ວອນສາວ 3 (ແດ່ພິມແກ້ວ) ອາຣຸນ ເບີຍເບີກຟ້າ ແສງສ່ອງທະຣັງສີ ສັກກູ ນີໂບຍບິນ ພາກຮັງຍາມເຊົ້າ ຈິຕຄນິງນຳເຝົ້າ ເນົານຳນຸທະນາດ ນະພາກາດ ສະວ່າງແຈ້ງ ແຍງອ້າຍໃຫ້ຫ່ວງຫາ ແທ້ແລ້ວ ແນມເບິ່ງ ສຸດຂອບຟ້າ ກ້ຳຝ່າຍຫໍຣະດີ(ທິດຕາເວັນຕົກສ່ຽງໃຕ້) ແສນໂສ ກີດວງຈິຕ ຮ່ຳຮອນສະອອນໂອ້ ວາໂຍຕ້ອງ ກາຍາໜາວສະເມ່ນ ມະໂນ ເຊັນອັ່ງເອົ້າ ຄນິງເຈົ້າຜູ້ຢູ່ໄກ ໄດ້ຍິນ ຟ້າຮ່ຳຮ້ອງ ໃຈກະຮ່ວນຄນິງຫາ ຫຼຽວເບິ່ງ ເມຄາໄຫຼ ທັ່ງໂຖມລະໂຮມທ້ອນ ພີ່ກໍ່ ນອນໃນຫ້ອງ ມະໂນໃນໝອງໝົ່ນ ທົນຕໍ່ ມື້ສືບມື້ ຄນິງນ້ອງຫ່ວງຫາ ແທ້ແລ້ວ ອັນວ່າ ສຸດຂອບຟ້າ ໂຂງເຂດແດນໄກ ຄວາມອາ ລັຍລົງຮັກ ຮ່ຳຮອນນອນດີ້ນ ຖວິນ ໃຈຄາຂ້ອງ ໝອງກາຍເຫຼືອງລ່າ ອັນວ່າ ເຂົ້າແລະນ້ຳ ກິນໄດ້ກະບໍ່ລົງ. ໃຈປະ ສົງນຳພິມແກ້ວ ບໍ່ມີແນວຊິກັ້ນຢູ່ ພູເຂົາ ສູງສຽດຟ້າ ຂວາງໜ້າກໍ່ຊ່າງຕາມ ແມ່ນວ່າ ສິບແມ່ນ້ຳ ຊາວແມ່ນ້ຳ ທະເລຫຼວງກັ້ນເຂດ ກໍຕາມທ້ອນ ເຫດຮັກ ມີສ່ຳຟ້າ ບໍ່ມີແລ້ວຊິຢູ່ໄຫວ. ໄກ.. ກໍ່ຂໍໃຫ້ ໄກແຕ່ບ້ານ ຮົ້ວໄຮ່ນາສວນ ໄກ.. ກໍ່ຂໍໃຫ້ ໄກແຕ່ມວນ ໝູ່ເຮືອນກັບເລົ້າ ສ່ວນວ່າ ຫົວໃຈຫັ້ນ ສອງເຮົາຢ່າໄດ້ຫ່າງ ເຖິງຊິ ຢູ່ຕ່າງບ້ານ ຄວາມເວົ້າຢ່າຫ່າງກັນ ນັ້ນເນີ ເພິ່ນວ່າຄັນບໍ່ໄຂເໝືອງທ້າງ ບໍ່ເຫັນທາງປ່ອງນ້ຳທັ່ງ ມີແຕ່ ຂັງປ່ອງໄວ້ ປາຊິດີ້ນໂດດຕາຍ ຄືນເດືອນຫງາຍ ສາຍລົມຕ້ອງ ຄືນທີ່ເຮົາທັງສອງ ຄະນອງມ່ວນຈາຂານ ດວງມາລາແຊມຜົມ ຊື່ນຊົມຍາມຕ້ານ ຫວານເອີ້ຽ ຫວານຄວາມເວົ້າ ເອົາຫຍັງນໍ້ມາຢອດຫວ່ານ ຟັງແລ້ວ ຫວານຈ້ອຽໆ ຕານອ້ອຽກະບໍ່ປານ ຄັນຝົນຕົກ ມັນກໍ່ຍັງຮູ້ເອື້ອນ ກົບກິນເດືອນມັນກໍ່ຍັງຮູ້ອີ່ມ ບາດວ່າອ້າຽຮັກນ້ອງ ບໍ່ມີມື້ຊິອີ່ມເປັນ ແທ້ນໍ ບາບບໍ່ເວັ້ນ ເວນຈ່ອງຈຳຈິດ ຫວນຄນິງນຳຄິດ ບໍ່ຫ່າງເຫີນເມີນມ້າງ ຄືດັ່ງ ຄົນຕົກສ້າງ ຫາທາງບໍ່ເຫັນປ່ອງ ມອງຫານວນໜໍ່ຫຼ້າ ນາງນ້ອງນຶື່ງດຽວ ຢ້ານຫຼາຽເດ້... ຢ້ານຄືນາໃຮ່ໂຫຼ້ງ ຝົນຕົກລົງນ້ຳບໍ່ຢູ່ ຄຶດຕໍ່ເຈົ້າຜູ້ຮູ້ ຄຶດຕໍ່ຊູ້ຜູ້ນີ້ ພໍຊິໄດ້ຢູ່ບໍ່ນໍ ອ້າຽນີ້ເປັນຄົນດ້ອຽ ບໍ່ຮູ້ຮ່ອມປັນຍາ ບໍ່ແມ່ນຊາວນາວາ ຊິສ່ອງເຫັນແລວນ້ຳ ເຈົ້າຜູ້ໄໝຄຳຝັ້ນ ໃນຂັນບໍ່ເຫັນເງື່ອນ ສັງມາຊຸກເຊື່ອງມ້ຽນ ໃນນັ້ນສ່ອງບໍ່ເຫັນ ແທ້ນໍ. ອ້າຽນີ້ ເປັນດັ່ງ ແພລາຽສ້ອຽ ເປັນຮອຽໜູກັດຂາດ ບໍ່ຄືສາດ ເສື່ອກວ້າງ ຂວາງພື້ນແຜ່ນພະລານ ຊິສົມ ຕຽງຄ່າລ້ານ ຄືພົມແຜ່ນຜືນໄໝ ບໍ່ນໍ ບໍ່ອາດ ປູພືໄປ ໃສ່ຮອງຫຼອງພື້ນ ແນວວ່າ ຜືນແພຮ້າຍ ຢາກອາຽເດ້ເພິ່ນຊິໜ່າຽ ແພແຜ່ນ ຜືນຂີ້ຮ້າຽ ກາຽໃກ້ເພິ່ນຊິກູຍ ແທ້ແລ້ວ ແນວວ່າ ຫົງເຫີນຟ້າ ກາໄຝ່ຫວງແຫນ ແມ່ນຜູ່ ໃດພານພົບ ຈວບໃນໃຈປື້ມ ເຈົ້າຜູ້ ຟືມຊາວຫ້າ ຄນິງຫາຕັ້ງແຕ່ກີ່ ໄມ້ກ່ຳພັ້ນພໍສ່ຳນີ້ ຊິສົມພື້ນແຜ່ນຜືນ ບໍ່ເດ ທັງໄໝ ຍືນໄໝສ້ອຍ ບໍ່ສົມຮອຍບາດຊິຕ່ຳ ແນວຜູ້ເພິ່ນໄໝຄຳ ມືຊິກຳສອດສ້ວຍ ກະສວຍຊ້ວນຫາກບໍ່ຄື ແທ້ແລ້ວ. ຫຼືຈັກປຸນປຽບດ້າມ ໂດຽດັ່ງກຸມພັນ ຍາມເມື່ອສິນໄຊນຳ ມິ່ງອາຄືນບ້ານ ກຸມພັນ ຄຸງເຄືອງແຄ້ນ ໝອງພະທັຍຊືມໂສກ ເລີຽເລົ່າ ອົກແຕກມ້າງ ປາງນັ້ນຄອບນາງ. ອ້າຽພີ່ ຕັ້ງເວົ້າແທ້ ສິບຊາຕຊິຄອຽປອງ ບໍ່ໄດ້ປອງເມືອງຄົນ ພີ່ຊິປອງເມືອງຟ້າ ເຈົ້າຜູ່ ກອງສອງໜ້າ ເຈົ້າຜູ້ໄຊສອງງາ ບໍ່ເວົ້າຈານຳພີ່ ແດ່ລື ມັກອີຫຼີ ພີ່ຈຶ່ງເວົ້າ ຊິເອົາແທ້ພີ່ຈຶ່ງມາ ຄິດນຳຫຼາຽ ຄິດນຳດວງດອກໄມ້ ທັດໃສ່ແຊມຜົມ ຄຶດນຳ ພົມແພຜືນ ສົ່ງຄືນຄຽນຕູ້ມ ຄິດນຳ ສອງແຂນຫຸ້ມ ມືກຸມກອດແກ່ນ ຄຶດນຳ ຕຽງແຜ່ນແປ້ນ ທີ່ເຄີຽເວົ້ານັ່ງຈາ ແທ້ເດ້ ຍາມເມື່ອ ເຫີນຫ່າງໜ້າ ໃນອຸຣາໃຈຊາຍ ສັງມາເປັນລາຽຕ່າງ ຍາມເມື່ອ ເຫີນຫ່າງນ້ອງ ທາງອ້າຽຫາກຄຶດຫຼາຽ ຢ້ານມີຊາຽຫຼາຽໜ້າ ຢ້ານມີຊາຽມາຈາ ພານາງໃຫ້ໃຈຕ່າງ ຢ້ານແຕ່ທາງຝ່າຽນ້ອງ ໃຈເຈົ້າຊິຫວັ່ນໄຫວ ໃຈພະວົງນຳນ້ອງ ນຸດທະນາດນາງໄພ ສຸດຫົວໃຈ ຫ່ວງຫາຜວາເວົ້າ ເປັນຈັ່ງໃດ... ເຮົາກໍ ລົງເຮືອແລ້ວ ລຳດຽວຢ່າແຕກແບ່ງ ກັນເນີ້ ໄປໃຫ້ສົມມາດແມ້ງ ສະພັງມົ້ມຝັ່ງດິນ ຢ່າຟ້າວ ສີນເສັຽຊ້ຳ ຕັດຈຳຈົນສຸດຮາກ ຢ່າຟ້າວ ຖາກເປືອກຖິ້ມ ຖອນທື້ນເປົ່າແປນ ປານໃດນໍ້ ຊີ່ໄດ້ ຈູງແຂນເຂົ້າ ພາຂວັນປ້ອນໄຂ່ໜ່ວຽ ມືຂວາປ້ອນໄຂ່ອ້າຽ ມືຊ້າຽປ້ອນໄຂນາງ ຄາດແມ່ນ ທາງຊິໄດ້ ບໍ່ຫ່ອນເອີ່ຽທາງເສັຽ ຄາດເປັນຜົວເປັນເມັຽ ບໍ່ຫ່ອນມີທາງຮ້າງ ເຫຼືອໃຈເດ້... ອົກຊິເພພັງມ້າງ ຕາຽນຳລູກສາວເພິ່ນ ບໍ່ໄດ້ຫຍ້ຳເຂົ້າຄາຽ ບໍ່ໄດ້ຢາຽເຂົ້າປ້ອນ ມາໃຫ້ອ້ອນແອ່ວນຳ ແທ້ເດ້
ທຸກຄ່ຳເຊົ້າ ເອົາແຕ່ເບິ່ງບຸບຜາ ດວງມາລາຮຽມຮັບ ຕອນທີ່ນາງມາຕ້ອນ ສນາມບິນບ່ອນເບື້ອງ ເມືອງວຽງຈັນທີ່ເຄີຽຜ່ານ ເຫັນຕາຫວານສົ່ງໃຫ້ ແພງໄວ້ອານຸສອນ ຕອນໃດຫົວໃຈເສົ້າເຫງົາງ່ວມກວມຈິດ ຄິດນຳເອີ໋ຽແພງຂວັນ ຍ່ຽງວັນແລງເຊົ້າ ໂອ໋ກໍ່ບາຽເອົາຜ້າ ແພສະໄບມາຕູ້ມຫໍ່ ຜ້າຜືນແພທີ່ໃຫ້ ຖນອມໄລ້ລູບຄຳ ອ້າຽຫາກຄິດອ້ຳລ້ຳ ນິທທະເນັ່ງນອງເປີງ ແສນຮ່ຳເພິງຄະນິງຄິດ ຫ່ວງຊືມບໍ່ເຫັນຮູ້ ອັນວ່າ ໂອນໍຊູ້ ຊູຊອນເຄີຽນອນແນບ ໃຈພີ່ແຈບຈໍ່ແຈ້ງ ຖແລງຕ້ານຜ່ານຜຍາ. ຄັນວ່າ ນ້ຳຕ້ອງຕາດ ຄືເຫັນນ້ອງຊິແກວ່ງຫຼາ ນ້ຳຕ້ອງພູຕ້ອງຜາ ຄືນາງຊິແກວ່ງອີ້ວ ລົມພັດວີວໆຕ້ອງ ມອງຄນຶງດຶງແກວ່ງ ແສງຟ້າຜ່າມະລາບເຫຼື້ອມ ຄືນ້ອງຊິແກວ່ງແຂນ ຢາກເປັນແຫວນວົງນ້ອຽ ລອຽໄປມາໃຫ້ນ້ອງໃສ່ ເບິ່ງເດ້ ຢາກເປັນ ດວງດອກໄມ້ ມລັຍຄ້ອງໃສ່ສວມ ຄວາມຄຶດ ມີຕໍ່ເຈົ້າ ເອົາແນ່ບໍ່ມີວາງ ອ້າຽນີ້ຄຶດຕໍ່ນາງ ວ່າງໃດຊິເອົາໄດ້ ເຈັບອົກປານໄຟໄໝ້ ເຈັບໃຈປານຟ້າຜ່າ ບາດບໍ່ມີບ່ອນແປ້ວ ຊິປົວໄດ້ບ່ອນໃດ ຍາມເມື່ອ ລົມຜ່າງຜ້າຽ ພັດຜ່ານພໍຜີວເຜີນ ຕົກກະເທີນທາງທຽວ ທ່ຽວໄປແປນປ້ອງ ແນມນຳນ້ອງ ນວນລະອອງອ້ອຍອິ່ນ ກິນກະກິນບໍ່ໄດ້ ລະເມີໄຫ້ຮ່ຳຫາ. ຄັນບໍ່ມັກອ້າຽບໍ່ເວົ້າ ຄັນບໍ່ເອົາອ້າຽບໍ່ວ່າ ຍ້ອນວ່າຮັກນ້ອງນາ ຈຶ່ງມາຈາກ່າຽກ້ຽວ ທຽວເວົ້າໃຫ້ອຸ່ນໃຈ ໜີໄປໄກຢາກເຫັນໜ້າ ຢາກມາຫາຕ້ານກ່າວ ຍ້ອນວ່າຄວາມຮັກເຈົ້າ ຈຶ່ງທຽວເວົ້າຢູ່ບໍ່ເຊົາ ນ້ອງວ່າເວົ້າ ວ່າຄິດຮອດຊາຍຫຼາຽ ໃຈຄະນິງນຳຊາຽ ຝາກນະພາເດືອນແຈ້ງ ພີ່ກໍ່ແນມຈັນຈ້າ ດາຣາແທນນ້ອງອຸ່ນ ວອນໃຫ້ ບຸນຢ່າມ້າງ ຜລາສ້າງຫ່າງໄກ ຄວາມຮັກອ້າຽຕໍ່ນ້ອງ ກະຮູ້ຢູ່ເຕັມອົກ ຕັ້ງແຕ່ກົກສຸດປາຍ ບໍ່ໜ່າຽແໜງນາງນ້ອງ ເຖິງຊິມີເຄືອຂ້ອງ ກັ້ນຂວາງກໍຕາມແຕ່ ຊິນຳລ່ຳນຳແລ ຊິຕໍ່ແຫຼແວ່ເວົ້າ ນຳເຈົ້າຢູ່ບໍ່ຖອຽ ບໍ່ໄດ້ອອຽຄຳເຫຼັ້ນ ແຕ່ເປັນຈິງຄືຄວາມວ່າ ບໍ່ຄືຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ ບໍ່ໄດ້ງົມງວຍເວົ້າ ຍ້ອນຊິເອົາອ້າຍຈຶ່ງວ່າ ເອົາວາຈາອອກອ້າງ ໃຫ້ນາງນ້ອງໄດ້ລ່ຳແຍງ. ຄ່ຳລົງ ແລງພໍປານນີ້ ອ້າຍພີ່ມາຄິດຮອດ ເຄີຍໄດ້ ອອດໆເວົ້າ ນຳເຈົ້າທຸກຄ່ຳຄືນ ຫົວໃຈ ອ້າຍສະອື້ນ ຈິດບໍ່ຊື່ນຊົງເຫງົາ ພໍປານເມົາຢາເບືອ ນັ່ງເຟືອເສົາບ້ານ ຄິດເຖິງການ ເວລາຍ້າຍ ກາຽມາເຄີຽເວົ້າຕໍ່ ຄິດເຫັນ ຍາມພົບພໍ້ ໂອນໍນ້ອງຢູ່ຈັ່ງໃດ ພັດແຕ່ ອ້າຍພາກນ້ອງ ນອນເສື່ອກະຄືໜາມ ຮອດຍາມກິນຍາມນອນ ຄິດເຫັນແຕ່ອວນນ້ອງ ແນວວ່າໄກກັນເຍີ້ນ ໄກກັນແສນຍ່ານ ປານໃດນໍ້ ຊິໄດ້ ພໍ້ພົບໜ້າ ຄອງຖ້າຮ່ຳເພິງ ເຖິງວ່າ ສຸດຂອບຟ້າ ໂຂງເຂດເຂົາຂຽວ ທາງທຽວໄກແສນໄກ ອ້າຍຊິ່ນຳຫານ້ອງ ສຸດຫົນຫ້ອງ ພູຜາແສນຍ່ານ ກໍ່ຕາມຖ້ອນ ທະເລຫຼວງຂ່ວງຂັ້ນ ຊິດຸດັ້ນດຸ່ງເຖິງ ທຸກປານໃດກໍ່ຊິໝົ້ນ ໜາມສົນກະຊິຜ່າ ປ່າຂີ້ອົ້ນແກມຫຽ້າ ຊິເອົາພ້າຄ່ອຽຖາງ ຍ້ອນວ່າ ຮັກມິ່ງນ້ອງ ນວນນາດອິນແປງ ສາຽຕາແຍງ ລ່ຳຫຼິງດີລ້ວນ ງາມສເມີຖ້ວນ ທວຽຖັນປັ້ນໜ່ວຽ ແຂນກ່ອງສ້ວຽ ນວຽນີ້ວນາດນາງ ໜ້າອິ່ມອ້າງ ນັຍຍະເນຕດຳດີ ສົມແສງສີ ແກ້ມນວນຍວງຝ້າຽ ຜົມຜາງຜ້າຽ ຍອຍປີວເປັນທີວຖ່າວ ງາມຖືກຕາໝູ່ທ້າວ ໃຈຫ້າວຊິຖ່າວຕາຽ ອ້າຽນີ້ແມ່ນຍາມນອນ ກະຍັງຝັນເຫັນໜ້າ ມືນຕາມາ ຄິດຮອດອຸ່ນ ບຸນຫົວຫຼາຽຈຶ່ງຈະໄດ້ ສົມແມ້ງປາດຖນາ ວ່າໂອນໍ... ອ້າຽມັັກນ້ອງ ມັກທັງກົກຜົມດຳ ມັກທັງລຳຄີງສວຍ ໜ່ວຽຕາຄືແກ້ວ ແອວບາງລ້ຳ ລຳຂາຄີ້ວກົ່ງ ມັກທັງຊົງວາດເວົ້າ ຂອງເຈົ້າຄູ່ສູ່ອັນ ອ້າຍຫາກຄິດອ້ຳລ້ຳ ນຳແຕ່ນາງດຽວ ທຽວຄິດນຳວັນເວັນ ຈັ່ງວ່າເວນກັມຕ້ອງ ຄິດພໍ້ສອງສເມີດ້ານ ຂານຄຳຄ້ອຍຄ່ຳ ພີ່ຍັງຈຳຈື່ໝັ້ນ ບໍ່ຜັນປີ້ນປ່ຽນໃຈ ເຄີຽຫາດວງດອກໄມ້ ມະໄລແຕ່ງແມງຕອມ ໃຫ້ພີ່ຊອມຊົມຊິດ ຕິດຕຶງກະໃຈແຈ້ງ ເອົາໄວ້ແຍງຕາງໜ້າ ຍາມເວລາໄກຫ່າງ ພໍໄດ້ຈາອວດອ້າງ ພະອວນເອື້ອນເອີ່ຍເຖິງ ລົມອວ່າຍເນີ້ງ ພັດວີ່ໆວີໃບ ພຶກສາໄຊລົມກັວຍ ງ່າງວຍລົມຕ້ອງ ເຫັນລະອອງເໝືອຍຍ້ອຍ ເປັນຮອຍໝອກແຜ່ ພີ່ນີ້ຄິດຮອດແທ້ ຈຶ່ງມາແກ້ກ່າວຜຍາ ເຖິງເວລາ ຊິໄດ້ໜີໄກກັນແລ້ວ ແນວໃຈຍັງຄິດຮ່ຳ ຂໍຝາກຄຳຕື່ມທ້າຍ ພາຍພີ້ໃຫ້ຄິດເຖິງ ບໍ່ຢາກພັດພາກເວັ້ນ ເວນກໍ່ຈ່ອງຈຳໜີ ບໍ່ຢາກໄກນາຣີ ກໍ່ເລົ່າມີເວນຕ້ອງ ມາສນອງນຳຍູ້ ຊູໄປໃຫ້ປະປ່ອຍ ວາສນາຄົນພອຍ ຄັນບໍ່ຄອຍຄາດໄດ້ ແສນຊິໃກ້ກໍ່ເລົ່າໄກ. ພີ່ໄດ້ໄລນາງນ້ອງ ກັບຕ່າວເຄຫັງ ປາຫາກລາວັງເວີນ ເວີ່ນໄປສເມີຮຸ້ງ ທຸງຫາກໄລລາຜ້າ ສະ...ໜອງຫາກລາບວກ ຮວກຫາກລາແມ່ນ້ຳ ນາງນ້ອງຄ່ອຽສບາຽ ຫຼາຍເວລາຫຼາຍມື້ ສັງມາຄືປາລາບວກ ຜັກລວກລືມແຈ່ວຈ້ອຍ ຢ່າລືມຂ້ອຍຜູ້ຄຶດນຳ ອ້າຽນີ້ໄກກໍ່ໄກຕັ້ງແຕ່ໜ້າ ທຽວໄປມາບໍ່ໄດ້ຫ່າງ ໃຈຂອງອ້າຽກໍ່ຢູ່ໜີ້ ຄວາມຮັກອ້າຽກໍ່ຢູ່ໜີ້ ໄກເຈົ້າແຕ່ຮ່າງຄີງ ແທ້ແລ້ວ.