ສມັຍ ອະຣິຍະກະ ຫຼື ສມັຍ ອາຣະຍັນ ກ່ອນ ຄ.ສ. ປະມານ 2500 – 6000 ປີ ຊົນຊາຕຊາວອະຣິຍະກະ ຫຼື ອາຣະຍັນ ມີພູມລຳເນົາເດີມ ຢູ່ໃນ ທະວີບ ເອເຊັຽຕອນກາງ ໃນເຂຕບໍຣິເວນ ຝັ່ງທະເລສາບ ແຄສປຽນ ( Caspian Sea ). ຊົນຊາຕ ອາຣະຍັນນີ້ ໄດ້ອົພຍົບ ແລະ ແຍກຢາຍກັນເປັນ ສອງ ສາຍຄື: ສາຍຕາເວັນຕົກ ຈຳພວກນີ້ ໄດ້ແກ່ພວກ ອິນໂດຍຸຣົບປຽນ ( Indo European ) ຄືຊາຕ ກຣິກໂຣມັນ ( Greek Roman ) ລາຕິນ ( Latin ) ຕີວຕັນ ແລະ ສລາບ ເປັນຕົ້ນ. ສາຍຕາເວັນອອກ ຈຳພວກນີ້ ໄດ້ແກ່ ພວກຊາວ ອາຣະຍັນ ທີ່ຢູ່ໃນປະເທສ ອິຫຼ່ານເປີເຊັຽ ປັດຈຸບັນ ຊຶ່ງມີ ສາຍນຶ່ງໄດ້ອົພຍົບ ລົງມາຮອດ ແມ່ນນ້ຳ ສິນທຸ ໃນປະເທສອິນເດັຽ ແລ້ວ ກາຍເປັນຊາວອິນດູ ໃນປັດຈຸບັນ. ຊົນຊາຕເຈົ້າຂອງຖິ່ນເດີມ ອັນມີຊື່ວ່າ “ ທັສຍຸ “ ຫຼື “ ທາສ “ ຫຼື ທິລັກຂະ ເປັນຄົນປ່າ ດ້ອຍພັທນາ ບໍ່ມີຄວາມຈະເຣີນ. ແຕ່ ສາສດາຈານ ຣິສເດວິດ ( Ritz David ) ນັກປຣາຊທາງປາລີ ໄດ້ຂຽນໄວ້ວ່າ ເຈົ້າຂອງຖິ່ນເດີມ ເປັນຄົນຈະເຣີນເທົ່າທຽມທັນກັນກັບຊາວ ອາຣະຍັນ. ບາງແຫ່ງ ຍັງຈະເຣີນຍິ່ງກວ່າເສັຽຊ້ຳໄປ. ແຕ່ຊາວອາຣະຍັນ ສາມາດຄອບຄອງ ດິນແດນຕອນນີ້ໄດ້ ມີຢ່າງດຽວກໍ່ຄື: “ຣົສຣົບ”. ພວກເຈົ້າຂອງຖິ່ນເດີມ ບໍ່ເຄີຽເຫັນການສູ້ຣົບ ແບບ “ຣົສຣົບ” ຢ່າງນີ້ມາກ່ອນ ກໍ່ເລີຍຕົກໃຈ ຈຶ່ງໄດ້ຍິນຍອມແກ່ພວກຊາວອາຣະຍັນ. ນອກຈາກ “ຣົສຣົບ” ແລ້ວ ກໍ່ບໍ່ປາກົດວ່າ ຊາວອາຣະຍັນຈະມີ ອາວຸຕ ຊນິດໃດເລີຍ ແມ້ແຕ່ ການສູ້ຣົບເທິງຫຼັງຊ້າງ ຊາວອາຣະຍັນກໍ່ຍັງບໍ່ມີ. ສາສນາຂອງຄົນພື້ນເມືອງ ( ທັສຍຸ ) ມີຫຼັກຖານພາໃຫ້ເຊື່ອວ່າຊົນຊາຕນີ້ ເຄົາຣົບບູຊາ “ໂລກະທາຕ ແລະ ທັມມະຊາຕ”. ໂລກະທາຕ ອັນໄດ້ແກ່ : ດິນ, ນ້ຳ, ລົມ, ໄຟ ທັມມະຊາຕ ອັນໄດ້ແກ່: ພູ; ຕົ້ນໄມ້ ແລະ ນອກຈາກນັ້ນ ຍັງມີການຖືວ່າ ທຸກສິ່ງຢ່າງ ມີຊີວິຕຈິຕໃຈ ແລະມີຕົວຕົນ ຊຶ່ງເອີ້ນວ່າ ( Animism ) ນັບຖືວ່າ ເປັນເທພເຈົ້າ. ການບ່ວງສວງ ແລະບູຊາເທພເຈົ້າ ແມ່ນວິທີການ ບ່ວງສວງບູຊາ ໂດຍເອົາຊີ້ນສັຕ ຫຼື ສິ່ງທີ່ຕົນເຊື່ອວ່າເທພເຈົ້າມັກ ເອົາໃສ່ໃນກອງໄຟ ໂດຽຖືວ່າ ໄຟເປັນທູຕສື່ສານຂອງເທພເຈົ້າ ເພາະຖືວ່າ ຄວັນໄຟທີ່ລອຍ ຂຶ້ນສູ່ທ້ອງຟ້າອາກາສນັ້ນ ເປັນສື່ສານຕິດຕໍ່ ໄປຫາເທພເຈົ້າ ທີ່ຢູ່ເທິງສວັນ. ສວັນຂອງອິນເດັຽບູຮານ ໄດ້ພາກັນເຊື່ອວ່າ ຢູ່ເທິງຍອດພູເຂົາ “ສຸເມຣຸ” ແລະ ສິ່ງກີດກັ້ນ ຣະຫວ່າງ ສວັນແລະ ມະນຸສະໂລກນັ້ນ ຄື ມະຫາສມຸດ ທີ່ມີນ້ຳ ຣະອຽດເຮືອເດີນຂວ້າມບໍ່ໄດ້ ເພາະດິນແດນ ຕອນທີ່ຢູ່ ໃນແຖບແມ່ນ້ຳຄຸງຄາໃນເວລານີ້ທັງໝົດ ແຕ່ກ່ອນ ພູມີພາກຂອງອິນເດັຽຕອນກາງ ກັບພຸເຂົາຫີມະລັຍ ລ້ວນແຕ່ ເປັນທະເລ ທັງສິ້ນ. ສ່ວນລັດທິສາສນາຂອງຊາວ ອາຣະຍັນນັ້ນ: ນັບຖື ພຣະອາທິຕ ຮຽກວ່າ “ສາວິຕຣີ” ຫຼື “ສະວິຕະຣະ” ນັບຖື ຝົນຮຽກວ່າ “ວະຣຸນະ” ນັບຖື ຜູ້ທີ່ເຮັດໃຫ້ ສິ່ງທັງປວງ ເປັນໄປໃນໂລກນີ້ ຮຽກວ່າ “ອິນ” ນັບຖື ຜູ້ທຳຣ້າຍ ມນຸສ ແລະສັຕ ອັນຫຼີກລ້ຽງບໍ່ໄດ້ ຮຽກວ່າ “ພຍາຍົມ” ຈຶ່ງເກີດທ່ານທັງສີ່ ເປັນຜູ້ສັກສິດ ຮັກສາທິດທັງສີ່ ຮຽກວ່າ “ໂລກະປາລະ” ຫຼື “ໂລກະບາລ”. ສາສດາຈານ ( Horace A. Rose ) ເຈົ້າກົມວິຊາການ ມະນຸສວິທຍາ ຂອງອິນເດັຍ ໄດ້ຂຽນເຣື່ອງການສ້າງໂລກ ໃນສມັຍອະຣິຍະກະ ຊຶ່ງແມ່ນພຣະອິນເປັນຜູ້ສ້າງ ໄວ້ວ່າດັ່ງນີ້: ພຣະອິນ ເປັນຜູ້ແທກທີ່ດິນ ແລະ ຊ່ວຽກັນກັບ ເທພເຈົ້າ ອົງອື່ນໆ. ຍົກພູເຂົາ ຂຶ້ນເປັນຫຼັງຄາໂລກ. ພຣະພະຫັດ ເປັນຜູ້ຝັງເສົາ. ພຣະສາວິຕຕຣີ ເປັນຜູ້ຕຳດິນໃຫ້ເສົາແໜ້ນ. ນອກຈາກນັ້ນ ຊາວອາຣະຍັນ ຍັງໄດ້ສ້າງ “ພຣະອັຄຄະນີ” ຄື ເທພພະເຈົ້າ ແຫ່ງໄຟຂຶ້ນອີກ ເພື່ອໃຫ້ເຂົ້າກັບ ພວກເຈົ້າຂອງຖິ່ນເດີມ ເພາະ ພວກນີ້ ກໍ່ມີການບູຊາໄຟ ເປັນສ່ວນໃຫຍ່ຢູ່ແລ້ວ. ເມື່ອໄດ້ສ້າງ ພຣະອັຄຄະນີຂຶ້ນ ກໍ່ພາໃຫ້ເຈົ້າຂອງຖິ່ນເດີມ ມີຄວາມພໍໃຈຍິ່ງຂຶ້ນ. ນອກນັ້ນ ຊາວອາຣະຍັນ ຍັງມີເທພພະເຈົ້ານັບຖື ຢ່າງຫຼວງຫຼາຍ ແລະມີໜ້າທີ່ ຄຸ້ມຄອງຊາວອາຣະຍັນທໍ່ນັ້ນ ແລະໄດ້ແບ່ງ ໜ້າທີ່ກັນດັ່ງນີ້: ເທວະດາ ຜູ້ມີໜ້າທີ່ເບິ່ງແຍງ ປະຊາຊົນ ເຖິງຄວາມສຸກທຸກ. ເທວະດາ ມີໜ້າທີ່ເບິ່ງແຍງ ສັຕລ້ຽງ. ເທວະດາ ຜູ້ຢູ່ບົນສວັນ ມີໜ້າທີ່ ເໜືອກວ່າ ເທວະດາ ທັງສອງຈຳພວກ ຂ້າງຕົ້ນນີ້. ຄຳວ່າ ເທວະດາ ຂອງຊາວອາຣະຍັນ ເອີ້ນວ່າ “ເທວະ” ແປວ່າ ຜູ້ເປັ່ງແສງ ຫຼື ຜູ້ຢູ່ໃນການຫຼິ້ນສບາຍ; ເທວະເຫຼົ່ານີ້ ມີລັກສະນະເປັນທັມມະຊາຕ ຫຼື ຈະກ່າວໄດ້ອີກຢ່າງນຶ່ງວ່າ ທັມມະຊາຕນັ້ນເອງ ເປັນເທພພະເຈົ້າ ເຊັ່ນ ການນັບຖື ລົມ; ດິນ; ຟ້າ; ອາກາສ; ເດືອນ; ຕາເວັນ; ແສງອາຣຸນ ເປັນຕົ້ນ. ເທພພະເຈົ້າເຫຼົ່ານັ້ນ ບໍ່ໄດ້ຖືກຕັ້ງຊື່ໃຫ້ໂດຽສະເພາະ ໃຫ້ເທວະດາເຫຼົ່ານັ້ນ. (ອ່ານຕໍ່ ໜ້າ "ພິທີ ເສັ້ນສວງ")