ໝວດທີ່ຂຶ້ນຕົ້ນດ້ວຽຕົວ "ຍ"

 

ຍ່າສອນຫຼານ (ປຣາຊນໂບຮານ)

ຂອບບຸນ ຂອບຄຸນ ທຸກທ່ານ ທີ່ມາຕິດຕາມອ່ານ ວັນນະກັມ ໂບຮານ ຜູ່ຂ້າ ໄທເມືອງໄຊ ບໍ່ແມ່ນຜູ້ຂຽນ ແຕ່ເປັນຜູ້ຮິບໂຮມ ເພື່ອວັທທະນາທັມ ຂອງເຍົາວະຊົນ ໃຫ້ເຫັນຮູ້ ໃນຄວາມສຳຄັນ ຂອງປຣາຊ໌ນໂບຣານະການ.

 

  • ບັດນີ້ ຍ່າຈັກສອນສັ່ງເຈົ້າ ຄຳຂາດ ສັກສິດ
    ຂໍໃຫ້ຝູງລູກຫຼານ ຈື່ຈຳເອົາໄວ້
    ຢ່າໄດ້ພາກັນເຫຼັ້ນ ການພະນັນ ເບັ້ຽໂບກ
    ລາງເທື່ອໂຊກບໍ່ໃຫ້ ຖົງເປັ້ງ ສິຂາດກາງ
    ຢ່າໄດ້ເວົ້າອວດອ້າງ ຕົວະລ່າຽມານຍາ
    ຍ່າຢ້ານເປັນພັຍເວຣ ເວທທະນາບໍ່ມີແລ້ວ
    ຢ່າໄດ້ທຳຕົນຜ້ຽງ ຫົວພຽງ ເພດອື່ງ
    ມັນຫາກເຫຼືອແຕ່ຮ້ອງ ຄວາມເວົ້າ ສິຂ້າໂຕ
    ໃຜຜູ້ເວົ້າແຫກບ້ານ ບໍ່ຮ່ອນ ຮຸ່ງເຮືອງສີ
    ໃຜຜູ້ເວົ້າແຫກເມືອງ ບໍ່ຮ່ອນດີ ໂດຽແທ້
    ຄັນວ່າກູດີແລ້ວ ບໍ່ມີຄູ ຢ່າຟ້າວວ່າ
    ຫີນບໍ່ຮອງຮະໃຫ້ ແນວພ້າ ບໍ່ຫ່ອນຄົມ
    ຊື່ວ່າໝາກບໍ່ຄ້ຽວ ປາກເປົ່າ ບໍ່ມີແດງ
    ແມ່ນມີສີທາເຕັງ ບໍ່ຮ່ອນ ແດງເອງໄດ້
    ຢ່າໄດ້ວາຈາຜ້ຽງ ເຄືອເຂົາຮໍ ຂົມຂື່ນ
    ຢ່າໄດ້ຄຶດໝໍ່ຕື້ນ ສເມີໝໍ້ ປາກແບນ
    ຢ່າໄດ້ແສນແພນໜ້າ ວາຈາ ເວົ້າອົ່ງ
    ຢ້ານວ່າຝູງພີ່ນ້ອງ ພົງເຊື້ອ ສິໜ່າຽຊັງ
    ຄັນໄດ້ນັ່ງຕັ່ງອີ້ ຢ່າຟ້າວ ເປີບກະໃຈຫຼາຽ
    ບາດວ່າເພພັງຕົກ ສັ່ງກັນ ບໍ່ທັນແລ້ວ
    ຢ້ານວ່າມໍຣະນັງມ້ຽນ ຕົກຕາຽ ຄອບຕັ່ງ
    ລຳຫາກສູງລື່ນໄມ້ ລົມຮ້າຽ ສິໂຄ່ນລົງ

    *** ອັນນຶ່ງ ຢ່າໄດ້ພາຽເຮືອຂື້ນ ທວນກະແສ ສິນໃຫຽ່
    ຢ້ານວ່າພາຽບໍ່ມົ້ມ ຍາມຫຼົ້ມ ເພິ່ນສິຫຍັນ
    ຍັງບໍ່ທັນເຫັນຊີ້ນ ຢ່າຟ້າວ ກ່າວຫາແກງ
    ກິນບໍ່ທັນລົງຄໍ ຢ່າຟ້າວຈາ ຈົງຕ້ານ
    ມັນສິຄາຄົງແຄ້ນ ອຸກໃນມະໂນອັ່ງ
    ຍ້ອນວ່າຟ້າວລື່ນບ້ານ ຄຳເຂົ້າ ບໍ່ລ່ອງຄໍ
    ຍາມເຈົ້າຟັນຂວານຄ້າງ ຢ່າວາງໃຈ ເຖິງເລື່ອຽ
    ມັນສິຫຼົງບາດໂຍ້ ຂວານສິ ສ້ຽວໃສ່ມື
    ໃຫ້ເຈົ້າມີສະຕິໄວ້ ຈິດໃຈ ໝັ້ນທ່ຽງ
    ຢ່າໄດ້ລອກແລກເຫຼັ້ນ ເຂົາສິເອີ້ນວ່າລີງ
    ຢ່າໄດ້ເຫັນຂອງຮ້າຽ ເປັນດີ ມີຄ່າ
    ຢ່າໄດ້ເຫັນດ່ານດ້າວ ດົງກວ້າງ ວ່າແປນ
    ຢ່າໄດ້ຄຶດກໍ່ເກື້ອ ກັມບາບ ໜາໜັກ
    ໃຫ້ເອົາບຸນເປັນມິຕ ຮ່ວມເຮືອນ ຮຽງຊ້ອນ
    ຄັນຢາກມີສອງຊ້ອນ ໃຫ້ປຶກສາ ເຖົ້າແກ່
    ຄັນພໍ່ແມ່ບໍ່ພ້ອມ ເຊົາຖ້ອນ ຢ່າສິເອົາ
    ຍິງໃດເຊື້ອຊາຕຄ້ານ ຢ່າໝາຽຮ່ວມ ຮຽງຮັກ
    ມັນຈັກພາເສັຽສີ ກ່ຳສະກຸນ ສູນເສົ້າ
    ຊາຕທີ່ແນວຄົນຮ້າຽ ສິລທັມ ບໍ່ຄຶດຮ່ຳ
    ແມ່ນສິງາມເລີດຟ້າ ສິພາໃຫ້ ຈຸ່ມຈົມ
    ໃຫ້ຄ່ອຽຄຶດຮອບຄອບ ຈອບເບິ່ງກິຈການ
    ຄັນວ່າເອົາການງານ ຄ່ອງຄື ຄວນຊ້ອນ
    ຄັນວ່າເປັນຕາຄ້ຳ ຄອງເຮືອນ ກໍ່ເຮືອງຮຸ່ງ
    ເປັນທີ່ສຸກລື່ນລົ້ນ ຍືນໝັ້ນ ຊົ່ວຊີ່ວັງ

    *** ເພິ່ນວ່ານານາເຊື້ອ ຄົນເຮົາແຮມໂລກ
    ບຸນບາບຕົກແຕ່ງຕັ້ງ ມາໃຫ້ຕ່າງກັນ
    ໃຜຜູ້ເຮັດເຫຕຮ້າຽ ກັມບາບ ໜາໜັກ
    ກໍ່ຈັກມີເວຣເຄາະ ຄອບວົນວຽນຕ້ອງ
    ໃຜຜູ້ປອງໃຈເວັ້ນ ປາປັງ ໜີບາບ
    ບຸນກໍ່ມາເຫຼື່ອມຄຸ້ມ ເຂົາໃຫ້ ຢູ່ຍືນ
    ຢ່າໄດ້ມັກເວົ້າພື້ນ ຂວັນເພິ່ນ ເປັນກະດັດ
    ຢ່າໄດ້ເອົາໂທສາ ໃສ່ເຂົາຂົມຮ້າຽ
    ຢ່າໄດ້ມົວເມົາຕ້ານ ຕຽນຂວັນ ເຂົາຄົນອື່ນ
    ໂທສເຂົາມີທໍ່ກ້ອຽ ເສີນຂື້ນ ທໍ່ໂປ້ມື
    ເຖິງວ່າເຂົາຂີ້ຮ້າຽ ຊາມຊົ່ວ ເສັຽຄົນ
    ມັນກໍ່ເປັນໂທສາ ໂທສທັນເຂົາພຸ້ນ
    ເຂົາບໍ່ມີແຖມໃຫ້ ທຶນຮອນ ເບັ້ຽກີບ ຈັກສນ່ອຽ
    ບຸນບໍ່ໄດ້ທໍ່ກ້ອຽ ແຖມຊ້ຳ ສິບາບເວຣ
    ໃຫ້ເຈົ້າໂສດາດ້ວຽ ຄວາມດີ ຢ່າໄດ້ຫ່າງ
    ຢ່າໄດ້ວາງປ່ອຽຖີ້ມ ຄຸນແກ້ວ ແກ່ນທັມ
    ອັນທີ່ຄຳຂົມເຂັ້ມ ຜິດຖຽງ ຖແລງວາທ
    ຄຳທີ່ວິວາທຮ້າຽ ຂາຽໜ້າ ຢ່າຈາ
    ໃຫ້ເຈົ້າພາກັນເວົ້າ ຄວາມຫວານ ສັຕຊື່
    ຖືແຕ່ຄວາມມ່ວນແມ້ງ ພຸທໂທເຈົ້າ ກ່າວສອນ
    ໃຫ້ເຈົ້າພາກັນສ້າງ ສິລທັມ ທາງຊອບ
    ຄັນເຈົ້າໄດ້ລາບກ້ອຽ ຫຼານຫຼ້າ ໃຫ້ແບ່ງປັນ
    ຍາມເມື່ອວັນຄືນເຂົ້າ ແລງງາຽ ເຊົ້າຄ່ຳ
    ໃຫ້ຮີບຫາເຂົ້ານ້ຳ ໂຮມພ້ອມໃສ່ພາ
    ໃຫ້ເຈົ້າອົດສາລ້ຽງ ດູກັນຍາມຍາກ
    ຍາມເມື່ອເຈັບ ປ່ວຽໄຂ້ ຢາມຢ້ຽມ ເບິ່ງແຍງ
    ໃຫ້ຮັກແພງກັນໄວ້ ສເມີໄຮ່ ຮັກແຕງ
    ໃຫ້ເຈົ້າພາກັນຮັກ ສເມີແຕງ ແພງຄ້າງ
    ຢ່າໄດ້ວາງກັນຖີ້ມ ຍາມຈົນຈຳຈາກ
    ຄັນເຈົ້າພາກພີ່ນ້ອງ ໃຫ້ທຽວຍື້ຍ່ອງຖາມ
    ຍາມເມື່ອພີ່ພາກນ້ອງ ຕົກຕ່າງ ແດນໄກ
    ຍາມເມື່ອໄປຄົນທາງ ຫ່າງດິນ ແດນດ້າວ
    ເຈົ້າຜູ່ເນົາທາງພີ້ ໃຫ້ທາວຖາມເຖິງຖ່ອງ
    ຖາມຂ່າວຄາວພີ່ນ້ອງ ລູງປ້າຍ່າອາວ
    ຍາມເມື່ອເວຣໝາກພ້າວ ນ້າວໜ່ວຽໄປເໜືອ
    ຍາມເມື່ອເວຣໝາກຕານ ນ້າວເຄືອ ໄປໃຕ້
    ຍາມເມື່ອ ສາຽໃຈຫຼ້າ ຫຼານເຫຼັນ ເຫີນຫ່າງ ກັນນັ້ນ
    ຂໍໃຫ້ຫຼານທ່ຽວຄ້ຳ ຢາມຍ້ຽມ ເບິ່ງກັນ ແທ້ເນີ.
    (ເປັ້ງ = ເຄື່ອງອຸປປະກອນ ເພື່ອໃຊ້ໃນການ ວັດຕວງ ຄ່ານ້ຳໜັກ ເງິນ ທອງ ຄຳ ຝີ່ນ ຯລຯ ມີຫຼາຽຂນາດ ຄູ່ກັບຍອຽ (ຕຣາຊັ່ງ)ແບບເກົ່າ ຄົນສມັຍເກົ່າ ໄປຄ້າຂາຽ ຕ້ອງເອົາ ເປັ້ງຂອງໃຜຂອງມັນ ເອົາໄວ້ໃສ່ເງິນ)

    *** ລາງເທື່ອອ້າຽພາກນ້ອງ ເຫີນຫ່າງກັນໄກ
    ຍ້ອນວ່າເວຣລົມພັດ ເຄາະກັມດຶງນ້າວ
    ຂໍໃຫ້ມີສາຣເສັ້ນ ຂຽນສາຣຕ້ານກ່າວ
    ແມ່ນວ່າດີແລະຮ້າຽ ເຢັນຮ້ອນ ໃຫ້ຂ່າວສາຣ
    ຢ່າໄດ້ໄລລະຖີ້ມ ວາງເວຣ ປະປ່ອຽ
    ຊາຕທີ່ແນວພີ່ນ້ອງ ເຢັນຮ້ອນ ໃຫ້ເບິ່ງກັນ
    ອັນນຶ່ງຄັນໄດ້ກິນຍັງຊີ້ນ ໃຫ້ເຈົ້າຝາກ ນຳກາ
    ຫາກໄດ້ກິນປູປາ ໃຫ້ຝາກນຳ ຝູງແຮ້ງ
    ຄັນເຈົ້າມີຂອງແຫ້ງ ນຳລົມ ໃຫ້ເຈົ້າແກວ່ງ ມາເນີ
    ໃຜຜູ້ຄອງຢູ່ບ້ານ ເຫັນແລ້ວ ສິຊື່ນໃຈ
    ຍາມເມື່ອຫຼານຈາກບ້ານ ໄປໄຮ່ ເຈັບຂາ ກໍ່ດີ
    ຍາມເມື່ອຫຼານໄປນາ ນອກເຮືອນເຈັບທ້ອງ ກໍ່ດີ
    ຄັນບໍ່ມີຢາແກ້ ໄຫວ້ຫາ ຜູ້ບັງເກີດ
    ພໍ່ແມ່ຍໍໃສ່ເກົ້າ ສິຫາຽສິ້ນ ສວ່າງເຊົາ
    ຄັນເຈົ້າເຂົ້າປ່າແຝກ ຢ້ານໝູ່ ງູສາ ກໍ່ດີ
    ຄັນເຈົ້າເຂົ້າປ່າຄາ ຢ້ານງູເຫຼືອມອໍ້ ກໍ່ດີ
    ໃຫ້ເຈົ້າຍໍມືໄຫວ້ ພຸທທະຄຸນ ແກ້ວແກ່ນ
    ຝູງໝູ່ງູງອດງ້ຽວ ສິກົວຢ້ານ ແລ່ນໜີ
    ຄັນວ່າກົວເກງຢ້ານ ຜີສາງ ຫຼອນຫຼອກ
    ໃຫ້ເຈົ້າຈິຕຕໍ່ຕັ້ງ ຄຸນແກ້ວ ໝັ່ນຄນຶງ ແທ້ເນີ
    ໃຜຜູ້ມົວເມົາເຫຼັ້ນ ການງານ ບໍ່ຮູ້ຮ່ອມ
    ເກືອບໍ່ຄ້າງ ໄຫສົ້ມສິເນົ່າເຮືອນ
    ຄັນວ່າເປັນຊາຕເຊື້ອ ຊາຽເຊັງ ຄົນສລາດ
    ໃຫ້ເປັນຊາຕຊາຽແທ້ ຕົມນັ້ນ ຢ່າໃຫ້ແກມ
    ອັນນຶ່ງໃຜຜູ້ເປັນສາວເຊື້ອ ກັລລະຍານາງນາດ
    ຮູບຮ່າງໂສພາພ້ຽງ ສເມີດ້າມ ດັ່ງເຫຼົາ
    ເຖິງວ່າສະກຸນເຫງົ້າ ສັກສູງສຸດ ຂນາດ ກໍ່ດີ
    ຄັນວ່າມາຣຍາທຮ້າຽ ໃຜສິຍ້ອງ ວ່າງາມ
    ປຽບດັ່ງບຸບຜາເຊື້ອ ດວງງາມໄຮ້ກິ່ນ
    ຫຼືດັ່ງນັຄຄະເຣດຮ້າງ ຮາມເຈົ້າ ນັ່ງປອງ
    ກັບທັງທຳມະໂຣງແກ້ວ ຮາມຫົວ ປະດັບຍອດ
    ໂລກເຂົາບໍ່ຊື່ນຍ້ອງ ຍໍຂື້ນ ວ່າງາມ ລູກເອີຽ

    *** ອັນນຶ່ງ ວັນສິລຊ້ອຽ ເຊົາສາປະວຽກ
    ຕົກແຕ່ງ ຕັກບາດແລ້ວ ຟັງເຈົ້າເທສທັມ ລູກເອີຽ
    ໃຫ້ຄ່ອຽ ທຳສິລສ້າງ ພາວະນານ້ອມເນ່ງ
    ໃຈຫາກ ໃສສິ່ງແກ້ວ ເມືອໜ້າ ສິຮຸ່ງເຮືອງ
    ອັນນຶ່ງ ຢ່າໄດ້ ມົວເມົາເຫຼັ້ນ ລືມຄອງພຸທທະບາດ
    ຢ່າໄດ້ ໄລລະຖີ້ມ ລືມແກ້ວ ແກ່ນທັມ
    ຂອງບໍ່ ເປັນຕາຈ້ຳ ຢ່າຟ້າວ ຈຸ່ມລົງຕັກ
    ມັນຈັກເສັຽຄຳກິນ ຂາດເຂີນ ຄຳເຂົ້າ
    ຊາຕທີ່ ແນວຫວານນີ້ ເປັນລົມຂົມງ່າຽ
    ກິນຫຼາຽ ເປັນແມ່ແລ້ງ ຫົວໂປ້ງ ທໍ່ກະບຸງ
    ບໍ່ຄືອັນຂົມເຂັ້ມ ເຂົາຮໍຂົມຂື່ນ
    ກິນແລ້ວ ຄຸນລື່ນລົ້ນ ຍືນໝັ້ນ ຢູ່ນານ ລູກເອີຽ
    ເພິ່ນວ່າ ກິນຂໍ້ອ້ອຽ ຜຍາຫຼັ່ງ ໄຫຼມາ
    ເຮັດໃຫ້ ປັນຍາເລິກ ລື່ນຄົນ ຍໍຍ້ອງ
    ອັນນີ້ ຫາກເຫັນແລ້ວ ນິທານຫຼັງ ແຕ່ປາງກ່ອນ
    ຊຽງໝ້ຽງ ກິນຂໍ້ອ້ອຽ ປັຍຍາລ້ຳ ລື່ນເຂົາ ແທ້ແລ້ວ
    ໃຜຜູ້ ທຸກຍາກເຍື້ອນ ພຽນພ່ຳທາງດີ
    ກໍ່ຈະ ມີຄວາມສຸກ ຢູ່ສບາຽເນົາເນື້ອ
    ໃຜຜູ້ ເມົາມົວຄ້ານ ນອນເວັນ ບໍ່ຮູ້ຕື່ນ
    ເຂົາຈັກ ທຸກຂມອດໄຮ້ ໝອງໄໝ້ ຊົ່ວຊິວັງ
    ອັນວ່າ ນໍນິລແກ້ວ ພອຽພິທຸູນ ຫາຍາກ
    ຜົງໄງ່ ມີມາກລົ້ນ ຂົນຖີ້ມ ກໍ່ຫາກຍັງ
    ຄືດັ່ງ ຈວງຈັນທນ໌ຄູ້ ຂອງຫອມ ຫາຍາກ
    ຜິດແຕ່ ບາບຢູ່ໃກ້ ບຸນນັ້ນ ຢູ່ໄກ
    ກິນແກງ ໃຫ້ເຈົ້າຊອມດູກ້າງ ຄາຄໍ ສິຈີ້ມຍາກ
    ສິ່ງໃດ ໃຫ້ໂທສແທ້ ວາງຖີ້ມ ຢ່າສູ່ເອົາ
    ຢ່າຄື ຊູຊະກະເຖົ້າ ພາມມະໂນ ໂຕ່ລ່າຽ
    ຕາຽຍ້ອນ ພຸງແຕກມ້າງ ບໍ່ເຫັນຮູ້ຮ່ອມພໍ...
    ບັດນີ້ ກໍຫາກມາເຖິງຫ້ອງ ເຫັນຮ່ອມອາວະສານ
    ໃຫ້ລູກຫຼານເພິ່ງຄິດ ຕຶກຕອງໃຫ້ເຫັນແຈ້ງ
    ແລ້ວສແວງຫາຂໍ້ ໂອນໍເຫຕຜົລຕື່ມ
    ຢ່າລືມເສັຽຄຳຍ່າເວົ້າ ຫຼານເຈົ້າຮ່ຳຄນິງ ນັ້ນເນີ
  • ຍາບຍາບປີ້ນ ໃບປິ່ນແນວພຶກສາ
    ຍາມເມື່ອລົມພານພາ ພັດມາໃບປີ້ນ
    ຫີນເຫວຕັ້ງ ເຕັງບັງກັ້ງກໍ່
    ສີລາໜໍ່ໜ່ວຽເນີ້ງ ເນົາໜ້າໜ່ວຽຫີນ
    ອ້າຽດັ່ນດີ້ນ ຫາດອກດວງຫອມ
    ຄອບບໍ່ຊອມເປັນໃຜ ອັ່ງໃຈຄືອ້າຽ
    ທະຍາຽຕົນເຂົ້າ ລຳເນົາພະນອມປ່າ
    ຫຼິງເຫັນຜາຊ່ອງຊັ້ນ ພູຊ້ອນຢູ່ຢາຽ
  • ຍາມເຈັບໄຂ້ ຄືສິສວ່າງເຊົາຫາຽ
    ຍາມໃດຄຶດຮອດຊາຽ ເມື່ອໃດກະອິດລ້າ
    ນອນກະຝັນເຫັນໜ້າ ຄືທຽວມາຍີ້ມສົ່ງ
    ໃຈພະວົງຕໍ່ອ້າຽ ຢາກອາຽເວົ້າກະຜ່ອງກັນ ... ອ້າຽເອີ້ຽ
  • ຍາມເມື່ອ ໄກໄລໜ້າ ລາໄປຈາກເນື້ອອຸ່ນ
    ພາກບຸນຊູຄູ່ຊ້ອນ ຫະໄທເສົ້າໝົ່ນໝອງ

    ຄຶດຮອດເດ... ຄຶດຮອດນວນນາດນ້ອງ ນອນນັ່ງສັງມາອຸກ
    ຫົວໃຈເອີ໋ຽ ສັງມາທຸກ ອຸກພະທັຍບໍ່ເຫັນເຈົ້າ
    ຫຼືແມ່ນມີຄົນເຝົ້າ ແລງງາຽຈັ່ງລືມພີ່
    ອ້າຽນີ້ຮັກອີ່ຫຼີ ອ້າຽນີ້ມາໜ່ຽວເວົ້າ ໂຕເຈົ້າຢ່ານ່າຽແໜງ
  • ຍາມເມື່ອ ຄິດຮອດເຈົ້າ ຫຼຽວເບິ່ງແຕ່ເດືອນດາວ
    ຄິດຮອດຄາວເຮົາຮັກ ຮ່ວມກັນແຕ່ຄາວກີ້
    ສອງເຮົາມີສຸກລົ້ນ ຫຼາຽຄົນເອົາແບບຍ່າງ
    ໂອເດ້ນໍ້... ແມ່ນຫຍັງນໍ້ມາຂວາງ ຫົນທາງມາແປ່ມ້າງ ຈົນຮ້າງດອກຫ່າງກັນ
  • ຍາມເມື່ອສາຽລົມຕ້ອງ ໃຈຈ່ອງຄນິງຫາ
    ໃຈຜວານຳນາງ ຜູ່ຫ່າງເຫີນເມີນບ້ານ
    ດົນນານຫຼາຽປີໄດ້ ບໍ່ເຫັນຄືນໂຄ້ງຕ່າວ
    ເຫັນໜ້າໜາວສັ່ງເອີ້ນ ຄືເຈົ້າສິສັ່ງລາ
  • ຍາມບໍ່ໄດ້ເຫັນໜ້າ ຢ້ານແຕ່ລາໄປເປັນອື່ນ
    ຍາມສາຽລົມພັດພື້ນ ໃຈສະອື້ນຄິດນຳ
    ຫາກຍັງຈຳສັນຍາໝັ້ນ ເຄີຽສັມພັນກັນເວົ້າຕໍ່
    ຫາກຍັງພໍຮັກໄດ້ ໃຫ້ຄືນບ້ານເກົ່າຫຼັງ.
  • ຍາມເມື່ອຊາຕາແຫ້ງ ຝົນຕົກລິນກະບໍ່ຊຸ່ມ
    ບາດວ່າມັນຄາດແລ້ງ ແສນຊິຖ້ວມກະໄງ່ຜົງ
  • ຍາມເມື່ອ ຫ່າງໄກໜ້າ ໃນອຸຣາມາເປັນຕ່າງ
    ຍາມເມື່ອຮ້າງຫ່າງນ້ອງ ໂຕອ້າຽນີ້ຄຶດຫຼາຽ

    ຢ້ານມີຊາຽຫຼາຽໜ້າ ມາເວົ້າຈາພາໃຈຕ່າງ
    ຢ້ານແຕ່ນາງນາດນ້ອງ ໃຈເຈົ້າຊິຫວັ່ນໄຫວ

    ເຖິງວ່າໄກໄລໜ້າ ທາງວາຈາຊິໄກຫ່າງ
    ແຕ່ວ່າທາງໃຈໃຝ່ເຝົ້າ ດອມເຈົ້າຢູ່ສູ່ວັນ
    ແມ່ນຍາມນອນ ກະຍັງຝັນເຫັນໜ້າ ມືນຕາມາ ຍັງຄິດຫາຮອດອຸ່ນ
    ເຈົ້າຜູ້ຄຸນຄ່າລ້ຳ ລືມອ້າຽແລ້ວໄປ່ນາງ

    ບໍ່ໄດ້ມາພົບພໍ້ ຫຼາຽເທື່ອຈັ່ງມາຫາ
    ຂໍແຄ່ພຽງສົບຕາ ອຸ່ນໃຈທາງອ້າຽ
    ຫຼືວ່າມີຊາຽຖ້າ ມີຄົນມາຮ່ວມຮຽງ ມາຮ່ວມຕຽງຄຽງຄູ່
    ຄວາມຄຶດຮອດຍອດຊູ້ ຜູ້ໄກໜ້າຫ່າງນານ.
  • ຍາມສິໄກກັນເຍີ້ນ ສິເອີ້ນສັ່ງດວງສີ
    ໃຫ້ໄປດີເດີ້ຊາຽ ສຸກສບາຽຢ່າວາຽເວັ້ນ
    ເຂັນແລະເວນຢ່າມາໃກ້ ຝາກໃຈຄິດຮອດແດ່
  • ຍາມໜາວລົມ ນອນຫົ່ມຜ້າ ວາສນາບໍ່ໄດ້ອຸ່ນ
    ອີງລະມຸນອຸ່ນເອື້ອ ເຟືອເຂົ້າແມ່ນບ່ອນນອນ

    ທຽວມາເກັບຕັ້ງແຕ່ໄມ້ ມາສຸມໄຟພໍໄວ້ນັ່ງ
    ຫຼຽວລ້ອມໜ້າລ້ອມຫຼັງ ມີແຕ່ຄວາຽບັກເລ່ເຖົ້າ ມານັ່ງເຝົ້າຢູ່ສູ່ຄືນ

    ສຽງລົມດັງຢູ່ອື້ອຶ້ງ ສະລຶງຕຶງ ດັງວືງວື່
    ອ້າຽນອນຟັງຢູ່ສູ່ມື້ ມາຄືບ້າບໍ່ໄດ້ປົວ

    ຄັນຊິເກັບເສື້ອຜ້າ ຖີ້ມທົ່ງນາແລ່ນຕາມເພິ່ນ
    ກະສົງສານຜູ່ເຖົ້າເອີ້ນ ວ່າບັກຫຼ້າຢ່າຟ້າວໜີ

    ແນວມັນເປັນຈັ່ງຊີ້ ໂຕອ້າຽພີ່ຊີ່ອົດສາ
    ນອນໜາວລົມຢູ່ປາຽນາ ຟັງສຽງຊ່າສາຽລົມເວົ້າ
    ວ່າຖ້ານ້ອງແດ່ເນີ້ອ້າຽ ບໍ່ດົນຊາຽນ້ອງຊິຕ່າວ
    ຄືນມາເປັນຂອງເຈົ້າ ຄົນທີ່ນ້ອງຮັກຜູ່ດຽວ.
  • ຍັງບໍ່ທັນ ເຫັນນ້ຳ ສັງມາຈຳ ໃຫ້ຊື້ແອ່ງ
    ບໍ່ເຫັນ ອົ້ວດອກໄມ້ ສັງສິໃຫ້ ບ່ອງຫູ.
  • ຍິງ
    ຍິງໃດໜ້າແຊ່ມຊ້ອຽ ຮູບຮ່າງເບົາບາງ
    ເລົາຄີງງາມ ສ່ວຍເທິງເມືອໜ້າ
    ແຂນຂົນພ້ອງ ແອວກົມສົມສ່ວນ
    ເນື້ອອ່ອນອ້ວນ ຜີວໜ້າຜ່ອງໃສ
    ຍາມເມືອລີລາຍ້າຽ ກວຽແຂນນວຽນາດ
    ຫຼຽວເບີ່ງວາງວາດໄວ້ ນາງນ້ອຽຄ່ອຽໄປ
    ຍິງແນວນີ້ ຖືກສະໂຫຼກຫຼາຽປະການ
    ຄວນນັບເປັນນາງຄານ ແມ່ເມືອງຈິງແທ້...

  • ຍິງໃດຂາວເຫຼືອງພ້ຽງ ກັດທະນີກ້ວຽບົ່ມ
    ແສງຕາໃສສິ່ງແກ້ວ ໂຕສ້ວຽກ່ອມຜີວ
    ເນື້ອຮາບກ້ຽງ ນົມຕຸ່ມເຕັມງາມ
    ເລົາຄີງນາງ ເກີ່ງກັນກົມກ້ຽງ

    ບໍ່ໄດ້ ສູງ ຕ່ຳແທ້ ສົມສ່ວນພໍດີ
    ມີແຕ່ພໍງາມໆ ສູ່ອັນທັງນັ້ນ
  • ຍິງແນວນີ້ ເປັນເອກນາງຂຸນ
    ຊາຽໃດມີບຸນຫຼາຽ ຈັ່ງໄດ້ຫຼອນຫຼົງພໍ້...
  • ຍິງໃດເອເລທ້ອງ ພຸງຫຼາວອູ້ມບາດ
    ໂສມຮູບຮ້າຽ ບຸນເຈົ້າຫາກມີ
    ຍິງຢ່າງນີ້ ຊັພມາກເຫຼືອຫຼາຽ
    ເງີນຄຳນັບ ໂກດກືກອງລົ້ນ
    ໃຜຫຼົງພໍ້ ໂອມເອົາຊ້ອນເສື່ອ
    ກໍ້ເພື່ອບຸນກໍ່ສ້າງ ຫຼັງພຸ້ນສົ່ງນຳ...
  • ຍິງໃດເສິນເພິນພົ້ນ ກົມແກນໜ້າເນັ່ງ
    ເນື້ອອ່ອນອ້ວນ ກົມສ້ວຽສິ່ງເຫຼົາ
    ຍາມເມື່ອຍົກຍ່າງຍ້າຽ ຖົກບາດຕີນເບົາ
    ຄີງກົມງາມ ປຸນປານຂຽນໄວ້
    ຍິງຢ່າງນີ້ ຊັພມາກລົ້ນ ແກ້ວແກ່ນເງິນຄຳ
    ມູນມັງຫຼາຽ ບໍ່ມີເຄືອງແຄ້ນ
    ຄວານຈັກເປັນຈອມເຈົ້າ ເທວີອົງເອກ
    ທຽມແທບເທົ້າ ທົງສ້າງສືບເມືອງ ແທ້ແລ້ວ
  • ຍິງໃດເວົ້າຈ້ອຽໆ ສຽງອ່ອນໃສເສາະ
    ຄົນຊົງບາງ ສ້ວຽຫົວທາງທ້າຽ
    ກົກເລັບຊ້ຳ ປາຽເລັບມີເຊນ
    ລາຽມືຫຼາຽ ຂື້ນໄປເຖິງຂໍ້
    ມີຕິດຕໍ່ ທັງຂອດກົ້ນຫອຽ
    ຍິງຮູບນີ້ ມີຊັພເຫຼືອຫຼາຽ
    ທັງພາຽສານ ໝູ່ງົວຄວາຽຊ້າງ
    ຄວນໄດ້ເປັນນາງໄທ້ ເທວີອົງເອກ
    ຝູງໝູ່ຍົດຕ່ຳຕ້ອຽ ບໍ່ຄວນໃຫ້ຮ່ວມຮຽງ...
  • ຍິງໃດສົມພາວພ້ຽງ ສີຈັນກ້ຽງອ່ອນ
    ຮູບຮ່າງນ້ອຽ ບາງສ້ວຽດັ່ງເຫຼົາ
    ຕີນມືນັ້ນ ຂາວງາມໃສສ່ອງ
    ຜົມເກດເກົ້າ ດຳເຫຼື້ອມຄ່ອງຄື
    ກໍ້ບໍ່ສູງບໍ່ຕ່ຳແທ້ ທຸກສ່ວນດຳຂາວ
    ມີແຕ່ພໍງາມໆ ສູ່ອັນທັງນັ້ນ
    ຍິງຮູບນີ້ ດີມາກໜັກໜາ
    ສົມພານມີ ຕໍ່ໄປພາຽໜ້າ...
  • ຍິງໃດຂາວເຫຼືອງພ້ຽງ ບາງຕອງເນື້ອຄ່ອງ
    ຜົມເສັ້ນນ້ອຽ ດຳປີ້ອ່ອນນວນ
    ແຂນຂານັ້ນ ຍາວຫຼາຽແພນອ່ອນ
    ຍິງຮູບນີ້ມີຊັພມາກລົ້ນ ເສດຖີເຈົ້າກະບໍ່ປານ...
  • ຍິງບໍ່ມີຊາຽຊ້ອນ ຍິງເກກາງກາດ
    ເປັນຄືດັ່ງກະຕາດຮ້າງ ກາງບ້ານເກືອກຂີ້ຕົມ.
  • ຍິນດີຕ້ານ ຜູ້ໂວຫານນັກປຣາດ
    ອານຸຍາດຜູ່ຂ້າ ປັນຍາປູ້ບໍ່ຄູ່ຄວນ

    ເວົ້າກໍ່ສີຫ້ວນໆ ບໍ່ພໍກ່ວນເປັນກະສາຽ
    ເທິງຢາກອາຽ ພໍປານກັນ ແຕ່ກະສັນ ຜຍອງຕ້ານ
    ພໍໄດ້ກົມ ແກມບ້ານ ເຮືອນຊານ ຂານມ່ວນ
    ເລາະຢອກກວນ ພີ່ນ້ອງ ຄະນອງນ້າວ ຊ່າວໄປ.
  • ຍຸກຂອງດິນສິຫ່າງບ້ານ ສຖານທີ່ອາສັຍ
    ຍ້ອນຕ້ອງໄປຫາເງິນ ຕ່າງເມືອງຈົນລືມບ້ານ
    ຫ່າງເຮືອນຊານ ທີ່ເຄີຽຊົ້ນ ຫ່າງຈາກຄົນ ໄກຈາກຖິ່ນ
    ປຽບຄືດິນຫ່າງບ້ານ ເຮືອນຊານຊົ້ນແມ່ນບໍ່ມີ

    ຕົກມາໃນຍຸກນີ້ ກອງໄຟໃຫຍ່ບໍ່ມີສີ
    ບໍ່ມີຮອດຄວັນໄຟ ແຕ່ຫາກມີຄວາມຮ້ອນ
    ປຽບຄືຕອນໂກທາຮ້າຍ ໄຟ(ໃນ)ຊວງສິຂຸກຸ່ນ
    ຄວາມກາຣຸນສິມອດກ້ຽງ ມີພຽງແທ້ຕັ້ງແຕ່ສູນ

    ໃນຫົວໃຈເຈົ້າສິວຸ້ນ ເຄືອງຂຸ່ນໂກທາ
    ອຸປປະມາຄືກອງໄຟ ໄໝ້ຢູ່ກາງຕາເວັນແຈ້ງ
    ບໍ່ມີສີແສງໄດ້ ໄໝ້ຫົວໃຈຄົນໃຫ້ໝຸ່ນ
    ແຕກເປັນຈຸນໝຸ່ນມ້າງ ທະລາຽລ້າງຫ່າງເພ ເທ້ເດ ພີ່ນ້ອງເອີ້ຽ
  • ຍ້ອນເຈົ້າ ບໍ່ມັກອ້າຽ ສິຂໍບວດເປັນສົງ
    ສິໄດ້ລົງຈຳສິລ ບໍ່ຫ່ວງໃຍສາຊ້ຳ
  • ຫາກເຄີຽ ທຳກັມໄວ້ ແນວໃດ ແຕ່ຊາຕກ່ອນ
    ຫຼອນວ່າບວດ ຊາຕນີ້ ຈັ່ງມາໄດ້ນັ່ງເຫງົາ
    ມີຕັ້ງແຕ່ ຄວາມເສົ້າ ເຈົ້າພາກສິ່ງຫວງແຫນ
    ວ່າສິ ແຂວນຄໍຕາຽ ກະຄິດອາຽ ຊາວບ້ານ
    ເກີນສິທານ ຄວາມເສົ້າ ໃຜເວົ້ານຳ ກະຈົນໜ່າຽ
    ເປັນເອົາແຮງ ດອກອ້າຽ ມັນຫຼາຽລົ້ນ ມັກຜູ່ສາວ
    ມີແຕ່ ເຈັບປວດຣ້າວ ເກີນສິທາວ ຫາໃຈຫຼົ່ນ
    ບໍ່ອາດ ທົນຢູ່ໄດ້ ຈັ່ງສິຊົ້ນ ຫົ່ມພຣະທັມ
    ເວຣຫຼືກັມ ສິນຳຊ້ວນ ຂໍທົບທວນ ໃຜສິວ່າ
    ສິຂໍບວດ ສິກຂາ ໄດ້ເອົາຜ້າຫົ່ມຕູ້ມ ຄຸມເຫຼືອງໄດ້ໄວ້ໃສ່ຄີງ
    ອັນຄວາມຈິງ ຂໍຈົບສີ້ນ ເຣື້ອງອາຈິນ ແນວເຄີຽຜ່ານ
    ໄປຫາທ່ອງ ເຈັດຕຳນານ ຂີດຂຽນອ່ານ ລານພຣະເຈົ້າ ພໍໄດ້ເຂົ້າ ແບ່ງທານ
    ສຽງບໍ່ຫວານ ກະສວດໄດ້ ພອນໃດດີ ກະສິວ່າ
    ເປັນຄູບາ ສອນພະນ້ອຽ  ຜູ່ຄອຽຊີ້ ໃສ່ນັກທັມ
    ວັດປະຈຳ ບິນທະບາດ ໂປຣດຍາດໂຍມ ແຕ່ເຊົ້າຕຣູ່
    ຍາມຝັນດູ໋... ສິບອກໃບ້ ບອກໄທບ້ານ ເພີ່ນສ່ຽງເບີ (ຮ້າໆ... ແມ່ນແນວບໍ່ນໍ້..ບາດນີ້)
    ສິ່ງພົບເຈີ ແນວຄິດຍາກ ລຳບາກແນ່ ກະຍາມແລງ
    ສິຫີວແຮງ ນໍ້ ຊ່ຳໃດ ແຕ່ສິໄຫວ ຢູ່ເດເຈົ້າ
    ມື້ໃດເຫງົາ ລົງເສັຽຫຍ້າ ຕີກອງ ຖ້າໂຍມຊ່ອຽ
    ດີກວ່າ ຄອຽເບິ່ງຟ້າ ຄິດເຫັນໜ້າ ແຕ່ຜູ່ສາວ ໂຍມເອີ້ຽ... ອະມິຕຕະພຸທ...
  • ຍ້ອນໜ້າທີ່ການງານລົ້ນ ຫາຽໄປດົນຢ່າຟ້າວຈົ່ມ
    ບໍ່ໄດ້ຈົມຈຸ່ມສິ້ງ ຫາຽມິ້ງມ່າຽຈາງ.
  • ຍ້ອນວ່າ ເປັນຂວານຮ້າງ ເພພັງພໍ້ໄມ້ອ່ອນ
    ເງືອດຈົນຖອນເມື່ອຽລ້າ ເປືອກໜ້າກະບໍ່ໄຫວ
    ຄືຈັ່ງໃຈຂອງນ້ອງ ບໍ່ອາດຄອງເປັນຂອງພີ່
    ວາສນານໍ້ ສ່ຳນີ້ ມາຫຼ້າ ຊ້າກວ່າເຂົາ
  • ຍ້ອນວ່າໃຈເປັນໄຂ້ ມອງທາງໃດ ກະບໍ່ສວ່າງ
    ຖືກສາວລວງ ຫຼອກຕົ້ມ ຣະບົມຊ້ຳ ກ່ຳໝອງ
  • ຍ້ອນວ່າ ໃຈປະສົງເວົ້າ ຈັ່ງໄດ້ເອົາເຂົ້າມາວ່າ
    ປະສົົງຈາກ່າວຕ້ານ ຈັ່ງໂງໂຄ້ງຕ່າວມາ
  • ຍ້ອນວ່າ ຢາກໜຸນເກື້ອ ຈັ່ງຂີ່ເຮືອເຂົ້າມາແວ່
    ຈັ່ງວ່າມັກຄັກແທ້ ເຖິງຄຳເວົ້າບໍ່ຄ່ອງຄື
    ຢ່າໄດ້ຖືຄຳໂອ້ ໂລເລໄປຕາມຊ່າວ
    ຄັນແມ່ນຕິໃຫ້ໍຊ່ອຽເວົ້າ ຊຸມເຈົ້າໃຫ້ຊ່ອຽດູ.
  • ຍ້ອນວ່າຄິດຮອດອ້າຽ ຈຶ່ງໄດ້ແບກບັນຊີມາ
    ຍ້ອນວ່າມີຄຳຈາ ຈັ່ງໄດ້ວຽນມາເວົ້າ
    ໜີ້ເຮົາຫຼາຍເຫຼືອລົ້ນ ສຸດຊິທົນແລ້ວລະພີ່
    ຊິຫຼົບໜ້າຫຼົບຕາ... ຄືຊິມາເຫຼັ້ນໝາກລີ້ ຊິວີຄ້ອນໃສ່ຫົວ ກ່ອນນາ...
  • ຍ້ອນວ່າດຳຂີ້ຫຼີ້ ພີ່ຈຶ່ງຂີ່ເຮືອກາຽ
    ຍ້ອນວ່າດຳຄອຍລອຍ ພີ່ຈຶ່ງພາຍເຮືອເວັ້ນ
    ຢ່າມາເປັນຍັງກ້າງ ຂວາງທາງທຽວໄຕ່
    ຫາຫຼະໄປທ່ຽວຫຼິ້ນ ດົງດ້າວດ່ານໄພ.
  • ຍ້ອນວ່າທຸກຍາກໄຮ້ ຈຶ່ງເຮັດໄຮ່ນາສວນ
    ຍ້ອນຟ້າຝົນບໍ່ຮວຽຮຳ ຈັ່ງຣະກັມເຄືອງແຄ້ນ
    ແດນເຮົາຮອຽເທິງແຫ້ງ ແດນກັນດານນ້ຳຂາດແອ່ງ
    ຍາມອຶດຢາກປາກແຫ້ງ ສິນອນແລ້ງຢູ່ຈັ່ງໃດ
    ໄປທຳງານໄກບ້ານ ຈາກເຮືອນຊານພາກພໍ່ແມ່
    ຂັດສົນຍາກຈົນແທ້ ຈັ່ງມາແຫຍ້ຢູ່ຖິ່ນໄກ
  • ຍ້ອນວ່າ ບັນຊີທີ່ຕິດໄວ້ ໃນໃຈຢ່າບອກເພິ່ນ ເດີ້ນາງ
    ໃຫ້ຂາຍເຂົ້າເປືອກເກິ່ນ ຊິເອົາເງິນໃຫ້ນ້ອງ ຂໍພ້ອມແຕ່ງດອງ

    ເຮົາຈັກບອກພີ່ນ້ອງ ຍາດມິດທັງຫຼາຍ
    ໃຫ້ເພິ່ນມາກິນດອງ ແຕ່ງງານຄາວນີ້
    ອັນວ່າຊຸມເງິນໜີ້ ທາງຊາຍຊິມວນມອບ
    ຫອບມາເທໃຫ້ເຈົ້າ ຍາມເຂົ້າສູ່ຂວັນ.