ໝວດທີ່ເປັນ ຄຳໂຄງ ພາສິດ (ໂຄງສາຣະວິລາສິນີ) (ຈາກຄັມພີໂລກະນິຕິ) ບັນດິດບັ້ນ ໃຜຫ່ອນສ້ຽມ ໜາມຢູ່ເທິງພູ 
ໃຜຫ່ອນເອົາຢາຕາ ຢອດຕານາງເນື້ອ 
ໃຜຫ່ອນອົບຫອມໃຫ້ ອຸບົນອັນເກີດ ຕົນນັ້ນ
ລູກສກຸນກິ່ນເອົ້າ ຫອມດ້ວຍສາຕຕະສິລ 
 ການຮ່ຳຮູ້ຄນິດ ສາຕຄຳນວນ 
ສຖາປັດທັງ ວິສສະວະກັມການສ້າງ 
ຂຽນແຜນຮູ້ ຈິຕຕະກັມແຕ້ມແຕ່ງ 
ເປັນຫູຣາຮຽນຮອບຮູ້ ທວາຍຄີ້ວເຫດການ 

ຮອບຮູ້ດ້ວຍ ນາຕຕະສາຕນົນຕຣີ 
ທຳເພບຂົບ ກ່ອມຜະສົມປະສານເຊີ້ງ 
ທວາຍໃນນີ້ວ ຄເນຫວນຫາເຫຕ
ເພງໜ້າໄມ້ ປືນພ້ອມແນ່ຍິງ 

ຮູ້ພາກພ້ອງ ສຳພາດຈາຣະຈາ 
ຮຽນເປັນໝໍ ພຍາດປອງປົວໄຂ້ 
ຮຽນລະຄອນຫຼີ້ນ ຕລົກເຮຜວນມ່ວນ ເປັນຕົ້ນ
ຮຽນເຊີງໄຕເພດສ້ຽງ ຈຸບຊັ້ນເພດພາມ 

ຮຽນໝູ່ກົນຫຼອກຫຼິ້ນ ມາຍາສາດຫຼາຍກະບວນ 
ຮຽນແຕ່ງໂຄງກອນກົດ ກາບກະວີມີຖ້ວນ 
ຮຽນເປັນຄົນເຂົາໃຊ້ ທຳການຣາຊທູດ 
ຮຽນໝູ່ໄສຍະສາດເຮື້ອງ ແຮງດ້ວຍເວດມົນ 

ຮຽນຮ່ຳຮູ້ ທວນເຫຕຫາຜົນ 
ອັນມີຄວາມຈິງໃຈ ແນ່ນອນມີພັ້ງ 
ເຊີ່ງເປັນຄວາມຄົງໝັ້ນ ຫັທທະຍັງຄວນເຊື່ອ 
ອົງທີ່ທ້າຍ ສຸດນີ້ສາຕຕະສິນ 
 ກິນເສບສ້ອງ ເມຖຸນເນັ່ງນອນຫຼັບ 
ທຽນຍ່ອມມີໃນງົວ ໝູ່ຄົນເຮົາຖ້ວນ 
ວິຊາການໃຫ້ ເປັນຄົນສົມຊື່ 
ຄົນບໍ່ຮຽນຮ້ຳຮູ້ ສເມີດ້າມດັ່ງງົວ ນັ້ນແລ້ວ 
 ກົບໂຕນ້ອຍ ນັ່ງຢ່ອງໆເໝືອນສີຍາມ
ຖືກກາສັບກິນ ຮ້ອງປີເຢຫຼົວຖ້ອຍ 
ຄົນຜຍາໄຮ້ ທຳທີທຽມປາດ 
ຖືກຜູ້ຮູ້ແຈ່ມແຈ້ງ ຖາມໃບ້ຖືກຄຳ ອັະໆ 
 ຄ້ຽວໝາກແລ້ວ ບໍ່ມີໃສ່ຢາປົນ ແຊບລື 
ຄົນຈົນສັບ ແຕ່ງໂຕເຕັມເອ້
ຄ່ອງລືແກງບໍ່ມີເກືອແອ້ມ ເອົາໃດມາແຊບ 
ຄົນບໍ່ມີຮ່ອມຮູ້ ຖແລງຖ້ອຍໜ່າຍຟັງ 
 ໃຜຫ່ອນສ້ຽມ ໜາມຢູ່ເທິງພູ 
ໃຜຫ່ອນເອົາຢາຕາ ຢອດຕານາງເນື້ອ 
ໃຜຫ່ອນອົບຫອມໃຫ້ ອຸບົນອັນເກີດ ຕົນນັ້ນ
ລູກສະກຸນກິ່ນເອົ້າ ຫອມດ້ວຍສາຕຕະສິລ 
 ການຮ່ຳຮູ້ ຄນິດສາຕຄຳນວນ 
ສຖາປັດທັງ ວິສສະວະກັມການສ້າງ 
ຂຽນແຜນຮູ້ ຈິຕຕະກັມແຕ້ມແຕ່ງ 
ເປັນຫູຣາຮຽນຮອບຮູ້ ທວາຍຄີ້ວເຫດການ 

ຮອບຮູ້ດ້ວຍ ນາຕຕະສາດນົນຕຣີ 
ທຳເພບຂົບ ກ່ອມຜະສົມປະສານເຊີ້ງ 
ທວາຍໃນນີ້ວ ຄເນຫວນຫາເຫຕ
ເພງໜ້າໄມ້ ປືນພ້ອມແນ່ຍິງ 

ຮູ້ພາກພ້ອງ ສຳພາດຈາຣະຈາ 
ຮຽນເປັນໝໍ ພຍາດປອງປົວໄຂ້ 
ຮຽນລະຄອນຫຼີ້ນ ຕລົກເຮຜວນມ່ວນ ເປັນຕົ້ນ
ຮຽນເຊີງໄຕເພດສ້ຽງ ຈຸບຊັ້ນເພດພາມ 

ຮຽນໝູ່ກົນຫຼອກຫຼິ້ນ ມາຍາສາຕຫຼາຍກະບວນ 
ຮຽນແຕ່ງໂຄງກອນ ກົດກາບກະວີມີຖ້ວນ 
ຮຽນເປັນຄົນເຂົາໃຊ້ ທຳການຣາຊທູດ 
ຮຽນໝູ່ໄສຍະສາດເຮື້ອງ ແຮງດ້ວຍເວດມົນ 

ຮຽນຮ່ຳຮູ້ ທວນເຫດຫາຜົນ 
ອັນມີຄວາມຈິງໃຈ ແນ່ນອນມີພັ້ງ 
ເຊີ່ງເປັນຄວາມຄົງໝັ້ນ ຫັທທະຍັງຄວນເຊື່ອ 
ອົງທີ່ທ້າຍ ສຸດນີ້ສາຕຕະສິນ 
 ກິນເສບສ້ອງ ເມຖຸນເນັ່ງນອນຫຼັບ 
ທຽນຍ່ອມມີໃນງົວ ໝູ່ຄົນເຮົາຖ້ວນ 
ວິຊາການໃຫ້ ເປັນຄົນສົມຊື່ 
ຄົນບໍ່ຮຽນຮ້ຳຮູ້ ສເມີດ້າມດັ່ງງົວ ນັ້ນແລ້ວ 
 ກົບໂຕນ້ອຍ ນັ່ງຢ່ອງໆເໝືອນສີ 
ຍາມຖືກກາສັບກິນ ຮ້ອງປີເຢຫຼົວຖ້ອຍ 
ຄົນຜຍາໄຮ້ ທຳທີທຽມປາດ 
ຖືກຜູ້ຮູ້ແຈ່ມແຈ້ງ ຖາມໃບ້ຖືກຄຳ ອັະໆ 
 ຄ້ຽວໝາກແລ້ວ ບໍ່ມີໃສ່ຢາປົນ ແຊບລື 
ຄົນຈົນສັບ ແຕ່ງໂຕເຕັມເອ້ ຄ່ອງລື
ແກງບໍ່ມີເກືອແອ້ມ ເອົາໃດມາແຊບ 
ຄົນບໍ່ມີຮ່ອມຮູ້ ຖແລງຖ້ອຍໜ່າຍຟັງ 
 ຄົນແກ່ນກ້າ ເຊັງຊ່າເຊີງເສິກ 
ບໍ່ມີສັຕຕາວຸດ ກໍບໍ່ມີເຊີງຮູ້ 
ເຂົາມິນຳຕົນເຂົ້າ ມໍຣະພູມຍ້າຍອອກ 
ເໝືອນໝູ່ທວາຍປາດພ້ອມ ຝູງຄ້າທ່ອງທຽວ

ເຂົານັ້ນ ຜິຈັກເດີນດຸ່ງດ້າວ ແດນອື່ນອັນປະສົງ
ເຍື່ອງໃດປາດມິມີຄັມພີ ກໍໄປ່ເດີນແດນດ້າວ 
ຊຸມໝູ່ທຽວທາງພ້ອມ ພານິຊາເດີນປະເທດ ກໍດີ
ບໍ່ມີ ຝູງເພື່ອນພ້ອມ ພໍເຕົ້າກໍໄປ່ໄປ 
 ຄົນນ້ອຍຮຽນຮ່ຳຮູ້ ວິຊາສາດໜ່ອຍດຽວ 
ແຕ່ມັນສຳຄັນຕົວ ວ່າສູດຮຽນເຖິງຖ້ວນ 
ຄືຄູ່ກົບຕົວນ້ອຍ ນອນເນົາໃນບໍ່ ສ້າງນັ້ນ ຍັງໄປ່ເຫັນແມ່ນ້ຳ ທະເລກວ້າງວ່າບໍ່ຕົນ ເລິກແລ້ວ 
 ຄົນຜູ້ເປັນປາດນັ້ນ ລືປະກາດສູ້ຊັບ 
ບໍ່ບອກຄວາມໃນໃຈ ເດືອດແດດອມໄໝ້ 
ທຸຈຣິດແຈ້ງ ມີໃນເຮືອນຢູ່ ບໍ່ບອກ
ບໍ່ບອກຖືກຫຼອກລໍ້ ລວງພ້ອມໝິ່ນແຄນ ແກ່ໃຜ 
 ຄົນຜູ້ຟັງຕ່ອມຕັ້ງ ຫູໃສ່ຄຳສອນ 
ຊື່ວ່າເຕັມໃນໃຈ ເພື່ອຟັງຈຳແຈ້ງ 
ເຂົາຍ່ອມຈຳເຣີນດ້ວຍ ການຟັງຜຍາປ່ອງ 
ຮູ້ປໂຍດດ້ວຍ ຜຍາສ້ຽມສົ່ງຄວາມ ສຸກແລ້ວ 
 ຄົນຢ່າມອນໝິ່ນດ້ວຍ ການສູດຮຽນສີນ ວ່ານ້ອຍ 
ຄວນຄນິງສີລປະ ສາຕໂຮມຮຽນໄວ້ 
ທຳໂພນພ້ຽງ ພູນດິນໂດຍປວກ ແມ່ນບໍ່ 
ຢົດຢາດນ້ຳ ຕົກຍ້ອຍຍ່ອມເຕັມ ແອ່ງນ້ຳ 

ຮຽນສູຕນັ້ນ ແສນຍາກໜັກຈິດ 
ໂດຍທີ່ພຽນຮຽນໄປ ຊູ່ວັນມີຢັ້ງ 
ມັນຈັກພັທທະນາຂຶ້ນ ຕາມວັນວຽນປະກອບ 
ເຕັມຮອບຮູ້ ເຫິງມື້ຈິ່ງສຳເຣັດແລ້ວ 
 ຄົນມີໄດ້ຮ່ຳຮູ້ ຮຽນແຕ່ວັຍປະຖົມ 
ມິໄດ້ເກັບຫອມຊັບ ເມື່ອວັຍສອງໄວ້ 
ມິໄດ້ບຳເພັນແຈ້ງ ໃນທັມວັຍທີ່ ສາມນັ້ນ 
ວັຍສີ່ນັ້ນ ຈັກທຳໄດ້ສິ່ງໃດ ເດທ່ານ 
 ຄົນໝູ່ນີ້ ຄວນກ່າວຄຳຫາ 
ເປັນອຸມມັດ ເພດພຽງຄົນບ້າ 
ຄົນໂຮມໄຮ້ ເງິນຄຳສແວງໃສ່ 
ຫາກິນຂອງແຊບຊ້ອຍ ເລິງລ້ວນຄ່າແພງ 

ຄົນມາກເຄົ້າ ກັນຂົ່ມຄົນດຽວ 
ເຊິ່ງບໍ່ມີແຮງຮັບ ອ່ອນລະອາໂອຍຢ້ານ 
ຄົນບໍ່ມີຜຍາສ້ຽມ ໂວໆອວດສລາດ 
ຊອບແຕ່ອ້າງອວດຖ້ອຍ ທາງເວົ້າເລົ່າຖແລງ 
 ຄົນຮ່າງຮ້າຍ ທັງເຫຼົ່າຊາຍຍິງ 
ມັກຊອບທຳເສັງສຽງ ປາກດັງຫຼາຍຖ້ອຍ 
ຄົນຜຍານ້ອຍ ໂປໆປ່າວປະກາດ 
ເໝືອນໝໍ້ມີແຕ່ນ້ຳ ໃນໜ້ອຍຄອກຄອນ 

ຫຼືດັ່ງງົວແມ່ແຫ້ງ ນົມຂາດໃນຝູງ 
ມັນຈັກທຳອາການ ຫວັ່ນໄຫວຫວັງອ້າງ 
ວ່າມັນເປັນງົວແລ້ວ ກໍມີນົມເໝືອນໝູ່ 
ຫ່າເຈົ້າຂອງບີບຄັ້ນ ນົມນ້ຳບໍ່ມີ ຖ່ອຍແທ້ 
 ສິລລະປະສາຕຊ້າ ຮຽນຮ່ຳພຽນສງວນ 
ຄົນສແວງຫາຊັບ ກໍຄ່ອຍພຽນພາຍຊ້າ 
ເຖິງປີນຂື້ນ ພູສູງຄອຍຈ່ອງ ຂື້ນເຖີ້ນ
ເສບແຕ່ພຽງນ້ອຍໆ ກາມມະພ້ອມໂກດເຄັມ ໜ່ອຍນຶ່ງ 

ຮູບຣົດດ້ວຍ ສຸຄົນຊາດແລສຽງ 
ສັມພັດໂຮມ ຮຽກກາມມະຄຸນຫ້າ 
ເພີງວິຈານໃຈແຈ້ງ ທັມມະດາຂອງໂລກ 
ຮູ້ແລ້ວເສບແຕ່ນ້ອຍ ຢ່າມົວເຝົ້າໄຝ່ກະສັນ 

ທ່ານກ່າວໄວ້ ສິລລະປະສາດຄວນປະສົງ 
ຄັມພີມີສິບ ແປດອົງຄວນຮູ້ 
ການຮຽນຮູ້ ພາສາຫຼາຍຊາດ 
ແລຮອບຮູ້ ກະບິນບ້ານຮີດເມືອງ ສິດໃດຮຽນຮ່ຳໄດ້ ໂດຍໂລບສິລປະຄຸນ 
ຮຽນໄປຫຼາຍ ຈືຄວາມມີໄດ້ 
ເຂົາຈັກຄືຄົນໃບ້ ຝັນເຫັນເຮືອງລ່າຍ 
ເຂົາມິອາດກ່າວຖ້ອຍ ຕາມບັ້ງສູດຮຽນ ໄດ້ເດ
 ສ່ວນວ່າຜູ້ກຽດຄ້ານ ສິລປະສາດຈັກມີ ໄດ້ລື
ຍາກແກ່ເງິນຄຳຫາ ເພື່ອບໍ່ມີຄວາມຮູ້ 
ຄົນຜູ້ໂຫຍຫີວໄຮ້ ເງິນຄຳມິດບໍ່ແກວ່ນ 
ສຸກບໍ່ມີທໍ່ກ້ອຍ ຄົນໄຮ້ໂພຄສິນ 

ບຸກຈັກມີແກ່ຜູ້ ເຂີນຂາດຄວາມສຸກ ໄດ້ລື
ຄົນບໍມີບຸນ ຈັກຈວບນິພພານລືໄດ້ 
ໃຜຜູ້ຈົງໃຈໄດ້ ວິຊາຄຸນສິລປະສາດ 
ຢ່າໄດ້ທຳກຽດຄ້ານ ຄວາມຮູ້ຮ່ຳຮຽນ ຮີບເຖີ້ນ 
 ຊາຍຫຼໍ່ດ້ວຍ ຮູບໜຸ່ມງາມໂສມ 
ສົມພົບໃນສະກຸນດີ ຊ່າໄກກຽນກວ້າງ 
ແຕ່ວ່າເປັນຄົນໄຮ້ ວິຊາຄຸນຄວາມປະເສີດ 
ຄືດອກຈານເຮື່ອຕົ້ນ ແດງເຂັ້ມກິ່ນບໍ່ມີນັ້ນແລ້ວ 
 ຊັບເອີບອຸ້ມ ໃຈປຽບວິຊາຄຸນ ບໍ່ດີດາຍ 
ສັຕຕຣູໃດ ບໍ່ທໍ່ໂຣຄາຮ້າຍ 
ຮັກໃດດ້າມ ສເມີຕົວຫາຈວບ ໄດ້ລື 
ແຮງເຮັ່ງຮ້ອນ ສເມີດ້ວຍດັ່ງກັມ ບໍ່ມີແລ້ວ 
 ຊັບປຽບດ້ວຽ ສິລປະສາດໄກເກີນ ຍິ່ງແລ້ວ
ໂຈນບໍ່ມີມາ ລັກສາຕຕະສິນເສັຽໄດ້ 
ວິຊາຄຸນຮູ້ ຄືສະຫາຍແສນສ່ຽວ ໂລກນີ້
ໂລກໜ້າສຸກຫຼັ່ງເຂົ້າ ໂຮມເຮົ້າສ່ວນສະບາຍ 
 ຊັພຫຼັ່ງເຂົ້າ ໃນຣາຊຄັງຫຼວງ 
ຣາຊາພຣະ ບໍ່ອີ່ມເອືອມໃຈໄດ້ 
ບັນດິດເວົ້າ ຄວາມດີມີໜ່າຍ ເປັນແລ້ວ 
ທະເລໜ່າຍນ້ຳ ຕາຊ້ຳໜ່າຍດູ ເປັນລື 
 ດູລາລູກອ່ອນນ້ອຍ ເຈົ້າຮີບເຮັ່ງຮຽນສິນ ພໍ່ເຖີ້ນ
ຄົນບໍ່ມີຄຸນຄວາມ ເວທທະຍາຄົມຮູ້ 
ເຂົາຈັກທຳການຈ້າງ ຫຼັງໜຸນແບກບ່າ 
ເຈົ້າຈິທຳເມື່ອຍຄ້ານ ປະສົງດ້ວຍສິ່ງໃດ ລູກເອີຍ 

ຄົນທີ່ຮູ້ ວິຊາສາຕຄົນນັບ ຖືແລ້ວ
ຝູງຄົນໃນໂລກາ ຊື່ນສະອອນໃຈດ້ວຍ 
ເດີນໄປດ້າວ ແດນໃດເຂົາຂາບ ຖ້ວນແລ້ວ
ລູກຈົ່ງຮຽນຊູ່ມື້ ຍາຄ້າງຂາດຄາວ ຫັ້ນເຖີ້ນ 
 ຕອງຫໍ່ຫຸ້ມ ພັນທ່ອນກຣິສນາ 
ໃບກໍເລີຍຫອມຫວນ ກິ່ນຂະຈວນກະຈາຍຟົ້ງ 
ຄົນຜູ້ເສວະນາດ້ວຍ ທີຣະຊົນປາດເປື່ອງ 
ເຂົາກໍຕວຍໄຕ່ເຕົ້າ ຕາມເສັ້ນປຣາດສອນດັ່ງນັ້ນ 

ບັ້ນຫ່ານີ້ ສຸດພາກບັນດິດ ກ່ອນແລ້ວ
ໄວ້ແກ່ໄຕຕອງດູ ປໂຍດໃນຄຳເຄົ້າ 
ຜິວ່າສົມຄວນເຕົ້າ ປອງປົວຕາມໄຕ່ 
ກໍຂໍເຊີນໃສ່ໄວ້ ໃນແກ້ວແວ່ນໃຈ ຫັ້ນເຖີ້ນ 
 ນັກປຣາດເຈົ້າ ອີງແອບບັນດິດ 
ຍາມດຽວພລັນ ເພື່ອນຟັງທັມຮູ້ 
ຄືຄູ່ຊີວກາຮູ້ ຊິມແກງເຄັມຈືດ ຈາງນັ້ນ 
ພານປຣາດຮູ້ ບໍ່ມີໄດ້ດັ່ງກັນ ດອກທ່ານ 
 ບໍ່ຄວນຄຶດວ່ານ້ອຍ ຮຽນສິ່ງດຽວຈຸບ 
ເຖິງວ່າມີແນວດຽວ ກໍຍ່ອມຄູນຄົນຮູ້ 
ຂໍແຕ່ຊຳນານແທ້ ວິຊາຄຸນຈຸບຈອດ 
ຍ່ອມຈັກລ້ຽງຊີບໄດ້ ສະບາຍດ້ວຍເດດສິນອັນນັ້ນ 
 ບັນດິດຮູ້ ເຫດແຈ້ງສາມພາກ ພໍດີ 
ຄືຮູ້ຄຳຈາຣະຈາ ແຫ່ງຕົນພໍດ້າມ 
ຮູ້ໃນຄວາມຮັກດ້ວຍ ສົມຄວນກັບສະພາບ 
ຮູ້ໂກດເຂັ້ມ ສົມດ້ວຍມາຕຖານ 
 ຜິວ່າໄດ້ຂ່າວແຈ້ງ ມີສາສະດາຈານ ແຫ່ງໃດ
ຜູ້ມີໃຈຈົງຮັກ ສາຕຕະສິລສແວງພໍ້ 
ກໍຈົ່ງອົດສາຕັ້ງ ໄປສະຖານທ່ານຢູ່ 
ກົ້ມກາບໄຫວ້ ຂໍຮູ້ສາຕຕະສິລ 
 ຜິວ່າພານຊົ່ວຊ້າ ເຂົ້ານັ່ງນຳຄູ 
ຈົນກວ່າຖອງເຖິງຕາຍ ກໍໄປ່ມີຄວາມຮູ້ 
ທຽມດັ່ງຈອງຕັກຕົ້ມ ແກງວັນພັນເລົ່າກໍດີ
ມັນບໍ່ຮູ້ຣົດສົ້ມ ເຄັມໄດ້ຊົ່ວເພ 
 ພໍ່ແມ່ນັ້ນ ຄືຊາດສັຕຕຣູ ເວນແລ້ວ
ເພາະບໍ່ເອົາບຸດຮຽນ ແຕ່ຍັງຍາມນ້ອຍ 
ບຸດບໍ່ມີຄວາມຮູ້ ກາງສະພາລືສະງ່າ ໄດ້ເດ
ປຽບນົກຍາງໂງ່ໃບ້ ກາງພ້ອງເຜົ່າຫົງ ນັ້ນແລ້ວ 
 ມະນີຮ່ອນຮູ້ ມີທົ່ວພູຜາ 
ຄຸດຄະຊາຈັກ ຫ່ອນມີຊູ່ໂຕຊ້າງ 
ຈັນບໍ່ມີໃນດ້າວ ແດນໄພຖ້ວນແຫ່ງ 
ນັກປຣາດເຈົ້າ ບໍ່ມີພໍ້ທົ່ວໄປ 
 ລັກຂນະຄົນຊົ່ວຊ້າ ຫິມະຊາດສາມປະການ ດັ່ງນີ້
ເຂົາບໍ່ຊວນເຊີນໄປ ສູ່ເຮືອນເຂົາຂຶ້ນ 
ເຂົາບໍ່ທັນຖາມເວົ້າ ຫຼາຍຄວາມຟັງບໍ່ຖືກ 
ຄົນທີ່ເວົ້າອວດອ້າງ ຄຸນເອ້ໃສ່ໂຕ 
 ລູກສະກຸນຕ່ຳຊ້າ ຂຶ້ນສູ່ອັຄຖານ 
ເປັນມຫາມຸນຕຣີ ແຫ່ງຣາຊາເຈົ້າ ກໍມີ 
ບຸນຄົນຊ້າ ພານຊົນເປັນປຣາດ ກໍມີ
ຄົນຜູ້ໄຮ້ຊັບໄດ້ ຖເລີງຊັ້ນເສດຖີ ກໍມີ 

ໃຜບໍ່ຮູ້ໂຊກຮ້າຍ ຜີແຫ່ງໃຜໆ 
ເກີດເປັນຄົນຄືກັນ ຢ່າໝິ່ນແຄວນຄົນຫຼີ້ນ 
ຄົນຜູ້ຕົນດີແລ້ວ ເຫັນຄົນຄືບໍ່ແມ່ນ ຄົນນັ້ນ
ນັ້ນເພີ່ນເອີ້ນວ່າບ້າ ລືມຊັ້ນຊາຕຄົນ ຖ່ອຍແລ້ວ 
 ຫົງຫ່ອນເຮື້ອງ ກາງໝູ່ກາດຳ 
ຣາຊສີເສັຽເງື່ອມງາມ ຢູ່ກາງງົວລ້ອມ 
ອັສສະດອນມ້າ ລືງາມກາງໝູ່ລວາ ລືນັກປຣາດ
ກາງໝູ່ຊ້າງ ງາມນ້ອຍກໍໄປ່ມີ 
 ອັນຊ່າງໝໍ້ ຕີຕ່ອຍຫຼາຍຫຼົບ 
ເຂົາມິໝາຍທຳລາຍ ແຕ່ປະສົງກົມກ້ຽງ 
ອາຈານດ້ວຍ ຄູບາສອນສັ່ງ ສິດນັ້ນ
ຕີເພື່ອໃຫ້ຈື່ຮູ້ ມິຫວັງໃຫ້ຈຸ່ມອະບາຍ 
 ອັນຈັກຮູ້ເລິກຕື້ນ ປະມານເບິ່ງວາຣີ 
ສາຍບົວມີ ບອກປະມານເມີນຮູ້ 
ສະກຸນຄົນນັ້ນ ກິຣິຍາມີປະກອບ 
ຫຼັກແລະໃບ້ ຫອມຮູ້ໂຈດຖາມ 

ຣົດແຜ່ນພື້ນ ພູມພາກດີຊາມ ສ່ຳໃດ
ແຍງສູ່ຣຸກຂາຕິນນະ ຊາດມີໃນພື້ນ 
ໃບຂຽວຄ້ອມ ຫຼືວ່າມີແຫ້ງຫ່ຽວ 
ມັນບອກໃຫ້ ປະມານຮູ້ຣົດດິນ