ເທພເຈົ້າຕ່າງໆ ທ່ານ Otto Strouss ກ່າວໄວ້ວ່າ ລັດທິອຸປນິສັດນັ້ນ ມີເຫດຜົນຫຼາຍຢ່າງ ທີ່ມີເຈຕຕະນາ ຈະເລີດນັບຖືພຣະເຈົ້າ ຈະໃຫ້ມີແຕ່ພຣະພຣົມອົງດຽວ ແຕ່ລັດທິອຸປປະນິສັດ ສູງເກີນໄປ ພາໃຫ້ເຂົ້າໃຈຍາກ ສຳລັບຄົນທົ່ວໄປ ທີ່ຍັງບໍ່ເຂົ້າໃຈລັດທິ ອຸປປະນິສັດ ທີ່ຍັງຄົງນັບຖືເທພພະເຈົ້າຢູ່ ພວກພຣາມກໍບໍ່ກ້າບອກໃຫ້ເລີກ ເທພພະເຈົ້າເດີມຍັງມີຢູ່ ນອກຈາກເທພພະເຈົ້າທີ່ມີຢູ່ແຕ່ເດີມແລ້ວ ໃນສມັຍທີ່ຍັງໄດ້ສ້າງ ເທພພະເຈົ້າຂຶ້ນມາຕື່ມອີກ ເພາະຄົນຍັງນັບຖືເທພພະເຈົ້າຢູ່ ພວກພຣາມຈຶ່ງບໍ່ສາມາດຢຸດສ້າງເທພພະເຈົ້າ ຂໍ້ຄວນສັງເກດຢ່າງນຶ່ງກໍຄື ສາສນາພຣາມ ເປັນສາສນາ ທີ່ເອົາຄຳສອນໄປຫາຄົນ ຕ່າງຈາກສາສນາພຸທ ເອົາຄົນເຂົ້າຫາຄຳສອນ ດ້ວຽລັກສະນະດັ່ງກ່າວນີ້ ສາສນາພຣາມຈຶ່ງສາມາດ ຄົງຕົວຢູ່ໄດ້ ໃນປະເທດອິນເດັຽ ສືບມາເທົ້າທຸກວັນນີ້. ເທພພະເຈົ້າ ທີ່ນະນຳມາສຶກສາໃນຕອນນີ້ ມີດັ່ງນີ້: ພຣະອັງຄານ ຖືວ່າເປັນເທພພະເຈົ້າ ທີ່ຢູ່ໃນລັກສະນະເຂັ້ມແຂງ ເທພພະເຈົ້າແຫ່ງເລືອດ ເທພພະເຈົ້າແຫ່ງສົງຄາມ ບາງຕຳຣາກ່າວວ່າ ພຣະອັງຄານ ເປັນບຸດເກີດຈາກນາງທໍຣະນີ ບໍ່ຊາບບິດາ ສມັຍອິນດູກ່າວວ່າ ພຣະວິສສະນຸເປັນຜູ້ສ້າງພຣະອັງຄານຂຶ້ນ ຈາກຄວາຍ ແປດໂຕ.
 ພຣະພຸດ ເປັນເທພພະເຈົ້າແຫ່ງປັນຍາ ເໝືອນກັບພຣະປະຫັດ ແຕ່ເປັນໄປໃນທາງວາທະສິນ ບາງຕຳຣາວ່າ ເປັນບຸຕຂອງພຣະຈັນ ເກີດຈາກນາງດາຣາ ບາງຕຳຣາວ່າ ເປັນບຸຕຂອງນາງໂຣຫິນີ ພວກຮິນດູວ່າ ພຣະອິສວນ ສ້າງພຣະພຸດຂຶ້ນຈາກຊ້າງ ສິບເຈັດໂຕ.
 ພຣະສຸກ ເປັນເທພພະເຈົ້າແຫ່ງຄວາມສວຍງາມ ແລະຄວາມຮັກ ບໍ່ພຽງແຕ່ຮັກຣະຫວ່າງຄູ່ຮັກທໍ່ນັ້ນ ຍັງເປັນຄວາມຮັກຣະຫວ່າງປະຊາຊົນທົ່ວໄປ ເປັນເທພພະເຈົ້າແຫ່ງໄມຕຣີ ມີລັກສະນະເປັນ ນັກປຣາດຫຼາຍກວ່າຢ່າງອື່ນ ແຕ່ບໍ່ຄ່ອຍເປັນ ເພື່ອນກັບພຣະປະຫັດ.
 ພຣະເສົາ ເປັນເທພພະເຈົ້າແຫ່ງກະສິກັມ ໄດ້ຮັບມອບໝາຍ ໃຫ້ເບິ່ງແຍງຮັກສາຣະດູວະສັນ ຄືຣະດູໃບໄມ້ປົ່ງ ໂດຽລຳພັງຕົນເອງ ເປັນເທພພະເຈົ້າແຫ່ງຄວາມດີ ບໍ່ໂຫດຮ້າຍ ເປັນມິດກັບພຣະຣາຫູ ທີ່ບໍ່ຄ່ອຍມີມິຕ ບໍ່ຖືກກັບພຣະອັງຄານ.
 ພຣະຣາຫູ ຢູ່ໃນພວກອາສູນ ຈຶ່ງບໍ່ຖືກກັບ ເທວະດາທັງຫຼາຍ ນອກຈາກພຣະເສົາ ມີເຣື່ອງເລົ່າວ່າ ເມື່ອເທພພະເຈົ້າທັງຫຼາຍ ຮ່ວມກັນເຮັດນ້ຳອະມະຣິດ ພຣະຣາຫູປອມຕົວເປັນເທວະດາ ເຂົ້າໄປດື່ມນ້ຳອະມະຣິດ ພຣະອາທິຕ ກັບ ພຣະຈັນ ເຫັນ ຈຶ່ງໄປຟ້ອງພຣະນາຣາຍ (ເທພພະເຈົ້າສມັຍຮິນດູ) ພຣະນາຣາຍຈິ່ງເອົາຈັກຂວ່າງໃສ່ພຣະຣາຫູຂາດກາງໂຕ ແຕ່ພຣະຣາຫູໄດ້ກິນນ້ຳ ອະມະຣິດແລ້ວ ຈຶ່ງບໍ່ຕາຍ ຈຶ່ງພຍາບາດ ພຣະອາທິຕແລະພຣະຈັນ ຫາໂອກາດຈັບກິນຢູ່ສເມີ ອັນເປັນຕົ້ນເຫຕ ສຸຣິຍຸປະຣາຄາ ແລະ ຈັນທະຣຸປະຣາຄາ ສ່ວນຮ່າງກາຍຂອງພຣະຣາຫູນັ້ນ ໄດ້ກາຍເປັນພຣະເກດ ໃນໝູ່ດາວນົພພະເຄາະນັ້ນເອງ.
 ພຣະອັສວິນ ໃນສມັຍອາຣະຍັນ ເປັນຊື່ຂອງບໍຣິວານ ພຣະອິນຈຶຶ່ງຊື່ຮ່ວມ ຂອງເທວະດາທັງຫຼາຽ ຕໍ່ມາໄດ້ຍົກເປັນເທພເຈົ້າອີກອົງນຶ່ງ ຖືວ່າເປັນເທພເຈົ້າ ຜູ້ໃຫ້ໂພຄະສັພ ແລະໂຊກລາພແກ່ມະນຸສ ຜູ້ຕ້ອງການໂຊກລາພ ຕ້ອງຕື່ນແຕ່ເຊົ້າກ່ອນອາຣຸນ ເພາະພຣະອັສສະວິນ ຈະຂີ່ຣົຖ ມາປຣະທານໂຊກລາພແກ່ມນຸສ.
 ພຣະເທພພະບິດອນ ຫຼືພຣະປະຊາບໍດີ ຫຼືພຣະກັສສະປະເທພພະບິດອນ ເປັນບິດາຂອງ ເທພພະເຈົ້າທັງຫຼາຽດັ່ງກ່າວແລ້ວ ເປັນເທພພະເຈົ້າເກີດ ໃນສມັຍຫຼັງໆ ຕົ້າເຫຕຈະເກີດ ເທພພະບິດອນ ຫຼື ເທພພະມານດອນນັ້ນ ເນື່ອງຈາກມີ ຄົນສືບທາວຫາ ພໍ່ແມ່ຂອງເທພພະເຈົ້າ ອົງທີ່ນັບຖືມາກ່ອນນັ້ນ ພວກພາມຈຶ່ງໄດ້ສ້າງພຣະເທພພະບິດອນ ແລະ ເທພພະມານດອນນັ້ນຂຶ້ນ ເພື່ອເປັນພໍ່ແມ່ ຂອງເທພພະເຈົ້າທັງຫຼາຽ.
 ພຣະເທພີອະທິຕິ ພຣະຊາຍາຂອງພຣະກັສສະຍະປະເທພພະບິດອນ ເປັນມານດາຂອງ ພຣະເຈົ້າຫຼາຽອົງ ສ້າງຂຶ້ນ ພອ້ມກັບ ພຣະກັສສະຍະປະເພທທະບິດອນ ແຕ່ມາຕອນຫຼັງ ຜູ້ສ້າງພຣະທັກສະ ຄິດຢາກໃຫ້ ພຣະອະທິຕິເປັນລູກ ຂອງພຣະທັກສະ ເພາະພຣະທັກສະ ມີລູກສາວຢ່າງຫຼວງຫຼາຽ ແຕ່ພຣະອະທິຕິເປັນເທພີເດັ່ນຢູ່ອົງດຽວ ຈິ່ງຄວນໃຫ້ເປັນລູກຂອງພຣະທັກສະ ຈະໄດ້ມີພີ່ນ້ອງຫຼາຽຄົນ ແຕ່ບາງຕ່ຳຣາວ່າ ພຣະທັກສະ ເປັນລູກຂອງພຣະອະທິຕິ.
 ພຣະທັກສະ ເປັນເທພພະເຈົ້າສມັຍຮິນດູ ແຕ່ຜູ້ສ້າງ ມີເຈຕຕະນາ ຈະໃຫ້ພຣະທັກສະເປັນ ພໍ່ເຖົ້າ ຂອງພຣະອິສວນ ເພາະພຣະທັກສະ ມີລູກ 52 ຄົນ ໄດ້ເປັນພໍ່ເຖົ້າເທວະດາຫຼາຽອົງ ແຕ່ກໍ່ເກີດຂັດໃຈກັບພຣະອິສວນຈົນໄດ້ ມີເຣື່ອງເລົ່າວ່າ ຄັ້ງນຶ່ງ ພຣະທັກສະຈະທຳພິທີບູຊາຍັນ ເຊີນປະຊຸມລູກເຂີຽທັງໜົດ ເວັ້ນແຕ່ພຣະອິສວນ ຈຶ່ງຖືກລູກສາວຄືພຣະນາງສະຕີ ຕໍ່ວ່າ ພຣະທັກສະກໍເວົ້າໃສ່ຮ້າຽ ພຣະອິສວນ ພຣະນາງເຈົ້າສະຕີ ເກີດຄວາມເສັຽໃຈ ຈຶ່ງກັ້ນໃຈຕາຽ ພຣະອິສວນຮູ້ເຣື້ອງ ຈຶ່ງຄຽດໃຫ້ພໍ່ເຖົ້າ ແຜລງສອນໄປໃສ່ພຣະທັກສະ ຖືກພຣະທັກສະຫົວຂາດ ແລ້ວເອົາຫົວພຣະທັກສະ ໂຍນເຂົ້າກອງໄຟ ແຕ່ເທພພະເຈົ້າຜູ້ເປັນລູກເຂີຽທັງຫຼາຽ ກໍ່ຮ້ອງຕໍ່ພຣະອິສວນ ໃຫ້ປະທານຫົວ ໃຫ້ພຣະທັກສະໃໝ່ ແຕ່ຫົວພຣະທັກສະ ຖືກໄຟເຜົາໄໝ້ໝົດແລ້ວ ພຣະອິສວນຈິ່ງເອົາຫົວແບ້ມາຕໍ່ໃຫ້ ຕັ້ງແຕ່ນັ້ນມາຫົວພຣະທັກສະ ຈຶ່ງເປັນແບ້. (ອ່ານຕໍ່ ໜ້າ "ລັດທິສາສນາຮິນດູ")