ອຸປປະນິສັດ ຄຳວ່າ "ອຸປປະນິສັດ" ເປັນຊື່ຄຳພີໃໝ່ ທີ່ເກີດຂຶ້ນໃນສມັຍ ພຣາມນະ ຫຼືຮຽກອີກຢ່າງນຶ່ງວ່າ "ເວທັນຕະ" ແປວ່າ ປາຍພຣະເວດ ຫຼືຍອດພຣະເວດ ເປັນລັດທິ ທີ່ບັນຍັດຂຶ້ນ ເພື່ອອະທິບາຍ ແລະວາງຫຼັກການ ໃນລັດທິສາສນາພຣາມ ທີ່ປ່ຽນແປງໃໝ່ ຄື ອະທິບາຍ ລັດທິຖືພຣະພຣົມ ແລະລັດທິອາຕຕະມັນນັ້ນເອງ. ຄຳພີອຸປນິສັດ ເໝືອນກັບ ຄຳພີພຣະເວດ ບໍ່ມີຄຳພີຂອງກາງ ທີ່ຈະຣັບຣອງວ່າຖືກຕ້ອງແທ້ ເພາະມີຫຼາຍຄົນຂຽນ ແລະບັນຍັດຕາມຄວາມຄຶດຂອງຕົນ ສະນັ້ນ ຈຶ່ງມີຄຳພີ ອຸປປະນິສັດຣຸ່ນໂບຮານ ຮຸ່ນເກົ່າ ຮຸ່ນກາງ ແລະ ຮຸ່ນໃໝ່ ແຕ່ມີວັດຖຸປະສົງ ກໍຄືສແວງຫາວິທີ ທີ່ຈະໃຫ້ດວງວິນຍານ ຂອງມະນຸດ ກັບເຂົ້າໄປຫາພຣະພຣົມ. ທ່ານສາສສະດາຈານ Otto Strouss ປະມານອາຍຸ ຂອງຄຳພີນີ້ວ່າ ເກົ່າທີ່ສຸດປະມານ ນຶ່ງສະຕະວັດທໍ່ນັ້ນ ແລະພຣະພຸທທະສາສນາ ແລະ ສາສນາເຊນ ເກີດຂຶ້ນດ້ວຽການຄົ້ນຄວ້າ ພິຈາຣະນາ ຕາມແນວອຸປປະນິສັດ ຂຶ້ນດ້ວຽ ຈຸດປະສົງ ທີ່ຈະດັບເສັຽຊື້ງການວຽນວາຍຕາຍເກີດ ໃຫ້ດວງວິນຍານ ຫຼຸດພົ້ນຈາກຄວາມຜູກພັນທັງຫຼາຍ ໃຫ້ບັນລຸເຖິງ "ໂມກກະສະ" ຄືຄວາມບໍຣິສຸດອັນແທ້ຈິງ ເພື່ອບັນລຸເຖິງໂມກກະສະນັ້ນ ມະນຸດຈະຕ້ອງ ກະທຳດ້ວຍຕົນເອງ ວິທີບັນລຸຜົນ ອັນສູງສຸດນັ້ນ ອຸປປະນິສັດຣຸ່ນເກົ່າ ແບ່ງໄວ້ເປັນ ສອງ ວິທີຄື: ຕະປະ. ໂຍຄະ. ລັດທິຕະປະ ວິທີການທີ່ຮຽກວ່າ ຕະປະນັ້ນ ບໍ່ແມ່ນຂອງໃໝ່ ຄວາມຈິງແລ້ວມີມາແຕ່ ສມັຍພຣະເວດ ແຕ່ໄດ້ປ່ຽນແປງມາເລື້ອຽໆ ສມັຍພຣະເວດ ຄຳວ່າ "ຕະປະ" ໝາຍເຖິງການບູຊາ ຕ້ອງໃຊ້ຄວາມ ພຍາຍາມຫຼາຍ ອາດຈະນັ່ງບູຊາ ທັງວັນທັງຄືນ ບໍ່ແມ່ນການບູຊາ ແບບທັມມະດ່ ສະນັ້ນ ຄຳວ່າຕະປະ ອາດຈະແປວ່າ ຄວາມພຽນພຍາຍາມ ແບ່ງອອກເປັນ ສາມຄື: ການບຳເພັນຕະປະ ຄືການບູຊາ ດ້ວຽຄວາມພຍາຍາມຢ່າງສຸດຂີດນັ້ນ ເພື່ອໃຫ້ເທພເຈົ້າ ມີຄວາມເມດຕາປານີ ໃຫ້ສິ່ງທີ່ຕົນຮ້ອງຂໍ ນີ້ແມ່ນການບຳເພັນຕະປະ ສມັຍພຣະເວດຕອນຕົ້ນ.
 ການບຳເພັນຕະປະ ພຣະເວດຕອນປາຍ ການບຳເພັນຕະປະ ເປັນໄປໃນຄວາມ ບັງຄັບ ເທພພະເຈົ້າ ເພື່ອໃຫ້ເທພພະເຈົ້າ ປະທານສິ່ງທີ່ຕົນຕ້ອງການ ໃນການເສັ້ນສວງບູຊາ ມັກຈະກໍ່ໄຟ ໄວ້ທາງໜ້າສເມີ.
 ການບຳເພັນຕະປະ ໃນສມັຍອາຕຕະມັນ ຄືການບຳເພັນຕະປະ ໂດຽວິທີ ທໍຣະມານຕົນເອງ ຄືຢ້າງເຜົາກິເລດ ໃຫ້ເຫືອດແຫ້ງໄປຈາກ ຕົນຕົວຂອງເຮົາເອງ ໃຫ້ເຫຼືອແຕ່ຄວາມ ບໍຣິສຸດ ໃຫ້ໄປເຂົ້າກັບພຣະພຣົມ ເພາະເຊື່ອວ່າ ການວຽນວາຍຕາຍເກີດ ໃນໂລກນີ້ ເປັນຜົນຂອງກັມຊົ່ວ ທີ່ໄດ້ເຮັດໄວ້. ສນັ້ນ ຈຶ່ງຕ້ອງທໍຣະມານ ໃຫ້ມັນໝົດກັມຊົ່ວ ແລ້ວຈຶ່ງຈະບໍ່ໄດ້ມາເກີດອີກ. ພໍສະຣູບໄວ້ວ່າ ຕະປະ ໝາຍເຖິງ ການກະທຳທາງກາຍ ເພື່ອໃຫ້ກິເລດ ເຫືອດແຫ້ງໄປຈາກຈິດໃຈ ການວຽນວາຍຕາຍເກີດຈຶ່ງບໍ່ມີອີກ. ລັດທິໂຍຄະ ສາສສະດາຈານ Otto Strouss ກ່າວວ່າ ໂຍຄະເກີດລຸນຕະປະ ໂຍຄະ ມຸ້ງຝຶກທາງໃຈ ສ່ວນຕະປະ ມຸ້ງຝຶກທາງກາຍ ໂຍຄະ ຖືວ່າຕ້ອງຮັກສາ ໃຫ້ຮ່າງກາຍມີ ສຸຂະພາບດີທີ່ສຸດ ແລ້ວທໍຣະມານໃຈ ໂຍຄະ ແປວ່າ ອານ, ແອກ ຫຼື ບັງຫຽນ ເຄື່ອງບັງຄັບສັດ ໃຫ້ເຮັດວຽກ ໄປຕາມຄວາມປະສົງ ເມື່ອເອົາມາໃຊ້ໃນທາງຈິຕ ກໍໝາຍເຖິງເຄື່ອງບັງຄັບຈິຕໃຈ ໃຫ້ຢູ່ໃນສະພາບທີ່ຕ້ອງການ ເພື່ອໃຊ້ການໄດ້ນັ້ນເອງ ອາສັຍເຫດຜົນດັ່ງກ່າວນີ້ ລັດທິອຸປປະນິສັດ ເປັນການເຣີມຕົ້ນ ລັດທິສາສນາ ທີ່ເຂົ້າມາຫາທາງຈິຕໃຈ ຢ່າງແທ້ຈິງ. ທ່ານ Otto Strouss ກ່າວວ່າ ລັດທິໂຍຄະ ໃຫ້ອຳນາດ ມະຫັດສະຈັນ ແກ່ຜູ້ຝຶກຝົນ ປະຕິບັດເປັນຢ່າງຍິ່ງ ແຕ່ຈຸດປະສົງ ອັນແທ້ຈິງຂອງໂຍຄະ ແມ່ນການຫຼຸດພົ້ນ ຄືສາມາດເຂົ້າເຖິງພຣະພຣົມ. ວິທີການຂອງໂຍຄະ ຄືການຝຶກແບບບໍຣິຫານ ໃຫ້ເກີດຄວາມແຂງແຮງ ທາງກາຍແລະທາງໃຈ ຝຶກວິທີນັ່ງ ວິທີຣະງັບຄວາມຄິດ ວິທີຫາຍໃຈ ສ້າງຄວາມຮູ້ສຶກ ໃຫ້ສູງຈາກສະພາບຂອງໂລກ ໃຫ້ເຂົ້າເຖິງພຣະພຣົມ. ທ່ານ Olden Burg ກ່າວວ່າ ໂຍຄະເປັນການຝຶກໃຈໃຫ້ສງົບສງັດ ພຍາຍາມເຫັນພາບຢ່າງອື່ນ ທີ່ບໍ່ແມ່ນພາບທີ່ໄດ້ເຫັນດ້ວຍຕາເປົ່າ ພຍາຍາມກຳຈັດ ກວດລ້າງ ຣະຫວ່າງຄວາມເປັນໄປໄດ້ ກັບຄວາມເປັນໄປບໍ່ໄດ້. ຂະຈັດສິ່ງທີ່ສະມັຖຖະພາບ ຂອງດວງຈິຕອອກໄປ: ໃຫ້ຄວາມຮູ້ສຶກຈິຕວ່າ ສູງຂຶ້ນກວ່າສະພາບທັມມະດາຂອງໂລກ. ທ່ານຣາທະກຼິສນັນ (Radha Krishnan) ສາສດາຈານອິນເດັຽ ຜູ້ທີ່ເປັນສາສດາຈານທາງປຣັຊຍາ ໃນມະຫາວິທະຍາລັຍ ກັລລະກັດຕາ ໄດ້ອະທິບາຍວ່າ: ລັດທິໂຍຄະ ຄຶການຝຶກດວງຈິດ ໃຫ້ຢູ່ໃນຣະບຽບວິນັຍອັນດີ ເປັນລັດທິສົມບູນໃນຕົວ ບໍ່ຕ້ອງອາສັຍພຣະເຈົ້າ ໂຍຄະຖືວ່າ ດວງຈິດເປັນຂອງບໍຣິສຸດ ໂດຍທັມມະຊາດ ເຄື່ອງເສົ້າໝອງມີມາທີຫຼັງ ຄວາມບໍຣິສຸດຂອງດວງຈິດ ເປັນສິ່ງບໍ່ຕ້ອງສ້າງ ເພາະມີຢູ່ແລ້ວ ພຽງແຕ່ກວດລ້າງສິ່ງທີ່ ພົວພັນພາໃຫ້ຈິດເສົ້າໝອງນັ້ນອອກ ດວງຈິດກໍຈະເຫຼືອແຕ່ຄວາມບໍຣິສຸດ ນັ້ນຄືໂຍຄະ ນັ້ນຄືການເຂົ້າເຖິງພຣະພຣົມ. ທ່ານຣາທະກຣິສນັນ ກ່າວໄວ້ວ່າ ຫົນທາງແຫ່ງໂຍຄະມີ ແປດ ປະການຄື: ຍະມະ ການງົດເວັ້ນການຈ່ອງດຶງ. ນິຍະມະ ການຍຶດຖື ຫຼືປະຕິບັດ ອາສນະ ຄຳສອນວິທີນັ່ງ. ປຣານາຍາມະ ຄຳສອນວິທີຫາຍໃຈ. ປຣັຕຍາຫາຣະວິທີຂະຈັດອາຣົມ. ຊານ ການເພັ້ງ ທາຣະນະ ການຮັກສາສິ່ງທີ່ເພັ້ງໄວ້. ສະມາທິ ການມີດວງຈິດແນວແນ່. (ອ່ານຕໍ່ ໜ້າ "ເທພພະເຈົ້າຕ່າງໆ")