ສມັຍພາມນະ ເມື່ອພວກພາມໄດ້ສ້າງພຣະພຣົມຂຶ້ນແລ້ວ ກໍປະກາດໃຫ້ປະຊາຊົນຊາບ ປະຊາຊົນພໍໃຈໃນເຣື່ອງຂອງພຣົມ ບໍ່ມີກາມະຄຸນ ບໍ່ມີລູກບໍ່ມີເມັຽ ແຕ່ການທີ່ພຣະພຣົມ ບໍ່ມີຮ່າງກາຍ ເໝືອນເທພເຈົ້າອົງອື່ນໆນັ້ນ ເປັນການບໍ່ເຫັນພ້ອມ ສນັ້ນພວກພຣາມຈຶ່ງຫາວິທີສ້າງ ໃຫ້ພຣະພຣົມ ມີຕົນມີຕົວ ເໝືອນມນຸສທັມະດາ ມີໜ້າ (4)ສີ່ໜ້າ ແນມເຫັນທັງ (4)ທິດພ້ອມກັນ. ຖານະຂອງພຣາມ ສູງຂຶ້ນເປັນລຳດັບ ມີຖານະທໍ່ກັນ ເທພເຈົ້າ ແລະປະຊາຊົນຈະທຳພິທີກັມຕ່າງໆ ຕ້ອງອາສັຍ ພວກພຣາມນັກບວດ ທີ່ຮູ້ຈັກພິທີ ຜູ້ນຶ່ງຜູ້ໃດຈະທຳພິທີເອົາເອງບໍ່ໄດ້ ສິນຈ້າງທີ່ໃຫ້ແກ່ພວກພຣາມມາທຳພິທີ ຮຽກວ່າ ທັກຂິນາ (ທັກຂິນາ ແປວ່າ ຄືຕ້ອງໃຫ້ດ້ວຍມືເບື້ອງຂວາ). ຜູ້ໃຫ້ຖືວ່າໄດ້ບຸນຄືໃຫ້ພຣະເຈົ້າ ພິທີຕ່າງໆ ພວກພຣາມໄດ້ດັດແປງແກ້ໄຂຂຍາຍອອກໄປເລື້ອຍໆ ສລັບຊັບຊ້ອນ ຈົນຊາວບ້ານບໍ່ສາມາດຈະເຮັດໄດ້ໃຫ້ຖືກຕ້ອງໄດ້ໂດຍລຳພັງ ພິທີກັມໃນການຣາຊາພິເສກ ຊຶ້ງຮຽກວ່າ ຣາຊສູຍະ ພິທີປ່ອຍມ້າອຸປະການ ຊຶ່ງຮຽກວ່າ ອັສະວະເມດ ພິທີບູຣຸດເມທະ ການບູຊາຍັນດ້ວຍຄົນ ແລະພິທີສຳຄັນອື່ນໆ ໃນສາສນາພຣາມ ກໍເກີດໃນຍຸກນີ້. ການທີ່ພວກພຣາມ ສ້າງພຣະພຣົມຂຶ້ນນັ້ນ ເປັນຜົນໃຫຍ່ຫຼວງ ເພາະເປັນການປະຕິວັດ ອັນຍິ່ງໃຫຍ່ ໃນທາງພຣະພຸທສາສນາ ບໍ່ສເພາະແຕ່ ສາສນາພຣາມທໍ່ນັ້ນ. ຍັງມີຜົນຕໍ່ສາສນາອື່ນໆອີກດ້ວຍ ຜູ້ສ້າງຈະໄດ້ນຶກຄາດຝັນ ຄາດໝາຍໄວ້ຫຼືບໍ່ກໍຕາມ ແຕ່ຜົນອັນຍິ່ງໃຫຍ່ນັ້ນມີຫຼາຍປະການຄື : ພາໃຫ້ເກີດເພດ ວິເສດຂອງມະນຸດຂຶ້ນ ຄື ເພດພົມະຈັນ. ພາໃຫ້ເກີດລັດທິ ອາຕມັນ ຊຶ້ງເປັນລັດທິສູງຍິ່ງ ໃນສາສນາ. ພາໃຫ້ເກີດລັດທິ ອຸປະນິສັດ ຊຶ່ງເປັນຜົນງານອັນດັບນຶ່ງ ຂອງລັດທິສາສນາພຣາມ. ເພດ ພົມະຈັນ ເຣື່ອງປິດໂອກາດ ບໍ່ໃຫ້ພຣະພຣົມ ມີເມັຽໄດ້ນັ້ນ ກໍໃຫ້ເກີດຄວາມຄິດໃໝ່ຂຶ້ນຄືການທີ່ບໍ່ກ່ຽວຂ້ອງກັບກາມະຄຸນ ອາຈເປັນການດີຢ່າງສູງສຸດ ພວກພຣາມ ແຕ່ກ່ອນມີຊີວິຕ ຄວາມເປັນຢູ່ເໝືອນຄົນທັມະດາ ແຕ່ເມື່ອພຣະພຣົມເກີດຂຶ້ນ ພວກພຣາມບາງຄົນ ບາງກຸ່ມ ພໍໃຈທີ່ຈະປະຕິບັດດັ່ງພຣະພຣົມ ຈຶງແຍກຕົວອອກຄອບຄົວ ໄປຢູ່ບອນນຶ່ງຕ່າງຫາກ ຮຽກຕົນເອງວ່າ ສັມະນະພຣາມ ຫຼືພົມະຈັນ ສ່ວນພວກນຶ່ງ ທີ່ປະຕິບັດຢ່າງເດີມ ຄືມີຄອບຄົວ ຫຼື ມີລູກເມັຽຮຽກວ່າ ຄະລືຫະບໍດີພຣາມ. ສ່ວນລືສີ ຫຼືດາບົດນັ້ນ ໄດ້ມີມາກ່ອນສມັຍ ພຣະພຣົມເກີດຂຶ້ນ ແຕ່ຍັງມີລູກມີເມັຽຢູ່ ດັ່ງມີເຣື່ອງເລົ່າວ່າ ພຣະອິນລອບໄປເປັນຊູ້ ກັບເມັຽພຣະລືສີ ຈົນມີລູກມາ ຊື່ ພຣະພຸດ ດັ່ງກ່າວມາແລ້ວ. ນັບວ່າເປັນສຖາບັນໃໝ່ ໃນປະວັດສາດອິນເດັຽ ຄືການສຣະສັດສົມບັດ ສຣະຄອບຄົວ ສຣະຄວາມສຸກໃນເພດຄະລືຫັດ ອອກໄປດຳເນືນຊີວິດຢ່າງໂດດດ່ຽວ ບໍ່ກ່ຽວຂ້ອງກັບກາມະຄຸນ ແລະຢູ່ໃນເພດພິເສດອີກເພດນຶ່ງ ຊຶ່ງຮຽກວ່າ ເພດພົມະຈັນນັນ ໄດ້ຮັບຄວາມຍົກຍ້ອງ ເຄົາຣົບບູຊາຢ່າງສູງ ມີຜູ້ບໍຣິຈາກເຂົ້າປາອາຫານຖວາຍ ເພື່ອຈະໄດ້ບຸນກຸສົນ ແລະຜູ້ປະພຶດພົມະຈັນນັ້ນ ກໍຫວັງຈະໄດ້ພົບຄວາມສຳເຣັດ ຄືບັນລຸຜົນມັກຜົນ ຫຼືເປັນ ຄະນາຈານຜູ້ຍິ່ງໃຫຍ່ ໄດ້ຮັບຄວາມເຄົາຣົບບູຊາ. ພຶຕຕິການດັ່ງກ່າວ ພາໃຫ້ເກີດຄວາມປ່ຽນແປງທາງສັງຄົມຂອງອິນເດັຽໄປດ້ວຍ ມນຸສຜູ້ປະພຶດພົມະຈັນ ຜູ້ມີຈິດໃຈສູງ ປະສົບຜົນສຳເຣັດ ອາຈຈະມີຖານະສູງກວ່າ ພຣະມຫາກະສັດ ຫຼື ທໍ່ທຽມກັບ ພຣະມຫາກະສັດກໍໄດ້. ລັດທີອາຕຕະມັນ (ປາຮະມາຕມັນ) ຫຼັກຂອງລັດທິອາຕມັນ ຄືພຣະພຣົມ ອັນເປັນສູນກາງສັພະສິ່ງທັງຫຼາຍໃນໂລກ ພຣະພຣົມໄດ້ສ້າງໂລກ ສ້າງມນຸສ ສ້າງທຸກສິ່ງທຸກຢ່າງ ສະກົລະໂລກ ເອີ້ນວ່າພຣະພຣົມ ພຣົມຄຳນີ້ ເປັນນະປຸງສະກະລິງ ຄືບໍ່ມີເພດ ປຣາສະຈາກຮູບຮ່າງ (ຕຳຣາຂອງຫຼວງວິຈິຕວາທະການວ່າ ພຣະພຣົມມີຮູບຮ່າງ) ແລະສິງຢູ່ທົ່ວໄປໃນໂລກທັງມວນ. ພຣະພຣົມຄືຄວາມແທ້ຈິງຂອງສັພພະສິ່ງ ພຣະພຣົມຄືຄວາມບັນເທິງ ພຣະພຣົມແມ່ນຄວາມເລິກເຊິ້ງ ຄຶດເຫັນໄດ້ຍາກ ສັພພະສິ່ງສຳເຣັດຂຶ້ນໄດ້ ດ້ວຍອຳນາດຂອງພຣະພຣົມ ໂຮມຄວາມວ່າ ພຣະພຣົມແມ່ນຄວາມຈິງ ຄວາມຄິດ ແລະຄວາມບັນເທິງ. ລັກທິອາຕຕະມັນ ກໍຄືລັດທິພຣະພຣົມ ເພາະພຣະພຣົມກໍແມ່ນອາຕຕະມັນ (ອັຕຕາ) ຄືຕົວເອງຂອງໂລກ. ວິນຍານຂອງໂລກເປັນອາຕຕະມັນ ວິນຍານຂອງບຸກຄົນກໍເປັນອາຕຕະມັນດ້ວຍ. ເພາະອອກຈາກພຣະພຣົມ ເຫດນັ້ນ ວິນຍານຂອງບຸກຄົນຄືພຣະພຣົມ (ອະຫັມ ພຣັຫມສາມິ) ສູທ່ານກໍເຊັ່ນນັ້ນ (ຕັຕ ຕວັນ ອະສິ) ເພາະສະນັ້ນຄວາມຮູ້ແຈ້ງຈັກຕົນເອງ ກໍຄືຮູ້ຈັກພຣະພຣົມ ອັນເປັນທາງເຂົ້າສູ່ໂມກະສະ ດັ່ງພາສິດວ່າ ຜູ້ໃດຮູ້ແຈ້ງ ອາຕະມັນຕົນເອງວ່າ ເປັນອາຕະມັນຂອງໂລກ ຄືພຣະພຣົມແລ້ວ ຜູ້ນັ້ນຍ່ອມພົ້ນຈາກສັງສາຣະວັດ ຈະບໍ່ປະຕິສົນທິອີກ. ພຣະພຣົມ ກັບ ອາຕະມັນ ອັນດຽວກັນ ອາຕະມັນ ກັບ ພຣະພຣົມ ເປັນອັນດຽວກັນ ຍາກທີ່ຈະແຍກອອກຈາກກັນໄດ້ ແລະຍາກທີ່ຈະໂຮມກັນເປັນອັນດຽວກັນ. ພຣັຫມມັນ ຫຼື ອາຕະມັນ ເປັນພາວະຊນິດນຶ່ງ ບໍ່ຫຼຽວເຫັນໄດ້ ແຕະຕ້ອງບໍ່ໄດ້ ແຕ່ຮູ້ໄດ້ວ່າ ມັນເປັນຕົ້ນກຳເນີດຂອງສິ່ງທັງປວງ ສິ່ງທັງປວງຄືອາຕະມັນ ອາຕະມັນຄືສິ່ງທັງປວງ ອາຕະມັນໄດ້ກະຈ່າຍທົ່ວໄປໃນຄົນແລະສັຕ ເມື່ອອາຕະມັນຍອຍແປໄປ ກໍໄປໂຮມກັນ ອາຕະມັນໃຫຍ່ຄືພຣົມ. ພຣະພຣັຫມມັນ ຄືຕົວການໃຫຍ່ທີ່ບໍ່ມີທີ່ສິ້ນສຸດ ບໍ່ມີປະຣິມານ ສ່ວນອາຕະມັນພຣົມມັນ ທີ່ຖືກກຳນົດຂື້ນ ຫຼືກຳຈັດໃຫ້ເປັນຄົນແລະສັຕໄປແລ້ວ ປຽບເໝືອນນ້ຳເຜິ້ງ ຄືຕົວພຣົມມັນ ເມື່ອນ້ຳຫວານມາໂຮມາກັນ ກໍກາຍເປັນນ້ຳເຜິ້ງ ຈັກະວານຄືພຣົມມັນ ແຕ່ພຣົມມັນຄື ອາຕະມັນ. ( The Universe is Brahman, But Brahman is the Attaman ) ພຣັມມັນ ຄືຫຼັກສຳຄັນ ຂອງຈັກກະວານ ແລະ ອາຕມັນ ຫຼື ຫຼັກສຳຄັນຂອງຊີວິຕ ຄືຮ່າງກາຍ (Brahman is cosmic principle and Atman is physical principle) ສູ່ທ່ານກໍເຊັ່ນນັ້ນ (ຕັຕ ຕັວມ ອະສິ). ເມື່ອມະນຸດມີຄວາມເຊື່ອຖືດັ່ງກ່າວມານີ້ ຈຶ່ງເປັນເຫດໃຫ້ເກີດ ຄວາມຫວັງຂຶ້ນມາໃໝ່ ເປັນຄວາມຫວັງອັນຍິ່ງໃຫຍ່ ເພື່ອຈະຫຼີກໃຫ້ພົ້ນ ການວຽນວາຍຕາຍເກີດ ໃຫ້ດວງວິນຍານ ກັບໄປຫາພົມ ໂດຍບໍ່ໃຫ້ເກີດອີກຕໍ່ໄປ ຄວາມຄິດອັນນີ້ ໄດ້ແຕກແໜງ ອອກເປັນລັດທິສາສນາ ແລະເກີດມີຄະນາຈານຂຶ້ນ ມາອີກຂັ້ນນຶ່ງ ຄືກ່ອນຈະມີພຣະພົມນັ້ນ ມະນຸດໄດ້ບູຊາດວງວິນຍານ ບັນພະບູຣຸດ ແລະເທພພະເຈົ້າ ເພື່ອຂໍລາບຜົນ ໃຫ້ມີລູກຍິງລູກຊາຍ ຖ້າເກີດໃນຊາດໜ້າ ກໍຂໍໃຫ້ໄປເກີດໃນສວັນ ເມື່ອມີລັດທິ ພຣະພົມຂຶ້ນມາ ບໍ່ຕ້ອງການໄປສວັນອີກ ຕ້ອງການບໍ່ຢາກມາເກີດໃນໂລກນີ້ອີກ ຄວາມດີຄວາມຊົ່ວໃນສມັຍກ່ອນ ຖືວ່າເກີດມາຈາກ ການບັນດານຂອງພຣະເຈົ້າ ແຕ່ເມື່ອລັດທິຕົນເອງ (ອັຕຕະມັນ) ເກີດຂຶ້ນ ຈຶ່ງໄດ້ສ້າງຫຼັກການຂຶ້ນໃໝ່ ຄືຜົນດີຜົນຮ້າຍນັ້ນ ເປັນຜົນຂອງກັມ ທີ່ຕົນເອງກະທຳຂຶ້ນ ເຣື່ອງກັມ ຈຶ່ງເກີດຂຶ້ນຈາກແນວຄວາມຄິດອັນນີ້. ທ່ານສາສສະດາຈານ ຊາວເຍີຣະມັນ ຂຽນໄວ້ວ່າ ລັດທິອາຕຕະມັນເກີດຂຶ້ນ ເປັນການເດີນທາງທີ່ຖືກຕ້ອງ ໃນວິຖີຊີວິດມະນຸດຊາດ ເປັນການເຣີ່ມໃຫ້ຄວາມສຳຄັນແກ່ຈິດໃຈ ແລະເປັນການສອນໃຫ້ ມະນຸດຮູ້ຈັກຮັບຜິດຊອບໃນຕົວເອງ ເປັນການສອນໃຫ້ເລີກ ການໃຫ້ຄວາມສຳຄັນກັບຄົນອື່ນ ບໍ່ມີການບວງສວງ ບູຊາແກ່ພຣະພຣົມ ແຕ່ມີການປະຕິບັດ ທີ່ບັນຍັດຂຶ້ນເພື່ອຕົນເອງ ດ້ວຽການກະທຳດ້ວຍຕົນເອງ ເປັນການກະທຳຂອງພຣະພຣົມ ຫຼັກການກ່ຽວກັບຄວາມປະພຶດ ປະຕິບັດນີ້ ພາໃຫ້ເກີດ ລັດທິອັນນຶ່ງຮຽກວ່າ "ອຸປປະນິສັດ". (ອ່ານຕໍ່ ໜ້າ "ອຸປປະນິສັດ")