ໝວດທີ່ຂຶ້ນຕົ້ນດ້ວຽຕົວ "ພ"

  • ພາກັນທຳການສ້າງ ຫຍັງນໍ້ຄືສິມ່ວນ
    ຂໍເຊີນຊວນຈອດຍັ້ງ ຟັງຂໍ້ຂ່າວຄວາມ.

 

  • ພາບຄວາມຫຼັງ
    ສາຽລົມໄຫວໄປຕຳຕ້ອງ ກ້ານກ່ອງສຸຄົນທາ
    ກິ່ນມາລາຣະອຸອວນ ຫ່ວນຫອມໂຮຽເຮົ້າ
    ເບີຽບາງເບົາຄາວລົມໂບກ ໂຍກຫຍັບສລັບກິ່ນ
    ຫຍຸບຍາມຕີງກິ່ງກ້ານ ປະສານເຄົ້າເປົ່າລະອອງ

    ຫຼິງເຮໄຮຮ່ຳຮ້ອງ ຊ້ອງສັພສະດັບສຽງ
    ສົ່ງສຳນຽງດຸຮິຍາງ ກາງພນາພນອມໄມ້
    ດົນຕຣີໄພໃຫ້ອ່າວໂອ້ ຄນິງໂອ... ອົກສິແຕກ
    ຄວາມເຫງົາແຊກພໄມກົ້ວ ມົວເຝົ້າອ່າວຄນອງ

    ມໂນໝອງໃຈເສົ້າ ເຍົາຊວງຈາງ ຍາມນາງບໍ່ໂອ້ອ່າວ
    ໄປພໍ້ບ່າວທາງໄກ ໄປພໍ້ໄທຕ່າງບ້ານ ຮານຖີ້ມຜູ່ເກົ່າຫຼັງ
    ຕົກພວັງພະເວເພີ້ ລະເມີມ່າລະອາອອນ
    ບໍ່ອາດນອນສະນິດ ນິດທາຣົມ ບໍ່ສົມແມ້ງ
    ນອນຕະແຄງແຍງທາງຊ້າຽ ຍ້າຽທາງຂວາກະຄືເກົ່າ
    ຊ່າງຄິດພໍ້ແຕ່ໜ້າເຈົ້າ ກາລຍາວເຍີ້ນຍາກອະຣຸນ ແທ້ນໍ້
    ຄວາມອົບອຸ່ນບໍ່ມີພໍ້ ຍາມລົມລໍ່ກໍ່ກະແສ
    ໃນດວງແດຍິ່ງໜາວເໜັບ ເຈັບຈົນຈຸກ ອຸກອັ່ງເອົ້າ
    ພຽງແຄ່ເຫງົາ ເປັນບາງຄັ້ງ ພໍ້ຄວາມຫຼັງ ຄຶດບາງເທື່ອ
    ຍ້ອນເຄີຽຮັກປັກເອົາເຫຼືອ ແຕ່ຫາກເບື່ອເຮັ່ງຮ້າຽ ໜ່າຽແລ້ວຜູ້ຮັກລວງ...

 

  • ພໍແຕ່ ຫຼຽວເບິ່ງຟ້າ ແຫງນເບິ່ງດວງດາວ
    ແສງສະກາວວາວວັບ ເດັ່ນດວງຢູ່ເທິງຟ້າ
    ສັງມາຄືດວງໜ້າ ນົງຄະນາເນື້ອອຸ່ນ
    ເຈົ້າຜູ້ບຸນອຸ່ນອູ້ມ ນຳຍູ້ດອກສົ່ງຊູ

    ເຈົ້າຜູ້ຕູລູຫຼ້າ ຄົນງາມໄທບ້ານສ່າ
    ມີແລ້ວບໍ້ນ້ອງຫຼ້າ ຄົນຮູ້ດອກຮ່ອມໃຈ
    ຫຼືວ່າມີໃຜຊ້ອນ ຊອນບັງຮົ່ມໄມ້ໃຫຽ່
    ຫຼືແມ່ນມີໃຜໄດ້ ໃຈເຈົ້າແລ້ວບໍ່ນາງ.
  • ພໍໄດ້ຍິນຄຳເວົ້າ ເອົາຜຍາມາໃສ່
    ເຮັດໃຫ້ໃຈອ່ອນເຕັ້ນ ນຳອ້າຍຜູ້ກ່າວຈາ ແທ້ແລ້ວ

    ຜລາມີບຸນສ້າງ ກຸສົນໃດໃຫ້ຍູ້ສົ່ງ ນ້ອງແດ່ຖ້ອນ
    ໃຈປະສົງຕໍ່ຕັ້ງ ຫວັງໄດ້ມິ່ງສມອນ

    ຫຼອນໄດ້ຍັບສວນມ້ອນ ໃຫ້ມາຊອນສວນມີ່
    ຍັບເອົາຕົ້ນໝາກມີ້ ມາໃກ້ຕົ້ນໝາກຂາມ.
  • ພໍໄດ້ຍິນຄຳເວົ້າ ເອົາຄວາມມາບົນບອກ
    ຢ່າມາຢອກພ່ອງຕ້ອຽ ໃຫ້ນາງນ້ອຽໄດ້ຄຶດນຳ

    ກ່ຳລັງຮຽນຂຽນຮູ້ ນຳຄູຜູ້ສອນສັ່ງ
    ພໍ່ແມ່ຝາກຄວາມຫັວງ ໄວ້ກັບນາງໜໍ່ຫຼ້າ ຢ່າຟ້າວຂ້ອງເຮື່ອງແຟນ

    ຈັ່ງແມ່ນດີເດ້ເຈົ້າ ອ້າຽພີ່ຂໍຊົມເຊີຽ
    ຂໍໃຫ້ບຶນເບີຽບັກ ທ່ອງເຖິງທີ່ຝັນໄວ້
    ຂໍເອົາໃຈໄປຍູ້ ມາຊ່ອຽຊູອີກຄົນນຶ່ງ
    ຂໍໃຫ້ເຖິງດັ່ງປາດ ຖະໜາໄວ້ມ່າຽປອງ.
  • ພໍໄດ້ຍິນຄຳຕ້ານ ຄຳຫວານໆ ມາລໍ້ອ່ອຽ
    ປຽບສະເໝືອນນ້ຳອ້ອຽ ນ້ຳເຜີ້ງກະບໍ່ປານ
    ຫວານໃນໆວາຈາຕ້ານ ນ້ຳຕານກະບໍ່ທໍ່
    ແໜ້ນຈໍ່ລໍ່ ຄວາມປາບປື້ມ ໃຈຫ້າວຊື່ນບານ
    ບໍ່ແມ່ນເຄາະຈານກະເບື້ອງ ... ໃຫ້ໝານ້ອຽແກວ່ງຫາງ ບໍ່ນໍ້

    ໃຫ້ມັນສົມໃຈອ້າຽ ຄວາມຈິງໃຈທີ່ຕັ້ງຕໍ່
    ເກີດເປັນຫຽັງກະຂໍ ໃຫ້ນ້ອງແລະອ້າຽ ໝາຽໝັ້ນເປັນຄູ່ກັນ
    ຄັນນ້ອງເກີດເປັນມັນ ແຊງ-ເຊື້ອ ອ້າຽສິເປັນສຽມຄອຽຂຸດກົ່ນ
    ຄັນນ້ອງເກີດເປັນຝົນ ອ້າຽສິເກີດເປັນ ເມກຕັ້ງເຄົ້າ ໂຮມເຂົ້າເປັນຫ່າຝົນ
    ຄັນນ້ອງເກີດເປັນໂພນ ອ້າຽສິເປັນຂໍຈົກທື້ນ ຂຸດຄົ້ນປູກແຕງຖົ່ວ
    ນ້ອງເປັນຂົວ ອ້າຽສິເປັນຝັ່ງນ້ຳ ຂົວຂວ້າມໄດ້ຮັກແພງ
    ນ້ອງເປັນແກງ ອ້າຽຂໍເປັນຖ້ວຽ ນ້ອງເປັນກະບວຽ ຊາຽສິເປັນໝໍ້ແອ່ງ
    ເຊົ້າຮອດແລງ ແລງຮອດເຊົ້າ ບໍ່ມີມື້ສິຫ່າງກັນ
    ນ້ອງເປັນຂັນ ອ້າຽສິຂໍເປັນນ້ຳ ນ້ອງເປັນຊາມ ອ້າຽສິຂໍເປັນບ່ວງ
    ນ້ອງເປັນພວງດອກໄມ້ ອ້າຽເປັນເຜີ້ງຜູ່ພະມອນ
    ຄືຈັ່ງມອນກັບມ້ອນ ຄືຈັ່ງໜອນກັບປາແດກ
    ຄືຈັ່ງແອກກັບຂ່າວຄ້ອງ ຄືຂີ້ກະບອງກັບໄຟປົກ (ກັບໄຟຜູ້ເຖົ້າສມັຍເກົ່າ)
    ຄືຈັ່ງຄົກສາກກ້ອມ ບໍ່ມີມື້ສິຫ່າງກັນ.
  • ພໍໄດ້ຍິນຄຳຕ້ານ ມາຄືຫວານອ້ອຽອິ່ນ
    ຍາມໄດ້ຍິນວາດເວົ້າ ຍິນຣະຫ້ອຍມ່ວນໃຈ
    ພໍຢາກຕາຍເປັນຮີ້ນ ຄອຍນຳບິນໄປຕອມປາກ
    ເປັນຂີ້ກາກຂີ້ເຮື້ອນ ພໍໄດ້ຮ່ວມຄີງ
    ພໍໃຫ້ໄດ້ກ່ອມກິ້ງ ສິງສູ່ຊູກາຍ
    ບໍ່ໃຫ້ໃຜມາເພ ພັດພານຫານຕ້ອງ
    ພໍຢາກເປັນຍັງຫ້ອງ ເຮືອນຫໍໃຫ້ເຈົ້າຢູ່
    ເປັນອູ່ແຂວນໂອ້ນໂຕ້ນ ໃຫ້ນາງໂຫຽ້ນຢູ່ຍັ່ງຄືນ.
  • ພໍໄດ້ຟັງຄວາມເວົ້າ ສາວພະນາງສັງມາມ່ວນ ຫຼາຍເດ້
    ມາຫອມຫວນອູດເອົ້າ ມໂນອ້າຍອີ່ມເອມ

    ຈິຕກະເສມສເມີແກ້ວ ແນວໜໍ່ກຸນສັຕຕຣີ
    ມີກະແສສາຍຮັກ ຮ່ວມໂຮມຄອງຕຸ້ມ
    ມໍຣະສຸມໃສແກ້ວ ແນວມະນີໃສສ່ອງ
    ອ້າຍມາພົບນາດນ້ອງ ພະອວນເຈົ້າຄ່ອງຄື

    ນັບແຕ່ມື້ ເກີດໃຫຍ່ເປັນຊາຍ
    ບໍ່ເຄີຍກາຍພານພົບ ຈວບຄົນຄືນ້ອງ
    ຄືດັ່ງທອງຄຳລົ້ນ ເມືອງຄົນມະນຸດໂລກ
    ໂຈກໂຫຼກໃຕ້ລຸ່ມຟ້າ ບໍ່ມີເທົ້າທັດທຽມ

    ອ້າຍຫາກຈຽມໂຕແທ້ ບໍ່ຫານແວ່ມາສົນ
    ບໍ່ຫານຊົນລະວົນ ຫວັ່ນນາງຊິຊັງອ້າຍ
    ສາຍໃຈຂ້ອຍ ບໍ່ຫານແວເຂົ້າກ່ຽວ
    ໄດ້ແຕ່ທຽວຢູ່ເລາະຈ້າຍ ສາຍຮົ້ວຮ່ອມຮາວ

    ບໍ່ສະຫາວຊິມາເຫຼັ້ນ ຢ້ານນາງເຫັນແລ້ວເປີດໜ່າຍ
    ມັກແຕ່...ດ້ວຽຄວາມອາຍ ບໍ່ຫານມາປາກເວົ້າ ນຳເຈົ້າເພິ່ນຜູ່ດີ ນັ້ນແລ້ວ
  • ພໍ່ແມ່ສອນນາງນ້ອງ ເວົ້າເຖິງເຣື່ອງຄູ່ຄອງ ທີ່ມາມອງແລຜ່ານ
    ບໍ່ເປັນການຮີບຟ້າວ ມັນຈັກເສົ້າເນົ່າມະໂນ

    ຄັນອ້າຍໂສຮັກແທ້ ໃຫ້ພາແມ່ມາຂໍ
    ໃຫ້ອ້າຍລໍນາງຈົບ ຄົບການຮຽນຮູ້.

 

  • ພໍ່ນາງເອີ້ຍ
    ລູກຫ່າງລາຈາກເຈົ້າ ກັບເຂົ້າການງານ ລາບ້ານບ່ອນເຄີຍຢູ່
    ລາຮອດບ່ອນຂວັນອູ່ ໝໍ້ເຂົ້າອູ່ແອ່ງນ້ຳ ຊາມພໍ້ບາດເທື່ອລຸນ
    ໃຫ້ເຈົ້າສຸກສເມີໝັ້ນ ຣໍວັນລູກສິຕ່າວ
    ຮອດປີໃໝ່ໃກ້ໜ້າໜາວ ລູກສິກັບຕ່າວໂຄ້ງ ຄືນບ້ານຫາພໍ່ຄຳ ເດີ້ພໍ່ເອີ້ຍ
  • ພີ່ນີ້ເຫັນສາລາກວ້າງ ຊົງສຳບາຽຢາກມາແວ່
    ນ້ອງບໍ່ຄຶດແຜ່ກວ້າງ ເອົາກ້ວຽເຂົ້າຕື່ມສວນ ແນ່ບໍ້
    ຫຼືວ່າແນວນາມກ້ວຽ ທະນີນ້ອງບໍ່ຢາກປູກ
    ປູກແຕ່ກ້ວຽຕີບນ້ອຽ ແຄມຮົ້ວຈີກຕອງ.
  • ພີ່ສິລາຈາກນ້ອງ ກັບຕ່າວເຄຫັງ
    ປາສິລາວັງເວີນ ເວີ່ນໄປສເມີຮຸ້ງ
    ທຸງສິໄລລາຜ້າ ສະໜອງສິລາບວກ
    ຮວກສິລາແມ່ນ້ຳ ນາງນ້ອງຄ່ອຽຢູ່ດີ ນັ້ນເນີ້.
  • ພີ່ຊາຽເອີ້ຽ...ຄັນອ້າຽເກິດເປັນນ້ຳ ນ້ອງຂໍເກີດເປັນປາ
    ຄັນອ້າຽເກີດເປັນນາ ນ້ອງສິເກີດເປັນເຂົ້າ
    ອັນວ່າ ສອງຄົນເຮົາ ສິບໍ່ມີທາງຮ້າງ ເປັນຄູ່ກັນເໝີດທຸກຢ່າງ
    ອ້າຽກັບນາງ ເປັນຄູ່ແລ້ວ ບໍ່ມີແຄ້ວດອກຫ່າງກັນ
  • ພີ່ຊາຍເອີ້ຍ... ສາວໃດນໍ້ອ້າຍຍໍຍ້ອງ ສາວໃດນໍຄອງໃຈພີ່
    ສາວໃດນໍຄົນດີ ມີໃຫ້ຜູ້ຄິດຮອດ ອອດອ້ອນໃສ່ໃຈ.
  • ພີ່ຊາຍເຮີ້ຽ...ຕົວຮຽມນີ້ ນັບແຕ່ເປັນໜອງຂຶ້ນ ທະເລຫຼວງບຶງເບີກ ພີ່ເຮີ້ຍ ຮວກບໍ່ມີຊິອິ່ມນ້ຳ ຊີວກຸ້ງບໍ່ລ່ອງລອຍ
    ຕົວຮຽມນີ້ ປຽບດັ່ງແມ່ນ້ຳນ້ອຍ ບໍ່ຄືແມ່ກະແສສິນ ດອກພີ່ເຮີ້ຽ
    ຫົງບໍ່ບິນມາລົງ ສ່ຳຕະຄອງໜອງນ້ອຍ
    ຕົວຮຽມນີ້ ປຽບດັ່ງໂພສີສ້ອຍ ສັກກູນາກໍບໍ່ແກວ່ນ
    ບໍ່ຄືຈິກແກ່ນຫຼ້ອນ ບໍ່ຄືຂອນແກ່ນແກ້ ບໍ່ຄືຍອດດໍ້ແດ້ ຫົງນ້ອຍກໍບໍ່ລົງ.
  • ພີນີ້ ຊາຽເຊັງດ້າມ ເຈາະຈົງຈາຕໍ່
    ຄຳສັດຈະຈຶ່ງເວົ້າ ບໍ່ມີເລ້ຫຼ່ຽມກົນ

    ພີ່ນີ້ ຄົນດຽວແທ້ ປະສົງແຍງຍວງໃສ່
    ຂໍໃຫ້ຮັບຮັກໄວ້ ຢ່າມີໃຫ້ເສື່ອມສູນ.

 

  • ພີ່ນີ້ ບໍ່ສົມກະສັດຫ້ອງ ເຮືອນສູງເສົາສ່ຽນ ນ້ອງດອກນາ
    ແມ່ນສິຫັກໄມ້ຍູ້ ແມ່ນສິຊູໄມ້ຄ້ຳ ຍໍຂື້ນກະບໍ່ເຖິງ ດອກຕີ້.
  • ພີ່ນີ້ປອດອ້ອຽຊ້ອຽ ສເມີອ້ອຽກາງກໍ
    ກາບກະບໍ່ຫໍ່ ໜໍ່ນ້ອຽກະບໍ່ຊອນ ຊູ້ບໍ່ຊ້ອນ ເມັຽອ້າຽກະບໍ່ມີ.
  • ພີ່ຂໍຖາມຂ່າວນ້ອງ ເນື້ອໃຫມ່ມາຣະສີ
    ມະໂນທວານຍັງມີ ທ່ຽງຊັນໃນຫັ້ນ
    ຫລືມະໂນທວານນ້ອງນັ້ນ ລົມຕີເປື້ອງແກ່ວງ
    ຂໍແກ່ອິນທະຣາດຮູ້ ຍານເຕື້ອງໄຕ່ຕອງ ພີ່ຖ້ອນ
  • ພີ່ຂໍຖາມຂ່າວນ້ອງ ນົງຖ່າວຖນອມສີ
    ຍັງຄ່ອຍທົງຄວາມສຸກ ປົ່ງຊອນແຊມຊ້ອນ
    ຫລືວ່າຍັງປະສົງສ້າງ ສົມພານພຽງພີ່
    ຂໍແຕ່ນ້ອງນາດໄທ້ ພຣະໄມຊ້ອນຂອດຮຽມ

 

  • ພີ່ນີ້ ທົນໝອງເສົ້າ ເຫງົາໃຈຍ້ອນເປັນຫ່ວງ
    ເຈົ້າຜູ້ດວງດອກຟ້າ ຜກາລ້ຳທຸກຄ່ຳຄືນ

    ໃຈພີ່ຍັງສອື້ນ ນອນແນບໄປ່ສນິດ
    ໃນອາຣົມຄວາມຄິດ ຫ່ວງຫາຜວາເພີ້
    ເລີຽຢາກແຂໄຂແຈ້ງ ສແດງຄວາມຜຍາຍ່ອຽ
    ທຸກວັນຄືນຄ່ຳຄ້ອຽ ໃຈຣະຫ້ອຽຄຶດນຳ ນັ້ນແລ້ວ.
  • ພີ່ນີ້ ໝາຍມາໝັ້ນ ພັນທະນັງ ບໍ່ເປັນອື່ນ 
    ຊູ້ກໍເຈົ້າແຟນກໍເຈົ້າ ບໍ່ມີເຕື້ອງຕໍ່ຜູ່ໃດ
  • ພີ່ນ້ອງເອີ້ຽ...
    ຂື້ນເຮືອນໃດໃຜກະເວົ້າ ໄປທາງໃດໃຜກະຊ່າ
    ວ່າໄທເມືອງໄຊນັ້ນນາ... ຈ່າຽຜຍາ ຫາຈີບສາວທົ່ວບ້ານ ບໍ່ເລືອກໜ້າວ່າແຕ່ສາວ ພຸ້ນນະ
    ອັນຄວາມໃນ ໃຈຂອງຂ້າ ມະຫາການແຖມຖ່າຽ
    ອະທິບາຽໃຫ້ຮູ້ ໃຫ້ຟັງຖ້ອນຢ່າກ່າວຂວັນ
    ຄຳສຳນວນຜຍາເວົ້າ ຢ່າຖືເອົາມາເປັນເຣື່ອງ
    ພຽງແຕ່ຈາຕໍ່ເຕື້ອງ ສຳເລືອງເຊື້ອໝູ່ສະຫາຽ (ຊັ້ນດອກຫວ້າ...ອິອິອອ...)
    ຈຸດມຸ້ງໝາຍ ໄດ້ມາເຫຼັ້ນ ຊຸມແຊວກັນ ພໍໄດ້ມ່ວນ
    ລ້ວນແຕ່ບໍຣິສຸດໃຈ ບໍ່ເຄີຽໝາຽໜ່າຽມ້າງ ໃຈຕັ້ງໃຫ້ຊື່ຕຣົງ
    ຄວາມປະສົງຄ໌ທ່ຽງແທ້ ຫາກຖືແຕ່ຄວາມດີ
    ບໍ່ມີຄີງແຄງຄົດ ທົດເທທາງຮ້າຽ
    ແນວຄົນຫຼາຽຄວາມເວົ້າ ຟັງເອົາຕຶກຕອງເບິີ່ງ
    ເທິງເຣື້ອງດີເຣື້ອງຮ້າຽ ຟັງແລ້ວໃຫ້ຮີ່ນຕອງ
    ບໍ່ເຄີຽນຳມາຂ້ອງ ໝອງໃຈແມ້ແຕ່ໜ່ອຽ (ແມວຈຳສີລ)
    ບໍ່ໄດ້ຄອຽລ່ຳຈ້ອງ ມອງເຣື້ອງຜູ້ອື່ນໃຜ
    ຟັງແຕ່ຫູໜຶ່ງໄວ້ ໃຈບໍ່ຮັບວາງເສັຽ
    ເຣື້ອງສ່ວນຕົວໃຜມັນ ບໍ່ກ່າຽກັນພໍນ້ອຽ
    ໄປຕາມຮອຽຂບວນຕັ້ງ ຫວັງຄວາມດີເສີມສົ່ງ
    ຈັນໂລງສີລວາດເວົ້າ ພາຽພື້ນພາກລາວ (ຈັນໂລງ = ຈຣຣໂລງ = ທີ່ຈັ້ງ)
    ຮູ້ຈັກກັນເປັນໝູ່ບ້ານ ໂຮມກຸ່ມເປັນໄທດຽວ
    ໃຫ້ກົມກຽວສາມັກຄີ ຫາກແມ່ນໃຈປະສົງໄວ້
    ອີກຕໍ່ໄປທາງໜ້າ ໜີໄກກັນຄົນລະບ່ອນ
    ຄັນແມ່ນຫຼອນພົບພໍ້ ຢ່າລືມຂ້ອຽໃຫ້ຈື່ຈຳ ແນ່ເນີ້.
  • ພີ່ນ້ອງເອີ້ຽ...
    ເກີດເປັນຄົນຈົນນີ້ ຢ່າຊູມີແຕ່ຄວາມຈົ່ມ
    ແມ່ນສິທຸກຍາກລົ້ນ ກະທົນໄວ້ຢ່າລະໄລ

    ເຖີງສິທຸກຍາກໄຮ້ ກະຕ້ອງຄ່ອຽອົດທົນ
    ແມ່ນສິເປັນຄົນຈົນ ກໍ່ຢ່າມີຄວາມຄ້ານ
    ຢ່າຊູມີຄວາມຢ້ານ ກາຣງານນ້ອຽໃຫຍ່
    ໜັກກະເຮັດໄດ້... ເບົາກະເຮັດໄດ້ ໃຈນັ້ນຕ້ອງຄ່ອຽທົນ

    ຢ່າຊູຄ້ານລື່ນລົ້ນ ຈົນບໍ່ກະທຳສັງ
    ຫວັງແຕ່ທາງຂໍທານ ຢ່າງດຽວບໍ່ເປັນກ້າວ
    ເຮົາຕ້ອງໄວວາຟ້າວ ຂຍັນງານກາຣກໍ່
    ຢ່າຊູຄິດຫຍໍ້ທໍ້ ຂໍສູ້ຕໍ່ໄປ

    ງານໜັກເບົາກະໄດ້ ວ່າຕັ້ງແຕ່ມັນມີ
    ໃຫ້ຍິນດີຫາເຮັດ ເຫຕເຫັນບໍ່ເຂັນຢ້ານ
    ຈົນທໍ່ໃດແຫ່ງຄ້ານ ງານບໍ່ມີສິຫຼຽວຫຼ່ຳ
    ທຸກທໍ່ໃດແຫ່ງຊ້ຳ ຣະກຳແທ້ແກ່ໃຈ ທ່ານເອີ້ຽ...
  • ພີ່ນ້ອງເອີ້ຽ...
    ອັນວ່າ ຄວາມຮັກນີ້ ປຸນປຽບກັບລົມໜາວ
    ພັດພໍຄາວ ກະເລີຽເຫີຽ ເກີ່ຽກາຽຫາຽລີ້
    ຕົກມາ ໃນຣະຫວ່າງໜີ້ ພໍປານມີ ໄຟຈູດຈີ່
    ມັກຜູ່ສາວທັງທີ ເຂົາກໍ່ໜີຈາກຈ້ອຽ ສະຫວອຽໄຫ້ ພ່ຳນ້ຳຕາ ເດ້ນໍ
    ເຫຼືອແຮງເຮົານີ້ນ້າ... ໄປມັກ ເພິ່ນເໝີດໂຕ
    ໂສໄດ້ລົງທາງຫຸບ ໂລດຫຼຸບທຶນ ຍ້ອນສາວຈ້ອຽ
    ຄ່ຳຈົນແລງ ນ້ຳຕາຍ້ອຽ ແນວພາອອຽ ແມ່ນເຫຼົ້າກັ່ນ
    ຫາຽໄປດົນ ຫຼາຽວັນ ຂັນສິທຳໃຈໄດ້ ຜັດສ່ຳໄມ້ຕາຽແລ້ງ ດິນແຫ້ງປູກບໍ່ຄືນ
    ດຽວນີ້ ມີແຕ່ນອນສະອື້ນ ກືນນ້ຳຕາ ຕາງນ້ຳທ່າ
    ເຂົ້າບໍ່ກິນ ຈົນອ່ອນລ້າ ແຮງໜ້ອຽ ຈ່ອຽຜອມ
    ເບິ່ງທາງໃດ ກະຄືເຂົາແລ່ນອ້ອມ ຫ້ອມດ່າມົວໝາຽ
    ພໍຢາກຕາຽຫາຽທຸກ ເຮັດລົງຄໍໄດ້
    ຜິດແນວໃດ ເດ້ຫຼ້າ ເຈົ້າຄືມາຖີ້ມພີ່
    ຜິດບ່ອນ ອ້າຽບໍ່ມີ ຜິດບ່ອນພີ່ບໍ່ໂກ້ ຊັ້ນບໍນ້ອງເຈົ້າຈັ່ງໜີ
    ຍາມມີຝົນຢູ່ຟ້າ ລິນຢາດຍາມໃດ
    ຄືນ້ຳຕາຊາຽໄຫຼ ຢາດລົງຮຳແກ້ມ
    ແນມເບິ່ງເງົາເສົາຮົ້ວ ສີມົວໆ ວ່າໂຕນາງ ມາຢາມພີ່
    ຫຼົງແລ່ນໃສ່ ແສນຍິນດີ ພໍປານຜີປ່ວງບ້າ ໃຫ້ໄທບ້ານ ເພີ່ນກ່າວຫຍັນ ນໍນາງນໍ
  • ພີ່ນ້ອງເອີ້ຽ
    ໜູຊະລິງຕາສວດມາອວດອ້າງ ທາງເດັ່ນເປັນພຍາ
    ອາສາແບກຂວານທອງ ຄຶກຄນອງ(ເພາະ)ເມັຽຍູ້
    ສິຈັບປູເຂົ້າດົ້ງ ຈັບຜີໂພງເຂົ້າກະຕ່າ
    ຂວັນຜວາສ່ຽວປາກຫ້ອຽ ມາຄອຽເຝົ້າເວົ້າຍຸແຍງ

    ມາທັງຊຸມພຍາແຮ້ງ ແຫຼ່ງຜົວເມັຽກັບເຮືອເກົ່າ
    ວ່າຂາຽຖີ້ມສະນໍເຖົ້າ ເອົາທຶນເຄົ້າແລກສຽງ
    ເຫັນວ່າວຽງຈັນຮ້າງ ເປັນໂພນຂີ້ໝາຈອກ
    ບາດຮ່າບາງກອກຮ້າງ ຄືສິຮ້າຽກວ່າວຽງ
    ເຫັນວ່າວຽງຈັນເສົ້າ ສາວເອີ້ຽຢ່າຟ້າວວ່າ
    ມັນສິໂຊກບາດຫຼ້າ ແຕງຊ້າງໜ່ວຽປາຽ
  • ພີ່ນ້ອງເອີ້ຽ
    ແນວວ່າເຖົ້າແຕ່ແຂ້ວ ທາງແອວກະຍັງຮ່ອນ
    ຄິດສະອອນລູກເຕົ້າ ກະເລີຍເຂົ້າຮ່ວມວົງ
    ປົງສັງຂານບໍ່ໄດ້ ແນວໃຈມັນຍັງໜຸ່ມ
    ຍິນສຽງກອງຕຸ້ມໆ ໃຈມັນຫ້າວຢາກຍ່າວນຳ
    ຄຳເຂົາຮ້ອງເຈີ້ຍແຈ້ວ ໄດ້ຍິນແນວກິຕ້າໂປ່ງ
    ເລີຍເຮັດຕາມປະສົງ ຈັບຂື້ນມາຮີບຟ້າວ ຈ້າວເຂົ້າດອກໃສ່ຄີ
    ດີບໍ່ດີກະຟັງຖ້ອນ ມັນຮ່ຳຮອນຍ້ອນໃຈມັກ
    ຮ່ຳເພງເອົາຄັກໆ ຍ້ອນໃຈມັກບໍ່ວ່າເຖົ້າ ລູກຫຼານຟ້າວມານັ່ງນຳ ພຸ້ນແລ້ວ ...

 

  • ພີ່ບໍ່ມີຕົ້ນກ້ວຽຈຶ່ງໄດ້ໜ່ຽວຫາຕອງ
    ບໍ່ມີສອງຈຶ່ງໄດ້ມາຫານ້ອງ.

    ພັດແຕ່ ເປັນກອນແກ້ວ ແນວເຄືອບໍ່ກ້ຽວກ່ອງ
    ພັດແຕ່ ເປັນຫຽ້າປ້ອງ ເຄືອສິຂ້ອງກະບໍ່ມີ
    ຢ້ານແຕ່ ຄົນຄືອ້າຽ ຫຼາຽທາງສິທຽວທ່ອງ
    ໄຊຢູ່ໜອງ ຫຼາຽທາງເຂົ້າ ປາສິເວົ້າວ່າປ່ວງວິນ
  • ພຣະກັບຄຣູ
    ຄັນແມ່ນພຣະກັບຄູພາກັນໄປກິນເຫຼົ້າ ສິເອົາຫຍັງມາສອນເພິ່ນ
    ໃຜໆເພິ່ນກະເອີ້ນ ພຣະ-ຄູນັ້ນວ່າແມ່ພິມພ໌
    ຄັນຖືກຄົນຕັດຖີ້ມ ຄຳສອນກະເໝີດຄ່າ
    ກັບທັງພຣະຈົວນັ້ນ ສິສອນໄດ້ບ່ອນຈັ່ງໃດ
    ຫຼືວ່າສອນເຂົາໃຫ້ ເອົາຫຼັກທັມນຳໄປທ່ອງ
    ໝ້ອງສິ(ນຳໄປ)ໃຊ້ແທ້ໆ ແລ້ວແຕ່ໝູ່ເຈົ້າສິຄິດເອົາ...ຊັ້ນບໍ້ ພຣະຄູເອີ້ຽ

 

  • ພຸທທະທຳນາຽ
    ເປັນ ຄຳທີ່ພຣະພຸທທະເຈົ້າ ຊົງພຍາກອນ ນິມິດ(ຝັນ) ຂອງພຣະເຈົ້າ ປັສເສນທິໂກສົນ ຊຶ່ງປຣາຊນ໌ລາວເຮົາ ໄດ້ດັດແປງ ແກ້ໄຂ ໃຫ້ເປັນຄຳ ທີ່ເໝາະສຳຣັບ ຄົນຍຸກນີ້ ໄດ້ອ່ານ ເຂົ້າໃຈ ຫຼາຽຂື້ນ ເດີມແທ້ນັ້ນ ເປັນພາສາໂບຮານ ຍາກແກ່ການເຂົ້າໃຈ ຂອງຄົນ ໃນຍຸກປັຈຈຸບັນ ຜິດພາດ ຂໍອະພັຍ ໄວ້ໃນທີ່ນີ້ດ້ວຽ...

    *** ພຸທທະທຳນາຽນີ້ ໄດ້ມີຢູ່ໃບລານ
    ແຕ່ບູຣານະການ ຜ່ານມາມີໄວ້
    ໃນສມັຍປາງກ້ຳ ມີມາກ່ອນເກົ່າ
    ໃນສາສນາ ຂອງພຣະພຸທທະເຈົ້າ ຖືເປັນເຄົ້າແຕ່ກ່ອນມາ
    *** ຂ້າສິນຳມູນເຄົ້າ ຄວາມຝັນອັນປະຫຼາດ
    ສິເປັນລາງເຫຕຮ້າຽ ໃດແທ້ ໃຫ້ຮ່ຳເພິງ

    *** ໃນຄືນນັ້ນ ເປັນຄືນ ສິບຫ້າຄ່ຳ
    ຄືນຟ້າດຳ ເມກກຸ້ມ ຈັນໂທເສົ້າ ບໍ່ ຜ່ອງໃສ
    *** ຄືນພະທັຍຂອງເຈົ້າ ປັສເສນ ກະເຫງົາຫງ່ວມ
    ຍ້ອນວ່າ ຄວາມຮັກກຸ້ມ ສຸມໄໝ້ດັ່ງໄຟ
    *** ໄຟຕັນຫາ ຄວາມຮັກໄຄ້ ໃນຜົວເຂົາ ເມັຽທ່່ານ
    ໄຟນາຣົກ ກະບໍ່ປານ ມີແຕ່ຄວັນ ອູດເອົ້າ ໃນໃຈເຈົ້າ ຢູ່ບໍ່ເຊົາ
    *** ຈົນຍາມສາມ ລ່ວງເຂົ້າ ຈຶ່ງເນົານອນ ນິທທະເນ່ງ
    ສຽງຣະເມັງເສບສ້ອງ ຈື່ງລາຫ້ອງ ເສພ ງັນ
    *** ພຣະຊົງທັມສຸບິນເບື້ອງ ຜະດຽງຝັນ ປະຫຼາດຕ່າງ
    ສິເປັນ ລາງເຫຕຮ້າຽ ຫຼືໃດແທ້ສິ່ງໃດ
    *** ໃນພຣະທັຍອົງເຈົ້າ ພຣະປັສເສນ ສະດຸ້ງຕື່ນ
    ພຣະອົງ ຮູ້ເມື່ອຂື້ນ ອະຣຸນແຈ້ງ ຮຸ່ງມາ
    *** ມັລລະລິກາ ເທວີເຫງົ້າ ເຫັນຣາຊາ​ ໜ້າບໍ່ຊື່ນ
    ສົມບັຕ ມີໝື່ນຕື້ ສີໜ້າຜັດຫຼ່າໝອງ ແທ້ນໍ
    *** ພຣະອົງ ຊົງສືບສ້າງ ຄອງເມືອງຕຸ້ມໄພ່
    ແຕ່ຫົວຄິດບອດໃບ້ ປັນຍາຕື້ນຕີບຕັນ
    *** ພຣະຊົງທັມ ຄວນເຂົ້າເຝົ້າ ສັພພັນຍູ ຮູ້ແຈ້ງໂລກ
    ສິບັນເທົາ ໂສກຮ້ອນ ຮີບໄປຖ້ອນ ຢ່າຢູ່ນານ
    *** ພຣະພູບານ ຟັ່ງຟ້າວ ຕົກແຕ່ງເດົາດາ
    ມັລລິກາເທວີ ແມ່ເມືອງຄຽງຂ້າງ
    *** ພຣະກໍ່ ດຳເນີນເຂົ້າ ເຊຕະວັນ ວິຫານໃຫຽ່
    ພຣະອານົນ ຊາພເຣື້ອງ ພາໄປເຝົ້າ ສາສດາ
    *** ພຣະຣາຊາ ທູນໄຫວ້ ພຣະຈອມໄຕຣ ໂລກະນາດ
    ກຣາບພຣະບາດ ສາມເທື່ອແລ້ວ ຫຍັບໄປເຝົ້າຢູ່ທີ່ຄວນ
    *** ສ່ວນວ່າ ອົງພຸທໂທເຈົ້າ ເນົາບົນພຸທທະອາດ
    ຕຣັດໂອວາດອິ່ນອ້ອຽ ຖແລງຖ້ອຽ ກ່ອນພຣະຍາ
    ... ວ່າດູຣາເຈົ້າ ຣາຊາຍົດໃຫຽ່
    ຜູ່ເປັນຈອມໄພ່ຟ້າ ສອງແຄວ້ນຍອດເມືອງ
    ພຣະອົງເຄືອງຂັດຂ້ອງ ໝອງພຣະທັຍ ຈັ່ງໃດແດ່
    ວັນນະ ຂຽວ ພ່ອງ ແຫຼ້ ສີໜ້າ ບໍ່ຊື່ນບານ ແທ້ນໍ
    ພຣະພູບານເຈົ້າ ປັສເສນ ທູນເຫຕ
    ແຫ່ງສຸບິນ ປະຫຼາດລ້ຳ ສິບຫົກ ຂໍ້ ຕໍ່ໄປ...