ລັດທິ ສາສນາ ຮິນດູ ລັດທິ ສາສນາຮິນດີ ເກີດຂື້ນເປັນຜົນຂອງຄວາມພຍາຍາມປັບປຸງສາສນາພາມ ເພື່ອຕໍ່ສະ້ກັບພຣະພຸທສາສນາ ແລະສາສນາເຊນ. ທັງນີ້ເນື່ອງຈາກສາສນາພຣາມ ໃນຕອນຫຼັງໄດ້ມີພຸທສາສນາ ແລະສາສນາເຊນເກີດຂຶ້ນ ເປັນຄູ່ແຂ່ງທີ່ສຳຄັນ ເຖິງແມ່ນສາສນາທັງສອງຈະໄດ້ແນວຄິດມາຈາກສາສນາພຣາມ ເຣື່ອງພຣະພຣົມກໍຕາມ ແຕ່ສາສນາທັງສອງກໍສອນກົງກັນຂ້າມ ກັບລັດທິພຣາມ ສະນັ້ນເພື່ອຄວາມຄົງຢູ່ຂອງສາສນາ ພວກພາມຈຶ່ງຫາທາງປັບປຸງສາສນາໃໝ່ ດັ່ງທີ່ຊາບແລ້ວວ່າ ສາສນາພາມມຸ້ງສອນໃຫ້ຖືກໃຈຄົນ ຫຼາຽກວ່າຈະນືດຄອນສອນ ເພາະສັງຄົມອິນເດັຽສມັຍນັ້ນ ປະເທດອິນເດັຽ ໄດ້ແບ່ງເປັນຫຼາຽຣັຖ ມີກະສັດປົກຄອງຫຼາຽພຣະອົງ ແຕ່ລະພຣະອົງບໍ່ຂຶ້ນຕໍ່ກັນ ຄວາມຄິດຄອງບໍ່ຂຶ້ນຕໍ່ກັນນັ້ນ ຈະເປັນການຍາກ ທີ່ຈະເຮັດໃຫ້ຄົນອິນເດັຽນັບຖືເທພເຈົ້າອົງດຽວຄື ພຣະພຣົມໄດ້ດັ່ງນັ້ນ ເມື່ອມາເຖິງສມັຍນີ້ ພຣະພຣົມຈະເປັນເທພະເຈົ້າສູງສຸດອົງດຽວບໍ່ໄດ້ອີກແລ້ວ ພວກພາມຈິ່ງຍົກພຣະສີວະ ແລະພຣະວິສນຸຂຶ້ນສເມີກັບພຣະພຣົມ ຊຶ່ງຮຽກວ່າ "ຕຣີມຸຣຕີ". ພຣະສີວະ ແລະ ພຣະວິສນຸ ເປັນທີ່ຊາບແລ້ວວ່າ ແມື່ອພວກພຣາມ ໄດ້ສ້າງພຣະພຣົມຂຶ້ນແລ້ວ ພວກພາມກໍບໍ່ໄດ້ສ້າງເທພເຈົ້າຂຶ້ນມາອີກ ແລະພຍາຍາມໃຫ້ເທພເຈົ້າອົງເກົ່າໆເສື່ອມສັກສີລົງ ແຕ່ຄົນສາມັນຍັງນັບຖືເທພເຈົ້າເກົ່າໆຢູ່ ບໍ່ນັບຖືພຣະພຣົມ ເຖິງແມ່ນວ່າພຣາມບໍ່ສ້າງເທພເຈົ້າຂຶ້ນອີກ ປະຊາຊົນກໍສ້າງເອົາເອງ ດັ່ງນັ້ນພຣະສີວະກໍດີ ພຣະວິສນຸກໍດີ ເຈົ້າແມ່ກາລີກໍດີ ເປັນເທພເຈົ້າທີ່ປະຊາຊົນສ້າງຂຶ້ນທັງນັ້ນ. ດັ່ງນັ້ນໃນຕົ້ນສມັຍພຸທການ ຈິ່ງມີເທພເຈົ້າໃໝ່ເກີດຂຶ້ນ 2 ອົງ ຢູ່ຕ່າງອານາເຂດກັນ ຄືພຣະສີວະເປັນເທພເຈົ້າແຫ່ງພູເຂົາ ຄົນນັບຖືຫຼາຽໃນແຖບພູຫີມະລັຍ ທາງພາກເໜືອ ພຣະວິສນຸ ເປັນເທພພະເຈົ້າ ປະທັບຢູ່ໃນທະເລ ເປັນເທພພະເຈົ້າແຫ່ງທະເລ ມີຄົນນັບຖືຫຼາຽ ໃນດິນແດນ ປະເທດອິນເດັຽທາງພາກໃຕ້. ທ່ານສາສະດາຈານ Otto Strouss ກ່າວວ່າເທພພະເຈົ້າ ທັງສອງຄື ພຣະສີວະແລະພຣະວິສນຸ ມີລັກສນະສແດງເຖິງ ນິສັຍໃຈຄໍ ຂອງຊາວອິນເດັຽທີ່ເປັນອາຣະຍັນ ແລະ ຊາວພື້ນເມືອງ ພວກອາຣະຍັນ ຄືພວກທີ່ຢູ່ທາງເໜືອ ໄດ້ສ້າງພຣະສີວະຂຶ້ນມາ ສ່ວນພວກຊາວໃຕ້ ຊຶ່ງເປັນຄົນພື້ນເມືອງ ຂອງອິນເດັຽເວລານີ້ເອີ້ນວ່າ Dravidian ໄດ້ສ້າງພຣະວິສນຸ. ພຣະວິສນຸ ເປັນເທພພະເຈົ້າທີ່ອ່ອນໂຍນ ມີແມຕຕາກະຣຸນາ ຊຶ່ງເປັນນິສັຍຂອງຄົນພື້ນເມືອງເດີມຂອງອິນເດັຽ. ພຣະວິສນຸ ມີໜ້າທີ່ປາບຍຸກເຂັນໃຫ້ ຄວາມສຸກແກ່ໂລກ ແລະສວັນ ສ່ວນພຣະສີວະ ມີລັກສນະໂຫດຮ້າຽ ມີກະດູກຫົວມະນຸດເປັນເຄືອງປະດັບ ມັກສເວີຽໂລຫິດ ພຣະສີວະເປັນໂຕອຳນາດ ອັນເປັນລັກສນະ ຖືອຳນາດຂອງຊາວອາຣະຍັນ ພຣະຊາຍາຂອງພຣະສີວະ ຊື່ພຣະນາງ ອຸມາເຫມະວະຕີ(ວ່າແມ່ນນ້ອງສາວພຣະສີວະເອງ) ກໍເປັນເທພພະເຈົ້າທີ່ໂຫດຮ້າຽດ້ວຽ. ພວກພຣາມໃນສມັຍຮິນດູນີ້ ເມື່ອເຫັນເທພພະເຈົ້າ ສອງອົງນີ້ມີຄົນນັບຖືຫຼາຽ ຈຶ່ງຫາວິທີນຳເອົາ ເທພພະເຈົ້າທັງສອງ ເຂົ້າມາໃນສາສນາຂອງຕົນ ໄດ້ຫາວິທີປະກາດ ໃຫ້ປະຊາຊົນຊາບວ່າ ພຣະສີວະ ແລະ ພຣະວິສນຸ ທີ່ປະຊາຊົນຖືຢູ່ນັ້ນ ແມ່ນການແບ່ງພາກ ຂອງ ເທພພະເຈົ້າອົງເກົ່າຂອງພຣາມ ຄື ພຣະຣຸທຣະ ພຣະຣຸທຣະທີ່ພວກພາມອ້າງວ່າ ເປັນຜູ້ອາວະຕານ ເປັນພຣະສີວະ ແລະ ພຣະວິສນຸນັ້ນ ພວກພຣາມໄດ້ປັບປຸງຂຶ້ນໃໝ່ ໂດຽມີເຣື້ອງເລົ່າວ່າ ໄດ້ຍິນມາຈາກພຣະພຣົມວ່າ ຄັ້ງນຶ່ງ ພຣະພຣົມກຳລັງບຳເພັນຕະປະຢູ່ໃກ້ກອງໄຟ ຮ້ອນຈົນເຫື່ອໄຫຼ ຢູ່ທີ່ໜ້າຜາກ ເຊັດເຫື່ອຢູ່ທີ່ໜ້າຜາກ (ຄົງຈະແມ່ນໄມ້ຟືນ ທີ່ກຳລັງດັງໄຟຢູ່ນັ້ນເອງ) ໄມ້ເລີຽບາດ ພຣະໂລຫິດຕົກລົງໃນກອງໄຟ ຈຶ່ງເກີດເປັນພຣະຣຸທຣະຂຶ້ນ ນີ້ຄືເຣື່ອງການເກີດໃໝ່ຂອງພຣະຣຸທຣະ ພຣະສີວະ ມີຊື່ເອີ້ນຫຼາຽຢ່າງຄື: ພຣະອີສວນ, ພຣະຍະສົມພູ ຫຼື ສະຍົມ, ພຣະມະຫາເທພ ພຣະຕຣີໂລຈະນະ(ສາມຕາ) ພຮະນີລລະກັນ(ຄໍດຳ) ພຣະຈັນທະຣະເສຂອນ(ເອົາພຣະຈັນມາເຮັດປັກປິ່ນເກົ້າ) ໃນປະວັຕທີ່ໂກຣດຮ້າຽຮຽກວ່າ ພຣະໄຟຣົບ ບາງຄັ້ງຈຳແລງເປັນ ຊາຽເຄິ່ງນຶ່ງຍິງເຄິ່ງນຶ່ງ ຮຽກວ່າ ພຣະອັທທະຣີ ຫຼື ພຣະອັທທະອີສວນ. ພຣະສີວະ ມາຕາ 3 ໜ່ວຽ 2 ໜ່ວຽຢູ່ທີ່ດຽວກັບມະນຸດ ສ່ວນອີກໜ່ວຽໜຶ່ງ ຢູ່ເຄິ່ງກາງ ມີສ້ອຽຮ້ອຽກະດູກຫົວຄົນ ຄ້ອງຄໍມີຄູ່ເປັນສັງວານ ມີພຣະຊາຍາຊື່ ອຸມາ ມີພຣະໂອຣົດ 3 ອົງຄື: ພຣະຄະເນດ ຫຼື ພຣະວິຄະເນດ ພຣະຂັນທະກຸມານ ແລະ ພຣະສະກັນ ອົງທຳອິດ ມີຫົວເປັນຊ້າງ ເປັນເທພພະເຈົ້າ ແຫ່ງສິລລະປະວິທຍາ ສ່ວນສອງອົງຫຼັງ ເປັນເທພພະເຈົ້າແຫ່ງສົງຄາມ. ພຣະວິສນຸ ຫຼືຮຽກອີກຢ່າງໜຶ່ງວ່າ ພຣະນາຣາຍ ປະທັບຢູ່ເທິງຫົວນ້ຳ ມະຫາສມຸດ ບົນຫຼັງ ອະນັນຕະນາຄະຣາດ ທຣົງຄຸດເປັນພາຫະນະ ເມື່ອມີວຽກຈະໄປກຳຈັດຍຸກແຄວ້ນບ່ອນໃດ ຈຳຕ້ອງຊົງຄຸດ ສີພຣະກາຍເປັນສີນິນ ນັບວ່າເປັນເທພພະເຈົ້າຊາວໃຕ້ແທ້ ພຣະອິນເດັຽທາງພາກໃຕ້ ນິຍົມຄວາມງາມທາງຜີວດຳ ຄວາມຄຶດທີ່ ພຣະວິສນຸປະທັບຢູ່ຫົວສມຸດນັ້ນ ກໍເປັນຄວາມຄຶດຂອງຄົນຊາວໃຕ້ ທີ່ຮູ້ຈັກ ແລະ ເຫັນຄວາມສຳຄັນ ຂອງທະເລຫຼາຽກວ່າ ທາງພາກເໜືອ. ຣາມະຍະນະ ແລະ ມະຫາພາຣະຕະ ກ່ອນສມັຍພຸທທະການ ປະມານເລັກນ້ອຽ ແລະ ກ່ອນສມັຍພຣະສີວະ ແລະ ພຣະ ວິສນຸເຂົ້າມາຢູ່ໃນ ສາສນາຮິນດູ ມີພຣະລືສີ ເປັນກະວີຄົນນິ່ງຊື່ ວາລະມິກິ ໄດ້ແຕ່ງໜັງສືເຣື່ອງນຶ່ງຊື່ "ຣາມາຍນະ" ທີ່ເຮົາຮຽກກັນວ່າ "ພຣະລັກພຣະລາມ" ເປັນເຣື່ອງຍາວພຽງ 5 ບົດ ມີພຣະຣາມ ຊຶ້ງເປັນມະນຸດທັມມະດາ ບໍ່ໄດ້ເປັນເຊື້ອສາຽເທພພະເຈົ້າ ເປັນວິຣະບູຣຸດ ແຕ່ເປັນເຣື່ອງແຕ່ງດີ ມີຄົນນິຍົມຫຼາຽ. ລຸນຫຼັງ ເຣື່ອງພຣະຣາມມາອີກປະມານ 100 ປີ ມີກະວີຄົນນຶ່ງຊື່ວ່າ ກຣິສນະ ໄທວະປາຍະນະ ແຕ່ງເຣື່ອງສົງຄາມອີກເຣື່ອງນຶ່ງ ຊື່ ພາຣະຕະ ກະວີຜູ້ນີ້ເອົານາມຕົວເອງເປັນພຣະເອກ ໃຫ້ຊື່ພຣະເອກວ່າ ພຣະກຣິສນະ ເປັນເຣື່ອງຍາວ ຂນາດ 8800 ສໂລກ (ຍາວປະມານ 1000 ໜ້າພິມດີດດຽວນີ້) ຕົວພຣະກຣິສນະ ພຣະເອກໃນເຣື່ອງ ກໍ່ບໍ່ແມ່ນເທພພະເຈົ້າ ຫຼືມີຄວາມກ່ຽວຂ້ອງ ສືບເຊື້ອສາຽມາຈາກ ເທພພະເຈົ້າແຕ່ຢ່າງໃດ ເປັນເຣື່ອງມະນຸດທັມມະດາ. ແຕ່ມີຄວາມກ້າຫານ ເກັ່ງກ້າເທົ່ານັ້ນ ພຣະຣາມໃນຣາມາຍນະ ແລະ ພຣະກຣິສນະ ໃນພາຣະຕະ ກາຽເປັນທີ່ເຄົາຣົບ ບູຊາຂອງປະຊາຊົນ ຢ່າງຫຼວງຫຼາຽ ເຣື່ອງທີ່ແຕ່ງໄວ້ເດີມ ກໍມີຜູ້ແຕ່ງ ໃຫ້ໃຫຍ່ຫຼວງຂຶ້ນ ເຣື່ອງ ຣາມາຍນະ ໄດ້ຂຍາຍຈາກ 5 ກັນ ເປັນ 7 ກັນ ເຣື່ອງພາຣະຕະ ຂຍາຍຈາກ 8800 ສໂລກ ມາເປັນ 24000 ສໂລກ ຊື່ພາຣະຕະ ກໍ່ປ່ຽນເປັນມະຫາພາຣະຕະ ທັງສອງເຣື່ອງກາຍເປັນວັນນະຄະດີ ອັນຍິ່ງໃຫຽ່ ຂອງອິນເດັຽ ປະຊາຊົນນິຍົມກັນທົ່ວໄປ ບໍ່ພຽງແຕ່ນິຍົມ ເປັນວັນນະຄະດີທໍ່ນັ້ນ ຍັງເຄົາຮົບບູຊາ ພຣະເອກເປັນເທພພະເຈົ້າອີກດ້ວຽ. ພາຽລຸນມາປະມານ ພ.ສ. 500 ພວກພຣາມໄດ້ປະກາດວ່າ ພຣະຣາມໃນເຣື່ອງ ຣາມາຍນະກໍດີ ພຣະກຣິສນະ ໃນເຣື່ອງ ພາຣະຕະ ກໍ່ດີ ແມ່ນພຣະວິສນຸ ອະວະຕານລົງມາເກີດນັ້ນເອງ. ເຣື່ອງ ເຈົ້າແມ່ກາລີ (ກາລີ = ດຳ; ກາລະ = ເວລາ; ກາຣ = ວຽກ) ເຈົ້າແມ່ກາລີ ເປັນພຣະເທພີ ທີ່ມີຄວາມສຳຄັນຫຼາຽ ໃນລັດທິ ສາສນາຮິນດູ ເປັນເຈົ້າແມ່ ທີ່ເກີດໃນໝູ່ຄົນຊາວໃຕ້ ທີ່ນິຍົມຄວາມງາມຂອງສີດຳ ຄຳວ່າກາລີ ແປວ່າ ຜີວດຳ ຊຶ້ງເປັນລັກສນະຄວາມງາມເໝືອນສີນິນ. ເຣຶ່ອງມີວ່າ ເມື່ອປະມານ ພ.ສ. 1000 ລົງມາ ເກີດມີລັດທິ ຂ້າໂຕຕາຽນຳສເມີ ຄືເມື່ອສາມີຕາຽ ການກະທຳແບບນີ້ ແມ່ນໃຜເຮັດກ່ອນແລະເຮັດຢູ່ໃສ ເວລາໃດນັ້ນ ບໍ່ມີໃຜຊາບ ການກະທຳແບບນີ້ ພາໃຫ້ເກີດຄວາມສັນຣະເສີນ ວ່າ ມີຄວາມຮັກສາມີ ຮັກຄວາມບໍຣິສຸດຫຼາຽ ເປັນຄວາມກ້າຫານຢ່າງພິເສດ ຕໍ່ມາຈຶ່ງມີຄົນຣຽນແບບ ເມື່ອມີຄົນນິຍົມ ສັນຣະເສີນກັນທົ່ວໄປ ກໍເລີຍກາຽເປັນຂນົບທັມນຽມຂຶ້ນ ລັດທິເຈົ້າແມ່ກາລີ ກໍເກີດຈາກການຕາຽຂອງຜູ້ຍິງ ດ້ວຽວິທີດັ່ງກ່າວ ເຈົ້າແມ່ກາລີ ໄດ້ຮັບຄວາມນິຍົມ ນັບຖືກັນຢ່າງຫຼວງຫຼາຽ ຈົນກະທັ້ງພວກໂຈນ ເມື່ອຈະໄປປຸ້ນຫຼືລັກຂອງ ຕ້ອງບະເຈົ້າແມ່ກາລີ ເມື່ອກັບມາ ໄດ້ຮັບຄວາມສຳເຣັດກໍມີຄວາມເຊື່ອຖືຂຶ້ນອີກ. ພວກພຣາມເຫັນວ່າ ເຈົ້າແມ່ກາລີມີຄວາມນັບຖືຫຼາຽ ຈຶ່ງພາທາງນຳເຂົ້າມາສູ່ສາສນາຂອງຕົນ ໂດຽປະກາດວ່າ ເຈົ້າແມ່ກາລີນັ້ນ ກໍ່ບໍ່ແມ່ນອື່ນໄກ ແຕ່ແມ່ນ ພຣະອຸມາຊາຍາ ພຣະສີວະນັ້ນເອງ ພວກພຣາມອະທິບາຽຕໍ່ໄປວ່າ ພຮະອຸມາກໍ່ດີ ພຣະລັກສະມີ ຊາຍາ ພຣະວິສນຸກໍ່ດີ ຍ່ອມໄດ້ ຮັບສິດອຳນາດຈາກພຣະສາມີ ແລະ ໃນບາງຄັ້ງການທີ່ມະນຸດຈະບູຊາ ໃຫ້ເຖິງພຣະສາມີນັ້ນ ຍາກ ເຂົ້າທາງພຣະຊາຍາງ່າຍກວ່າ ການບະ ພຣະຊາຍາງ່າຽກວ່າ ພຣະສາມີ ຣັດທິນີ້ຮຽກວ່າ ສັກຕິ. ມາເຖິງສມັຍນຶ່ງ ໄດ້ເກີດໄພພິບັດຂຶ້ນ ໃນບາງແຫ່ງ ແລະໄດ້ເກີດໂຣຄຣະບາດ ຜູ້ຄົນລົ້ມຕາຽເປັນອັນມາກ ປະຊາຊົນບູຊາເຈົ້າແມ່ກາລີ ກໍ່ບໍ່ເຫັນປະທານໂຜດ ຈຶ່ງໄປຖາມພວກພຣາມ ພວກພຣາມຕອບວ່າ ເຈົ້າແມ່ກາລີໂກດແຄ້ນ ບໍ່ແມ່ນໂກດແຄ້ນ ປະຊາຊົນກະທຳຜິດ ແຕ່ເກີດຈາກຄວາມອຸກອັ່ງໃນໃຈ ທີ່ໄດ້ພັດພາກຈາກພຣະສາມີ ດົນນານການພັດພາກຈາກພຣະສາມີຢ່າງນີ້ ຈະເປັນຍິງທັມມະດາ ຫຼືເທພພະເຈົ້າກໍ່ຕາມ ຍ່ອມມີຄວາມຄັບແຄບໃຈ ພາໃຫ້ໂກດງ່າຽ ເໝືອນຜູ້ຍິງໂດຽທົ່ວໄປ ຄວາມໂກດແຄ້ນ ຂອງເຈົ້າແມ່ກາລີ ຈຶ່ງພາໃຫ້ເກີດໄພພິບັດເຫຼົ່ານີ້. ເຣື່ອງ ສີວະລິງ ຄົນທັງຫຼາຽຈິ່ງຖາມວ່າ ຖ້າເປັນເຊັ່ນນັ້ນ ຈະເຮັດແນວໃດ ເຈົ້າແມ່ກາລີ ຫຼືພຣະອຸມາ ຈຶ່ງຈັກຫາຽໂກດແຄ້ນ ພວກພຣາມຈຶ່ງ ອະທິບາຽວ່າ ຕ້ອງເອົາໄມ້ຫຼືດິນປັ້ນເປັນຮູບຂອງລັບ ຄືເປັນ ສິວະລິງ ຖວາຽເຈົ້າແມ່ ແລ້ວຈະຣະງັບຄວາມຄັບແຄ້ນໃຈໄປເອງ ຄົນທັງຫຼາຽກໍເຮັດຕາມ ເຮັດເປັນຮູບລິງແທ້ໆ ສົມມຸດວ່າເປັນລິງຂອງພຣະສີວະ ຮຽກວ່າ "ສີວະລິງ" ນຳໄປບູຊາເຈົ້າແມ່ກາລີ ຈະເປັນດ້ວຽຄວາມຮ້າຽແຮງ ຂອງພຍາດນັ້ນໝົດຣິດແລ້ວ ຄວາມປົກກະຕິສຸກ ໄດ້ກັບຄືນມາສູ່ປະຊາຊົນອີກ ຄົນທັງຫຼາຽຈິ່ງເຊື່ອວ່າ ການຖວາຽລິງແກ່ເຈົ້າແມ່ກາລີເປັນຜົລດີແທ້ ຕໍ່ມາ ໃຜຈະບໍ່ຊາ ເຈົ້າແມ່ກາລີ ກໍ່ຕ້ອງຖວາຽສິ່ງນັ້ນ. ພາຽລຸນມາ ມີຄົນຄຶດກັນຂຶ້ນອີກວ່າ ຖ້າໃຜຈະໃຫ້ໄດ້ຜົນແທ້ໆ ຕ້ອງບູຊາເຈົ້າແມ່ກາລີດ້ວຽຂອງຈິງຄື ເອົາຜູ້ຍິງແທ້ໆ ມາເຮັດເປັນຕົວເຈົ້າແມ່ ແລ້ວ ເອົາຜູ້ຊາຽມາເປັນພຣະສີວະ ສົມສູ່ກັນຢູ່ໜ້າເທວະສຖານ ໜັງສືທຸກເຣື່ອງ ທີ່ພັລລະນາເຖິງ ວິທີບໍ່ຊາເຈົ້າແມ່ກາລີ ຕ້ອງກ່າວເຖິງເຣື່ອງນີ້ສເມີ. ເຈົ້າແມ່ກາລີ ເປັນເທພພະເຈົ້າ ບໍ່ຢູ່ປະຈຳທີ່ ມັກໄປມາເລື້ອຽໆສັນນັ້ນ ການຈະສ້າງສີວະລິງ ໄວ້ສະເພາະແຕ່ແທ່ນບູຊານັ້ນບໍ່ພຽງພໍ ເພື່ອບໍ່ໃຫ້ເຈົ້າແມ່ກາລີເກີດຄວາມຄັບແຄ້ນໃຈຂຶ້ນມາ ຕ້ອງເຮັດສີວະລິງ ໄວ້ທົ່ວໄປ ບໍ່ວ່າໃນຖນົນ ໃນປ່າ ໃນນ້ຳ ເຕັມໄປໝົດ. ເມື່ອບູຊາກັນເຫີງໆ ສີວະລິງກໍ່ປ່ຽນຖານະ ຄືກາຽເປັນປູຊະນີຍະວັດຖຸເອງເລີຽ ເຣື່ອງຄວາມຄິດບູຊາ ເຈົ້າແມ່ກາລີຄ່ອຽໆ ຈືດຈາງໄປ ຄວາມຄຶດບູຊາສີວະລິງຂຶ້ນມາແທນທ່ານ Otto Strouss ກ່າວໄວ້ວ່າ ເມື່ອສີວະລິງ ມີຄວາມສຳຄັນຂຶ້ນດັ່ງນີ້ແລ້ວ ພວກເຈົ້າລັດທິ ກໍພາກັນຫາວິທີ ອະທິບາຍໃໝ່ວ່າ ເປັນການບູຊາ ອົງພຣະສີວະໃນອຳນາດ ສ້າງສັນ (Creative) ຂອງພຣະອົງ ໂດຽຖືວ່າພຣະສີວະ ເປັນຜູ້ສ້າງ ແລະ ສິ່ງທີ່ເປັນຕົວແທນອຳນາດສ້າງສັນ (Creative Power) ນີ້ກໍ່ບໍ່ມີອັນໃດ ດີກວ່າສີວະລິງ ເພາະລິງເປັນຂອງສ້າງ ສ້າງທຸກສິ່ງທຸກຢ່າງຂຶ້ນມາເຕັມໂລກ. ລັດທິບູຊາສີວະລິງນີ້ ມີອິທທິພົນແຜ່ຫຼາຽ ສະຖາປັຕຕະຍະກັມຕ່າງໆ ໄດ້ປ່ຽນຮູບ ເອົາແບບສີວະລິງ ມາເປັນຫຼັກການອອກແບບ ເຊັ່ນພຣະປາງ ໂບດພຣາມ ແລະເທວະສະຖານອື່ນໆ ກໍ່ເອົາແບບລິງຕັ້ງຂຶ້ນນັ້ນເອງ ດັ່ງທີ່ເຄີຽເຫັນ ໃນຍອດຜາສາດ ຍອດປາງຂອງຂອມເປັນຕົ້ນ ແມ່ນຮູບສີວະລິງໂດຽແທ້ ແຕ່ສີມືຂອງນັກສະຖາປະນິກດີເລີດ ຈົນເຮົາລືມນຶກເຖິງເຣື່ອງນີ້ເສັຽອີກ. ຫຼັກປະຕິບັດ ສຳຣັບຮິນດູແທ້ ບຸກຄົນຈະເປັນຮິນດູໄດ້ ຕ້ອງປະກອບດ້ວຽສິ່ງດັ່ງນີ້: ຊາຕຕະກຸນ: ບຸກຄົນຈະເປັນຮິນດູໄດ້ ຕ້ອງຢູ່ໃນວັນນະໃດ ວັນນະນຶ່ງ ໃນຣັດທິຮິນດູ ຊົນຊາດຕ່າງໆ ຖ້າບໍ່ມີຊາດຕະກຸນດັ່ງກ່າວ ແມ່ນຈະນັບຖືລັດທິຮິນດູ ແລະປະພຶດຕົນຢ່າງຮິນດູ ກໍເປັນຮິນດູບໍ່ໄດ້. ຂໍ້ປະຕິບັດ: ຮິນດູຕ້ອງປະຕິບັດຕາມ ປະເພນີທີ່ກຳນົດໄວ້ ສຳຣັບວັນນະຂອງຕົນ. ໃນວັນນະຕ່າງໆ ມີກົດປະເພນີໂດຽສະເພາະ ບາງຢ່າງກໍມີກົດປະຕິບັດ ທຸກໆວັນນະ. ຫຼັກປະຕິບັດນັ້ນແບ່ງເປັນ 4 ໝວດຄື: ການປະຕິບັດ ກ່ຽວກັບຊີວີດປະຈຳວັນຂອງບຸກຄົນ
 ການແຕ່ງດອງ: ການແຕ່ງດອງມີຄວາມສຳຄັນ ໃນວັນນະຕ່າງໆ ຈະມີສາມີພັລລະຍາ ນອກວັນນະຂອງຕົນບໍ່ໄດ້ເດັດຂາດ, ພຣາມຕ້ອງແຕ່ງດອງກັບພຣາມ ກະສັດກັບກະສັດ. ເຖິງໃນວັນນະດຽວກັນຍັງຈຳກັດຕະກຸນ ແລະໂຄດອີກຊັ້ນນຶ່ງ ຖ້າຝ່າຝືນ ຈະໄດ້ຮັບການປະນາມ ໂດຽບໍ່ມີໃຜຄົບຫາສະມາຄົມ ຕັດຂາດຈາກໂຄດວົງຕະກຸນ.
 ການປະກອບອາຊີບ: ສຳຣັບຄົນຊັ້ນຕ່ຳແລ້ວ ມີການກຳນົດແນ່ນອນວ່າ ຄົນເກີດມາໃນຕະກຸນວັນນະນັ້ນ ແຕ່ສມັຍຫຼັງໆ ເມື່ອມີການສຶກສາແຜນໃໝ່ໄປເຖິງ ກໍ່ມີການປ່ຽນແປງໄປ.
 ເຄຫະສະຖານທີ່ຢູ່: ໃນກົດຂອງເດີມ ຫ້າມການທີ່ຊາດຮິນດູ ເດີນເຮືອໄປໃນທະເລ ແລະການມີຖິ່ນຖານ ໃນຕ່າງປະເທດ ກົດນີ້ບໍ່ຄ່ອຽຖືກັນ ໃນສມັຍປັຈຈຸບັນ.
 ພິທີປະຈຳບ້ານ: ຜູ້ໃດປະສົງຈະເປັນຮິນດູ ຕ້ອງທຳພິທີປະຈຳບ້ານ ການກະທຳພິທີປະຈຳບ້ານຕ້ອງອາສັຍນັກບວດ ເປັນຜູ້ເຮັດ. ໃນມານະວະທັມມະສາດ ໄດ້ກຳໜົດພິທີ ປະຈຳບ້ານໄວ້ 12 ປະການ ທີ່ບຸກຄົນໃນຊັ້ນ ທວິຊຊາດ ຄື: ໃນວັນນະພຣາມ ກະສັດ ແລະ ແພດຈະຕ້ອງກະທຳ ພິທີນີ້ຮຽກວ່າ ສັງສະການຄື:
 ຄັຣຣະພາທານ ພິທີຕັ້ງທ້ອງ ຖັດຈາກວັນວິວາ ປຸງສວັນ ພິທີເພື່ອເຂົ້າໃຈວ່າ ລູກໃນທ້ອງຈະເປັນຊາຽ. ສີມັນໂຕນະຍັນ ພິທີແຍກຜົມຍິງ ໃນຣະຫວ່າງ ເມື່ອຕັ້ງທ້ອງແລ້ວ 4-6 ຫຼື 8 ເດືອນ. ຊາຕະກັມ ພິທີອອກລູກ ນາມະກັມ ພິທີຕັ້ງຊື່ ໃນວັນທີ 12-14 ຖັດຈາກອອກ. ນິສກຣົມ ພິທີເອົາເດັກນ້ອຽ ໄປເບິ່ງພຣະອາທິດອຸທັຍ ເດັກນ້ອຽອາຍຸ 4 ເດືອນ ອັນນະປຣາສັນ ພິທີປ້ອນເຂົ້າ ໃນເດືອນທີ 5 ຫຼື 6. ຈູທາກັມ ພິທີແຖຜົມ ເຫຼືອໄວ້ແຕ່ຈຸກ ອາຍຸໄດ້ 3 ປີ. ເກສານະຕະ ພິທີຕັດຜົມ ຖ້າເປັນພຣາມຕ້ອງຕັດ ເມື່ອອາຍຸໄດ້ 16 ປີ ຖ້າເປັນກະສັດ ອາຍຸ 22 ປີ ຖ້າເປັນແພດ ອາຍຸ 24 ປີ. ອຸະປະນັຍ ພິທີເຣີ່ມການສຶກສາ ທະວິຊຊະຊາດ. ສມາວັຕຕະນະ ພິທີກັບບ້ານ ເມື່ອສຳເຣັດການສຶກສາ ຈາກຄຣູບາອາຈາຣ ວິວາຫະ ພິທີແຕ່ງດອງ.

ພິທີເຫຼົານີ້ ຖ້າເປັນຍິງ ຫ້າມບໍ່ໃຫ້ທຳພິທີອຸປປະນັຍ ນອກນັ້ນ ເຮັດໃຫ້ໝົດ ແຕ່ບໍ່ໃຫ້ສູດຄັມພີ. ປັຈຈຸບັນມີປະຕິບັດແຕ່ 4 ພິທີ ຄື ພິທີ 5-7-10-12 ທໍ່ນັ້ນ.
 ພິທີສຣາດ: ສຣາດ ແປວ່າ ຮຽກຂອງຜູ້ມີສັທທາ ຖືສຳຄັນໃນລັດທິຮິນດູ ຄື ສັງເຫວີຍ ບັນພະບູຣຸດທາງຝ່າຽບິດາ ຜູ້ລ່ວງລັບໄປແລ້ວ ດ້ວຽກ້ອນເຂົ້າ ທຳພິທີໃນວັນທີ່ນຶ່ງ ກ່ອນວັນຝັງສົບ ແລະ ຕລອດເວລາໄວ້ທຸກຄວາມປະສົງ ກໍ່ເພື່ອໃຫ້ວິນຍານ ທີ່ຕາຽແລ້ວພົ້ນຈາກຄວາມເປັນເຜດ ໄປໂຮມກັບວິນຍານທີ່ຕາຽໄປແລ້ວ ເປັນບິດອນຣວມ.
 ບູຊາເທວະດາ: ພິທີບູຊາ ຕ່າງກັນຕາມວັນນະ ໃນວັນນະຕ່ຳ ຍັງມີຄວາມຜິດແຜກໄປຫຼາຽ ສຳຣັບວັນນະສູງ ພໍສະຣຸບໄດ້ດັ່ງນີ້: ສູດມົນ ພາວະນາ, ອາບນ້ຳຊຳຣະຮ່າງກາຽ ແລະ ສັງເຫວີຍເທວະດາທຸກມື້. ພິທີສົມໂພດ ຖືສິນ ແລະ ວັນສັກສິດ. ໄປນະມັສສະການ ບຳເພັນບຸນກຸສົນສິນ ໃນເທວະລັຍ. ສາດທັງ 6 ທີ່ເອີ້ນວ່າ ສາດທັງ 6 ນັ້ນ ຄືຫຼັກວິຊາທັງຫົກ ຕາມຄວາມຈິງແລ້ວ ສາດທັງຫົກ ຜູ້ແຕ່ງບໍ່ໄດ້ມຸ້ງຈະໃຫ້ເປັນສາສນາ ເປັນແຕ່ພຽງແຕ່ງຂຶ້ນ ຕາມຄວາມຄຶດ ແຕ່ພວກພຣາມເອົາເຂົ້າມາເປັນສາສນາ ເໝືອນດັ່ງເທພພະເຈົ້າ ດັ່ງກ່າວນາມມາແລ້ວ ພວກພຣາມປະກາດຮັບເອົາ ວິຊາທັງ 6 ນີ້ ເມື່ອ ພ.ສ. 700 ຮຽກວ່າສາດທັງ 6 ຫຼື ສັຕຕະທັສສະນະ ແຕ່ເມື່ອເຂົ້າມາເປັນ ສາສນາແລ້ວ ດັ່ງມີການແຕ່ງເພີ່ມເຕີມ ເພື່ອປໂຍດທາງສາສນາ ສາດທັງ 6 ນັ້ນມີດັ່ງນີ້: ນະຍາຍະ ຜູ້ບັນຍັດຊື່ ໂຄຕມະ ໄວເສສິກ ຜູ້ບັນຍັດຊື່ ກະນາທະ ສາງຂະຍະ ຜູ້ບັນຍັດຊື່ ກະບິນ ໂຍຄະ ຜູ້ບັນຍັດຊື່ ປະຕັນຊະລີ ມິມາງສາ ຫຼື ປູຣະວະມີມາງສາ ຜູ້ບັນຍັດຊື່ ໄຊມິນິ ເວທະນານຕະ ຫຼື ອຸຕຣະມີມາງສາ ຜູ້ບັນຍັດຊື່ ພາຫະທຣາຍ. ສາຕທິດ ນະຍາຍະ ນະຍາຍະ ແປວ່າ ຫຼັກສຳຣັບຄົ້ນຄວ້າຫາຄວາມຈິງ ຫຼັກໃຫຍ່ທີ່ຈະພົບຄວາມຈິງນັ້ນມີຢູ່ 4 ທາງຄື: ປວັຕຍັກ (ປະຈັກສະ) ອະນຸມານ ອຸປມານ ສັພທະ ປວັຕຍັກ: (ປະຈັກ) ຄືການເປັນແຈ້ງດ້ວຽຕົນເອງ ສາສດາຈານ ຣາທະກຣິສນັນ ທຽບກັບ (Intuition) ຂອງສປີໂນຊາ ນັກປຣາດ ຍູໂຣບຄືໝາຽເຖິງຄວາມຄຶດທີ່ເກີດ ຄວາມຈິງເປັນຢ່າງໃດ ຫຼືເມື່ອມີຂໍ້ຖົກຖຽງ ຣະຫວ່າງ ບຸກຄົນສອງຝ່າຍ ມີຄວາມເຫັນຂັດກັນ ເຮົາຕ້ອງ ວິນິສສັຍວ່າ ຄວາມຈິງ ຈະຕ້ອງຢູ່ຂ້າງນັ້ນຂ້າງນີ້ ແຕ່ບໍ່ສາມາດອະທິບາຍໄດ້ວ່າ ເປັນຫຍັງຈຶ່ງເປັນເຊັ່ນນັ້ນ ເພາະເປັນຄວາມຄຶດເກີດຂຶ້ນມາຊື່ໆ ຄວາມຄິດນີ້ ມີຢູ່ໃນມະນຸດທົ່ວໄປ ແລະອາດຈະຖືກຕາມຄວາມຈິງກໍ່ໄດ້ ນີ້ຮຽກວ່າ ປະຈັກ(Intuition) ປະຈັກນີ້ມີ 2 ຊັ້ນຄື:
 ຊັ້ນນຶ່ງຮຽກວ່າ ນິຣະວິກັລລະປະກະ ເປັນຄວາມຄິດທີ່ເກີດຂຶ້ນ ແຕ່ຍັງບໍ່ແນ່ ໄດ້ແກ່ຄວາມ ໂນ້ມອ່ຽງສົງສັບວ່າ ຄວາມຈ້ງອາດເປັນຢ່າງນີ້ ແຕ່ຍັງບໍ່ທັນແນ່.
 ອີກຊັ້ນນຶ່ງວ່າ ສະວິກັລລະປະກະ ເປັນຄວາມຄິດ ທີ່ມີຄວາມຮູ້ສຶກທີ່ແນ່ໃຈ.

ເມື່ອໄດ້ຮັບເອົາ ນະຍາຍພະສາດ ເຂົ້າເປັນຫຼັກລັດທິສາສນາຮິນດູແລ້ວ ປໂຍດອັນໃຫຍ່ຫຼວງ ທີ່ລັດທິຮິນດູໄດ້ຈາກສາດອັນນີ້ຄືປະຈັກນັ້ນເອງ ພວກພຣາມສາມາດໃຊ້ປະຈັກ ເປັນເຄື່ອງມືໂດຽສອນວ່າ ພຣະພຣົມ ພຣະວິສນຸ ວ່າ ມະນຸດອາດີຮູ້ຈັກ ຫຼືເຂົ້າໃຈ ໂດຽສອນປະຈັກ ຄື ດ້ວຽການເຫັນແຈ່ມແຈ້ງຂຶ້ນມາໃນດວງໃຈ ພຣະພຣົມຢູ່ສູງເກີນກວ່າ ມະນຸດຈະຄິດ ດ້ວຽເຫດຜົນ ຫຼືດ້ວຽການທຽບຄຽງ ເຮົາຈະວິຈານວ່າ ເປັນຫຍັງ ຈຶ່ງເປັນເຊັ່ນນັ້ນ ຂໍ້ນີ້ຈະເອົາມາໃຊ້ກັບພຣະຜູ້ ຢູ່ສູງເຊັ່ນ ພຣະພຣົມບໍ່ໄດ້
 ອະນຸມານ(Inference): ໄດ້ແກ່ພິທີຫາຄວາມຈິງ ດ້ວຽການຄິດຄົ້ນ ຊຶ້ງແຍກອອກເປັນ 5 ປະການ ເພື່ອສດວກ ແກ່ການສຶກສາ ຈະໄດ້ທຽບຫຼັກຕັກກະວິທຍາ ພາສາອັງກິດໄວ້ດ້ວຽຄື:
 ປະຕິຊະຍາ ໄດ້ແກ່ (Proposition) ເຫຕ ໄດ້ແກ່ (Reason) ອຸທະຫອນ ໄດ້ແກ່ (Example) ອຸປນັຍ ໄດ້ແກ່ (Application) ນິຄົມ (Conclusion)

ຫຼັກທັງ 5 ຢ່າງນີ້ ເປັນຫຼັກຄົ້ນຄວ້າຫາຄວາມຈິງ ດ້ວຽການອານຸມານ ດັ່ງຕົວຢ່າງງ່າຽວ່າ ເມື່ອມີຄົນມາບອກວ່າ "ໄຟໄໝ້ເຮືອນ" ຄຳບອກອັນນີ້ເປັນ "ປະຕິຊາຍາ" ເຮົາຢາກຮູ້ເຫດວ່າ ເປັນຫຍັງຈຶ່ງວ່າ ໄຟໄໝ້ເຮືອນ ເຮົາຫຼຽວໄປເຫັນມີຄວັນຂຶ້ນ ຄວັນນັ້ນເປັນ "ເຫຕ" ເຮົາເຄີຽເຫັນມາແລ້ວວ່າ ເມື່ອມີຄວັນກໍ່ຕ້ອງມີໄຟເປັນ "ອຸທາຫອນ" ເຮົາເບິ່ງເຮືອນຫຼັງນັ້ນ ເພື່ອໃຫ້ແນ່ໃຈແທ້ໆ ເຫັນມີຄວັນຂຶ້ນແທ້ໆ ເປັນ "ອຸປນັຍ" ເຮົາຕົກລົງໃຈເຊື່ອເປັນຄວາມຈິງວ່າ ໄຟໄໝ້ບ້ານເປັນ "ນິຄົມ".
 ອຸປມານ: ໄດ້ແກ່ການປຽບທຽບ (Comparison) ເຮົາຄີຽເປັນເຫຕການອັນນຶ່ງ ຊຶ້ງເກີດຜົຍຢ່າງນີ້. ເມື່ອເຫຕການຊນິດດຽວເກີດຂຶ້ນ ເຮົາກໍຮູ້ວ່າ ຈະເກີດຜົນເຊັ່ນດຽວກັນ ເພາະພໍຈະປຽບທຽບກັນໄດ້.
 ສັພທະ ໄດ້ແກ່ຄຳບອກເລົ່າຢັ້ງຢືນຈາກຜູ້ເຊື່ອຖືໄດ້.

ປະການນຶ່ງ ນະຍາຍສາດ ນີ້ແຕກແໜງອອກຈາກອະຣິຍະສັດ 4 ຂອງພຣະພຸທເຈົ້າ ມາຈາກຫຼັກເຫຕຜົນວ່າ ເຍ ທັມມາ ເຫຕຸປປະພວາ ນະຍາຍະຖືຫຼັກສຳຄັນຄືທຸກ, ຊາດ, ປະພຶດ(ຄວາມເຄື່ອນໄຫວ) ໂທດແລະຄວາມສຳຄັນຜິດ (ອະດິດຊາ) ເຫຼົ່ານີ້ ຖ້າຫາກປົດເປື້ອງ ອອກຈາກ ຕັ້ງແຕ່ປາຽໄປຫາກົກ ກໍ່ຈັກເຖີງ ຊຶ້ງຄວາມຫຼຸດພົ້ນ ອັຖກະຖາຈານຊື່ ວາຕສະຍາຍະນະ ອະທິບາຽວ່າ ຄວາມສຳຄັນຜິດ ຍ່ອມນຳມາຊື້ງຄວາມລຳອຽງ ຄວາມລຳອຽງຍ່ອມນຳຄວາມຫ່ຽວແຫ້ງໃຈ, ຣິສຍາ, ຄວາມເຫັນຜິດ, ຄວາມປມາດ, ອະຫັງການແລະຄວາມໂລພ ໂດຽລຳດັບ ບຸກຄົນຍ່ອມປະກອບ ປະທຸສກັມທຳຮ້າຽ ລັກຂໂມຽ ແລະປະພຶດຜິດໃນການດ້ວຽກາຍ ກໍ່ເປັນຄົນທຸຈຣິດ ຫຽາບຄາຽຮ້າຽກາດ ຄວາມກະທຳນີ້ ເປັນອະກຸສົນກັມ ແຕ່ເມື່ອບຸກຄົນປະພຶພ້ອມດ້ວຽກາຽ ໃນການໃຫ້ທານ ເມດຕາກະຣຸນາ ເປັນຜູ້ມີສັທທາ ບຳເພັນປໂຍດ ມີສາຣະໃນວາຈາ ສາທຍາຍພຣະເວດ ແລະ ອຸເປຂາສ້າງ ອະກຸສົນທັມໃຫ້ເກີດຂຶ້ນ ນີ້ຊື່ວ່າ ເປັນກຸສົນ ແລະ ອະກຸສົນ ເປັນກັມສ້າງທຸກຄະຕິ ແລະ ສຸກຄະຕິ ໃຫ້ເກີດຂຶ້ນ. ສາດທີ່ 2 ໄວເສສິກ ຄຳວ່າ ໄວເສສິກ ມາຈາກຄຳວ່າ ວິເສສ ແປວ່າ ລາຽລະອຽດ, ສ່ວນປະກອບຂອງໂລກ ສ່ວນກາຽ ພິເສດ ອະທິບາຽ ຮູບຂັນຢ່າງດຽວກັບພຣະພຸທເຈົ້າ ອະທິບາຽ ຕັ້ງເປັນຫົວຂໍ້ໃຫຍ່ໆໄວ້ 6 ປະການຄື: ທຣະວະຍະ(Subtances) ຊຶ້ງກົງກັບທາດ 4 ຂອງພຣະພຸທເຈົ້າ. ຄຸນະ(Quality) ຊື້ງຕວມທັງລະຫູຕາ, ມຸທຸຕາ ແລະ ກັມມັນຍະຕາ ຂອງພຣະພຸທເຈົ້າ. ກັມ(Movement) ສາມະຍະນະ(Generality) ໄດ້ແກ່ສາມັນຍະລັກສນະຄື ຊຣະຕາ ຄວາມເຊື່ອມໂຊມ ແລະ ອະນິດຈະຕາ ຄວາມບໍ່ທ່ຽງ. ວິເສສະ(Particularity) ໄດ້ແກ່ລັກສນະ ສະເພາະຂອງສິ່ງທີ່ມາ ປະກອບເປັນນາມຮູບ. ສັມວາຍະ(Inherance) ທຽບໄດ້ກັບອິນຊີ 3 ໃນຮູບຂັນ.

ສາສດາຈານ ຣາທະກຣິສນັນ ກ່າວວ່າ ຫຼັກໃຫຍ່ຂອງໄວເສສິກະ ແຕ່ເດີມມີພຽງ 6 ເທົ່ານັນ ແຕ່ພາຽຫຼັງນັກປຣາດ ໄດ້ຕື່ມເຂົ້າອີກປະການນຶ່ງ ເປັນ 7 ອະພາວະ ກົງກັບອະນັດຕະຕາ ຂອງພຮະພຸທເຈົ້າ. ຫຼັກໃຫຍ່ທັງ 7 ປະການນີ້ໄດ້ຈຳແນກອອກໄປຢ່າງກວ້າງຂວາງ ອີກປະການນຶ່ງ ໃນບາງຕຳຣາກ່າວໄວ້ວ່າ ໄວເສສິກະ ເປັນສາດແຍກອອກຫຼືເພີ່ມເຕີມຈາກ ນະຍາຍະມີຫຼັກວ່າ ໂລກເກີດຂື້ນເປັນຜົລຂອງ ອະທິດ(ອະທິສຕ໌) ຄືອຳນາດອັນບໍ່ອາດແລເຫັນໄດ້ ສືບເນື່ອງມາຈາກກັມໃນພົບກ່ອນ ແຕ່ຣັບຣອງວ່າ ມີຜູ້ເປັນໃຫຍ່ຮຽກວ່າ ປະມາຕມັນ ອັນເປັນວິນຍານມະນຸດປະຣະຕມັນ ເປັນ ອະນັນຕະ ບໍ່ມີກົກບໍ່ມີປາຽ ບໍ່ມີການທຳຣາຽ ແລະແຕກດັບ ຊົງອຳນາດຢູ່ທົ່ວໄປ ປາສຈາກຮູບຮ່າງເປັນຜູ້ສ້າງໂລກ ຄັມພີໃນສາດນີ້ຮຽກວ່າ ໄວເສສິກສູດ. ສາດທີ່ 3 ສາງຂະຍະ ສອງສາດເບື້ອງຕົ້ນ ນະຍາຍະສາດ ເປັນຕັກກະວິທຍາ (Logic) ໄວເສສິກກະສາດ ເປັນອະພິປຣັຊຍາ (Metaphysices) ສ່ວນສາງຂາຍະສາດ ເປັນທັມມະຊາດວິທຍາ. ສາງຂະຍະສາດ ເຣີ້ມຕົ້ນດ້ວຽທັມມະຊາດ ທີ່ຮຽກວ່າ ປົກກະຕິ ຄື (Nature) ໄດ້ຈຳແນກສ່ວນປະສົມຂອງທັມມະຊາດອອກເປັນ 4 ຢ່າງຄື: ຄຸນ(Quality) ໄດ້ແກ່ ລັກສນະທີ່ດີແລະບໍ່ດີ ຊຶ້ງເປັນສ່ວນປະສົມໃນທັມມະຊາດົກ ສັຕຕະວະ(Form) ໄດ້ແກ່ ສິ່ງເປັນຮູບເປັນຮ່າງຂຶ້ນຈາກທັມມະຊາດ. ຕະມະ(Obstacles) ໄດ້ແກ່ ສິ່ງຂັດຄວາມຈເຣີນງອກງາມ ຕາມທັມມະຊາດ ຫຼື ທຳຄວາມເສື່ອມ ໃຫ້ແກ່ສິ່ງທີ່ເກີດ ຈາກທັມມະຊາດ. ຣະຊະ(Force) ໄດ້ແກ່ ກຳລັງຕໍ່ສູ້ກັບຕະມະ ເປັນເຄື່ອງກຳຈັດສິ່ງທີ່ ຂັດຂວາງ ຄວາມຈເຣີນງອກງາມ ປ້ອງກັນແກ້ໄຂ ຄວາມເສື່ອມໂຊມທັງຫຼາຽ. ໃນສ່ວນທີ່ກ່ຽວກັບທັມມະຊາດຂອງມະນຸດ ສາງຂະຍະໄດ້ໃຫ້ລັກສນະ 4 ປະການຄື: ມະຫັດ(ມະຫັຕ) ຄວາມຮູ້ສຶກຍິ່ງໃຫຍ່ ພຸດທິ ປັນຍາ ຫຼືຄວາມສລາດ ອະຫັງການ ການເຫັນຄວາມສຳຄັນຂອງຕົນເອງ ມະນັດ(ມະນັສ) ຄວາມສາມາດພາຽໃນໂຕມະນຸດ.
 ອະທິບາຽວ່າ ໃນປົກກະຕິ ຫຼື ທັມມະຊາດນັ້ນ ຍ່ອມມີທັງສິ່ງດີ ແລະບໍ່ດີ(ຄຸນະ) ມາປະກອບກັນເປັນຮູບຮ່າງ(ສັຕຕະວະ) ເມື່ອເປັນຮູບຮ່າງຂຶ້ນມາ ກໍຍ່ອມຈະຕ້ອງມີຄວາມຈເຣີນເຕີບໂຕ ແຕ່ກໍມັກຈະມີສິ່ງມາຂັດຂວາງ ຫຼືພາໃຫ້ເກີດຄວາມເສື່ອມ(ຕະມະ) ເກີດຂຶ້ນ ແຕ່ຢ່າງໃດກໍດີ ພາຽໃນທັມມະຊາດນັ້ນເອງກໍມີກຳລັງ ກຳລັງຂອງທັມມະຊາດ ທີ່ຈະຕໍ່ສູ້ກັບຕະມະ ກຳລັງອັນນີ້ຮຽກວ່າ ຣະຊະ. ສາງຂະຍະ ອະທິບາຽວ່າ ວັດຖຸຕ່າງໆ ຈະເກີດຈາກຄວາມບໍ່ມີມາແຕ່ເດີມບໍ່ໄດ້ (ນາວັສສະຕຸໂນ ວັສສະຕຸ ສົທທິ) ວັດຖຸທີ່ບໍ່ມີ ຈະເກີດເປັນສິ່ງທີ່ມີຂຶ້ນບໍ່ໄດ້ ສິ່ງຂອງເດີມບໍ່ມີຈະເກີດເປັນສິ່ງມີບໍ່ໄດ້. (ນາສັທ ອຸຕຕະປາໂທ ນະຣິສສະຣັງຄະວັຕ) ເພາະຈຳເປັນຕ້ອງມີວັດຖຸ ຈຶ່ງເກີດໃຫ້ມີ ຈຶ່ງຈະມີຂຶ້ນໄດ້ ເພາະສິ່ງຕ່າງໆ ຈະເກີດຂຶ້ນທົ່ວໄປທຸກແຫ່ງ ແລະຕລອດໄປທຸກກາລສມັຍບໍ່ໄດ້ (ສັຣວັຕຣ ສັຣວທາ ສັຣວາສັມພວາຕ) ແລະເພາະສິ່ງຕ່າງໆ ຈະຕ້ອງເກີດຈາກສິ່ງຊຶ້ງສາມາດຈະຍັ້ງຄວາມເກີດໃຫ້ມີ ຈິ່ງຈະມີຂຶ້ນໄດ້ ອັຖກະຖາຈານກ່າວວ່າ ເນີຽຍ່ອມອອກຈາກນົມ ຈະອອກຈາກນ້ຳບໍ່ໄດ້ ຊ່າງໝໍ້ຍ່ອມປັ້ນໝໍ້ດ້ວຽດິນ ບໍ່ແມ່ນປັ້ນໝໍ້ດ້ວຽຜ້າ ສິ່ງຕ່າງໆຍ່ອມເນື່ອງມາຈາກຂອງເດີມ ຕໍ່ເນື່ອງກັນຂຶ້ນໄປເປັນລຳດັບ ຈົນເຖີງຮາກເດີມຂອງສິ່ງທັງຫຼາຽ ຫຼືຕົ້ນເດີມທີ່ຍັງຄວາມເກີດໃຫ້ມີຂຶ້ນ. ສາດທີ່ 4 ໂຍຄະ ໂຍຄະ ເປັນວິຊາເກົ່າ ເປັນຄູ່ກັບຕະປະ ຫຼືອີກໃນນຶ່ງ ຈັດເປັນຄູ່ກັບສາງຂະຍະ ແປວ່າ ການຝຶກຝົນຂອງຈິດ ເພື່ອປໂຍດໃຫ້ອາຕຕະມັນ ຫຼືວິນຍານໄດ້ເຂົ້າຮ່ວມຢູ່ໃນປຣະມາຕຕະມັນ. ຄືຈິດຕ້ອງຝຶກຝົນໃຫ້ດີ ເພື່ອໃຫ້ບໍຣິສຸດ ສອາດແໜ້ນແຟ້ນ ເຖິງຈະມີອາຣົມມາກະທົບ ກໍບໍ່ປ່ຽນແປງ ແລະຕ້ອງມີໄວຣາຄຍະ ຄືຂົ່ມຄວາມດີ້ນຣົນ ໃຫ້ໝົດໄປ. ໄວຣາຄຍະຈະເກີດຂຶ້ນໄດ້ ກໍດ້ວຽອິສວນປະນິທານ ຄືຕັ້ງໃຈເຖິງພຣະອິສວນຜູ້ເປັນໃຫຍ່ ຜູ້ເປັນບຸຣຸດ ຫຼື ອາຕຕະມັນ ອັນພົ້ນແລ້ວຈາກກັມ ແລະອື່ນໆ ເພາະສນັ້ນຈຶ່ງມີນາມວ່າ "ໂອມ" ຖ້າພາວະນາວ່າ ໂອມ ເລື້ອຽໆຈະຂະຈັດອຸປສັກຂອງໂຍຄະ ໂຍຄະມີຫົນທາງເຖີງ 8 ສາຽ ຄື: ຍະມະ (ຄວາມຈ່ອງດຶງ) ນິຍະມະ (ຄວາມປະຕິບັດໃນລັດທິ) ອາສນະ (ການນັ່ງເພື່ອການກະທຳຈິດໃຫ້ແນວແນ່) ປຣານາຍາມະ (ການຜ່ອນຫາຽໃຈ) ປວັຕຍາຫານ (ການທໍຣະມານອິນຊີ) ທາຣານະ (ການທຳດວງຈິດໃຫ້ໝັ້ນຄົງ) ຊານ (ການເພັງຫຼືຝຶກຝົນ) ສະມາທິ (ການຕັ້ງຈິດໃຫ້ແນວແນ່) ຜູ້ປະພຶດໃນໂຍຄະນີ້ຮຽກວ່າ ໂຍຄີ ຄັມພີໃນສາດນີ້ຮຽກວ່າ ໂຍຄະສູຕ. ສາດທີ່ 5 ປູຣະວະມີມາງສາ ຫຼື ມິມາງສາ. ມີມາງສາ ເປັນສາດທີ່ປະສົມແນວຄິດຫຼາຽທາງ ສາສດາຈານ ຣາທະກຣິສນັນອະທິບາຍວ່າ ຄັມພີເດີມຂອງ ມີນາງສາ ບໍ່ເວົ້າເຖິງເທພເຈົ້າເລີຽ ແຕ່ຄັມພີດຽວກັນໃນຕອນຫຼັງ ມີເຣື້ອງເທພເຈົ້າ ສແດງວ່າມີການຕໍ່ເຕີມພາຽຫຼັງ ເມື່ອສາດນີ້ໄດ້ເຂົ້າໄປຢູ່ໃຈສາສນາພຣາມແລ້ວ. ຫຼັກໃນຂັ້ນຕົ້ນ ສແດງຄວາມເຊື່ອວ່າ ໂລກເປັນຂອງຖາວອນ ບໍ່ກ່າວເຖິງຜູ້ສ້າງ ຜູ້ເນຣະມິດ ບໍ່ກ່າວເຖີງກັບທີ່ໂລກ ທີ່ຈະຖືກໄໝ້ດ້ວຽໄຟ ຫຼືດ້ວຽນ້ຳ ແຕ່ເຊື່ອຢູ່ໃນຄວາມມີຢູ່ຂອງວິນຍານ ແລະເຊື່ອວ່າ ວິນຍານເປັນຂອງບໍ່ສູນສິ້ນ ມີນາງສາ ເປັນຕຳຣາວິນຍານສາດ ກ່າວເຖິງວິນຍານ ທັງໃນໂລກນີ້ແລະໂລກໜ້າ ມີຫຼັກການຝຶກວິນຍານໃນໂລກນີ້ ເໝືອນກັບຫຼັກໂຍຄະ ຕ່າງແຕ່ ມີນາງສາໄດ້ເພີ່ມ ພິທີການ ຂຶ້ນຫຼາຽກວ່າໂຍຄະ ໃຫ້ມີລັກສນະເປັນສາສນາແທ້ຂຶ້ນ. ສາດທີ່ 6 ອຸຕຕຣະ ມີນາງສາ ຫຼື ເວທານຕະ ສາດນີ້ ເປັນການເອົາລັດທິ ອຸປປະນິສັດມາປັບປຸງໃໝ່ ໂດຽສາສດາຕຣາຈານກ່າວ 3 ທ່່ານຄື: ສັງກະຣະ ຣາມານຸດ(ຣາມານຸຊ) ມັດທະວະ(ມັທທະວະ) ສັງກະຣະ ເກີດໃນສມັຍ ທຸທສັກຣາດ 1300 ໃຫ້ຫຼັກໄວ້ວ່າ ອາຍະຕະນະພາຽໃນຂອງເຮົາ ອາດຈະຫຼອກເຮົາໄດ້ ເໝືອນກັບຄວາມຈື່ຈຳຂອງເຮົາ ອາດຈະລືມເລື່ອນໄປ ໃນສະພາບທີ່ຫຼັບກັບສະພາບທີ່ຕື່ນ ມະນຸດກໍບໍ່ແຕກຕ່າງຫຍັງ ກັບສະພາບທີ່ເຫັນໃນເວລຝັນ ເຖິງແມ່ນຈະມີຫຼາຽຢ່າງທີ່ຢູ່ເໜືອຄວາມສົງສັຍ ຂອງມະນຸດ ແຕ່ມະນຸດກໍຍອມຮັບວ່າ ມີບາງສິ່ງບາງຢ່າງ ທີ່ຕ້ອງໃຫ້ຢູ່ເໜືອຄວາມສົງສັຍ ຄືຍອມເຊື່ອແດ່ ຖ້າມະນຖດມີຄວາມສົງສັຍໄປໝົດ ທຸກສິ່ງມຸກຢ່າງ ກໍຈະບໍ່ປະສົບຄວາມສຳເຣັດ ມນຸດທຸກຄົນ ຍ່ອມເຊື່ອໃນຄວາມມີຢູ່ຂອງຕົນເອງ ແຕ່ບອກບໍ່ໄດ້ວ່າ ຕົວຕົນຢູ່ບ່ອນໃດ ສັນຊາຕຍານຂອງມະນຸດ ກໍບໍ່ຍອມຮັບວ່າ ຕົນຕົວບໍ່ມີ ເມື່ອເຮົາບໍ່ສາມາດປະຕິເສດ ວ່າຕົວຕົນບໍ່ມີ ກໍຈຳຕ້ອງຍອມຮັບ ແຕ່ຕ້ອງເຂົ້າໃຈວ່າ ຕົວຕົນກັບຮ່າງກາຽ ບໍ່ແມ່ນອັນດຽວກັນ ຕົວຕົນຫຼືອາຕຕະມັນ ເປັນສິ່ງນຶ່ງຕ່າງຫາກ ຈາກຮ່າງກາຽທັມມະດາ. ທ່ານສັງຮະຣະກ່າວຕໍ່ໄປວ່າ ຄວາມຈິງທີ່ແທ້ ກັບຄວາມຈິງທີ່ເຮົາເຫັນນັ້ນຕ່າງກັນ ຄວາມຈິງແທ້ໆນັ້ນຮຽກວ່າ ປຣາວິທຍາ ສ່ວນຄວາມຈິງທີ່ເຮົາເຫັນນັ້ນ ຮຽກວ່າ ອະປຣາວິທຍາ ຄວາມຈິງທີ່ເຮົາເຫັນ ອາດຈະບໍ່ແມ່ນສິ່ງຫຼອກລວງ ແຕ່ຍັງເປັນຄວາມຈິງທີ່ບໍ່ສົມບູນ ເຖິງແມ່ນຈິງທີ່ເຮົາເຫັນ ຈະບໍ່ແມ່ນຄວາມຈິງທີ່ສົມບູນ ແຕ່ອາດຈະເປັນບ່ອນພັກພາອາສັຍ ຂອງຄວາມຈິງແທ້ ຢ່າງສົມບູນໄດ້ ເຖິງແມ່ນວ່າເຮົາຈະເຫັນພື້ນພິທົບ ທັງໝົດເປັນມະໂນພາບ ເຮົາກໍຕ້ອງຣະນຶກວ່າ ຍັງມີບາງສິ່ງບາງຢ່າງ ອັນເປັນຮາກຖານ ແຫ່ງມະໂນພາບນັ້ນ ຄື ພຣະພຣົມ. ທຸກສິ່ງທຸກຢ່າງໃນໂລກນີ້ ຍ່ອມມີການປ່ຽນແປງ ຈາກສະພາບນຶ່ງ ໄປຫາສະພາບນຶ່ງ ກາລເວລາພູມປະເທດ ແລະເຫຕການ ເປັນຕົ້ນເຫຕ ແຫ່ງການປ່ຽນແປງ ອັນນີ້ແຫຼະ ຕົ້ນເຫຕ ຂອງການປ່ຽນແປງ ອັນນີ້ ຮຽກວ່າ "ມານຍາ" ອັນເປັນຕົ້ນເຫຕ ຂອງຄວາມຫຼົງຜິດ ແລະບໍ່ສາມາດຈະບັນລຸ "ໂມກກະສະ" ຫົນທາງ ທີ່ຈະໄປສູ່ໂມກກະສະນັ້ນ ບໍ່ແມ່ນດ້ວຽການກະທຳ ຫຼື ບຳເພັນປະຕິບັດຢ່າງໃດ ແຕ່ເຮົາຈະບັນລຸ ໂມກກະສະໄດ້ດ້ວຽວິທີດຽວ ຄືຄວາມຮູ້ຄວາມເຂົ້າໃຈ ໝົດຄວາມສົງສັຍໃນພຣົມ ພຣະທຸທເຈົ້າ ໂຄຕະມະ ຮຽກວ່າ ອະວິດຊາ(ອະວິຊຊາ) ທີ່ພຣະພຸທສາສານາ ຖືວ່າ ເປັນຕົ້ນເຫຕ ແຫ່ງທຸກໂທມະນັດ ທັງຫຼາຽ ອະວິຊຊານັ້ນ ກໍບໍ່ແມ່ນຢ່າງອື່ນ ຄືການຮູ້ ແລະບໍ່ເຂົ້າໃຈພຣະພຣົມນັ້ນເອງ. ສາສດາຈານຄົນທີ່ 2 ຊື່ ຣາມານຸຊ ໃຫ້ຫຼັກວ່າ ການທີ່ເຮົາ ປົງໃຈເຊື່ອພຣະພຣົມນັ້ນ ເພາະຄວາມຮູ້ຂອງເຮົາ ຍັງບໍ່ສົມບູນ ສິ່ງໃດທີ່ເຮົາຍັງບໍ່ທັນຮູ້ຢ່າງສົມບູນ ເຮົາກໍຕ້ອງເຊື່ອໄວ້ກ່ອນ ເມື່ອເຮົາມີຄວາມຮູ້ ເຣື່ອງພຣະພຣົມຍັງບໍ່ສົມບູນ ເຮົາບໍ່ເຊື່ອກໍບໍ່ຍຸຕິທັມ ເພາະການທີ່ເຮົມບໍ່ຮູ້ແທ້ເຫັນຈິງ ໃນພຣະພຣົມນັ້ນ ບໍ່ແມ່ນຄວາມຜິດຂອງພຣະພຣົມ ເປັນຄວາມຍົກຍ້ອງຂອງເຮົາເອງຕ່າງຫາກ. ທ່ານຣາມານຸຊ ມີຄວາມເຫັນກ່ຽວກັບ ຄວາມສັມພັນຣະຫວ່າງເຫຕແລະຜົລວ່າ: ເຫຕນັ້ນບໍ່ໄດ້ເກີດຜົລໃໝ່ ອະນຸພາບຂອງເຫຕມີພຽງວ່າ ເຮັດໃຫ້ປ່ຽນແປງໄປທໍ່ນັ້ນ ທ່່ານຣາມານຸຊ ຊັກຊວນໃຫ້ເຊື່ອໃນພຣະພຣົມ ໄດ້ເຮັດໃຫ້ໂລກປ່ຽນແປງທໍ່ນັ້ນ ສ່ວນເຣື່ອງຈຸດໝາຽປາຽທາງ ເຂົ້າເຖີງພຣະພຣົມນັ້ນ ທ່ານບໍ່ຍອມຮັບວ່າ ດວງວິນຍານຂອງມະນຸດແຕ່ລະຄົນ ຈະເຊື່ອມເຂົ້າໄປ ໃນພຣະພຣົມ ວິນຍານເຂົ້າເຖິງພຣະພຣົມແທ້ ແຕ່ຍັງຮັກສາລັກສນະສ່ວນຕົວ(ຢູ່ສເມີ). ສາດສດາຈານຄົນທີ່ 3 ຄື ມັທທະວະ ບໍ່ຍອມຮັບວິນຍານ ເຊື່ອມເຂົ້າໄປໃນພຣະພຣົມ ແຕ່ຢືນຢັນວ່າ ພຣະພຣົມແລະດວງວິນຍານທັງຫຼາຽ ແຕກກັນຢູ່ຄົນລະສ່ວນ ວິນຍານທັງຫຼາຽ ຢູ່ໃນຄວາມຄຸ້ມຄອງຂອງພຣະພຣົມ ພຣົມເປັນຜູ້ຄວບຄຸມທໍ່ນັ້ນ ບໍ່ແມ່ນຜູ້ສ້າງ ແລະຜູ້ທຳຮ້າຽ. ລັດທິປີກຍ່ອຽຂອງຮິນດູ ເນື່ອງຈາກວ່າ ພວກຮິນດູ ໄດ້ຮັບເອົາຕຳຣາ ແລະໃນຄວາມເຊື່ອຖືຕ່າງໆ ຂອງປະຊາຊົນ ໂດຽບໍ່ເລືອກ ເຂົ້າມາເປັນສາສນາຂອງຮິນດູ ຈິ່ງເປັນເຫຕໃຫ້ລັດທິສາສນາຮິນດູ ມີລັດທິປີກຍ່ອມແຕກອອກໄປຫຼາຽ ທີ່ຈະນຳມາກ່າວ ພໍສັງເຂບທໍ່ນັ້ນ. ພະຄະວັດຄີຕາ (ພຄວັທຄີຕາ) ຄຳວ່າ ພະຄະວັທຄີຕາ ແປວ່າ ເພັງຂອງພຣະຜູ້ ຄວນບູຊາ ຄືພຣະກຣິສນະ ເປັນໜັງສືທີ່ນິຍົມກັນວ່າ ເປັນວັນນະຄະດີ ອັນນິ່ງຂອງອິນເດັຽ ໃນນັ້ນໄດ້ກ່າວເຖິງ ທັມມະຂອງອຸປປະນິສັດ ເປັນໜັງສື ສຳຣັບອ່ານທົ່ວໄປ ໄດ້ທຸກຊັ້ນ ບໍ່ແມ່ນເປັນຕຳຣາ ແບບພຣະເວດ ຊື້ງໃຊ້ສະເພາະຄົນປັນຍາຊົນ ຫຼືລືສີ ຄົນສາມັນອ່ານບໍ່ໄດ້. ຜູ້ແຕ່ງໜັງສືພະຄະວັທຄີຕາ ບໍ່ມີປະສົງໃຫ້ມະນຸດ ສແວງຫາບຸນກຸສົນ ຕ້ອງສລະຄອບຄົວ ອອກບວດເປັນສັນຍາສີ ມີຄວາມປະສົງພຽງໃຫ້ ຄົນທຸກຊັ້ນຊາບທັມມະ ບໍ່ອອກບວດກໍໄດ້ ທັມມະທີ່ສອນໄວ້ ໃນໜັງສືນີ້ ມີຂໍ້ສຳຄັນຢູ່ 2 ຢ່າງຄື: ຄວາມເປັນໃຫຍ່ ຂອງພຣະກຣິສນະ ແລະຫຼັກທີ່ຮຽກວ່າ ກັມມະໂຍຄະ ພຣະກຣິສນະນັ້ນ ຄືອົງບໍຣົມພຣົມ ເປັນທີ່ຫວັງຂອງລືສີ ຜູ້ຈະເຮີ້ນພາວະນາ ທັງເປັນເທພເຈົ້າທີ່ມະນຸດເຂົ້າໄປເຖີງ ດ້ວຽການບູຊາ ແລະ ສູດອ້ອນວອນ ຫຼັກກັມມະໂຍຄະສອນໃຫ້ມະນຸດປະກອບຄວາມພຽນ ເພື່ອໃຫ້ສິ້ນຄວາມປາຖນາ ອັນເປັນເຫຕໃຫ້ເກີດກັມ ມະນຸດຈະປະກອບ ການທຳມາຫາກິນ ແລະມີໜ້າທີ່ ໃນຄອບຄົວຢ່າງໃດ ກໍຄວນປະຕິບັດ ຢ່າງນັ້ນຕໍ່ໄປ ບໍ່ຈຳເປັນຕ້ອງອອກບວດສລະຄອບຄົວ ຈິ່ງປະຕິບັດທັມມະໄດ້. ລັດທິພັກດີ ຄຳວ່າ ພັກດີ ໝາຽຄວາມວ່າການບູຊາ ພຣະມັກຄະວານ ຜູ້ບູຊາຮຽກວ່າ ພັກຄະ ພະຄະວານ ແປວ່າ ພຣະຜູ້ຄວນບູຊາ ໃຊ້ສຳຣັບອອກນາມພຣະວິສສະນຸ, ພຣະກຣິດສນະ, ພຣະຣາມ, ພຣະສິວະ ຫຼືເທພເຈົ້າອົງໃດອົງນຶ່ງ ສຸດທີ່ຜູ້ນັບຖື ລັດທິພັກດີ ຄືໃຫ້ມີຄວາມເຊື່ອໝັ້ນ ຈົ່ງຮັກພັກດີໃນພຣະເຈົ້າ ຂໍ້ປະຕິບັດອື່ນ ບໍ່ເລີດທໍ່ການຈົ່ງຮັກ ມອບກາຽໃຈໃຫ້ແກ່ພຣະອົງ ດ້ວຽຄວາມຮັກໃຄ້ ໂດຽບໍ່ປະສົງການຕອບແທນ ຜູ້ໃດຫວັງຕອບແທນ ກໍເທົ່າກັບຜູ້ນັ້ນທຳການຄ້າ ຜູ້ພັກດີຕ້ອງປະກອບດ້ວຽອົງ 5 ຄື: ສານຕິ ກຶກກອງດ້ວຽ ອາການອັນສງົບ. ທາສຍະ ມອບກາຽໃຈຮັບໃຊ້ ບຳເຣີ ພຣະເປັນເຈົ້າເໝືອນທາດ. ສາຂຍະ ຄວາມເປັນເພື່ອນ ວາສສັລຍະ ຄວາມຮັກເໝືອນລູກຮັກແມ່. ມາທຸຣະຍະ ຄວາມຮັກ ອະມະຕະ ເໝືອນຍິງສາວຮັກຊາຽຊູ້. ທາງພາກເໜືອ ລັດທິພັກດີ ເກີດຂຶ້ນປະມານພຸທສັກຣາດ 1600 ຜູ້ເປັນຫົວໜ້າ ຊື່ ນິມພາຣະກະ ທ່ານຜູ້ນີ້ ນັບຖືພຣະກຣິສນະ ແລະນາງຣາທາ ເປັນນາງລ້ຽງງົວ ເປັນພັຣຍາ ພຣະກຣິສນະ. ຊັຍເທພຜູ້ຣິຈນາຄັມພີ ຂອງນິກາຽບໍ່ເກີດໃນຍຸກນີ້ ຄີຕຕະໂຄວິນ ແປວ່າ ເພງລ້ຽງງົວ ເປັນຄັມພີ ຍໍພຣະກຽດຂອງພຣະກຣິສນະ ໃນເຣື່ອງມີແຕ່ ກຣິສນະພັນລະນາເຣື່ອງຄວາມຮັກ ຄັມພີ ພາຄວັດບູຊາ ມີໂວຫານໃນເຊີງກອນ ແບະມະຫາຊົນນິຍົມກັນ ຫຼາຽກວ່າເຣື່ອງອື່ນໆ ຍັງມີຄັມພີນຶ່ງຊື່ ພັກຕະສູຕ ຜູ້ຣິຈນຮຊື່ ສຸນທິລຍະ ເປັນ ອັຖກະຖາແກ້ ລັດທິພາຄະວັດ. ລັດທິສັກຕິ (ສັກກະຕິ) ຄຳວ່າສັກຕິ ໝາຽຄວາມເຖີງ ພຣະຊາຍາຂອງພຣະເປັນເຈົ້າ ອົງໃດອົງນື່ງ ໄດ້ຮັບແບ່ງອຳນາດ ມາຈາກພຣະສາມີ ໃນນິກາຽໃສວະ ຊື້ງນັບຖີ ພຣະສີວະ ກໍອ້າງພຣະອຸມາເປັນສັກຕິ ໃນນິກາຽ ໄວສນົບ ກໍອ້າງ ພຣະລັກສເມີ ຫຼືນາງຣາທາ(ຊາຍາພຣະກຣິສນະ) ເປັນສັກຕິ ໃນນິກາຽພຣະພຣົມ ມາອ້າງພຣະສວັສວະດີ ເປັນສັກຕິ ແຕ່ໂດຽປົກກະຕິແລ້ວ ຄຳວ່າ ສັກ ໝາຽເອົາພຣະອຸມາເທົ່ານັ້ນ ຊື້ງມີພຣະນາມຕ່າງໆກັນວ່າ ເທວີ, ທຸຣະຄາ, ແລະກາລີ ພຣະອຸມາຊື້ງເປັນ ທີ່ນັບຖືຂອງນິກາຽສັກຕິ ຖ້າເວົ້າຖອຽຫຼັງໄປເຖິງ ສມັຍພຣະເວດ ຈະເຫັນໃນຄັມພີ ຍັຊຊູຣະເວດ ວ່າຣຸທຣະ(ພາຽຫຼັງການເປັນພຣະສີວະ) ມີເທວີເປັນນ້ອງສາວ (ກະນິຖພະຄິນີ) ຊື່ອັມພິກາ (ແປວ່າແມ່) ອັມພິກາເທວີ ຕໍ່ມາປ່ຽນເປັນ ອຸມາເຫມະວະຕີ (ທິດາທ້າວຫິມະລັຍ) ແລະເປັນບາຣພຕີ (ນາງຊາວເຂົາ) ພຣະອຸມານີ້ ມີລັກສນະຕ່າງໆ ເໝືອນກັບພຣະສີວະ ມີທັງດີແລະຮ້າຽ ທີ່ຮ້າຽມີພຣະນາມວ່າ ກາລີ ຫຼື ສະຍາມາ(ດຳ) ທຸຣະຄາ(ເຂົ້າຫາຍາກ) ຈັນທີ(ດຸຮ້າຽ) ໄພວະຣີ(ເປັນຕາຢ້ານ) ພຣະສັກຕິ ຫຼືພຣະອຸມາ ຕາມປົກກະຕິມີອົງດຽວ ແຕ່ເມື່ອອະວະສານ ລົງມາເປັນປາງຕ່າງໆ ໄດ້ມີຊື່ຕ່າງໆກັນ ເຊັ່ນ ມະຫາວິທຍາ ມະຫາມາຕາ(ພຣະແມ່ເຈົ້າ) ນາຍິກາ ແລະ ດານີ ເປັນຕົ້ນ. ວິທີທຳການບູຊາ ເທວະດາຜູ້ຍິງ ມັກເປັນໄປໃນທາງອະນາຈານ ເຊັ່ນໃຫ້ຜູ້ຍິງ ເປືອຽກາຽຟ້ອນອ້ອມພຣະອຸມາ ແລະສເວີຽດ້ວຽສຸຣາ ແລະການບູຊາຍັນ ດ້ວຽໂລຫິຕຄົນແລະສັຕ ໃນບາງຕຳຣາກ່າວວ່າ ໃນການບູຊາເຈົ້າແມ່ ຕ້ອງມີຮູບອະວັຍຍະວະຂອງຜູ້ຊາຽດ້ວຽ (ດອກໄມ້ຖວາຍເຈົ້າແມ່) ລັດທິແບບນີ້ ບໍ່ແມ່ນມີສະເພາະ ໃນປະເທດອິນເດັຽເທົ່ານັ້ນ ໃນປະເທດອື່ນ ກຣີກ ບູຮານກໍເຄີຽມີ. ດິນແດນ ທີ່ລັດທິສັກຕິ ມີການເຄົາຣົບນັບຖືຫຼາຽ ຄືທາງມາກຕາເວັນອອກສ່ຽງເໜືອຂອງອິນເດັຽ ຣັດເບັງກອນ ແລະຣັດສົມຊື້ງມີພົລເມືອງ ປົນກັນຢູ່ຫຼາຽຊາດຄື: ຊາຕໃນຕະກຸນທິເບດ-ພະມ້າ (ພະມ້າ ແລະ ທິເບດ ໃນປັຈຈຸບັນອອກຈາກຕະກຸນນີ້) ມອນ-ຂເມນ (ຊາຕມອນ ແລະ ຂເມນ ອອກຈາກຊາຕນີ້) ແລະຊາຕລາວ ຄືລາວອະຫົມ ໃນແຄວ້ນຣັດສົມ. ມີປະຊາຊົນນັບຖື ລັດທິນີ້ປະມານ ສາມສິບຫ້າລ້ານຄົນ ໃນສັນຕະຣະດູ(ຣະດູໃບໄມ້ຫຼົ່ນ) ມີພິທີຮຽກວ່າ ທຸຣະຄະບູຊາ ປັ້ນຮູບເປັນຮູບ ທຸຣະຄາ ຂຶ້ນບູຊາ ມີກຳນົດ 9 ມື້ 9 ຄືນແລ້ວເອົາຮູບໄປໄຫຼນ້ຳ ທີ່ເທວະວັຍກາລີຄັດຮາ ໃນເມືອງ ກັລກັດຕາ ພວກຮິນດູຂ້າແບ້ ໂດຽຕັດຄໍໃຫ້ຂາດ ເອົາເລືອດທີ່ໄຫຼອອກມາບູຊາ ເຈົ້າແມ່ກາລີ. ລັດທິຕັນຕຣະ ຄັມພີ ຕັນຕຣະ ແຕ່ງເປັນບົດກາວີເປັນແບບຖາມ-ຕອບ (ສາກັດສາ) ຣະຫວ່າງພຣະສີວະ ກັບພຣະນາງອຸມາດ້ວຍຂໍ້ປະຕິບັດ ໃນລັດທິ ຖ້າພຣະອຸມາຖາມພຣະສິວະຕອບ ຮຽກວ່າ ອາຄັມ, ຖ້າພຣະສີວະຖາມ ພຣະອຸມາຕອບ ຮຽກວ່າ ນິຄົມ. ຄັມພີ ຕັນຕຣະ ສອນວ່າ ມະນຸດມີພາວະບໍ່ທໍ່ກັນ ດັ່ງນັ້ນພິທີຈິ່ງຕ້ອງກະທຳຕ່າງໆກັນ ຕາມສະພາບຂອງມະນຸດ ມະນຸດມີລັກສນະ 3 ປະການຄື: ປະສຸ(ສັຕວະ) ວິຣະ(ກ້າຫານ) ທິພຍະພາວະ. ພາວະສາມປະການນີ້ ມັກໝາຽເຖິງວັຍຂອງມະນຸດຄື ປະຖົມວັຍ ມັກຊິມະວັຍ ປັດສິມະວັຍ ບາງທີໝາຽເຖິງ ແະນຸດສາມເຫຼົ່າ ຄືຜູ້ບໍ່ມີຕັນຕຣະ ຜູ້ມີຕັນຕຣະສາມັນ ຜູ້ມີຕັນຕຣະຢ່າງສູງ ລັກສນະ 3 ປະການນີ້ຮຽກວ່າ ຄຸນະ ຕັນຕຣະສອນວ່າ ບຸກຄົນຕ້ອງຂົ່ມ ຣາຄະ ໂທສະ ໂມຫະ ອັນເປັນລັກສນະ ຄວາມປະພຶດໃຫ້ໝົດໄປ (ປະວະຣິດຕິ) ໃຫ້ບັງເກີດນິພຶດ ຄືໝົດປະພຶດ ສ່ວນຄວາມເຫັນໃນປັດຈຸບັນ ຖ້າຈະຂົ່ມຣາຄະ ໂທສະ ໂມຫະ ໃຫ້ໝົດໄປ. ຕ້ອງອາສັຍຣາຄະ ໂທສະ ໂມຫະ ນັ້ນເອງ ເປັນເຄື່ອງກຳຈັດ ຄືຕ້ອງກິນອາຫານ ດື່ມນ້ຳເມົາ ແລະເສບເມຖຸນເປັນຕົ້ນ ແຕ່ລະຢ່າງໃຫ້ອີ່ມເຕັມທີແລ້ວ ສິ່ງເຫຼົ່ານີ້ຈະດັບມັນເອງ ສ່ວນຜູ້ຕ້ອງການຄວາມດັບຕາມລັດທິ ຕ້ອງປະຕິບັດໃນຊັ້ນທີ່ 5 ກ່ອນ ທີ່ຮຽກວ່າ ກາມາພະຈອນ ເມື່ອຊຳນິຊຳນານແລ້ວ ກໍເລື່ອນຂຶ້ນຊັ້ນ ທີ່ 6 ຮຽກວ່າ ສິດທານດາຈານ ຜູ້ເລື່ອນຊັ້ນ ຈະໝົດຄວາມຊົ່ວໄປ ເທື່ອລະນ້ອຽໆ ຈົນບໍ່ມີເຫຼືອ ແລ້ວເຂົ້າເຖິງຊັ້ນສູງສຸດ ຮຽກວ່າ ເກົາລາຈານ ຜູ້ເປັນເກົາລາຈານ ຍ່ອມພົ້ນຊັ້ນ ແລະນິກາຽທັງມວນ ເພາະເປັນຜູ້ຮູ້ແຈ້ງ ພຣະພຣົມແລ້ວ ໃນຄັມພີ ນີຣະວານ. ລັດທິຕັນຕຣະ ອະທິບາຍວ່າ ຜູ້ເປັນເກົາລະ ພຽງແຕ່ມີຮູບເປັນມະນຸດ ໄປຢູ່ໃນມະນຸສສະໂລກ ເພື່ອສັ່ງສອນ ມະນຸດນິກອນ ໃຫ້ພົ້ນຈາກການປະພຶດເທົ່ານັ້ນ. ສຳຣັບຜູ້ຈະເຂົ້າລັດທິ ມີ 5 ປະການ ຮຽກວ່າ ທາດທັງ 5 ຫຼື ປັນຈະມະການ ຄື: ມັຕຍະ (ມະທິຣາ - ນ້ຳເມົາ) ມາງສະ (ຊັ້ນ) ມົນຕະ (ສ້າງຄວາມກຳໜົດ) ມຸທຣາ (ໃຊ້ທ່າຍົ້ວຍວນ) ແລະເມຖຸນະ (ເມຖຸນ) ພິທີທາງ 5 ນີ້ ກະທຳໃນເວລາທ່ຽງຄືນ ຮຽກວ່າ ກາລາຈກຣ ເລີ່ມພິທີ ຜູ້ເລື່ອມໃສນັ່ງເປັນວົງ ມີການສູດອ້ອນວອນ ເມື່ອຈົບພິທີ ມີການອະນາຈານ ລາມົກທີ່ສຸດ ພວກຕັນຕຣະບາງພວກກ່າວວ່າ ການດື່ມນ້ຳເມົາ ໃຫ້ດື່ມແຕ່ພໍຄວນ ບາງພວກກ່າວວ່າ ຕ້ອງດື່ມຈົນເມົາລືມສະຕິ ຈຶ່ງຈະຖືວ່າໃຊ້ໄດ້. ແຕ່ຢ່າງໃດກໍດີ ການດື່ມນ້ຳເມົາ ຊີ້ນປາອາຫານ ຯລຯ ເພື່ອບູຊາພຣະສັກຕິ ຖ້າງົດເວັ້ນ ຖືວ່າເປັນບາບ.