອນຍາກ
    *** ວັນທີ່ ວິບາກເບື້ອງ
    *** ເດືອນ ກຸ້ມກ່ອມພະທັຍ
    *** ພ.ສ. ນອນໝອງໄໝ້ ໝອງໃຈ ຄຶດຮອດອຸ່ນ
    *** ເຖິງ ບຸນຊູ ເນົາຢູ່ທາງຝ່າຽບ້ານ ຝັນຊ້ອນຕ່ອນສເນ

    *** ສາຣນີ້... ຊື່ວ່າ "ກອນຜຍາກ້ອມ" ໃນມະໂນ ຄັດລອກ
    ຂຽນອອກຈາກ ບ່ອນແປ້ວ ໃຈອ້າຽບົ່ມໃນ
    ພໍໄດ້ເຫັນສານນ້ອງ ບັງອອນມາດັ້ນຮອດ
    ອ້າຽໄດ້ ທົດທອດຍ້ຽມ ເຫັນຖ້ວນ ທຸກປະການ
    ພໍໄດ້ໂອມອ່ານແລ້ວ ຈັ່ງຊາບຂ່າວ ສາຣ ສີ
    ເຫັນເນື້ອໃນ ໃຈຄວາມ ຊັດເຈນດູແຈ້ງ
    ເປັນດັ່ງຄຳ ສາຣນ້ອງ ເຈາະຈົງຕັ້ງທ່ຽງ
    ບໍ່ຂັດຖຽງບ່ຽງບ້າຽ ໝາຽໝັ້ນ ຕໍ່ຜູ່ໃດ ດອກນາ
    ຢ້ານແຕ່ ທາງຝ່າຽນ້ອງ ມີສອງ ແລ້ວລວງຫຼອກ
    ເຍີ້ຽຢອກເຫຼັ້ນ ພໍໃຫ້ຫ່ວງນຳ
    *** ເທື່ອນີ້ ຊາຽສິໄຂ ວາດເວົ້າ ເປີດເປັ່ງ ທະເລຫຼວງ
    ນັບແຕ່ ດົນນານເຫິງ ອັ່ງມະໂນ ນຳນ້ອງ
    ອ້າຽຈຶ່ງ ຂຽນສານໃຊ້ ຖແລງມາແຈ້ງເຫຕ
    ຄັນສິ ສົມເພດອ້າຽ ເຊີນຖ້ອນ ບໍ່ ວ່າ ຫຍັງ
    *** ວ່າໂອນໍ...
    ທາງບ້ານອ້າຽ ຕະກູນຕ່ຳພອຽພັດ
    ສິ ບໍ່ ສົມ ສັກສູງ ໜໍ່ຕະກຸນຂອງນ້ອງ
    ຫັນໄປມອງ ທາງບ້ານ ເຮືອນຊານ ກະຂຸລ່ວງ
    ຄຶດຕໍ່ພໍ່ ເພີ່ນກະເຖົ້າແກ່ແລ້ວ ບໍ່ ພໍໄດ້ ຊ່ອຽຊູ
    ຄຶຕໍ່ແມ່ ລື ກະເຖົ້າ ໝົດກ່ຳລັງ ນັບມື້ ຫ່ຽວ
    ຫຼຽວເບີ່ງຍາດພີ່ນ້ອງ ກະເປັນໜ້າອີ່ດູ
    ນ້ອງ ກະນອນຄຸດຄູ້ ນ້ຳຕາໄຫຼ ໂຫ້ງບ່ອນ
    ຈົນວ່າ ໝອນປຽກມູ້ ແຕ່ນອນໄຫ້ ຮ່ຳຄະນຶງ
    ນ້ອງນັ່ງ ພິງຝາຫ້ອງ ຝັນຫາຊາຽ ທຸກເຊົ້າຄ່ຳ
    ມີແຕ່ ຄຳຍາກຫຍຸ້ງ ມຸງໜ້າໃສ່ຫຼັງ
    ຫວັງສິເຫັນຕົວອ້າຽ ມາຫຼາຽ ກະແລ້ງເປົ່າ
    ນ້ອງໂລດ ອຸກອັ່ງເອົ້າ ກິນເຂົ້າກະ ບໍ່ລົງ
    ລາງເທື່ອ ຫຼົງໄຫຼເອີ້ນ ເຫັນໃຜ ກະຖາມຂ່າວ
    ຖາມອ້າຽທິດ ກະແລ້ວ ຖາມກັບເອື້ອຽ ກະແລ້ວ ຜັດຕົວະຊ້ຳວ່າບໍ່ເຫັນ
    ວ່າໂອນໍ... ຊາຕທີ່ ເປັນຍິງນີ້ ແສນຍາກເຫຼືອຫຼາຽ
    ສັງບໍ່ ເປັນຄືຊາຽ ບໍ່ທໍ່ກັນເອົາດີ້
    *** ໂອກາສທ້າຽ ຂໍຝາກພີ່ ທັງໝົດ
    ມວນແຕ່ ໃນນາງມີ ມອບ ພີ່ຊາຽ ໝົດກ້ຽງ
    ຄັນເຈົ້າ ພໍໃຈລ້ຽງ ໂຕນາງຢ່າລວງຫຼອກ ກັນເດີ້
    ຄັນອ້າຽ ຮັກນ້ອງນັ້ນ ໃຫ້ມາເວົ້າສູ່ຂໍ ນັ້ນຖ້ອນ.
  • ສາວກະໂປງຫ້ຽນ
    ຜູ່ໃດໃສ່ ກະໂປງຫ້ຽນ ຮຽນໜັງສື ພໍກຳກ່າ
    ໃຫ້ດຳນາ ເຮັດບໍ່ໄດ້ ໄຮ່ສວນພຸ້ນ ເຮັດບໍ່ເປັນ
    ມີແຕ່ໄປ ຫານອນເຫຼັ້ນ ເຕັ້ນໃນບາຣ໌ ຫາຜູ້ບ່າວ
    ບໍ່ພໍຄາວ ຜັດໄດ້ຊູ້ ຄູສອນໃຫ້ ແມ່ນບໍ່ເອົາ
    ລູກຫຼານເຮົາ ຫຼານລູກເຈົ້າ ໃຫ້ເຝົ້າເບິ່ງ ຢ່າຕາມໃຈ
    ໃຜປ່ອຽໄປຕາມເງົາ ໃຫ້ເບິ່ງເອົາ ເດີ້ລຸງປ້າ
    ອີກບໍ່ດົນ ມີຫຼານຫຼ້າ ສິເອົາມາ ຝາກແມ່ຍ່າ
    ຂຽນຜຍາ ຂໍວ່າໄວ້ ຢ່າຫາເວົ້າຂ້ອຽວ່າຫຼາຽ...
  • ສາວນັກຮຽນລືມຫ້ອງ ໄປໂຮງຮຽນແວະຂ້າງປ່າ
    ຜູ້ບ່າວຖ້າຢູ່ພີ້ ໜີຊູ້ຜູ້ຢູ່ຄອຽ
    ເລັ່ງຣົຖໄວໄປເກີນຮ້ອຽ ບໍ່ຄອຽໝູ່ຢ້ານຄູເຫັນ
    ຍາມກາງເວັນໜີຮຽນ ກັບສູ່ເຮືອນແລງຄ້ອຽ
    ຫຼົງໃຈລອຽໄປຄອຽຊູ້ ລືມຄຳຄູຜູ່ສອນສັ່ງ
    ເຂົ້າໄປນັ່ງຢູ່ຫ້ອງ ພາກັນຮ້ອງຕັ້ງແຕ່ເພງ
    ບໍ່ເກງກົວມົວຢ້ານ ຄູອາຈານເພິ່ນມາຜ່ານ
    ຢ້ານຢ່າງດຽວ ຢ້ານບໍ່ໄດ້ກ້ຽວກ້ອຽ ຊາຽຊູ້ຜູ້ຢູ່ຄອຽ ນັ້ນແລ້ວ
  • ສາວບ້ານເພິ່ນ ແມ່ນຊິຕາຍເປັນເຂົ້າ
    ແສນຊິຂຽວຄືເທົາ ອ້າຍບໍ່ກົ້ມໜ້າກ່່ຽວ
    ສາວບ້ານໂຕ ຕາຍເປັນເຂົ້າໝາດກ້າ ແກມຫຍ້າຊິຄ່ອຍເລັມ
    ຄັນແມ່ນເລັມບໍ່ໄດ້ ຊິເອົາບຸງມາຮູດໃສ່
    ຄັນແມ່ນຮູດບໍ່ໄດ້ ຊິນອນກິ້ງເກືອກເອົາ.
  • ສາວຜູ້ນັ່ງເຂັນຝ້າຽ ຊາຍກໍ່ນັ່ງຮຽງກັນ
    ພັລລະນາຄຳກອນ ປ່ອນຄຳຜຍາເວົ້າ
    ສາວກະເອົາຄຳໂຕ້ ໂຍເຍໃຫ້ຮູ້ທ່າ
    ສ່ວນວ່າບາບ່າວທ້າວ ກໍ່ພຽນເວົ້າວ່າຮັກຫຼາຽ

    ສາວກໍ່ເລີຽວ່າອ້າຽ ຢ່າສິລ່າຽແຕ່ຄຳຕົວະ
    ນ້ອງຫາກກົວຄຳລວງ ຢ່າລ່ວງວາຈາດື້
    ຄັນບໍ່ຄືຄວາມເວົ້າ ຢ່າສິເອົາມາວ່າ
    ສິມາຕົ້ມຜູ່ຂ້າ ປະດຽວຟ້າສິຜ່າຕາຽ

    ຊາຽກໍ່ວາຈາເວົ້າ ຕ້ານກ່າວສາບານ
    ຂານເປັນວາຈາໄຂ ວ່າດັ່ງໃຈຄຳເວົ້າ
    ຄັນຂ້າເອົາຄວາມຕົ້ມ ເປັນຄາຣົມມາເວົ້າລ່າຽ
    ຂໍໃຫ້ຟ້າຜ່າອ້າຽ ໃຫ້ຕາຽຄັ້ນວ່າບໍ່ຈິງ

    ຍາມນັ້ນ ສາວກໍ່ນັ່ງງຽບນິ້ງ ຄະນິງຮ່ຳຢູ່ໃນໃຈ
    ແລ້ວຈຶ່ງໄຂວາຈາ ຕອບຍັງພະອວນທ້າວ
    ອ້າຽສິເອົາຈິງແທ້ ບໍ່ມີແປຊັ້ນບໍ້ພີ່
    ຄັນຄຶດດີທ່ຽງແທ້ ໃຫ້ແວເວົ້າແມ່ຮຽມ ກ່ອນນາ.
  • ສານນີ້ ຊື່ວ່າກາມມະເທບນ້າວ ທະນູລັ່ນແຜງສອນ
    ຫຼອນຢາກໂປຍຝົນທິບ ໜຸ່ມສາວໃຫ້ຫາຍຮ້ອນ
    ຈຶ່ງໄດ້ຈັບສໍແຕ້ມ ຜຍາຍໍຍວງກ່າວ
    ບອກໜຸ່ມໆສາວໆ ບອກໃຫ້ຊາວໜຸ່ມນ້ອຍ ຣະວັງໄວ້ໃສ່ໃຈ.
  • ສິໃຫ້ໄລລືມອ້າຽ ຕ່ຳຜ້າໄໝເປັນຜ້າອ່ອນ
    ສິໃຫ້ຈອນຈາກອ້າຽ ປາເວົ້າໄດ້ຈັ່ງສິໄປ
  • ສິບໍ່ໄລລາຮ້າງ ຫ່າງເຫີນສະເທີນງ່າຽ
    ຄັນແມ່ນຟ້າບໍ່ຫງາຽ ດິນຊາຽບໍ່ປີ້ນ ຫີນບໍ່ຟູລ່ອງນ້ຳ ປາບຶກຄຳບໍ່ຂື້ນຝັ່ງ
    ແຂ້ຂົດຫາງນັ່ງໄດ້ ສາແລ້ວຈັ່ງສິລືມ
  • ສິບຮ້ອຽວັນພັນມື້ ແສນປີບໍ່ເທຖ່າຽ
    ຂໍຖວາຍນາງນາດນ້ອງ ຄອງອ້າຽໄວ້ສູ່ຍາມ
    ຮົກຫຼືທາມກະສິຂ້າມ ໜາດໜາມສິຟັນຝ່າ
    ປາຖນາອ້າຽແລ້ວ ບໍ່ມີມື້ສິປ່ຽນແປງ ອ້າຽເອີ້ຽ...
    ເຖິງຍາມແລງສິຖ້າອ້າຽ ເຖິງຍາມງາຽສິຖ້າບ່າວ
    ຮ້ອຽຊາວປີສິຖ້າຈ້ອງ ເງິນແລະທອງຂອງມີຄ່າ
    ອອກດອກມາ ຄ່າແຕ່ງນ້ອງ ເອົາກອງໂກ້ໃຫ້ໂກ່ກອງ...
  • ສິຕບໍ່ມີຄູເຕືອນ ເຮືອນບໍ່ມີເສົາຄ້ຳ ເປັນໝໍລຳບໍ່ມີໂອ່
    ແຄນບໍ່ມີລູກໂປ້ ເປັນໄດ້ບໍ່ຮ່ອນຄູນ
    ມູລບໍ່ມີຫຍັງໃຫ້ ໄຟບໍ່ມີຊີ້ນຈີ່
    ມີໄໝບໍ່ມີຄັ່ງຍ້ອມ ແມ່ນທໍໄດ້ກະບໍ່ງາມ
    ມີແຕ່ຊາມບໍ່ມີຊ້ອນ ມີແຕ່ໝອນບໍ່ມີເສື່ອ
    ມີແຕ່ເກືອ ສົ້ມບໍ່ມີໃຫ້ຈ້ຳ ແມ່ນກຳໄວ້ກະທໍ່ເຄັມ
    ມີແຕ່ເຂັມບໍ່ມີດ້າຽ ໃສສິໝາຽຫຍິບແສ່ວ
    ມີແຕ່ນ້ຳເຕົ້າແກ້ວ ນ້ຳບໍ່ມີຢູ່ຫັ້ນ ສິກິນໄດ້ ບ່ອນໃດ
    ມີແຕ່ໃຊ້ແຕ່ຊື້ ບໍ່ຫາຕື່ມສິນ(ສັບສິນ)ກະໝົດ
    ມີແຕ່ເອົາ...ບໍ່ແທນທົດ ຕອບບຸນຄຸນຕ້ານ
    ມີແຕ່ງານບໍ່ມີມື້ ສິພັກເຊົາຄົງເຫງົາເມື່ອຽ
    ມີແຕ່ຜັດໄປເລື້ອຽໆ ຄົງພໍ້ສິ່ງບໍ່ດີ
    ມີແຕ່ໃຊ້ແຕ່ຊີ້ ບໍ່ລອງເຮັດເອົາເອງ
    ມີແຕ່ເກງກົວແຮງ ບໍ່ແປງສຳເຣັຈໄດ້
    ມີແຕ່ໄປບໍ່ມີຍ້ອນ ກັບເຮືອນນອນບ່ອນໝ້ອງເກົ່າ
    ມີແຕ່ເວົ້າແຕ່ເວົ້າ ບໍ່ທຳດ້ວຽສິປ່ວຽການ
    ມີແຕ່ຄ້ານກັບຄ້ານ ບໍ່ມີໝັ່ນຄົງຕົກອັບ
    ມີແຕ່ຈັບບໍ່ມີບາຽ ສິເສັຽເຊີງຊາຽແທ້
    ມີແຕ່ແຫບໍ່ມີຂ້ອງ ປາຖືກມອງເໝີດແນວໃສ່
    ມີແຕ່ແນວຢາກໄດ້ ບໍ່ຫາໄວ້ບໍ່ຮ່ອນມີ ແທ້ແລ້ວ
  • ສິບແສນໄມ້ ຈວງຈັນພຍາໃຫຽ່
    ບາດໄມ້ດູ່ຈັ່ງນ້ອງ ໃຜສິຄ້ອງເຂົ້າສູ່ໂຮງ
    ຢ້ານແຕ່ຕົກໂຕ່ງໂຫຼ້ງ ທົ່ງນານ້ຳບໍ່ເອີ່
    ຢ້ານແຕ່ຢືນເຈີ້ເກີ້ ແຫງນໜ້າເບິ່ງຕະເວັນ ແທ້ນໍ
  • ສິບແມ່ນ້ຳ ຊາວແມ່ນ້ຳ ກໍຊິທໍ່ເຮືອກາຍ
    ສິບຍ່ານພູຊາວຍ່ານຜາ ກໍຊິຖາງທາງດັ້ນ.
  • ສິບແມ່ນ້ຳຊາວແມ່ນ້ຳ ກະຊິຖໍ່ເຮືອຫາ
    ສິບຍ່ານພູຊາວຍ່ານຜາ ກະຊິຖາງທາງດົ້ນ
    ສິບເຂົາຂັ້ນ ຫີນຝາຕັນກະຊິສີ່ວ
    ຄັນແມ່ນສີ່ວບໍ່ໄດ້ ຊິເຊີນຟ້າຜ່າລົງ.
  • ສິບຄົນ ມານັ່ງແຫງນ ແສນຄົນມານັ່ງເຝົ້າ ບໍ່ປານເງົາເຈົ້າມາເຫຼື່ອມ
    ສິບຄົນມານັ່ງເວົ້າ ບໍ່ປານເຈົ້າຜູ້ນັ່ງນຳ.
  • ສິບປີ ກະຊີ່ຖ້າ ຊາວພັນສາກະຊີ່ຢູ່
    ຄັນບໍ່ໄດ້ເປັນຄູ່ ເຫັນແຕ່ອູ່ແອ່ງນ້ຳ ກະປານໄດ້ນັ່ງທຽມ.
  • ສິບປີ ລ້ຳຊາວປີລ້ຳ ບໍ່ເຫັນກວາງມາຢາມມັ່ງ
    ຕົ້ງແຕ່ເຂົ້າຂຶ້ນເລົ້າ ຈັ່ງເຫັນເຈົ້າເທື່ອດຽວ.
  • ສິບຜາຂັ້ນ ຫີນຜາຕັນກໍຊິສີ່ວ
    ຄັນແມ່ນສີ່ວບໍ່ໄດ້ ຊິເຊີນຟ້າຜ່າລົງ.
  • ສິບຜືນ ຜ້າຊາວຜືນຜ້າ ບໍ່ປານຝາເນື້ອອຸ່ນ
    ສິບຄົນມາຢູ່ຊ້ອນ ຊາວຄົນມາຢູ່ຊ້ອນ ບໍ່ປານນ້ອງຜູ້ຢູ່ນຳ.
  • ສິບປີກໍ່ສິຖ້າ ຊາວພັນສາກະສິຢູ່ ຄັນບໍ່ໄດ້ເປັນຄູ່
    ເຫັນແຕ່ອູ່ແອ່ງນ້ຳ ພໍປານໄດ້ນັ່ງນຳ
  • ສັງຂາຣາ ບໍ່ໝັ້ນທ່ຽງ
    ຂໍຂອບພຣະເດດ ພຣະຄຸນ ນັກປຣາຊນ໌ລາວ ຜູ້ເພີ່ນແຕ່ງ

    *** ບັດນີ້... ຮຽມຈັກໄດ້ກ່າວແກ້ ກອນຍ່າສອນຫຼານ ກ່ອນແລ້ວ
    ອັນເປັນນິທານທັມ ຜູກເອົາເປັນເຣື້ອງ
    ພໍຍວງເຍືອງຫົວຂໍ້ ໃຫ້ຍິງຊາຽ ເຫັນເງື່ອນ
    ພໍໃຫ້ເຫັນ ບ່ອນບັ້ນ ດີຮ້າຽຮີດຄອງ
    ອັນວ່າ... ທຳນອງຊີ້ ປະເພນີ ເຖົ້າເກົ່າ
    ຮຽມຈັກ ຕັ້ງຍ່າເຖົ້າ ຈາເວົ້າຕໍ່ຫຼານ
    ພໍໃຫ້ເປັນ ສາຽເສັ້ນ ຂົວທອງ ທຽວທ່ອງ
    ພໍພວກ ໝູ່ ພີ່ນ້ອງ ໄດ້ຫຼິງຍ້ຽມ ລ່ຳແຍງ ເຈົ້າເອີ້ຽ

    *** ແຕ່ນັ້ນ... ຍ່າຖແລງວາດເວົ້າ ຈາຕໍ່ ກຸມມານ
    ທັງຍິງຊາຽ ໝູ່ຫຼານ ເຫຼັນ ຫຼ້ອນ
    ... ມາບັດນີ້ ຍ່າກໍ່ ເຖົ້າແກ່ແລ້ວ ເນື້ອຫ່ຽວ ໜັງຍານ
    ຫູ ຕາ ເສັຽ ແມ່ນບໍ່ຄືຍັງນ້ອຽ
    ຕີນ ມື ເສົ້າ ຕົນໂຕ ເຫຼືອງລ່າ
    ຕາບໍ່ແຈ້ງ ຫູນັ້ນກະບໍ່ໃສ

    *** ຍາມເມື່ອ ລຸກຍ່າງຍ້າຽ ຍົວຣະຍາດ ລີລາ
    ແຂນ ຂາ ໂຂ ແຄ່ງ ໂງ ງໍ ແງ້ນ
    ບໍ່ໄດ້ ແສນແພນໜ້າ ໂສພາ ຄືເກົ່າ
    ຍາມເມື່ອ ເຖົ້າແກ່ແລ້ວ ແນວນີ້ ຊູ່ຄົນ

    *** ຝູງໜູ່ຕົນພີ່ນ້ອງ ປວງລູກ ຫຼານ ເຫຼັນ
    ຍັງບໍ່ທັນມອງເຫັນ ເມື່ອລຸນຄົງພໍ້
    ທັງປວງເຈົ້າ ຍັງເຍົາ ບໍ່ທັນໃຫຍ່
    ຢ່າໄດ້ ປມາດມ້າງ ມົວເຫຼັ້ນ ບໍ່ ດີ

    *** ຍ່າສິພາພວກເຈົ້າ ຕົກແຕ່ງ ກອງບຸນ... ຫຼານເອີ້ຽ
    ມື້ນີ້... ເປັນວັນສິລ ວຽກເຮົາ ເຊົາໄວ້
    ຍ່າ... ຊີ່ພາໄປໄຫວ້ ຄູບາ ສັງຄະຣາດ
    ພາໄປ ຕັກບາດພ້ອມ ຟັງເຈົ້າ ເທສສນາ
    ໄປຮັກສາ ສິລສ້າງ ພາວະນາ ນຳເພີ່ນ
    ໃຫ້ພວກເຈົ້າ ພີ່ນ້ອງ ຈຳໄວ້ ຍ່າ.. ສິສອນ
    ເພີ່ນວ່າ... ວັນສິລນັ້ນ ໃຫ້ທຳບຸນ ຕັກບາດ
    ຄັນຜູ່ໃດ ຢາກຂື້ນ ເມືອງຟ້າ ໃຫ້ໝັ່ນທານ

    *** ໃຫ້ໝັ່ນທຳ ສະພານຂວ້າມ ຍົມມະນາ ໃຫ້ມົ້ມຝັ່ງ
    ຫວັງນິພພານ ໄຈ້ໄຈ້ ປານນັ້ນ ຈັ່ງວ່າພໍ
    ໃຫ້ເຈົ້າຄຶດ ກິດໄວ້ ຮີດຮ່ອມ ທາງທຽວ
    ທາງໄປ ນີຣະພານ ໂຍຊນ໌ຍາວ ຍັງກວ້າງ
    ອັນວ່າ... ຫົນທາງເຂົ້າ ນິຣະພານ ພົ້ນໂລກ
    ມີແຕ່ ບຸນ ອ້ອຽຕ້ອຽ ຫຼານນ້ອຽ ໃຫ້ໝັ່ນ(ກະ)ທຳ
    ຄ້ອມວ່າ ຍ່າວ່າແລ້ວ ຕົກແຕ່ງ ຂອງທານ
    ທັງຫຼານເຫຼັນ ຊ່ອຽກັນປະສົງຕັ້ງ
    ຈັດທັງ ອາຫານພ້ອມ ປູນພູ ໝ້ຽງໝາກ
    ເຂົ້າແລະນ້ຳ ມີພ້ອມ ພ່ຳມວນ
    ພໍເມື່ອ ບໍຣະບວນແລ້ວ ໄອຍິກາ ຈອມຍ່າ
    ພາໝູ່ຫຼານ ລ່ວງເຂົ້າ ອາຣາມກວ້າງ ຂ່ວງສົງ
    ເຖິງເຕດ້າວ ອາຣາມໃຫຽ່ ສັງໂຄ
    ກໍ່ຈຶ່ງ ຍໍມືນົບ ກາບການ ປະນົມໄຫວ້
    ໃຈໃສນ້ອມ ໂມທະນາ ຊົມຊື່ນ
    ຍໍຍົກນີ້ວ ຍໍໄຫວ້ ຫວ່າງສຽນ ...
  • ສັງສິມາຈາຕ້ານ ກ້ວຽບໍ່ຫວານເອົາຕານຕື່ມ
    ຟືມບໍ່ທັນແຕ່ງແລ້ວ ຕ່ຳເຫຼັ້ນກະບໍ່ງາມ... ເດ້ນໍ
    ເຮືອນບໍ່ສົມຂື່
    ຜືບໍ່ສົມສາດ
    ມາດບໍ່ສົມໝື້
    ຫົວກະທືບໍ່ສົມປົ່ນ
    ຄົນຜູ່ດີຈັ່ງອ້າຽ ສິໝາຽຊົ້ນຮົ່ມນາງ ບໍ່ເດ້
    ຢ່າໃຫ້ເປັນຄືຊ້າງ ແກວ່ງຫາງພໍປັດຮີ້ນ
    ຢ່າໃຫ້ປີ້ນເປົ່າເວົ້າ ຕົວະເຂົ້າເໝົ້າເຂົ້າກະທໍ ນັ້ນເນີ
  • ສັງມາຕິຖແລງຫຼົ້ມ ກິນໝາກຍົມ ໝົດກະຕ່າ
    ຢ້ານແຕ່ພາປວດທ້ອງ ທຽວຂີ້ຍັ່ງຄືນ.
  • ສັງມາຖອມຕົນເຕັ້ຽ ຄືເຈັຽນອນຫົວຄ່ຳ
    ສັງມາທຳຖ່ອມເວົ້າ ໝອງເສົ້າເຮັດແຕ່ນາ

    ການສຶກສາເພິ່ນຮຽນນ້ອຽ ຄວາມສຳອອຽເພິ່ນອ້ອຽອິ່ນ
    ໃຜໄດ້ຍິນວາດເວົ້າ ເຂົາຢ້ານແຕ່ບໍ່ຈິງ

    ໃຜຊິຫຼິງເຫັນຫ້ອງ ຫໍໂຮງໂຖງຜາສາດ
    ແນວເພິ່ນພືສາດຂວ້າມ ກວມກັ້ນມ່ານບັງ

    ຕົກພາຽຫຼັງຈັ່ງມາເວົ້າ ນຳເຮົາເປັນເຈົ້າໃຫຍ່
    ເຮັດອ້າຽເໝິດທາງໄປ ຍາມເຈົ້າໄຂບອກແຈ້ງ ສແດງເຕື້ອງເຣື່ອງຈິງ.
  • ສັງມາລ້ອມຮົ້ວຂັ້ນ ບໍ່ໃຫ້ທ່ອງທຽວຫາ
    ສັງມາຕັນຄໍຮອມ ບໍ່ໃຫ້ປາຊີວບ້ອນ.
  • ສັງມາ ເວົ້າຮ້ອຽລີ້ນ ປີ້ນປາກປູນຖແລງ
    ສັງມາຍໍຄຳຫວານ ຫວ່ານນາງພໍສົ້ມ
    ບໍ່ແມ່ນ ຫົວໃຈຂົມປານໜ້ອງ ທາງໃນຂົມເຝື່ນ
    ສັງມາວຽນຫຼອກລໍ້ ລວງນ້ອງຢູ່ບໍ່ວາຽ ແທ້ນໍ້.
  • ສັຈຈະເວົ້າ ຄຳໃດບໍ່ມີປ່ຽນ
    ເວົ້າຄຳໃດຄຳນັ້ນ ບໍ່ມີໄດ້ສິປ່ຽນແປງ
  • ສັດຈະຜູ້ຍິງນີ້ ຄືກວາຍຕາຮ່າງ
    ບາດວ່າຖີ້ມໃສ່ນ້ຳ ໄຫຼເຂົ້າຊູ່ທາງ.
  • ສັຈຈະຜູ່ຍິງນີ້ ຄືກວາຽຕາຫ່າງ
    ຖີ້ມໃສ່ນ້ຳ ໄຫຼເຂົ້າສູ່ຕາ
    ສັຈຈະຜູ່ຊາຽນັ້ນ ຄືຫີນໜັກໝື່ນ
    ຖີ້ມໃສ່ນ້ຳ ຈົມປີ້ງແມ່ນບໍ່ຟູ
    ສັຈຈະຜູ່ຍິງນັ້ນ ເໝືອນຫາງໝາແມ່
    ໄດ້ກິ່ນຂີ້ ແວເຂົ້າພຸ່ມແຈ
  • ສັດຈະແມ່ຍິງນີ້ ສເມີກັນກັບຍອງນຸ່ນ
    ບາດວ່າລົມພັດຕ້ອງ ຄອງຖ້າແຕ່ຊິປີວ.

    ສັດຈະຜູ້ຊາຍນີ້ ຄືຫີນໜັກທ່ອງ
    ບາດວ່າຖີ້ມໃສ່ນ້ຳ ຈົມຕິ້ງບໍ່ຟູ.

    ສຸດຂອບຟ້າ ຂອບເຂດເຂົາຂຽວ
    ທາງທຽວໄກແສນໄກ ອ້າຍຊິ່ນຳຫານ້ອງ
    ສຸດຫົນຫ້ອງ ພູຜາແສນຍ່ານ ກໍ່ຕາມຖ້ອນ
    ທະເລຫຼວງຂ່ວງຂັ້ນ ຊິດຸດັ້ນດຸ່ງເຖິງ.

    ສັຈຈະຜູ້ຊາຽນີ້ ຄືຫີນໜັກໝື່ນ
    ຖີ້ມໃສ່ນ້ຳຈົມມີ້ງແມ່ນບໍ່ຟູ.

    ສັຈຈະແມ່ຍິງນີ້ ສເມີຍວງຍອງນຸ່ນ
    ບາດວ່າລົມພັດຕ້ອງ ຄອງຖ້າແຕ່ຊິປີວ
    ສັຈຈະຜູ້ຊາຍນີ້ ຄືດັ່ງຫີນໜັກໝື່ນ
    ແສນຊິເອົາເຊືອກທື້ນ ດຶງໄດ້ກໍບໍ່ຕີງ

    ສັພພະຍອກຢອກເຫຼັ້ນ ເປັນກອນຜຍາຍ່ອຽ
    ເຕີມຕື່ມເຕາະຕ່ອງຕ້ອຽ ອອຽເຫຼັ້ນມ່ວນຖວີນ

    ສາດແລະສິນຊົນເຊື້ອ ເຫຼືອເຟືອມູນມັງຄ່າ
    ທັງຜຍາວ່າວາດ ມວນໝູ່ປຣາດກ່າວສອນ.
  • ສົງການ
    ຄິດຮອດບ້ານ ຍາມສົງການສິມາຮອດ ເດ້ນໍ
    ຄິດນຳຍອດຂະມ່ອມແກ້ວ ໃຈແປ້ວຫ່ວງບໍ່ເຊົາ
    ຄິດຮອດໝໍ້ໜື້ງເຂົ້າ ທີ່ເຄີຽເປົ່າໄຟດັງ
    ເຄີຽໄດ້ຟັງມານດາ ປາກຈາສອນຕ້ານ
    ກາລະນານເຫຼືອລົ້ນ ດົນນານໄດ້ຈາກຖີ່ນ
    ມາຢູ່ກິນບ່ອນບ້ານ ສຖານກວ້າງແກ່ວໄກ
    ໂອກາດມື້ນີ້ໄດ້ ໄຄ້ແຕ່ງແປງຜຍາ
    ຄິດເຖີງມານດາຮັກ ພໍ່ແມ່ຄີງເຄີຽລ້ຽງ
    ມາບັດນີ້ຮຽມຫາກສູນເສັຽສ້ຽງ ທັງສອງພໍ່ກັບແມ່
    ບັງສະກຸນແພ່ໃຫ້ ສອງໄທ້ແຕ່ກ່ອນມາ
    ລູກຢູ່ໄກຟາກຟ້າ ໜ້າທີ່ມີມາເຖີງ
    ແສນຮ່ຳເພີງຄນິງຈິຕ ຄິດນຳບໍ່ມີມົ້ມ
    ບໍ່ອາຈຖົມພຣະຄຸນໄທ້ ໃນໃຈລູກເປັນຫ່ວງ
    ຄິດນຳດວງຍອດເກົ້າ ພຣະຄຸນເຖົ້າລູກບໍ່ລືມ ແທ້ແລ້ວ
  • ສູ່ຂວັນສາວນັກຮຽນ
    ສີສຸມົງ ຄົນເລີດລ້ຳ ສິທທິເດຊລືຊາ
    ນາໂຖສຸດ ຍອດຍານໄຕຼແກ້ວ
    ສະວັດ ສະດີນ້ອມ ໃນທັມພຸທທະບາທ
    ຄຸນຍໍ ຍົກໃສ່ເກົ້າ ຊຸລີລ້ຳຍອດຄຸນ

    ມາຈັກ ກ່າວບ່ອນບັ້ນ ແປປັ່ນເຊີນຂວັນ ກ່ອນເດີ້
    ອັນຊຸລີ ເຊີນສວງ ຊ່ອຽຍານຍາມແຄ້ນ
    ຈະຕຸ ໂລກາລ້ຳ ໄອສວນແສນທີບ
    ກັບທັງ ຄຸດນາກເຈົ້າ ນາງທ້າວເທພພະຄຸນ

    ເຊີນຊ່ອຽ ຮີຮຳປ້ອງ ແປງກາບກອນປະຈິຕ
    ໄວ້ແກ່ ໄຕຕອງປຸນ ແວ່ນແຍງຍາມແຄ້ນ
    ຕາມທີ່ ເອງຊຸລີເທົ້າ ທະວານສາມປະນົມນອບ ມານີ້
    ຄຸນຍ່ອມຍົກໃສ່ເກົ້າ ເກີງຕັ້ງສູ່ຍາມ

    ມື້ນີ້ ໄດ້ລືກລ້ຳ ອຸດົມເດຊໂດຽສະວັດ
    ຈື່ງໄດ້ ຈັດພາຂວັນ ຄອບຄິງຂອງເຈົ້າ
    ໄດ້ເຊີນ ຝູງຄົນເຖົ້າ ລູງອາປ້າແມ່
    ທັງເຖົ້າ ແກ່ພີ່ນ້ອງ ຊາວຄຸ້ມໜຸ່ມສາວ

    ໃຫ້ມາ ໂຮມມາເຕົ້າ ຕົກແຕ່ງປົງສາຣ
    ແຕ່ງພາ ຫວານພາຄາວ ເຄື່ອງເວນເຄນໃຫ້
    ປາງຂວັນ ໄປຫຼົງດ້າວ ຄາວຈອນນອນປ່າ
    ຢ້ານຂວັນ ອິດອ່ອນລ້າ ຕາເຕັ້ນສະເໜັ່ນມຶນ

    ຂວັນເຈົ້າ ໄຫ້ສະອື້ນ ກາງທົ່ງຫຼົງທາງ
    ມັນເປັນ ລາງສັງຫອນ ກ່ອນຂວັນສິໄກບ້ານ
    ຈື່ງໄດ້ ມີງານເອີ້ນ ເຊີນຂວັນສາວໜຸ່ມ
    ຊຸມນັກ ຮຽນປ່ຽນຊັ້ນ ຫັນໜ້າທ່າສິໄປ

    ຈາກໂຮງ ຮຽນນີ້ໄດ້ ໄປຕໍ່ສະຖາບັນ
    ຕາມຄວາມ ຝັນຂອງນາງ ທີ່ປະມານການໄວ້
    ວ່າສິ ໄປຮຽນຊັ້ນ ມັທທະຍົມສົມຊື່
    ໃຫ້ຄົນ ລືຊ່າຍ້ອງ ສມອງກ້າວຫຼ່ຽນໄຫຼ

    ຄັນລູກ ຫຼານບໍ່ໄດ້ ຂວັນຄອບຄຽນຄີງ
    ຢ້ານມັນ ເປັນວິງວຽນ ປວດຫົວມົວເກົ້າ
    ໃຈບໍ່ ເອົາເຊົາສູ້ ຖົກຖອຽຄ້ອຽຕ່ຳ
    ໃຈບໍ່ ຈຳຈື່ຈ້ອງ ຄອງຖ້າແຕ່ສິເຊົາ

    ຈື່ງໄດ້ ເຊີນຂວັນເຈົ້າ ສາມໜຸ່ມຈູມຈີ
    ຜູ້ທີ່ ມີລີລາ ທ່າທາງຖາງໝົ້ນ
    ຫວັງໄປ ຊົນໄປສູ້ ດຸດັນຂັນແຂ່ງ
    ຫວັງໄປ ສ້າງໄປແປງ ສຶກສາແຊງຕໍ່ແຕ້ມ ທາງໄດ້ໄຝ່ຄແນນ

    ລູກຫຼານ ຍັງໜຸ່ມແໜ້ນ ເນື້ອໜໍ່ກະພໍດີ
    ກຳລັງ ມີສມອງໄວ ໄຝ່ຮຽນຂຽນຄົ້ນ
    ເຈົ້າເປັນ ຄົນໄທບ້ານ ອຸດົມໄຊສາຽຕ່ຳ
    ໂຕກະ ດຳປື້ໆ ຄືກ້ຳຝ່າຽກາ

    ບໍ່ຄື ພວກພໍ່ຄ້າ ເຈົ້າໃຫຍ່ນາຽໂຕ
    ປາດຕິໂທ້... ປານຫົງ ເຜົ່າພົງພັນຟ້າ
    ການສຶກ ສາເຂົານັ້ນ ມັນສບາຽຫຼາຽໂພດ
    ພວກບໍ່ ອົດຢາກເຢື້ອນ ຮຽນໄດ້ສູ່ແນວ

    ອັນວ່າ ເງິນຄຳແກ້ວ ແນວສົ່ງການສຶກສາ
    ພວກຊາວ ນາເຮົາທຸກ ແຕ່ປະຖົມບໍຣົມພຸ້ນ
    ພວກນາຽ ທຶນນາຽໜ້າ ສັກດີນາບັງບຽດ
    ຄຽດກະ ບໍ່ກ້າສູ້ ຍ້ອນຄວາມຮູ້ບໍ່ມີ

    ຕົກມາ ເຖິງຣະຫວ່າງນີ້ ກະໄຄແນ່ອານາຄົດ
    ອົດສາ ເອົາເນີ້ຫຼານ ໝູ່ງານຮຽນຮູ້
    ຊຸມໝູ່ ຄູຂອງເຈົ້າ ກະເອົາການງານຄ່ອງ
    ພວກໄທ ບ້ານກະຍ້ອງ ວ່າຂອງແທ້ແນ່ທຸກຄົນ

    ພຣາມນີ້ ບໍ່ໄດ້ດົ້ນ ແກ້ງກ່າງຊາວໄປ
    ຂໍອະ ພັຍຫຼາຽໆ ຄັນໜ່າຽຫູສູເຈົ້າ
    ບັດນີ້ ກັບມາເວົ້າ ເຊີນຂວັນຖ້ວນຖີ່
    ໃຫ້ເຈົ້າ ຟັງດີດີ ຕັ້ງສຕິໃຫ້ໝັ້ນ ໃຫ້ທັນເອີ້ນໝູ່ຂວັນ

    ວ່າ...... ມາເຢີ້.......ຂວັນ.....ເອີ້ຽ.............

    ຂວັນເຈົ້າ ໄປທ່ຽວເຫຼັ້ນ ບ້ານອື່ນເມືອງແຖນ ກໍດີ
    ໄປຫຼົງ ແຟນເມືອງຫຼວງ ຈົ່ງດຸ່ງຄືນມາບ້ານ
    ຂໍໃຫ້ ຂວັນຫຼານນ້ອຽ ຖອຽຄືນບ້ານເກົ່າ
    ພວກພໍ່ ແມ່ຜູ່ເຖົ້າ ຄອຽເຈົ້າຢູ່ເຮືອນ

    ແມ່ນວ່າ ທຸກຍາກເຢື້ອນ ໃຫ້ມາຢູ່ນຳກັນ
    ແມ່ນກິນ ມັນກິນກອຽ ສິຄ່ອຽທອມຖນອມເຈົ້າ
    ເຊີນຂວັນ ມາກິນເຂົ້າ ພາຄຳກ້ຳບ້ານພໍ່
    ພີ່ນ້ອງ ອໍຢູ່ພີ້ ຢ່າໜີຮ້າງຫ່າງກັນ

    ຂວັນເຈົ້າ ຂື້ນໂຄກຂັ້ນ ຊັ້ນສ່ອງຄອງເຫວ
    ຂວັນໄປ ເລວໄປຣົບ ຢູ່ດົງພົງໄມ້
    ຂວັນເຈົ້າ ໄປນຳຊູ້ ຄູຫາຖ້ຳແອ່ນ
    ໄປຢູ່ ແດນຕ່າງດ້າວ ຄາວພຸ້ນໃຫ້ດ່ວນມາ

    ພໍ່ແມ່ ຈັດໄວ້ຖ້າ ຜ້າຜ່ອນຜືນງາມ
    ຕາມແຕ່ ໃຈຂວັນມັກ ສິມອບເວນເຄນໃຫ້
    ມີທັງ ໄໝຄຳເຫຼື້ອມ ທຽມແຖນແນນປັ່ນ
    ຜ້າແພ ພັນຕ່າງດ້າວ ພາວພື້ນຕື່ນຕາ

    ຫຼັງຈາກ ເລືອກໝູ່ຜ້າ ສາຣະພັດຈັດການ
    ເຊີນຂວັນ ຫຼານທັງຫຼາຽ ໝ່າຽມາທາງພີ້
    ອາຫານ ດີຕຽມໄວ້ ໃນພາໄວ້ຖ້າອີ່ມ
    ເຊີນເຈົ້າ ຊີມລາບກ້ອຽ ຊອຽໄສ້ໃສ່ໝາກນາວ

    ມີທັງ ລາບປາຄ້າວ ຂາວທອດກະທຽມໂທນ
    ກ້ອຽກຸ້ງ ປົນຜັກແພວ ແຈ່ວບອງຂອງຈີ້ມ
    ເຊີນເຈົ້າ ຊີມເອົາຖ້ອນ ຂອງແພງແກງອ່ອມ
    ຫອມໜື້ງ ປາຜ່າທ້ອງ ຮອງໃຕ້ອີ່ຕູ່ເຕີມ

    ໝົດຂອງ ຄາວຄ່ອຽເຣີ້ມ ລົງທ່າພາຫວານ
    ມີອ້ອຽ ຕານແຕງໂມ ອັ່ງໂອສະອອນກ້ວຽ
    ຂມົມຖ້ວຽ ຂນົມກ້ອນ ຂນົມມອນຂນົມແຂກ
    ເອົາມາ ແຈກພີ່ນ້ອງ ລອງແລ້ວຈັ່ງຄ່ອຽລາ

    ຂວັນເຈົ້າ ຢ່າຊູຊ້າ ໃຫ້ມານັ່ງນຳກັນ
    ໃຫ້ເປັນ ສັນຍາຮັກ ຮ່ວມຄີງຂອງເຈົ້າ
    ໃຫ້ມາ ເນົາໃນເນື້ອ ເຝືອຄີງກີ້ງກ່ອມ
    ມາຖນອມ ແນບແໜ້ນ ແສນຊັ້ນສນັ່ນເນືອງ

    ຕາມທີ່ ພຣາມບອກເບື້ອງ ເຕື້ອງກ່າວເຊີນຂວັນ ວ່າ... ມາເຍີ້...ຂວັນ... ເອີ້ຽ... ເໝີດກະ ບວນຄຳເຊີນ ສິເຊີ່ນລົງປົງໜີ້
    ຂວັນຄົນ ດີມາແລ້ວ ແນວເຮົາເວົ້າກະມ່ວນ
    ຂວັນມາ ນັ່ງສ້າຽລ້າຽ ສບາຽແລ້ວ ສິສັ່ງລາ ... ວ່າ ອາຍຸ ວັນໂນ ສຸຂັງ ພະລັງ

    (ຊຸລີ = ການປະນົມມື, ການໄຫວ້ - ທະວານ = ປະຕູ ທາງອອກ - ຈະຕຸ = 4 - ສັກດີນາ = ອຳນາດປົກຄອງທີ່ນາ - ພຣາມ=ຄົນໃນວັນນະທີ່ 1 ຂອງສັງຄົມຮິນດູ ຊື່ງມີ 4 ວັນນະ ໄດ້ແກ່ ພຣາມ ກະສັດ ແພສ ແລະ ສູດ)
  • ສຸກທີ່ 1 ສຸກຍ້ອນມີເຂົ້າກິນ.... ພີ່ນ້ອງເອີ້ຽ
    ສຸກທີ່ 2 ສຸກຍ້ອນມີດິນຢູ່
    ສຸກທີ່ 3 ສຸກຍ້ອນມີຄູ່ຄຽງນອນ
    ສຸກທີ່ 4 ສຸກຍ້ອນມີເຮືອນຫຼັງໃຫຍ່ ມຸງແປ້ນຝາກະດານ ນັ້ນແລ້ວ
  • ສຸດສະແນນສຽງແຄນຫ້າວ ສຽງຍາວໆຈ້າວລົງທົ່ງ
    ງົວຂື້ນພູລັດໂຄ້ງ ລົງລາຽນ້ອຽອ່ອຽນາງ
    ທາງແມ່ຮ້າງລ້ຽງລູກນ້ອຽ ຜູກອູ່ຢູ່ເທີງຖຽງ
    ພໍ່ມັນໜີໄປວຽງ ຍັງບໍ່ທັນໂງໂຄ້ງ
    ຍາມລົງນາມາເຖິງແລ້ວ ບໍ່ມີແວວສິກັບເທື່ອ
    ເຫຼືອແຕ່ຄວາຽຂີ້ຕາ ເອົາໄຖນາຫວ່ານກ້າ ບໍ່ເຫັນໜ້າເຈົ້າຕ່າວຄືນ
  • ສຸນົດຣີຍະ(ສຸນທະຣີຍະ)ໃນຄວາມເວົ້າ ທຸກສຳເນົາສເນາະໂສຕ(ຫູ)
    ເປັນປໂຍດຄຳຄວນ ມ່ວນໃນມະໂນແມ້ງ
    ມາຊ່ອຽແປງຊ່ອຽສ້າງ ແປວທາງຮີຕເກົ່າ
    ບົທຜຍາແຕ່ເຄົ້າ ຊວນເວົ້າບໍ່ເສື່ອມສູນ

    ຊ່ອຽກັນພູນພອກໄວ້ ໃຫ້ຄົງຢູ່ເມືອງລາວ
    ຊາວໃຫ້ລູກຫຼານໄປ ປະຈັກໃນເຫັນແຈ້ງ
    ບົທຖແລງໄຂຂໍ້ ຍໍມາຂື້ນເຜີຽແຜ່
    ແປອອກມາຊ່ອຽຍູ້ ພະລັງຊ້ວນຊ່ວຽຊູ

    ວອນທ່ານຄູເມທີເຖົ້າ ມາສອນເລົ່າເຫຼົາຂັດ
    ບ່ອນສິຂາດໃຫ້ຊ່ອຽເສີມ ຕື່ມເຕີມເຕັມຕ້າງ
    ບ່ອນທີ່ຍ່າງທາງສຽງ ມົວໝອງໝ້ຽງ ຜິດສຳນຽງສຽງສັງວາສ
    ຂໍນຸຍາດຊ່ອຽແກ້ ແດ່ທ້ອນບ່ອນສິຄວນ ... ທ່ານເອີ້ຽ

    ( ສຸນົດຣີຍະ = ສຸນທະຣີຍະ = ວີເສດ, ກ່ຽວກັບຄວາມນິຍົມຄວາມງາມ
    ເມທີ = ເມທາວີ = ນັກປຣາຊນ໌
    ໂສຕ = ໂສຕະ =ຫູ
    ສັງວາສ = ສັງວາດ = ການຢູ່ຮ່ວມກັນ)